ຣົດກູ້ພັຍ ຂຶ້ນທາງດ່ວນ ກໍຕ້ອງເສັຽເງິນ
2020.12.28
ຣົດກູ້ພັຍ ອອກໄປຮັບຄົນເຈັບ ຢູ່ຫຼັກ 52 ເມືອງໂພນໂຮງ ແຂວງວຽງຈັນ. ຄົນເຈັບຫັນໃຈ ຝືດ ຕ້ອງການສົ່ງມາໂຮງໝໍ ໃນເມືອງດ່ວນ. ຣົດກູ້ພັຍ ເລືອກເຂົ້າທາງດ່ວນ, ແຕ່ພະນັກງານ ບໍ່ມີນະໂຍບາຍ ຖ້າບໍ່ຈ່າຍ ກໍຜ່ານບໍ່ໄດ້. ໃນທີ່ສຸດ, ກູ້ພັຍຕ້ອງໄດ້ຈ່າຍ ປະມານ 26 ພັນກີບ ທັງໄປ-ກັບ, ໂດຍເຣີ່ມຈາກ ສະຖານີນາຊອນ ອອກທາງແຂວງວຽງຈັນ. ດັ່ງເຈົ້າໜ້າທີ່ກູ້ພັຍ ໃນນະຄອນຫຼວງວຽງຈັນ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 28 ທັນວາ 2020 ວ່າ:
“ເປັນດ່ານໂຕເຣີ່ມຕົ້ນ ຢູ່ນະຄອນຫຼວງວຽງຈັນເລີຍ ໂຕຢູ່ສີເກີດ. ຣົດກູ້ພັຍ, ຣົດພະຍາບານ ລະກໍຣົດດັບເພີງ ເກັບໝົດ. ລະບໍ່ວ່າຈະເປັນຣົດຄັນໃດ ເກັບໝົດ ທີ່ວ່າເປັນຣົດກູ້ພັຍ ເກັບປົກກະຕິ. ບໍ່ເຂົາໃຈວ່າ ເປັນຫຍັງ ເຖິງຍັງເກັບຢູ່, ຫັ້ນນ່າ. ບໍ່ມີນະໂຍບາຍ ເກັບເລີຍນ່າ.”
ເຈົ້າໜ້າທີ່ກູ້ພັຍ ໄດ້ກ່າວຕື່ມວ່າ ເຫດການນີ້ເກີດຂຶ້ນ ເມື່ອວັນທີ 27 ທັນວາ 2020 ເວລາ 02:00 ໂມງກາງຄືນ ແລະ ຄົນເຈັບ ທີ່ມາສົ່ງໂຮງໝໍ ຕອນນີ້ກໍປອດພັຍແລ້ວ.
ສ່ວນເຈົ້າໜ້າທີ່ກູ້ພັຍ ອີກທ່ານນຶ່ງ ໄດ້ກ່າວວ່າ ເມື່ອມີອຸບັດຕິເຫດ ຢູ່ທາງດ່ວນ ພວກເຮົາ ກໍຈຳເປັນ ຕ້ອງໄດ້ໄປຊ່ອຍ ຜູ້ປະສົບພັຍ. ດັ່ງນັ້ນ, ພວກເຮົາຄິດວ່າ ບໍ່ຄວນເກັບ ຄ່າຂຶ້ນທາງດ່ວນ ກັບຣົດສຸກເສີນ.
“ທີມງານກູ້ພັຍ ອອກໄປເອົາຄົນເຈັບ ຢູ່ທີ່ນັ້ນ ເພິ່ນຖືກເກັບເງິນ ເພິ່ນກໍເລີຍຈຳເປັນ ຕ້ອງໄດ້ເສັຽໃຫ້ ຍ້ອນວ່າມີຄົນເຈັບ ຢູ່ດ້ານໜ້າ. ຕາມທີ່ເຫັນ ກໍບໍ່ສົມຄວນ ເພາະເປັນຣົດສຸກເສີນ ຖ້າໃນກໍຣະນີ ມີຄົນເຈັບ ອຸບັດຕິເຫດ ໃນທາງດ່ວນ. ທີ່ນີ້ ມັນຕ້ອງໄດ້ເກັບ ເຮົາຈຳເປັນ, ຖ້າເຮົາບໍ່ໄປ ກະມັນບໍ່ແມ່ນ ຍ້ອນວ່າເຮົາເປັນ ອາສາສມັກ ຈຳເປັນຕ້ອງໄດ້ໄປ.”
ຕໍ່ກໍຣະນີດັ່ງກ່າວ ຜແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ຢືນຢັນວ່າ ປັດຈຸບັນ ຣົດສຸກເສີນ ແລະ ຣົດຕ່າງໆ ຍັງຕ້ອງເກັບ ຄ່າຂຶ້ນທາງດ່ວນ ວຽງຈັນ-ວັງວຽງ, ແຕ່ໃນອານາຄົດ ອາຈມີການ ຍົກເວັ້ນການເກັບ. ໃນໄລຍະນີ້, ຍັງຢູ່ໃນຣະຫວ່າງ ການປຶກສາຫາລື ແລະ ວາງແຜນ. ດັ່ງເຈົ້າໜ້າທີ່ ໄດ້ກ່າວວ່າ.
“ຄິດຄືກັນ ຄິດວ່າຈະຕ້ອງໄດ້ຍົກເວັ້ນ ມີວາງແຜນ-ແກ້ໄຂ ຫັ້ນແຫຼະ, ຄິດວ່າຕ້ອງເປັນແນວ ນັ້ນ. ດັດແກ້ຣະບຽບ ຫຼັກການ ແກ້ຣະບຽບກົດໝາຍໄປ.”
ອີງຕາມຂໍ້ຕົກລົງ ຂອງກະຊວງໂຍທາທິການ ແລະ ຂົນສົ່ງ ເລຂທີ 30428/ຍທຂ ລົງວັນທີ 18 ທັນວາ ປີ 2020 ວ່າດ້ວຍການຄຸ້ມຄອງ ສັມປະທານທາງດ່ວນ ວຽງຈັນ-ວັງວຽງມາດຕຣາ 40 ຣະບຸວ່າ ຍານພາຫະນະ ທີ່ຍົກເວັ້ນ ຄ່າຜ່ານທາງດ່ວນ ໃນໄລຍະ ປະຕິບັດໜ້າທີ່ ມີຣົດຕຳຣວດຈະຣາຈອນ ທີ່ປະຕິບັດໜ້າທີ່ສຸກເສີນ ແລະ ແກ້ໄຂອຸບັດຕິເຫດ ຕາມທາງດ່ວນ, ຣົດໂຮງໝໍ, ກູ້ພັຍ, ດັບເພີງ ແລະ ພາຫະນະອື່ນໆ ທີ່ຜູ້ສັມປະທານ ເປັນຜູ້ຕົກລົງ. ນອກຈາກນີ້, ຂໍ້ຕົກລົງດັ່ງກ່າວ ຍັງບໍ່ອະນຸຍາດ ໃຫ້ຣົດຖີບ, ຣົດຈັກ ແລະ ຣົດກະສິກັມ ເຂົ້າມາແລ່ນ ໃນທາງດ່ວນ.