ຊາວບ້ານ ຢູ່ເມືອງເຊໂປນ ໄດ້ຮັບຜົນກະທົບ ຈາກກິ່ນຂິວຂອງໂຮງງານຈີນ
2024.10.25
ຊາວບ້ານ ບ້ານຫ້ວຍສານ ເມືອງເຊໂປນ ແຂວງສະຫວັນນະເຂດ ໄດ້ຮັບກິ່ນຂິວທີ່ຖືກປ່ອຍມາຈາກໂຮງງານຈີນ ໃນເຂດບ້ານນັ້ນ ຊຶ່ງຊາວບ້ານ ຍັງບໍ່ຮູ້ແທ້ວ່າ ກິ່ນຂິວທີ່ວ່ານັ້ນ ມາຈາກໂຮງງານໃດແທ້ ຍ້ອນຢູ່ເຂດບ້ານນີ້ ມີໂຮງງານຕັ້ງຢູ່ 4-5 ໂຮງງານ. ກິ່ນຂິວດັ່ງກ່າວ ເປັນກິ່ນເໝັນເໜົ່າ ບາງເທື່ອກໍເປັນກິ່ນຄ້າຍຄືກັນກັບກິ່ນຫ້ອງນໍ້າ. ນອກຈາກກິ່ນຂິວ ກິ່ນເໝັນແລ້ວ ຍັງມີອາຍຄັວນ ອອກມານໍາອີກ. ມື້ໃດຝົນຕົກ ກິ່ນຂິວຈະຮຸນແຮງ ໜັກໜ່ວງຫລາຍ ທີ່ກະທົບໃສ່ຊີວິດການເປັນຢູ່ ຂອງຊາວບ້ານ, ອີງຕາມຄໍາເວົ້າຂອງຊາວບ້ານຫ້ວຍສານນາງນຶ່ງ ຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 25 ຕຸລາ 2024 ນີ້.
“ກິ່ນເໝັນອີ່ຫລີໄດ໋ ແບບບາງມື້ຈົນຢູ່ບໍ່ໄດ້ພຸ້ນໄດ໋ ຄືແບບກິ່ນເໜົ່າກິ່ນຫ້ອງນໍ້າອີ່ຫຍັງ ແບບເໝັນປະມານ ເໜົ່າ ເໝັນແບບບາງທີກໍແສບໝົດດັງໝົດຄໍ ແມ່ນເກືອບຸກມື້ ຄືຄັງບາງມື້ ແຮງຄືແບບອາຍຝົນອາຍໝອກນີ້ແຫລະ ຄວາມອາຍມັນຂຶ້ນມາຄັນມັນເໝັນແຮງຫັ້ນນ່າ ກໍບໍ່ແນ່ໃຈເນາະ ແບບວ່າໂຮງງານກໍຫລາຍໂຮງງານເດ້.”
ແລະຊາວບ້ານ ບ້ານຫ້ວຍສານອີກນາງນຶ່ງ ກໍເວົ້າວ່າ ກ່ອນໜ້ານີ້ ຊາວບ້ານເຄີຍໄດ້ຮັບຜົນກະທົບ ຈາກກິ່ນຂິວນັ້ນມາແລ້ວເທື່ອນຶ່ງ. ແຕ່ເມື່ອເດືອນທີ່ຜ່ານມາ ກໍມີກິ່ນຂິວ ຄ້າຍກິ່ນຫ້ອງນໍ້າເພີ້ມຂຶ້ນອີກ, ເຮັດໃຫ້ຊາວບ້ານໄດ້ຮັບຄວາມເດືອດຮ້ອນຫຼາຍກວ່າເກົ່າ ແລະຄາດວ່າ ໂຮງງານທີ່ສົ່ງກິ່ນຂິວມານັ້ນ ອາດຈະເປັນໂຮງງານຂອງນັກລົງທຶນຈີນ.
ຢູ່ບ້ານໃນກໍກິ່ນເປັນບາງເວລາ ແຕ່ວ່າຢູ່ຊານນອກກໍຂຶ້ນຕະຫລອດ ຂິວເໝັນແບບ ເໝັນຫ້ອງນໍ້ານີ້ແຫລະ ໂຕເໝັນແຮງເໝັນຄືຫ້ອງນໍ້າ ກໍໄດ້ກິ່ນແຕ່ເດືອນນີ້ແຫລະ.ຂິວຢາງຂິວນັ້ນຫັ້ນ ຂິວແຕ່ດົນແລ້ວ ມາຈາກໂຮງງານນີ້ແຫລະ ມັນຫລາຍໂຮງງານຢູ່ເນາະ ຈັກໂຮງງານໂຕໃດ ຈີນບໍ່ ບໍ່ມີດອກຂອງລາວ.”
ພ້ອມດຽວກັນນີ້ ຊາວບ້ານ ທີ່ເຮັດວຽກໃນໂຮງງານ ຢູ່ເຂດບ້ານຫ້ວຍສານ ນາງນຶ່ງ ກໍເວົ້າເຖິງໂຮງງານ ໃນເຂດບ້ານຫ້ວຍສານວ່າ ມີຫລາຍປະເພດ ເປັນຕົ້ນ ໂຮງງານຜະລິດຢາງຕີນລົດ, ໂຮງງານຂີ້ເຫຍື້ອ, ໂຮງງານຢາງ ຮວມເຖິງໂຮງ ງານຫຼອມໂລຫະ ຊຶ່ງໂຮງງານເຫລົ່ານັ້ນ ເປັນຂອງນັກລົງທຶນຕ່າງປະເທດທັງໝົດ ຄືນັກລົງທຶນຈີນ ແລະຫວຽດນາມ.
“ມັນມີໂຮງງານຢາງລົດ ໂຮງງານຂະຍະ ໂຮງງານອີ່ຫຍັງມີຫລາຍໆຢ່າງຫັ້ນແຫລະ ໂຮງງານຢາງພາລາ ມີຫລາຍຢູ່ແຖວນັ້ນຫັ້ນນ່າ ແມ່ນ ສ່ວນຫລາຍໂຮງງານຈີນ ກ່ຽວກັບແຮ່ທອງແຮ່ເງິນຫັ້ນແຫລະ ຂະເຈົ້າແບບຫລອມຫັ້ນນ່າ ມັນເປັນໂຮງງານທີ່ຫລອມເດ້ ສ່ວນຫລາຍກໍຄົນຈີນກັບຄົນຫວຽດ ເຮັດນໍາກັນ.”
ເມື່ອ 2 ປີກ່ອນ ປະຊາຊົນບ້ານຫ້ວຍສານ ກໍໄດ້ຮັບຜົນກະທົບ ຈາກກິ່ນຂິ່ວຂອງໂຮງງານຢາງ. ຊາວບ້ານໄດ້ຮຽກຮ້ອງໃຫ້ທາງການເມືອງ ຊ່ອຍໃຫ້ມີການແກ້ໄຂເລື້ອງກິ່ນຂິວ ຈາກໂຮງງານຍາງນັ້ນ ແລະທາງການເມືອງ ທີ່ກ່ຽວຂ້ອງກໍໄດ້ຊ່ອຍໃຫ້ມີການແກ້ໄຂບັນຫານັ້ນແລ້ວ. ສ່ວນກິ່ນຂິວໃໝ່ ທີ່ເກີດຂຶ້ນນີ້ ເຈົ້າໜ້າທີ່ ຫ້ອງການປົກຄອງເມືອງເຊໂປນ ທ່ານນຶ່ງ ກໍເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 25 ຕຸລານີ້ວ່າ ທາງຫ້ອງການຍັງບໍ່ໄດ້ຮັບແຈ້ງຈາກປະຊາຊົນເທື່ອ ດັ່ງນັ້ນຈຶ່ງຍັງບໍ່ທັນໄດ້ໄປກວດກາ ແລະບໍ່ສາມາດລະບຸໄດ້ວ່າ ຕົ້ນຕໍຂອງກິ່ນຂິວນັ້ນ ມາຈາກໂຮງງານທີ່ເຄີຍເກີດບັນຫາ ຫລືເປັນໂຮງງານອື່ນ.
