ແກ້ໄຂບັນຫາ ຜູ້ຕິດຢາເສບຕິດ ຢູ່ແຂວງຈຳປາສັກ
2024.05.23

ເຈົ້າໜ້າທີ່ຕຳຫຼວດ ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ, ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງຈຳປາສັກ ໄດ້ມີການສຶກສາອົບຮົມ ກຸ່ມຜູ້ຕິດຢາເສບຕິດ ພາຍໃນແຂວງຈຳປາສັກ ຈຳນວນ 20 ຄົນ. ໃນນັ້ນ, ເປັນເພດຍິງ 1 ຄົນ ໃນວັນທີ 20 ເດືອນພຶດສະພາ 2024 ທີ່ຜ່ານມາ.
ຊຶ່ງການສຶກສາອົບຮົມດັ່ງກ່າວ ກໍ່ເປັນວຽກງານປະຈຳໜຶ່ງ ຂອງພາກສ່ວນດັ່ງກ່າວ ທີ່ຕ້ອງການໃຫ້ຜູ້ຕິດຢາເສບຕິດ ຮັບຮູ້ໂທດກຳຂອງຢາເສບຕິດ ທີ່ມີຕໍ່ໂຕເອງ ແລະສັງຄົມ. ທັງນີ້, ຈະມີການປິ່ນປົວບຳບັດ ຜູ້ຕິດຢາເສບຕິດນຳດ້ວຍ ຫາກໄດ້ຮັບການຍິນຍອມ ຈາກຄອບຄົວຜູ້ກ່ຽວແລ້ວ.
ດັ່ງເຈົ້າໜ້າທີ່ກ່ຽວຂ້ອງ ທ່ານໜຶ່ງ ຢູ່ແຂວງຈຳປາສັກ ຊຶ່ງບໍ່ປະສົງອອກຊື່ ແລະ ຕຳແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 23 ພຶດສະພາ ນີ້ວ່າ:
“ເພາະວ່າເສບນີ້ ເຮົາໄດ້ເປີດຮຽນ ຜົນຮ້າຍຂອງຢາເສບຕິດແລ້ວ. ສຶກສາອົບຮົມເບິດແລ້ວແຫຼະ ກະຈັ່ງວ່າ ມອບຄອບຄົວ. ຄັນມີການມອບສິດ ຂອງຄອບຄົວແລ້ວ ເຮົາກະເອົາເຂົ້າດັດສ້າງເລີຍ.”
ເຈົ້າໜ້າທີ່ທ່ານນີ້ ກ່າວຕື່ມວ່າ ສຳລັບການປິ່ນປົວບຳບັດ ຜູ້ຕິດຢາເສບຕິດດັ່ງກ່າວ ຈະໄດ້ມີການສິດສອນ ການປະກອບອາຊີບ ເພື່ອທີ່ພວກເຂົາເຈົ້າ ຈະສາມາດອອກໄປ ດຳເນີນຊີວິດປົກກະຕິ ພາຍຫຼັງທີ່ ສຳເລັດການປິ່ນປົວບຳບັດ ດັ່ງກ່າວແລ້ວ. ຢ່າງໃດກໍຕາມ, ເຈ້າໜ້າທີ່ທ່ານນີ້ ກໍ່ບໍ່ໄດ້ໃຫ້ລາຍລະອຽດ ວ່າ ຄອບຄົວ ຂອງຜູ້ຕິດຢາເສບຕິດ ທີ່ມອບສິດໃຫ້ລູກຫຼານ ເຂົ້າບຳບັດປິ່ນປົວນັ້ນ ຈະຕ້ອງເສຍຄ່າໃຊ້ຈ່າຍ ໃນການບຳບັດປິ່ນປົວດັ່ງກ່າວ ຫຼືບໍ່.
