ຊາຍລາວ 1 ຄົນ, ຂົນຢາບ້າ 2 ແສນເມັດ ຖືກຈັບ ທີ່ນະຄອນພະນົມ

ພູວົງສ໌
2024.05.08
ຊາຍລາວ 1 ຄົນ, ຂົນຢາບ້າ 2 ແສນເມັດ ຖືກຈັບ ທີ່ນະຄອນພະນົມ ນີ້ເປັນພຽງຮູບໂຕຢ່າງປະກອບ ເຊິ່ງເປັນເຫດການກາຍຶດຢາບ້າ ທີ່ຖືກສົ່ງຂາຍ ທັງໃນປະເທດ ແລະ ບາງກໍລະນີ ຖືກສົ່ງໄປຂາຍ ໃນປະເທດເພື່ອນບ້ານ, ເຈົ້ານ້າທີ່ໄທຍຶດໄດ້ ຈຳນວນ 1,640,000 ເມັດ ມູນຄ່າ ເກືອບ 60 ລ້ານບາດ ທີ່ຄາດວ່າ ຖືກນຳໄປຈາກ ແຂວງຄຳມ່ວນ ເຂົ້າທີ່ແຂວງນະຄອນພະນົມ ປະເທດໄທ ເດືອນກຸມພາ 2022.
RFA

ໃນວັນທີ 3 ພຶດສະພາ 2024 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດ ກວດຄົນເຂົ້າເມືອງ ແຂວງນະຄອນພະນົມ ປະເທດໄທ ໄດ້ຈັບຊາຍຊາວລາວ ຊື່ທ້າວ ສົມສີ ອາຍຸ 50 ປີ ບໍ່ລະບຸວ່າ ເປັນຄົນບ້ານໃດ ແຂວງໃດ ຂອງລາວ ໄດ້ລັກລອບ ຂົນຢາເສບຕິດ ເຂົ້າເມືອງ ປະເທດຢາບ້າ ຈຳນວນ 2 ແສນເມັດ ຜ່ານດ່ານສາກົນ ມິດຕະພາບ ລາວ-ໄທ ແຫ່ງທີ 3 ແຂວງນະຄອນພະນົມ, ເຊິ່ງຜູ້ລັກລອບ ຂົນຢາເສບຕິດ ໄດ້ເຊື່ອງຢາເສບຕິດ ໄວ້ໃນລຳໂພງ ຂອງລົດກະບະ ທາງດ້ານຫຼັງຄົນຂັບ.

ໂດຍເຈົ້າໜ້າທີ່ ກວດເຫັນ ຄວາມຜິດປົກກະຕິວ່າ ລຳໂພງມີການດັດແປງ ຈຶ່ງເອົາລົດດັ່ງກ່າວ ເຂົ້າເຄື່ອງສະແກນ ແລ້ວພົບວ່າ ມີຢາບ້າເຊື່ອງໄວ້ 34 ມັດ ໃນຈຳນວນ 2 ແສນເມັດ, ເຊິ່ງຂົນຂ້າມ ຈາກແຂວງຄຳມ່ວນ ເຂົ້າມາໄທ ໂດຍບໍ່ຢ້ານເຈົ້າໜ້າທີ່.

ດັ່ງເຈົ້າໜ້າທີ່ພາສີ ແຂວງນະຄອນພະນົມ ທ່ານໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 8 ພຶດສະພາ ນີ້ວ່າ:

“ຕອນທີ່ທ່ານເຈົ້າແຂວງ ມາຖະແຫຼງຂ່າວ ຢ່າງທີ່ຮູ້ວ່າ ເປັນຊາວລາວ ຂັບລົດຂ້າມມາ ແລ້ວເຮົາກໍກວດ ເອກະສານລົດ ແລ້ວກວດພົບວ່າ ມີສິ່ງຜິດປົກກະຕິ ແລ້ວເຮົາກໍເລີຍເປີດ ທຳການຮື້-ຄົ້ນ ກວດແລ້ວກໍພົບຢາ.”

ເບື້ອງຕົ້ນ ເຈົ້າໜ້າທີ່ໄທ ໄດ້ຍຶດຂອງກາງ ໄວ້ທັງໝົດ ພ້ອມສົ່ງໂຕ ຜູ້ລັກລອບ ຂົນຢາເສບຕິດ ດັ່ງກ່າວ ດຳເນີນຄະດີ ຕາມກົດໝາຍ ຂອງໄທ, ໂດຍບໍ່ມີການສົ່ງໂຕ ກັບໄປດຳເນີນຄະດີ ໃນລາວ ແລະ ຈະຂະຫຍາຍຜົນຕໍ່ໄປ.

