ຕໍາຣວດ ແຂວງຈໍາປາສັກ ສາມາດຍຶດຢາບ້າໄດ້ 2 ລ້ານເມັດ 3 ປີຜ່ານມາ
2023.12.20

ໃນໄລຍະ 3 ປີ ຄືແຕ່ປີ 2021-2023 ຕໍາຣວດປ້ອງກັນຄວາມສງົບ ແຂວງຈໍາປາສັກ ສາມາດຍຶດຢາບ້າໄດ້ 1,952,000 ປາຍເມັດ, ມ້າງເປົ້າໝາຍຢາເສບຕິດໄດ້ 5,764 ຄົນ ໃນຈໍານວນ 8,303 ຄົນ. ການປາບປາມຢາເສບຕິດ ມີຄວາມຫຍຸ້ງຍາກຫລາຍດ້ານ ຍ້ອນມີຮວມທັງການປ່ຽນ ຮູບແບບການຂົນສົ່ງ ໂດຍຈັດສົ່ງຜ່ານ ບໍຣິສັດຝາກເຄື່ອງ, ເຈົ້າໜ້າທີ່ ແລະໝາດົມກິ່ນ ຍັງມີບໍ່ພຽງພໍ.
ເຈົ້າໜ້າທີ່ ທີ່ກ່ຽວຂ້ອງແຂວງຈໍາປາສັກ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນທື້ວັນທີ 20 ທັນວານີ້ວ່າ ສ່ວນທີ່ຍັງເຫລືອ 2,530 ປາຍຄົນ ໃນຈໍານວນ 8,000 ປາຍຄົນທີ່ເປັນເປົ້າໝາຍນັ້ນ ເຈົ້າໜ້າທີ່ຈະສືບຕໍ່ໄປ.
“ໂຕໂຕ 8 ພັນກວ່ານີ້ ມັນໝາຍຄວາມວ່າເຮົາຂຶ້ນເປົ້າໝາຍທັງໝົດ ນັບແຕ່ປີ 2021 ມາ ແຕ່ເຮົາມາສືບຕໍ່ມ້າງໄດ້ 5 ພັນກວ່າບໍ໋ ມັນມີຈໍານວນທີ່ຍັງບໍ່ໄດ້ມ້າງ ຢູ່ໃນຫັ້ນ ເຮົາຈະສືບຕໍ່ມ້າງ.”
ພັນເອກ ບຸນສົງ ຈັນທະວົງສັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງຈໍາປາສັກ ກ່າວຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ວ່າ 3 ປີທີ່ຜ່ານມາ ສາມາດມ້າງເປົ້າໝາຍໄດ້ 5,764 ຄົນ. ໃນຈໍານວນນັ້ນ ເປັນເປົ້າໝາຍຄ້າຂາຍລາຍໃຫຍ່ 117 ຄົນ, ຣາຍຍ່ອຍ 1,016 ຄົນ ແລະເປົ້າໝາຍເສບ 4,631 ຄົນ.
ເຈົ້າໜ້າທີ່ ທີ່ກ່ຽວຂ້ອງຂັ້ນເມືອງ ທ່ານນຶ່ງກໍເວົ້າວ່າ ເປົ້າໝາຍການຄ້າຂາຍລາຍໃຫຍ່ ສ່ວນຫລາຍເປັນຄົນລາວ ມາແຕ່ພາກເໜືອ, ສ່ວນຄົນຕ່າງປະເທດ ຍັງບໍ່ທັນມີການຊັດທອດເຖິງ.
“ຜ່ານການສືບສວນສອບສວນ ສ່ວນໃຫຍ່ ມັນກໍອອກມາແຕ່ພາກເໜືອ ສ່ວນໃຫຍ່ກໍມ້າງແຕ່ຄົນລາວ ແຕ່ຄົນມາແຕ່ພາກເໜືອ ບໍ່ແກ້ວຫລືວ່າບໍລິຄໍາໄຊ ອື່ນໆຫັ້ນແຫລະ. ກໍຂ້ອນຂ້າງວ່າມັນເປັນເປົ້າໝາຍ ຕິດຕາມຊື່ໆ ບໍ່ທັນໄດ້ມ້າງໄດ້ຄົນຈີນ. ຣາຍຍ່ອຍ ກໍເປັນຄົນຢູ່ພີ້ແດ່ ຄົນຕ່າງເມືອງຕ່າງແຂວງແດ່. ຊັກທອດວ່າ ມາແຕ່ໄທຍບໍ່, ຈີນບໍ່, ຂະເໝັນ. ມັນກໍບໍ່ຊັດທອດເຖິງ ກຸ່ມເສບກຸ່ມເລ້ລ້ອນ. ໝາຍຄວາມວ່າບໍ່ໄປໂຮງຮໍ່າ ໂຮງຮຽນ ບໍ່ໄດ້ຮຽນວ່າຊັ້ນສາໄປ໋. ກັມມະກອນ ເລລ້ອນອອກແຮງງານ, ທໍາງານຈັ່ງຊີ້ນີ້ນ່າ.”