ທາງດ້ານ ຊາວບ້ານທ່ານໜຶ່ງ ຢູ່ແຂວງຈຳປາສັກ ກ່າວວ່າ ຜ່ານມາ ກໍພົບເຫັນ ຜູ້ຕິດຢາເສບຕິດ ໂດຍສະເພາະ ປະເພດຢາໄອສ໌, ຢາອີ ຈຳນວນໜຶ່ງ ແຕ່ກໍ່ຍັງບໍ່ທັນມີຈຳນວນຫຼາຍປານໃດ. ແຕ່ກໍຢາກໃຫ້ທາງເຈົ້າໜ້າທີ່ ສົ່ງພວກກ່ຽວ ໄປສຶກສາອົບຮົມ ແລະ ເຂົ້າບຳບັດ ຕາມກົດໝາຍ:
“ແລະກະສຳລັບຢາແຫຼະ ກະສ່ວນໃຫຍ່ກະແມ່ນ ຈະມາຫັ້ນແຫຼະ ເປັນພວກ ເປັນອັ່ນນັ້ນ ກະມີຢູ່ຈຳນວນໜ້ອຍ ເປັນທໍ່ ຫຼອດໜ້ອຍ. ລັກສະນະຈັ່ງຊີ້ ລັກສະນະ ທີ່ເອີ້ນວ່າຢາໄອສ໌ ຢາອີ ແຕ່ວ່າເຂົາກະ ຍັງບໍ່ທັນເຮັດເຂົ້າມາຫຼາຍຊັ້ນນ່າ.”
ຂະນະທີ່ ເຈົ້າໜ້າທີ່ສູນບຳບັດຢາເສບຕິດ ອີກທ່ານໜຶ່ງ ຢູ່ແຂວງຈຳປາສັກ ກ່າວວ່າ ປັດຈຸບັນ ມີຜູ້ຕິດຢາເສບຕິດ ເຂົ້າມາບຳບັດປິ່ນປົວ ຢູ່ສູນຂອງທ່ານ ເປັນຈຳນວນຫຼາຍ ແຕ່ກໍ່ບໍ່ສາມາດ ລະບຸຈຳນວນທີ່ແນ່ນອນໄດ້. ໂດຍໃນປັດຈຸບັນ, ຍັງຄົງສືບຕໍ່ໃຫ້ມີການບຳບັດ ຜູ້ຕິດຢາເສບຕິດ ຢູ່ພາຍໃນສູນບຳບັດຂອງແຂວງ ຍັງບໍ່ທັນສົ່ງໄປ ສູນບຳບັດຢາເສບຕິດແຫ່ງໃໝ່ ທີ່ແຂວງເຊກອງ ຊຶ່ງຫາກໍ່ເປີດນຳໃຊ້ ແຕ່ທ້າຍເດືອນພະຈິກ ປີ 2023 ທີ່ຜ່ານມາ:
“ແຂວງຈຳປາສັກເຮົານີ້ ໂອ້ຫຼາຍເຕີບເດີ້. ທີ່ຜ່ານມາເຮົາເອົາເຂົ້າຫຼາຍ ພວກຕິດຢາເສບຕິດ ເຮົາເຂົ້າໄປ ອັ່ນນັ້ນແຫຼະ ຫຼາຍ. ເພາະວ່າສູນບຳບັດນີ້ ມັນມີແຕ່ ຢູ່ຈຳປາສັກເຮົານີ້.”
ນອກຈາກ ແຂວງຈຳປາສັກແລ້ວ ຢູ່ແຂວງອື່ນໆ ກໍ່ໄດ້ມີການສຶກສາອົບຮົມ ແລະ ບຳບັດຜູ້ຕິດຢາເສບຕິດ ເຊັ່ນດຽວກັນ. ແລະ ທາງເຈົ້າໜ້າທີ່ ກໍ່ໄດ້ມີການກວດກາ ຈັບກຸມຂະບວນການຄ້າຢາເສບຕິດ ທີ່ໃຊ້ພື້ນທີ່ຮັບຜິດຊອບຂອງທ່ານ ເປັນທາງຜ່ານ ໃນການຂົນສົ່ງຢາເສບຕິດ ນຳດ້ວຍ. ດັ່ງເຈົ້າໜ້າທີ່ກ່ຽວຂ້ອງ ທ່ານໜຶ່ງ ຢູ່ແຂວງໄຊຍະບູລີ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ເສບຢາເສບຕິດ ເຮົາກະເຂົ້າບຳບັດ ເສບ ກະບໍ່ຮ້າຍແຮງບ້ານເຮົາ. ເຈົ້າ, ແມ່ນແຫຼະ (ມີການກວດກາຈັບກຸມ). ເຂົາເຈົ້າເອົາເຂົ້າມາ ລະກະ ເອົາໄປ ເພື່ອຈະອອກໄປ ປະເທດທີສາມຕໍ່ນ່າເຈົ້າ.”