ດັ່ງເຈົ້າໜ້າທີ່ຕຳຫຼວດ ນະຄອນພະນົມ ທ່ານໜຶ່ງ ກ່າວວ່າ:

“ຢູ່ໃນໄທເລີຍ ບໍ່ໄດ້ສົ່ງໄປ ເພາະວ່າເປັນຄວາມຜິດ ໃນເຂດເຮົາ, ດຳເນີນຄະດີ ໃນເຂດເຮົາ ກໍເປັນກົດໝາຍ ຂອງປະເທດນີ້ແຫຼະ ຢູ່ໃນໄທນີ້.”

ຈາກການສືບສວນເບື້ອງຕົ້ນ ທ້າວ ສົມສີ ໄດ້ສາລະພາບວ່າ ລາວໄດ້ຮັບຈ້າງ ຂັບລົດໃຫ້ນາຍທຶນ, ແຕ່ບໍ່ລະບຸວ່າ ນາຍທຶນລາວ ຫຼືໄທ, ແຕ່ໃຊ້ລົດ ປ້າຍທະບຽນໄທ ແຂວງອຸດອນທານີ, ເຊິ່ງນາຍທຶນ ບອກແຕ່ວ່າ ໃຫ້ຂັບລົດ ໄປສົ່ງຕາມຈຸດໝາຍ ທີ່ກຳນົດ, ໂດຍບໍ່ໄດ້ບອກວ່າ ໃນລົດມີຫຍັງ. ທ້າວ ສົມສີ ນຶກວ່າ ເປັນພຽງຊາກສັດປ່າ ແລະ ຊິ້ນສ່ວນສັດຫວງຫ້າມ ເທົ່ານັ້ນ ເພາະທີ່ຜ່ານມາ ເຄີຍເຮັດລັກສະນະນີ້ມາກ່ອນ. ໂດຍຄັ້ງທຳອິດ ເຄີຍຂັບລົດໄປໄວ້ ທີ່ຈຸດນັດໝາຍ ແລ້ວກໍຈະມີຄົນ ມາຂັບລົດເອົາໄປ. ສ່ວນຕົນເອງ ກໍໄປທ່ຽວເລາະຫຼິ້ນ. ຖ້າເຖິງເວລາແລ້ວ ເຂົາເຈົ້າກໍຈະຂັບລົດ ມາສົ່ງຈຸດໝາຍ ພ້ອມເງິນຄ່າຈ້າງ, ແຕ່ຄັ້ງນີ້ ພັດຖືກຈັບໄດ້.

ເຈົ້າໜ້າທີ່ ໄດ້ແຈ້ງຂໍ້ກ່າວຫາ ຕໍ່ທ້າວ ສົມສີ ນຳເຂົ້າຢາເສບຕິດ ໃຫ້ໂທດປະເພດ 1 (ຢາບ້າ), ເຊິ່ງເປັນສິ່ງຕ້ອງຫ້າມ ໃນການນຳເຂົ້າມາ ໃນຣາຊະອານາຈັກໄທ ແລະ ເປັນຄວາມຜິດ ທີ່ມີຢາເສບຕິດ ໄວ້ໃນຄອບຄອງ, ໂດຍບໍ່ໄດ້ຮັບອະນຸຍາດ.

ກ່ຽວກັບການລັກລອບ ຂົນຢາເສບຕິດ ຂ້າມປະເທດນີ້, ເຈົ້າໜ້າທີ່ຕຳຫຼວດ ໃນແຂວງຄຳມ່ວນ ທ່ານໜຶ່ງ ກໍກ່າວວ່າ ທາງດ່ານຝັ່ງຄຳມ່ວນ ກໍມີເຈົ້າໜ້າທີ່ ກວດກາປົກກະຕິ ເຊັ່ນກັນ ແລະ ຖ້າກວດພົບຢາເສບຕິດ ໄວ້ໃນຄອບຄອງ ຜູ້ລັກລອບ ກໍຖືກຈັບ ດຳເນີນຄະດີ ເຊັ່ນກັນ. ສ່ວນກໍລະນີທີ່ວ່າ ເຈົ້າໜ້າທີ່ ແຂວງນະຄອນພະນົມ ຝັ່ງໄທ ຈັບຜູ້ຂົນສົ່ງຢາເສບຕິດ ໄດ້ນັ້ນ, ກໍບໍ່ຈຳເປັນ ຈະຕ້ອງສົ່ງໂຕ ກັບມາດຳເນີນຄະດີ ຝັ່ງລາວ ແລະ ສາມາດເຮັດຕາມກົດໝາຍ ຂອງປະເທດນັ້ນໄດ້ເລີຍ.

