ຣັຖບານຣາຍງານວ່າ ໃນ 3 ປີຜ່ານມານີ້ ຍຶດຢາບ້າໄດ້ 330 ລ້ານເມັດ
2023.12.18

ໃນໄລຍະ 3 ປີ ຄືແຕ່ປີ 2021-2023 ທີ່ທາງການລາວ ປະຕິບັດວາລະແຫ່ງຊາຕ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແຕ່ກໍບໍ່ສາມາດແກ້ໄຂໃຫ້ໝົດໄປໄດ້ ກົງກັນຂ້າມ ຍັງມີການລັກນໍາເຂົ້າມາລາວ ຢ່າງຫລວງຫລາຍ ຈົນເຮັດໃຫ້ທາງການລາວ ຕ້ອງໄດ້ຍືດເວລາອອກໄປຕື່ມອີກ ເຖິງປີ 2025.
ໃນໄລຍະດັ່ງກ່າວ ທາງການຍັງຍຶດຢາບ້າໄດ້ເຖິງ 330 ລ້ານປາຍເມັດ ແລະຢາເສບຕິດຊນິດອື່ນໆອີກເປັນຈໍານວນຫລວງຫລາຍ ທັງຢາໄອຊ໌, ເຮໂລອິນ, ຝິ່ນ, ຢາອີ ແລະອື່ນໆ, ຈັບຜູ້ຕ້ອງຫາໄດ້ 17,074 ຄົນ. ໃນຈໍານວນນີ້ ມີຄົນຕ່າງປະເທດ 346 ຄົນ ແລະແກ້ໄຂຄະດີຢາເສບຕິດໄດ້ 11,558 ເຣື່ອງ, ອີງຕາມການຣາຍງານ ຂອງ ພົນຈັດຕະວາ ແກ່ນຈັນ ພົມມະຈັກ ຮອງຫົວໜ້າກົມໃຫຍ່ຕໍາຣວດ ກະຊວງປ້ອງກັນຄວາມສງົບ ຕໍ່ກອງປະຊຸມ ກ່ຽວກັບການສະຫລຸບ ຜົລການຈັດຕັ້ງປະຕິບັດວາລະແຫ່ງຊາຕ ວ່າດ້ວຍການແກ້ໄຂບັນ ຫາຢາເສບຕິດ ໃນໄລຍະ 3 ປີ ທີ່ວ່ານັ້ນ ໃນມື້ວັນທີ 13 ທັນວານີ້.
ແລະທ່ານ ສອນໄຊ ສີພັນດອນ ນາຍົກຣັຖມົນຕຣີ ກໍໄດ້ເນັ້ນໃຫ້ພາກສ່ວນທີ່ກ່ຽວຂ້ອງ ປະຕິບັດ 9 ບັນຫາຢາເສບຕິດຢູ່ລາວ ຕໍ່ໄປຕື່ມອີກ ແຕ່ນີ້ຮອດປີ 2025.
ການທີ່ທາງການລາວ ຍັງບໍ່ສາມາດແກ້ໄຂບັນຫາຢາເສບຕິດ ທີ່ວ່ານີ້ໄດ້ ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ຕໍາຮວດທ່ານນຶ່ງ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 18 ທັນວານີ້ ແລ້ວແມ່ນວ່າ ຍ້ອນຍັງມີບັນຫາຫລາຍຢ່າງ, ຈໍານວນເຈົ້າໜ້າທີ່ ແລະງົບປະມານ ກໍບໍ່ພຽງພໍ.
“ມີຫລາຍບັນຫາທ້າທາຍຢູ່ ກະຫລາຍຢ່າງຫັ້ນແຫລະເນາະ ໄທເຮົາໄດ້ສືບຕໍ່ເນາະ 2023-2025 ທາງເຈົ້າໜ້າທີ່ເຮົາກໍບໍ່ພຽງພໍ ຕາມເອກສານເນາະ ປະຊຸມໃສ່ໄດ້ຫາກຫັກໄປ ມັນກໍຍັງບໍ່ທັນພຽງພໍຫັ້ນນະເນາະ ເຮົາກໍວ່າເອົາໃຈໃສ່ເກັບກໍາ ສະກັດກັ້ນຢູ່ແຕ່ວ່າໂຕຈິງມັນກໍຫລາຍລ້ານຫັ້ນແຫລະເນາະ ຈໍານວນຫລາຍຂຶ້ນ.”
ນອກຈາກນັ້ນແລ້ວ ໃນປັດຈຸບັນ ຍັງຜູ້ຕິດຢາເສບຕິດ ຢູ່ສູນບໍາບັດ ປິ່ນປົວ ແລະຟື້ນຟູສຸຂພາບ 13 ແຫ່ງ ທັງໝົດ 12,275 ຄົນ. ໃນຈໍານວນນີ້ ມີແມ່ຍິງ 459 ຄົນ ແລະທີ່ຜ່ານມາ ມີຜູ້ໄດ້ຮັບການປິ່ນປົວດີ ກັບບ້ານແລ້ວ 9,396 ຄົນ.