ທ່ານກ່າວຕື່ມວ່າ ການແກ້ໄຂບັນຫາຢາເສບຕິດ ຢູ່ລາວ ຍັງມີຄວາມຫຍຸ້ງຍາກ ຍ້ອນພວກຄ້າຂາຍ ມີການປ່ຽນຮູບແບບ ການຂົນສົ່ງ ຜ່ານບໍຣິສັດຝາກເຄື່ອງ ຊຶ່ງເຈົ້າໜ້າທີ່ກວດກາໄດ້ຍາກ.
“ຍາກລະນໍການຕິດຕາມ ເລ່ຫລ່ຽມກົລອຸບາຍ ຂອງກຸ່ມຄົນບໍ່ດີ ມັນນຽນກວ່າຫັ້ນນ່າເນາະ ແຕ່ກີ້ ຈັ່ງວ່າຂົນເອງ. ດຽວນີ້ມັນບໍ່ຂົນເອງເດ້ ສົ່ງທາງດ້ານຣົຖບໍ່. ເອີ່ ພາຫານະບໍ່. ເອີ່ ອື່ນໆແຫລະເນາະ ແມ່ນ ຕິດຕາມຍາກ ຂົນສົ່ງມີການຝາກເນາະ. ຝາກຈຸດນີ້ໄປຫາຈຸດນັ້ນ, ຈາກຈຸດນັ້ນໄປຫາຈຸດນັ້ນ ຈັ່ງຊີ້ຫັ້ນນ່າ. ກໍຍາກຕໍ່ເຈົ້າໜ້າທີ່ໃນການຕິດຕາມເນາະ ປະເພດເຄື່ອງຝາກນີ້ ເຈົ້າໜ້າທີ່ພວກເຮົກໍບໍ່ມີສິດ ໄປແກະຂອງເຂົາເດ້ເນາະ ຝາກນໍາຂົນສົ່ງໂດຍສານອື່ນໆ ແຕ່ຄົນບໍ່ໄປຫັ້ນນ່າ ເຄື່ອງໄປຈັ່ງຊີ້ນ່າ.”
ແຕ່ເຖິງຢ່າງໃດກໍຕາມ ຊາວບ້ານຢູ່ນະຄອນປາກເຊ ກໍເວົ້າໃນມື້ດຽວກັນນີ້ວ່າ ນັບແຕ່ທາງການເພິ່ນໄດ້ປະກາດວາລະແຫ່ງຊາຕ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ມານີ້ ກໍເຫັນວ່າ ບັນຫາຢາເສບຕິດຫລຸດ ຜ່ອນລົງ ນັບຕັ້ງແຕ່ຜູ້ເປັນພໍ່ແມ່ ຜູ້ປົກຄອງ ໃຫ້ຄວາມຮ່ວມມື ເປັນເຈົ້າການຊ່ອຍກັນ ເຖິງເຈົ້າໜ້າທີ່ຍັງບໍ່ມີໝາດົມກິ່ນພຽງພໍ.
“ແຕ່ວ່າເຮົາປາບໄດ້ ຖືວ່າດີແລ້ວວ່າຊັ້ນສາ ມັນລົດໜ້ອຍຖອຍລົງ. ນັບແຕ່ຜູ້ປົກຄອງພໍ່ແມ່ ແຕ່ລະບ້ານແຕ່ລະເມືອງ ເອົາໃຈໃສ່ຊ່ວຍກັນ. ຊ່ວຍກັນໝົດທຸກຢ່າງຫັ້ນແຫລະ. ແຈ້ງການ ຣາຍງານຕໍ່ອໍານາດການປົກຄອງ ເຈົ້າໜ້າທີ່ເພື່ອນໍາເອົາຜູ້ກ່ຽວ ໄປສຶກສາອົບຮົມກ່າວເຕືອນ ບ້ານເຮົານີ້ບໍ່ໄດ້ເຂັ້ມງວດດອກ ເຫັນໄດ້ເວລາຂຶ້ນຣົຖ ຣົຖໂດຍສອກໂດຍສານ ກໍບໍ່ມີເຈົ້າໜ້າທີ່ທີ່ວ່າຈະໄປກວດຫັ້ນນ່າ ບໍ່ໄດ້ຊອກກະປອກກະເປົ໋າ ບໍ່ໄດ້ມີໝາມີຫຍັງດົມກິ່ນ ດົມຫຍັງ ໄທຍມັນກໍຊິມີ ດົມໝົດເດ້.”