“ກົດໝາຍລາວ ກໍລົງໂທດຄືກັນ ຄັນກໍລະນີວ່າ ລັດຖະບານ ບໍ່ຕ້ອງການໂຕ ກໍຖືວ່າ ກະທຳຜິດຢູ່ບ່ອນໃດ ກໍໃຫ້ບ່ອນນັ້ນ ເປັນຜູ້ດຳເນີນຄະດີ ຕາມຂັ້ນຕອນ ຂອງກົດໝາຍ ຂອງປະເທດນັ້ນ.”

ບັນຫາການລັກລອບ ຂົນຢາເສບຕິດ ຈາກລາວ ໄປໄທ ນີ້, ຊາວລາວ ໃນແຂວງຄຳມ່ວນ ທ່ານໜຶ່ງ ກໍກ່າວວ່າ ສຳລັບດ່ານ ຝັ່ງຄຳມ່ວນແລ້ວ ການກວດກາ ຂອງເຈົ້າໜ້າທີ່ລາວ ເຂົາເຈົ້າກວດກາ ແຕ່ເອກະສານ ໃນການເຂົ້າ-ອອກ ເທົ່ານັ້ນ, ບໍ່ໄດ້ຄົ້ນລະອຽດຄັກແນ່ ຈຶ່ງເຮັດໃຫ້ຄົນລາວ ລັກລອບຂົນຢາເສບຕິດ ໄດ້ງ່າຍ ແລະ ທີ່ຜ່ານມາ ເຫັນມີການລັກລອບ ທາງເຮືອ ຂ້າມແມ່ນ້ຳຂອງ ກໍມີ ແລະ ສ່ວນໃຫຍ່ແລ້ວ ການລັກລອບ ຂົນຢາເສບຕິດນີ້ ຈະມາຈາກ ທາງພາກເໜືອ ຂອງລາວ.

“ດ່ານຂົວມິດຕະພາບຫັ້ນຫວາ ສ່ວນຫຼາຍ ກໍເອກະສານຫັ້ນແຫຼະ ໂຕສຳຄັນເນາະ. ກໍບໍ່ໄດ້ເຖິງຂັ້ນຄົ້ນດອກເນາະ ກໍເບິ່ງເອກະສານຫັ້ນແຫຼະ. ໂອ້, ໂຕນັ້ນ ກໍມີບັນຫາຢູ່ເນາະ ລັກລອບນ່າ. ສ່ວນຫຼາຍ ເອົາມາທາງເໜືອເນາະ, ທາງເຮືອ ກໍມີ.”

ຢ່າງໃດກໍຕາມ, ການລັກລອບ ຂົນສົ່ງຢາເສບຕິດ ຈາກລາວ ຂ້າມໄປຍັງປະເທດໄທ ຍັງມີຢູ່ ເປັນໄລຍະ, ເຊິ່ງການລັກລອບ ຂອງຜູ້ຂົນສົ່ງ ຢາເສບຕິດ ສ່ວນໃຫຍ່ ຈະມີຫຼາຍເສັ້ນທາງ ທີ່ຈະນຳເຂົ້າ ຈາກລາວ ໄປຍັງປະເທດໄທ,​ ໂດຍພວກນີ້ ຈະເຮັດຕາມ ທີ່ນາຍທຶນສັ່ງ ເທົ່ານັ້ນ ໝາຍເຖິງວ່າ ເປັນພຽງຜູ້ຂົນສົ່ງ.​ ແຕ່ທີ່ຜ່ານມາ, ກໍຖືກເຈົ້າໜ້າທີ່ໄທ ຈັບໄດ້ຕະຫຼອດ.

ກ່ອນໜ້ານີ້, ໃນວັນທີ 25 ກຸມພາ 2024, ເຈົ້າໜ້າທີ່ ຝ່າຍຄວາມໝັ້ນຄົງ ຂອງແຂວງນະຄອນພະນົມ ກໍຈັບຄົນລາວໄດ້ 1 ຄົນ ຊື່ທ້າວ ເອື້ອນ ບໍ່ລະບຸວ່າ ເປັນຄົນແຂວງໃດ ເຂົ້າມາພັກອາໄສຢູ່ ຕາແສງນາຂະໝິ້ນ, ເມືອງໂພນສະຫວັນ ແຂວງນະຄອນພະນົມ ພ້ອມຂອງກາງ ຢາບ້າ 36 ມັດ ຈຳນວນ 72,000 ເມັດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.