ແລະເຈົ້າໜ້າທີ່ທ້ອງຖິ່ນທ່ານນຶ່ງ ກໍໄດ້ເວົ້າວ່າ ການທີ່ຍັງບໍ່ສາມາດແກ້ໄຂ ບັນຫາຢາເສບຕິດນີ້ໄດ້ໃນສັງຄົມລາວ ສ່ວນນຶ່ງກໍເປັນຍ້ອນ ພາກສ່ວນຕ່າງໆທີ່ກ່ຽວ ຂ້ອງ ນັບແຕ່ຂັ້ນຣັຖບານ ລົງຮອດທ້ອງຖິ່ນ ຍັງບໍ່ທັນກົມກຽວກັນ ໃນການປະຕິບັດໜ້າທີ່ວຽກງານ.
“ຜ່ານມານີ້ເຮົາບໍ່ສາມາດແກ້ບັນຫາໄດ້ ເນື່ອງຈາກວ່າເນາະ ຄວາມເຂົ້າໃຈ ພາລະບົດບາດໜ້າທີ່ຕໍ່ໜ້າທີ່ຫັ້ນນ່າ ມັນຍັງບໍ່ທັນກົມກຽວກັນ ນັບແຕ່ຂັ້ນຣັຖບານຮອດຂັ້ນທ້ອງຖິ່ນພຸ້ນ ເຣື່ອງການລົງໂຄສະນາ, ລົງເຜີຍແຜ່ເອກະສານ ແມ່ນທົ່ວເຖິງ ແຕ່ໃນການຈັດຕັ້ງປະຕິບັດນີ້ບໍ່ທັນເຂັ້ມງວດ.”
ທ່ານກ່າວຕື່ມວ່າ ໃນການແກ້ໄຂບັນຫາຢາເສບຕິດນີ້ ອັນສໍາຄັນ ກໍແມ່ນການສົມທົບກັນຄືດັ່ງກ່າວ ແລະອີກອັນນຶ່ງ ກໍແມ່ນການມີສ່ວນຮ່ວມຂອງສັງຄົມ, ບໍ່ດັ່ງນັ້ນ ກໍບໍ່ມີວັນທີ່ຈະແກ້ໄຂບັນຫານີ້ໄດ້.
“ໃນການແກ້ໄຂບັນຫາຢາເສບຕິດນີ້ ຈະໄປມອບໃຫ້ເປັນພາລະເຈົ້າໜ້າທີ່ ຝ່າຍດຽວບໍ່ໄດ້ ຂັ້ນຫລັກບໍຣິຫານງານ ແຕ່ຣັຖບານລົງຮອດທ້ອງຖິ່ນ ອັນນັ້ນເປັນຈຸດນຶ່ງ ຈຸດ 2. ແມ່ນສັງຄົມຕ້ອງມີສ່ວນຮ່ວມຢ່າງຈິງໃຈແທ້ມັນຈັ່ງແກ້ໄດ້.”
ແຕ່ເຖິງຢ່າງໃດກໍຕາມ ປະຊາຊົນລາວຜູ້ນຶ່ງກໍເວົ້າວ່າ ໃນສັງຄົມລາວປັດຈຸບັນ ການແກ້ໄຂບັນຫາຢາເສບຕິດ ຂອງຣັຖບານລາວ ຍັງເປັນເຣື່ອງ ທີ່ຈະແກ້ໄຂບໍ່ໄດ້ ມັນແກ້ຍາກ ເພາະວ່າ ຢູ່ໃສກໍຍັງບໍ່ສາມາດແກ້ໄຂໄດ້ ເພາະຢາເສບຕິດໃນປັດຈຸບັນລາຄາຖືກ, ຍັງມີທັງຜູ້ເສບແລະຜູ້ຂາຍ ທີ່ມີຢູ່ທົ່ວໄປ.
“ບໍ່ໄດ້ດອກໂຕນີ້ ບ່ອນໃດກໍແກ້ບໍ່ໄດ້ ຄົນເຮົາມັນຂາຍຖືກ ຄົນກໍບໍ່ມີວຽກເຮັດ ມັນກໍໄປຈັ່ງຊັ້ນແຫລະສູບໄປມ້ວນໄປບາງທີພວກວຽກເຮັດກໍມີ ມັນກໍໄປຂາຍເອົາ ມັນກໍຈະມີພາສ່ວນນຶ່ງຫັ້ນແຫລະ ໂຕນີ້ມັນແກ້ຍາກ.”
ແລະຊາວລາວອີກຜູ້ນຶ່ງ ກໍເວົ້າເຖິງບັນຫາຢາເສບຕິດ ໃນປັດຈຸບັນນີ້ວ່າ ທາງການແກ້ໄຂບໍ່ໄດ້, ຍັງມີຢູ່ຫລາຍ, ບໍ່ຮູ້ວ່າຈັກເຂົານໍາມາແຕ່ໃສ, ສ່ວນຫລາຍແມ່ນຢູ່ຊາຍແດນ ຊຶ່ງເຈົ້າໜ້າທີ່ກວດກາບໍ່ທົ່ວເຖິງ.