“ຕະກີ້ນີ້ແມ່ນແທ້ ປະຊາຊົນເພິ່ນສະເໜີມາຢູ່ ແຕ່ວ່າດຽວນີ້ເຂົາກໍໄດ້ປັບປຸງແລ້ວ ຄືວ່າແຫລະ ຕົວຜະລິດຢາງມັນກໍກິ່ນຂິວອັນນັ້ນຢູ່ແລ້ວ ແຕ່ວ່າເປັນໂຮງງານອື່ນກໍບໍ່ມີຜົນກະທົບຫຍັງ ອັນນັ້ນກໍມີແຕ່ຖາມເບິ່ງອັນນັ້ນກ່ອນ ຂໍ້ມູນຄືນໃໝ່ ກ່ອນ ເພາະວ່າໂຮງງານມັນຍັງບໍ່ຫລືວ່າເພິ່ນເຊົາ ຍຸບໄປແລ້ວຫັ້ນນ່າ.”
ຢູ່ແຂວງສະຫວັນນະເຂດ ເມື່ອກ່ອນໜ້ານີ້ ຄືເດືອນກັນຍາ ທີ່ຜ່ານມາ ຊາວບ້ານ ບ້ານດົງຄຳຫຼວງ ນະຄອນໄກສອນ ພົມວິຫານ ກໍໄດ້ຮັບຜົນກະທົບ ຈາກກິ່ນຂິວ ຍ້ອນໂຮງງານ 2 ແຫ່ງ ທີ່ຜະລິດນ້ຳມັນເຕົາ ຊຶ່ງເອົານ້ຳມັນເຄື່ອງເກົ່າ ມາຜະລິດ ແລະໂຮງງານອົບຢາງຕີນລົດເກົ່າ ເພື່ອແຍກຢາງອອກໄປຕົ້ມ ແລະ ກັ່ນເປັນນ້ຳມັນເຕົາ, ເປັນຖ່ານກາກບອນ ແລະເຫຼັກລວດ ເພື່ອສົ່ງຂາຍໃຫ້ໂຮງງານອຸດສາຫະກຳ ຜະລິດຊີມັງ ແລະໂຮງງານເຫຼັກ. ໂຮງງານທີ່ວ່ານັ້ນ ສົ່ງກິ່ນຂິວຮຸນແຮງ ກະທົບຕໍ່ສະພາບແວດລ້ອມ ແລະການເປັນຢູ່ຂອງຊາວບ້ານ ຢ່າງຕໍ່ເນື່ອງ. ທັງ 2 ໂຮງງານນີ້ ເປັນຂອງບໍລິສັດດຽວກັນ ຄືບໍລິສັດ ຟໍຈູນ ຈຳກັດ ຂອງນັກລົງທຶນຈີນ.
ແລະຢູ່ເມືອງເຊໂປນ ກໍເຄີຍມີກໍລະນີກິ່ນຂິວ ເກີດຂຶ້ນໃນປີ 2018 ຍ້ອນ ໂຮງ ງານຜລິດເຈ້ຽ ຊັນເປເປີ້ ໂຮນດິ້ງລາວ ຈໍາກັດ (Sun Paper Holding Lao) ທີ່ຕັ້ງຢູ່ ບ້ານມັ່ນຈິ ປ່ອຍນໍ້າເສຽລົງໃສ່ຫ້ວຍອາລອງ ເຮັດໃຫ້ນໍ້າໃນຫ້ວຍເກີດກິ່ນຂິວ ເໝັນ ເປັນພິດ ປາຕາຍ ແລະຊາວບ້ານ 2 ຄົນ ເກີດອາກອນຖອກທ້ອງ ຍ້ອນໄດ້ເອົາປາ ຈາກຫ້ວຍທີ່ວ່ານີ້ ໄປກິນ.