ສະເພາະໄລຍະ ເດືອນພຶດສະພາ ປີ 2024 ນີ້, ເຈົ້າໜ້າທີ່ຕຳຫຼວດ ສະກັດກັ້ນ ແລະ ຕ້ານຢາເສບຕິດ, ກອງບັນຊາການ ປກສ ແຂວງຈຳປາສັກ ກໍ່ໄດ້ມີການຈັບຜູ້ຕິດຢາເສບຕິດ ແລະ ຜູ້ຄ້າຂາຍຢາເສບຕິດ ໄດ້ເປັນຈຳນວນຫຼາຍ ປະກອບມີ:
- ຄັ້ງວັນທີ 4 ເດືອນພຶດສະພາ 2024, ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ຈຸດກວດກາຫຼັກ 84 ບ້ານນາຝັ່ງ ເມືອງໂຂງ ແຂວງຈຳປາສັກ ໄດ້ສະກັດຈັບ ລົດຈັກ ທະບຽນ ຈດ 3740 ສາລະວັນ ທີ່ຂັບຂີ່ໂດຍທ້າວ ສິງດຳ ອາຍຸ 45 ປີ ຢູ່ບ້ານດົງໝາກເຄັງ ເມືອງໂຂງ ແຂວງຈຳປາສັກ. ພົບເຫັນ ຢາບ້າ ຈຳນວນ 2,000 ເມັດ ຊຸກເຊື່ອງໄວ້ໃນລົດ ເຈົ້າໜ້າທີ່ຈຶ່ງກັກໂຕຜູ້ກ່ຽວເພື່ອດຳເນີນຄະດີ ພ້ອມຂອງກາງຢາບ້າ ແລະ ລົດຈັກ ລວມທັງເງິນສົດ 140,000 ກີບ ແລະ ໂທລະສັບ 1 ໜ່ວຍ.
- ຄັ້ງວັນທີ 13 ເດືອນພຶດສະພາ 2024, ເຈົ້າໜ້າທີ່ຕຳຫຼວດ ສະກັດກັ້ນ ແລະ ຕ້ານຢາເສບຕິດ ລົງມ້າງຄະດີຢາເສບຕິດ ຢູ່ເຂດບ້ານລົ່ມສັກໃຕ້ ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ. ສາມາດກັກໂຕ ຜູ້ຖືກກ່າວຫາ ໄດ້ 11 ຄົນ ພ້ອມຂອງກາງ ຢາບ້າ ຈຳນວນ 3,356 ເມັດ, ລົດຈັກ 6 ຄັນ, ໂທລະສັບ 6 ໜ່ວຍ, ເງິນສົດ 1,000,000 ກີບ.
- ຄັ້ງວັນທີ 16 ເດືອນພຶດສະພາ ປີ 2024, ເຈົ້າໜ້າທີ່ຕຳຫຼວດ ສະກັດກັ້ນແລະຕ້ານຢາເສບຕິດ ລົງມ້າງຄະດີຢາເສບຕິດ ຢູ່ບ້ານໜອງຫອຍ ເມືອງຊະນະສົມບູນ ແຂວງຈຳປາສັກ ກັກໂຕຜູ້ຖືກກ່າວຫາ ໄດ້ 2 ຄົນ ພ້ອມຂອງກາງ ຢາບ້າ ຈຳນວນ 50 ເມັດ, ລົດຈັກ 2 ຄັນ ເງິນສົດ 300,000 ກີບ ແລະ ໂທລະສັບ 2 ໜ່ວຍ.