ໄຂ້ເລືອດອອກກໍາລັງ ຄຸກຄາມເດັກນ້ອຍ
2013.07.16

ຜແນກ ສາທາຣະນະສຸຂ ໃນ ນະຄອນຫລວງ ວຽງຈັນ ເຕືອນ ໃຫ້ເຝົ້າ ຣະວັງ ເດັກນ້ອຍ ເປັນ ໄຂ້ເລືອດອອກ.
ເຈົ້າໜ້າທີ່ ສາທາຣະນະສຸຂ ວ່າ ຕັ້ງແຕ່ ຕົ້ນປີ 2013 ມານີ້ ມີເດັກນ້ອຍ ຕິດເປັນ ໄຂ້ເລືອດອອກ ໃນ ນະຄອນຫລວງ ວຽງຈັນ 395 ຄົນ ແລ້ວ ແລະ ເສັຽຊີວິດ 4 ຄົນ ຈຶ່ງຢາກ ຮຽກຮ້ອງໃຫ້ ເບິ່ງແຍງ ເດັກນ້ອຍ ເປັນພິເສດ ດັ່ງທ່ານ ໄດ້ກ່າວ:
"ເອີ້ ໂຕເລກມັນ ອັບເດດ ເອີ້ ໂຕນີ້ ຢູ່ ນະຄອນຫລວງ ວຽງຈັນ ເຮົາ ປະມານ 395 ເພາະວ່າ ນັກສຶກສາ ປີ 6 ທີ່ ຈະສາມາດ ຊ່ວຍ ປິ່ນປົວໄດ້ ສີ່ລົງບ້ານ ນໍາ ຂະບວນການ ປາບ ແຫ່ລງ ເພາະພັນ ຍຸງລາຍ".
ທ່ານວ່າ ຢູ່ໂຮງໝໍ ເດັກນ້ອຍ ຕັ້ງແຕ່ ຕົ້ນປີ ມານີ້ ມີເດັກນ້ອຍ ເຂົ້າມາ ປິ່ນປົວ ພຍາດ ທົ່ວໄປ 16,300 ຄົນ ໃນນັ້ນ ມີເດັກນ້ອຍ ຕິດ ໄຂ້ເລືອດອອກ 395 ຄົນ ຊື່ງຖືວ່າ ໜ້າເປັນຫ່ວງ. ທາງກະຊວງ ຈຶ່ງໄດ້ສົ່ງ ນັກສຶກສາ ແພດສາຕ ປີທີ່ 3 ແລະ ປີທີ 6 ລົງໄປ ຊ່ວຍວຽກ ໃນໂຮງໝໍ ເດັກແລ້ວ. ໃນຂະນະ ດຽວກັນ ຢູ່ໂຮງໝໍ ມະໂຫສົດ ມີລາຍງານ ວ່າ ສະເພາະ ເດືອນ ມີຖຸນາ ເດັກນ້ອຍ ປ່ວຍຕິດ ໄຂ້ເລືອດອອກ ມີ 308 ຄົນ ແລະ ຈາກວັນທີ່ 1 ຫາ 11 ກໍຣະກະດາ ເທົ່ານັ້ນ ມີເດັກນ້ອຍ ຕິດ ໄຂ້ເລືອດອອກ 194 ຄົນ ຈຶ່ງຢາກໃຫ້ ພໍ່ແມ່ ເອົາໃຈໃສ່ ເປັນພິເສດ ນໍາ ເດັກນ້ອຍ. ຖ້າຫາກວ່າ ມີອາການ ປ່ວຍເປັນ ໄຂ້ ຄີງຮ້ອນສູງ ກໍຢາກໃຫ້ ເອົາໄປ ໂຮງໝໍ ