ສວນຝິ່ນໃນລາວ ມີປະມານ 5,000 ເຮັກຕ້າຣ໌, UNODC ຣາຍງານ

ພູວົງສ໌
2023.12.13
ສວນຝິ່ນໃນລາວ ມີປະມານ 5,000 ເຮັກຕ້າຣ໌, UNODC ຣາຍງານ ເຈົ້າໜ້າທີ່ ໄດ້ອອກກວດກາ ແລະ ທໍາລາຍສວນຝິ່ນ ເຊິ່ງມີເນື້ອທີ່ປູກຝິ່ນ ເພີ່ມຂຶ້ນຈາກປີຜ່ານໆມາ.
ນັກຂ່າວ ພົລເມືອງ

ໃນວັນທີ 12 ທັນວາ 2023 ທີ່ຜ່ານມານີ້, ອົງການສະຫະປະຊາຊາຕ ເພື່ອຕ້ານຢາເສບຕິດ ແລະ ອາຊຍາກັມ ຫຼື UNODC ໄດ້ເຜີຍແຜ່ບົດຣາຍງານ “ການສຳຣວດການປູກຝິ່ນ ໃນເຂດເອເຊັຽຕາເວັນອອກສຽງໃຕ້ ປະຈຳປີ 2023, ການປູກຝັງ, ການຜລິຕ ແລະ ຜົລກະທົບ” ຢູ່ທີ່ສະມາຄົມນັກຂ່າວຕ່າງປະເທດ ຫຼື FCCT ໃນນະຄອນຫຼວງບາງກອກ, ປະເທດໄທຍ.

ເຂດເອເຊັຽຕາເວັນອອກສຽງໃຕ້ ຖືເປັນພາກພື້ນ ທີ່ສຳຄັນ ໃນການປູກຝິ່ນ ແລະ ຜລິຕເຮໂຣອິນ. ໃນບົດຣາຍງານ ປະຈຳປີ 2023 ນີ້, ໄດ້ສຳຣວດການປູກຝິ່ນ ໃນປະເທດພະມ້າ ແລະ ລາວ ໂດຍສະເພາະ ແລະ ຖືເປັນການສຳຣວດ ໃນຮອບ 8 ປີ ທີ່ອົງການ UNODC ໄດ້ນຳສເນີຂໍ້ມູນ ການປູກຝິ່ນໃນປະເທດລາວ ນັບຕັ້ງແຕ່ປີ 2015 ທີ່ເຄີຍມີການສຳຣວດມາ.

ໃນປະເທດລາວ ມີເນື້ອທີ່ການປູກຝິ່ນທັງໝົດ ປະມານ 5,000 ເຮັກຕ້າຣ໌. ດັ່ງທ່ານ ອິນຊິກ ຊິມ (Inshik Sim), ເຈົ້າໜ້າທີ່ໂຄງການ ແລະ ນັກວິເຄາະ ດ້ານຢາເສບຕິດ ຜິດກົດໝາຍ ກ່າວໃນມື້ວັນທີ 12 ທັນວາ 2023 ນີ້ວ່າ.

ທ່ານວ່າ: “ເນື້ອທີ່ການປູກຝິ່ນໃນລາວ ໃນປີ 2023 ຢູ່ທີ່ປະມານ 5,000 ເຮັກຕ້າຣ໌. ຖ້າທຽບໃສ່ປີ 2015 ທີ່ມີເນື້ອທີ່ປູກຝິ່ນ ປະມານ 5,700 ເຮັກຕ້າຣ໌ ກໍຖືວ່າຫຼຸດລົງ ບໍ່ຫຼາຍປານໃດ.”

ສ່ວນແຂວງທີ່ຍັງມີການປູກຝິ່ນ ຫຼາຍກວ່າໝູ່ ຍັງເປັນແຂວງຜົ້ງສາລີ, ເຊິ່ງເປັນແຂວງ ທີ່ສຳຄັນ ໃນການປູກຝິ່ນ ມາດົນແລ້ວ. ນອກຈາກນີ້, ຍັງພົບເຫັນການປູກຝິ່ນ ໃນແຂວງຊຽງຂວາງ, ຫົວພັນ ແລະ ບໍ່ແກ້ວ ນຳ.

ເນື້ອທີ່ການປູກຝິ່ນໃນລາວ ຍັງປູກແບບກະແຈກກະຈາຍ ບາງເທື່ອ ກໍປູກປະສົມ ກັບພືດຜັກອື່ນໆ ແລະ ປູກແບບທັມມະຊາດ ທີ່ບໍ່ໄດ້ມີລະບົບ ຊົນລະປະທານ ຫຼືການໃສ່ປຸ໋ຍ ເພື່ອເລັ່ງຜົລຜລິຕ ເຮັດໃຫ້ສວນຝິ່ນ 1 ເຮັກຕ້າຣ໌ ໃນລາວ ມີຜົລຜລິຕ 12.7 ກິໂລກຣາມ, ລວມທັງໝົດ ສາມາດຜລິຕຝິ່ນໄດ້ 63 ຕັ່ນ.

ດັ່ງທ່ານ ອິນຊິກ ຊິມ ກ່າວຕື່ມວ່າ.

ທ່ານວ່າ: “ເມື່ອເວົ້າເຖິງຄວາມໜາແໜ້ນ ໃນການປູກຝິ່ນໃນລາວ ແຂວງຜົ້ງສາລີ ທີ່ຢູ່ລະວ່າງປະເທດຈີນ ແລະ ວຽດນາມ ຄືແຂວງທີ່ມີການປູກຝິ່ນ ໜາແໜ້ນ ແລະ ມີສວນຝິ່ນໃຫຍ່ທີ່ສຸດ. ເຮົາຍັງເຫັນການປູກຝິ່ນ ໃນແຂວງຊຽງຂວາງ ແລະ ເມືອງຫ້ວຍຊາຍ ນຳ, ໂດຍທັງໝົດ ມີຊາຍແດນຕິດຕໍ່ກັບຕ່າງປະເທດ. ເມື່ອເວົ້າເຖິງຜົລຜລິຕຝິ່ນ ຕໍ່ເຮັກຕ້າຣ໌ ໃນລາວ ສາມາດຜລິຕຝິ່ນໄດ້ 12.7 ກິໂລກຣາມ, ເຊິ່ງໜ້ອຍກວ່າຜົລຜລິຕ ທີ່ໄດ້ຈາກສວນຝິ່ນ ໃນປະເທດພະມ້າ ເຖິງ 10 ກິໂລກຣາມ. ສະແດງໃຫ້ເຫັນວ່າ ການເຮັດສວນຝິ່ນ ໃນລາວ ຍັງບໍ່ທັນສໄມ ເທົ່າພະມ້າ.”

ຫຼັງຈາກເກີດເຫດການ ຣັຖປະຫານ ໃນພະມ້າ ເມື່ອເດືອນກຸມພາ ປີ 2021 ເຮັດໃຫ້ການປູກຝິ່ນ ເພີ່ມຂຶ້ນເຖິງ 33%, ຄາດຄະເນວ່າ ມີເນື້ອທີ່ການປູກຝິ່ນ ຫຼາຍກວ່າ 40,000 ເຮັກຕ້າຣ໌ ໃນພະມ້າ. ການປູກຝິ່ນ ມີການນຳໃຊ້ເຕັກນິກ ທີ່ທັນສໄມ ຫຼາຍຂຶ້ນ ເປັນຕົ້ນ ການນຳໃຊ້ລະບົບຈ່າຍນ້ຳ ດ້ວຍສະປິງເກີ້ ແລະ ການໃຊ້ປຸ໋ຍ ເພື່ອເລັ່ງຜົລຜລິຕ, ເຊິ່ງອາຈເປັນສ່ວນນຶ່ງ ຂອງການເຮັດກະເສຕ ແບບພັນທະສັນຍາ ຫຼື (Contract farming) ຂອງຊາວບ້ານ ແລະ ນັກລົງທຶນ ເຮັດໃຫ້ຜົລຜລິຕຝິ່ນ ຕໍ່ເຮັກຕ້າຣ໌ ໃນພະມ້າ ຢູ່ທີ່ 22.9 ກິໂລກຣາມ.

ຢ່າງໃດກໍຕາມ, ຈາກການສຳຣວດ ຂອງອົງການ UNODC ຍັງບໍ່ພົບເຫັນນັກລົງທຶນ ລັກສະນະດັ່ງກ່າວ ໃນລາວ, ແຕ່ດ້ວຍສະພາບເສຖກິຈ ຂອງລາວ ທີ່ກຳລັງປະສົບພັຍເງິນເຟີ້ ແລະ ເງິນກີບອ່ອນຄ່າ ກໍມີຄວາມເປັນກັງວົນວ່າ ຊາວບ້ານ ຈະຫັນໄປປູກຝິ່ນ ຫຼາຍຂຶ້ນ ຍ້ອນປັດຈຸບັນ ລາຄາຝິ່ນ ສູງຂຶ້ນຫຼາຍ. ດັ່ງທ່ານ ເຈເຣມີ້ ດັກລາສ (Jeremy Douglas), ຜູ້ແທນສຳນັກງານຢາເສບຕິດ ແລະ ອາຊຍາກັມ ແຫ່ງສະຫະປະຊາຊາຕ ປະຈຳພາກພື້ນ ເອເຊັຽຕາເວັນອອກສຽງໃຕ້ ແລະ ປາຊີຟິກ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ.