ປະຊາຊົນ ຢູ່ເມືອງຈໍາປາສັກ ກໍເວົ້າວ່າ ຢູ່ໃນເຂດເມືອງນີ້ ບໍ່ມີບັນຫາຢາເສບຕິດຫຍັງ ຫລວງຫລາຍ ແຕ່ວ່າເມືອງນີ້ ເປັນສະເໝືອນທາງຜ່ານ ຂອງການຂົນສົ່ງຢາບ້າໄປຊາຍແດນ ຊຶ່ງຫວັ່ງແລ້ວນີ້ ກໍມີຣົຖມາແຕ່ປາກເຊຕໍາກັນ ມີຢາບ້າແຕກຊະ ແລະເຈົ້າໜ້າທີ່ຕໍາຣວດ ໄດ້ເກັບແລະຍຶດເອົາໄວ້.
“ກໍມີເຂດແຖວນອກພຸ້ນນ່າ ຊາຍແດນສຸຂຸມາ ຈໍາປາສັກ. ວ່າງແລ້ວກໍເຂດຫ້ວຍເງິນ. ວ່າງແລ້ວກໍຕາຍຜູ້ນຶ່ງ ມີຢາບ້າ ເປັນມັດ. ຫລາຍມັດ ຣົຖຕໍາ ມາແຕ່ເຊ ຟ້າວແລ່ນໄວຫລາຍ. ຕໍາກັບຣົຖ ເອເຢັນໃຫຍ່ ຕໍາຣວດກໍເກັບເອົາຢາບ້າ ແຕກຊະ. ເຣື່ອງກິນ ເສບຢາ ມີເດ້. ກໍມີຂາຍຢູ່ ແຕ່ກໍບໍ່ຈັກນໍາເຂົາ ຕາມເບິ່ງແລ້ວນ່າ ແຕ່ຈໍາປາສັກ ບໍ່ມີປາກົດການ. ເມືອງຈໍາປາສັກ ເມືອງງຽບວ່າຊັ້ນສາ.”
ໃນໄລຍະ 3 ປີຜ່ານມານີ້ ທາງການລາວ ຍຶດຢາບ້າໄດ້ເຖິງ 330 ລ້ານປາຍເມັດ ແລະຢາເສບຕິດຊະນິດອື່ນໆອີກ ເປັນຈໍານວນຫລວງຫລາຍ, ຈັບຜູ້ຕ້ອງຫາໄດ້ 17,074 ຄົນ. ໃນນັ້ນມີຄົນຕ່າງປະເທດ 346 ຄົນ ແລະແກ້ໄຂຄະດີ ຢາເສບຕິດໄດ້ 11,558 ເຣື່ອງ. ໃນການແກ້ໄຂບັນຫາ ຢາເສບຕິດຢູ່ລາວ ທີ່ຍັງມີຫລາຍຢູ່ໃນປັດຈຸບັນ ທ່ານ ສອນໄຊ ສີພັນດອນ ນາຍົກຣັຖມົນຕຣີ ໄດ້ເນັ້ນໃຫ້ພາກສ່ວນທີ່ກ່ຽວຂ້ອງ ປະຕິບັດ 9 ບັນຫາ ໄປຕື່ມອີກ ຮອດປີ 2025, ໃຫ້ທົບທວນຄືນ 6 ແຜນວຽກຈຸດສຸມ, ສ້າງບ້ານປອດຢາເສບຕິດ ໃຫ້ໄດ້ 80% ຂອງຈໍານວນບ້ານ ທັງໝົດໃນທົ່ວປະເທດ, ສ້າງສໍານັກງານອົງການ ປອດຢາເສບຕິດ ໃຫ້ໄດ້ 100%; ສ້າງໂຮງຮຽນ, ສະຖາບັນການສຶກສາ ປອດຢາເສບຕິດ ໃຫ້ໄດ້ 95% ຂຶ້ນໄປ, ຈັດພິມໂຄສະນາຕ່າງໆ ທີ່ຕິດພັນກັບວາລະແຫ່ງຊາຕ ໃຫ້ໄດ້ 80%, ປະສານສົມທົບກັບທ້ອງຖິ່ນ ຢ່າງໃກ້ຊິດ, ເຝົ້າລະວັງ ສະກັດກັ້ນ ແລະແກ້ໄຂບັນຫາການລັກປູກພືດ ທີ່ມີສານເສບຕິດ ຢູ່ແຂວງພາກເໜືອ ແລະພາກກາງ ໃຫ້ຫລຸດລົງທຸກປີ, ໃຫ້ກວດກາໂຄງ ການພັທນາ ການປູກພືດທົດແທນຢາເສບຕິດ ແລະເອົາໃຈໃສ່ກວດກາ ການຂົນສົ່ງສິນຄ້າຂາເຂົ້າ ແລະຂາອອກ ຢູ່ບໍຣິເວນຊາຍແດນລະຫວ່າງປະເທດ ແລະອື່ນໆອີກຫລາຍຢ່າງ.