ມີການວາງຂາຍ ນໍ້າໝາກໄມ້ ປົນກັນຊາ ຈາກໄທຍ ຢູ່ລາວ

ອຸ່ນແກ້ວ
2023.12.30
ມີການວາງຂາຍ ນໍ້າໝາກໄມ້ ປົນກັນຊາ ຈາກໄທຍ ຢູ່ລາວ ໂຕຢ່າງ ນ້ຳໝາກໄມ້ ປະສົມສານກັນຊາ ທີ່ວາງຈຳໜ່າຍ ທີ່ຮ້ານຄ້າ ແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ, ເດືອນທັນວາ 2023
Credit photos: ນັກຂ່າວພົລເມືອງ

ເມື່ອບໍ່ດົນມານີ້, ມີຣາຍງານວ່າ ຢູ່ນະຄອນຫຼວງວຽງຈັນ ມີຮ້ານອາຫານ ບາງແຫ່ງ ໄດ້ລັກລອບນໍາເຂົ້າ  ນໍ້າໝາກໄມ້ ທີ່ມີສ່ວນປະສົມ ຂອງກັນຊາ ຈາກປະເທດໄທຍ ມາຂາຍແບບຜິດກົດໝາຍ.

ສິນຄ້າດັ່ງກ່າວ ເປັນຂອງ ບໍຣິສັດ SNNP ທີ່ມີການເປີດໂຕຂາຍ ຢ່າງຖືກຕ້ອງ ຕາມກົດໝາຍ ໃນໄທຍ, ໂດຍລັກສະນະ ເຄື່ອງດື່ມນໍ້າໝາກໄມ້ ເປັນຂວດ ແບບພລາສຕິກ, ມີໂລໂກ້ຮູບພາບ ໃບກັນຊາຕິດໄວ້ ຢູ່ໃນຂວດ.

ກົດໝາຍຂອງລາວ ຫ້າມນໍ້າເອົາສິນຄ້າ ປະເພດດັ່ງກ່າວ ມາຈໍາໜ່າຍ ຖ້າເຈົ້າໜ້າທີ່ພົບເຫັນ ກໍຈະມີການຈັບຢຶດ ແລະ ດໍາເນີນ ຕາມກົດໝາຍທັນທີ. ເຈົ້າໜ້າທີ່ຕໍາຣວດ ຢູ່ນະຄອນຫຼວງວຽງຈັນ ທ່ານນຶ່ງ ໄດ້ກ່າວວ່າ:

“ໂຕນີ້ ບໍ່ໄດ້ເດ້ ເພາະກົດໝາຍລາວ ບໍ່ທັນໄດ້ຮອງຮັບ ບໍ່ທັນໄດ້ປົດລ໋ອກ ເຣື່ອງກັນຊານີ້, ຍົກເວັ້ນແຕ່ວ່າ  ກໍລະນີ ກະຊວງສາທາ ທີ່ເພິ່ນນໍາມາ ເປັນຍາປົວພຍາດເບາະ, ອີ່ຫຍັງຕ່າງໆ. ແຕ່ໂຕນັ້ນ, ມັນຕ້ອງແມ່ນ ການຄຸ້ມຄອງ ສະເພາະ, ພິເສດ ຂອງເພິ່ນ. ແຕ່ວ່າ ຊິເອົາມານຳ ມາຂາຍນີ້ ແມ່ນບໍ່ໄດ້ແຫຼະ. ເຮົາເຫັນ ພວກເຮົາກໍຈັບ. ປັດຈຸບັນ, ກໍຈັບກັນຢູ່.”

ປັດຈຸບັນ, ເຄື່ອງດື່ມນໍ້າໝາກໄມ້ ປະສົບສານກັນຊາ ຍັງບໍ່ທັນ ເປັນທີ່ນິຍົມກັນ ຂາຍທົ່ວໄປ, ແຕ່ຈະມີ ບາງຮ້ານເທົ່ານັ້ນ ທີ່ລັກລອບ ນໍາເຂົ້າມາຂາຍ. ພະນັກງານບາຣ໌ ແຫ່ງນຶ່ງ ຢູ່ນະຄອນຫຼວງວຽງຈັນ ໄດ້ກ່າວວ່າ:

“ຄັນຖ້າມີກັນຊານີ້, ໂຕນີ້ ເຮົາກໍບໍ່ແນ່ໃຈຄືກັນນ່າ. ບາງຮ້ານ ເຂົາຊິມີບໍ່ມີ, ແຕ່ວ່າ ຢູ່ນີ້ ບໍ່ໄດ້ນໍາເຂົ້າຈາກໄທຍ ມີແຕ່ນໍາເຂົ້າ ແຕ່ເບັຽ. ກັນຊາ ບໍ່ຄືຢູ່ໄທຍ ເນາະ. ຢູ່ລາວນີ້, ຍັງຜິດກົດໝາຍເດີ້, ເຣື່ອງກັນຊານີ້ ຢູ່ລາວນີ້ ບໍ່ໄດ້ ເພາະວ່າ ກັນຊາ ນີ້ ເພິ່ນຈະຫ້າມ.”