ທ່ານວ່າ: “ສ່ວນຫຼາຍທີ່ປູກ ຄືຊາວບ້ານ ທີ່ພາກັນປູກມາດົນແລ້ວ. ແຕ່ການກະເສຕພັນທະສັນຍາ ທີ່ເຮົາເຫັນໃນພະມ້າ ທີ່ມີລະບົບຊົນລະປະທານ, ຫົວປ້ຳນ້ຳ ແລະ ປຸ໋ຍ ນັ້ນ, ເຮົາຍັງບໍ່ເຫັນໃນລາວ. ແຕ່ເຮົາກໍຍັງມີຄວາມກັງວົນ ຫຼາຍວ່າ ມັນຈະເກີດຂຶ້ນ ຍ້ອນລາຄາຝິ່ນ ທີ່ສູງຂຶ້ນ ເກືອບ 30% ຈາກປີກາຍ, ສິ່ງນີ້ ຖືເປັນແຮງຈູງໃຈທີ່ດີຫຼາຍ. ແຕ່ຕອນນີ້ ໃນລາວ ມັນຍັງບໍ່ເກີດຂຶ້ນເນາະ. ເຮົາກໍຫວັງວ່າ ເຮົາຈະທຳຄວາມເຂົ້າໃຈ ສະຖານະການໃຫ້ໄດ້ ກ່ອນທີ່ມັນຈະເກີດຂຶ້ນ ໃນອະນາຄົດ.”

ທ່ານກ່າວຕື່ມວ່າ ທີ່ຜ່ານມາ ອົງການ UNODC ໄດ້ຮັບຄວາມຮ່ວມມື ຈາກຣັຖບານລາວ ເປັນຢ່າງດີ. ນອກຈາກນີ້, ອົງການ UNODC ກໍຍັງມີໂຄງການ ສົ່ງເສີມການປູກພືດອື່ນໆ ທີ່ມີມູລຄ່າສູງ ແລະ ມີຕລາດທີ່ໝັ້ນຄົງ ເພື່ອຮອງຮັບ ໃນແຂວງຫົວພັນ, ແຂວງຜົ້ງສາລີ ແລະ ແຂວງຊຽງຂວາງ ນຳ ເປັນຕົ້ນ ການປູກໝາກກາເຟ, ເຊິ່ງທາງອົງການ UNODC ກໍໄດ້ເຮັດຂໍ້ຕົກລົງ ກັບບໍຣິສັດກາເຟ ໃຫ້ຮັບຊື້ກາເຟ ຈາກຊາວບ້ານແລ້ວ.

ຢ່າງໃດກໍຕາມ, ໄລຍະຜ່ານມາ ໂຄງການປູກພືດຢ່າງອື່ນ ທົດແທນການປູກຝິ່ນ ຢູ່ແຂວງຜົ້ງສາລີ ແລະ ແຂວງຫົວພັນ ທີ່ໄດ້ຮັບການສນັບສນູນ ຈາກອົງການ UNODC ຂາດງົບປະມານ ຫຼືງົບປະມານບໍ່ພຽງພໍ ເຮັດໃຫ້ຍັງມີຊາວບ້ານ ກັບຄືນໄປປູກຝິ່ນຢູ່ ຈຳນວນນຶ່ງ.

ປະມານແຕ່ປີ 2010 ເປັນຕົ້ນມາ ທາງການລາວ ໄດ້ອອກກົດໝາຍ ໃຫ້ທົ່ວປະເທດ ຍຸຕິການປູກຝິ່ນ ແລະ ແຕ່ງຕັ້ງເຈົ້າໜ້າທີ່ກວດກາ, ຄວບຄຸມ ແລະ ສະກັດກັ້ນ ການລັກລອບປູກຝິ່ນ ຈຶ່ງເຮັດໃຫ້ ນັບແຕ່ປີ 2010 ເຣີ່ມມີໂຄງການພັທນາ ການປູກພືດ ທົດແທນການປູກຝິ່ນ ຈາກສະຫະພາບຢຸໂຣປ ເຂົ້າມາສນັບສນູນ ໃນລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.