“ຢາເສບຕິດກະບໍ່ໝົດ ກໍຍັງຢູ່ ນໍາມາແຕ່ໃສເຮົາກະບໍ່ຮູ້ ບໍ່ຟັງຄວາມແມ່ນຫັ້ນແຫລະ ສ່ວນຫລາຍຊາຍແດນ ມັນຕິດກັນຈອດບ້ານຕໍ່ບ້ານ ເຈົ້າໜ້າທີ່ລົງເຮັດວຽກ ມັນກໍເຂົ້າໄປບໍ່ທົ່ວເຖິງ.”
ແຕ່ເຖິງຢ່າງໃດກໍຕາມ ໃນການແກ້ໄຂບັນຫາຢາເສບຕິດ ທີ່ວ່ານັ້ນ ນາຍົກຣັຖມົນຕຣີລາວ ກໍເວົ້າວ່າ ໃຫ້ພາກສ່ວນທີ່ກ່ຽວຂ້ອງ ປະຕິບັດ 9 ບັນຫາ ຮວມທັງໃຫ້ກວດກາຄືນ ຜົລການຈັດຕັ້ງປະຕິບັດວາລະແຫ່ງຊາຕ, ໃຫ້ທົບທວນຄືນ 6 ແຜນວຽກຈຸດສຸມ ໂດຍຫັນເປັນໂຄງການ, ມີແຜນການ, ແຜນງົບປະມານ ແລະແຜນບຸກຄະລາກອນຈະແຈ້ງ. ໃຫ້ກໍານົດສິດ ແລະໜ້າທີ່ ແລະຄວາມຮັບຜິດ ຊອບຂອງຄະນະກັມມະການ ແກ້ໄຂບັນຫາຢາເສບຕິດ ລະດັບຊາຕໃຫ້ລະອຽດ, ເພີ່ມທະວີຄວາມຮັບຜິດຊອບ ແລະຄວາມສາມາດ ໃນການນໍາພາ-ຊີ້ນໍາຂອງຄະນະພັກ-ຄະນະນໍາແຕ່ລະກະຊວງ ແລະອໍານາດການປົກຄອງທ້ອງຖິ່ນແຕ່ລະຂັ້ນ, ກໍ່ສ້າງໜ່ວຍພັກປອດໃສເຂັ້ມແຂງ ຕິດກັບການສ້າງບ້ານ, ສ້າງໂຮງຮຽນປອດຢາເສບຕິດ, ສ້າງບ້ານປອດຢາເສບຕິດໃຫ້ໄດ້ 80% ຂອງຈໍານວນບ້ານທົ່ວປະເທດ, ສ້າງສໍານັກງານອົງການປອດຢາເສບຕິດໃຫ້ໄດ້ 100%; ສ້າງໂຮງຮຽນ, ສະຖາບັນການສຶກສາປອດຢາເສບຕິດ ໃຫ້ໄດ້ 95% ຂຶ້ນໄປ. ໃຫ້ເອົາໃຈໃສ່ ສ້າງຂະບວນການ ໃຫ້ມີການເຂົ້າຮ່ວມຂອງທຸກອົງການຈັດຕັ້ງ, ມີນະໂຍບາຍເໝາະສົມ ຕໍ່ຜູ້ເຮັດດີ ແລະປະຕິບັດວິໄນ ຕໍ່ຜູ້ລະເມີດ, ເພີ່ມທະວີການໂຄສະນາ ກ່ຽວກັບຜົລຮ້າຍຂອງຢາເສບຕິດ, ຈັດພິມໂຄສະນາຕ່າງໆ ທີ່ຕິດພັນກັບວາລະແຫ່ງຊາຕ ໃຫ້ໄດ້ 80%, ປະສານສົມທົບກັບທ້ອງ ຖິ່ນ ຢ່າງໃກ້ຊິດ, ເຝົ້າລະວັງ ສະກັດກັ້ນ ແລະແກ້ໄຂບັນຫາການລັກປູກພືດ ທີ່ມີສານເສບຕິດ ຢູ່ແຂວງພາກເໜືອ ແລະພາກກາງ ໃຫ້ຫລຸດລົງທຸກປີ, ໃຫ້ກວດກາໂຄງການພັທນາ ການປູກພືດທົດແທນ ຢາເສບຕິດ ແລະເອົາໃຈໃສ່ກວດກາ ການຂົນສົ່ງສິນຄ້າຂາເຂົ້າ ແລະຂາອອກ, ປະສານງານກັບປະເທດເພື່ອນບ້ານ ເພື່ອສະກັດກັ້ນການຂົນສົ່ງຢາເສບຕິດ ຢູ່ບໍຣິເວນຊາຍແດນ ລະຫວ່າງປະເທດ ແລະອື່ນໆອີກຫລາຍຢ່າງ.