ໃນຂະນະທີ່ ເຈົ້າຂອງຮ້ານຄ້າ ແຫ່ງນຶ່ງ ທີ່ບໍ່ໄດ້ວາງຂາຍ ເຄື່ອງດື່ມ ປະເພດດັ່ງກ່າວ ໄດ້ກ່າວວ່າ:

“ກະບໍ່ແນ່ໃຈ ບໍ່ຮູ້ຄືກັນ. ບ່ອນອື່ນ ຮ້ານອື່ນ ລະເຮົາບໍ່ຮູ້ວ່າ ມີ ຫຼືວ່າບໍ່ມີ, ແຕ່ວ່າ ຮ້ານເຮົາບໍ່ໄດ້ນໍາເຂົ້າ, ບໍ່ມີ. ກະຜິດເລີຍແຫຼະ.”​

ຢູ່ປະເທດລາວ ກັນຊາ ຍັງຖືກກົດໝາຍ ແລະ ເຈົ້າໜ້າທີ່ ກໍຍັງດໍາເນີນກົດໝາຍ ກັບຜູ້ທີ່ຂາຍກັນຊາ. ຊາວນະຄອນຫຼວງວຽງຈັນ ທ່ານນຶ່ງ ຜູ້ທີ່ຮູ້ເຣື່ອງກັນຊາ ໄດ້ກ່າວວ່າ:

“ໂຕນີ້ ກໍໜ້າຈະມີເດ້, ແຕ່ວ່າ ເຮົາຍັງບໍ່ທັນໄດ້ລອງ. ກະມີ ມິນິມາທ ຢູ່ແຖວແຄມຂອງ ແຖວນັ້ນແຫຼະ. ຢູ່ລາວ ມັນຍັງບໍ່ທັນ ໄດ້ເສຣີເທື່ອ.”

ເຖິງວ່າກົດໝາຍ ຢູ່ປະເທດລາວ ຈະຫ້າມຂາຍກັນຊາ ກໍຕາມ, ແຕ່ກໍຍັງ ມີການລັກລອບປູກ ແລະ ຂາຍ ກັນຢູ່. ຊາວລາວອີກທ່ານນຶ່ງ ຜູ້ທີ່ຮູ້ເຣື່ອງກັນຊາ ໄດ້ກ່າວວ່າ:

“ຂອງໃໝ່. ບໍ່, ຍັງບໍ່ເຄີຍເຫັນເທື່ອ. ອັນຜິດກົດໝາຍນີ້ ກໍບໍ່, ມັນຄຸມເຄືອນ່າ. ແຕ່ວ່າ ລະມັດລະວັງ ເອົາ ໂຕນີ້. ຈະຜິດຮ້ອຍ ກໍບໍ່, ຈະຖືກ ກໍບໍ່, ແບບມັນກະຄຸມເຄືອ.”

ເຖິງຢ່າງໃດກໍຕາມ, ໃນປັດຈຸບັນ ກົດໝາຍ ຂອງລາວ ຍັງບໍ່ທັນມີ ການຮັບຮອງ ໃຫ້ກັນຊາ ເປັນພືດ ທີ່ຖືກຕ້ອງ ຕາມກົດໝາຍ. ສະນັ້ນ, ກັນຊາ ຍັງເປັນພືດ ທີ່ຕ້ອງຫ້າມ ແລະ ເປັນຢາເສບຕິດ ປະເພດຮ້າຍແຮງ, ຫ້າມບຸກຄົນໃດ ມີໄວ້ຄອບຄອງ ແລະ ລັກປູກ ໂດຍບໍ່ໄດ້ຮັບອະນຸຍາດ ຈາກທາງການ. ຖ້າພົບເຫັນ ຜູ້ຝ່າຝືນ ຈະຖືກປັບໃໝ ແລະ ລົງໂທສ ຕາມກົດໝາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.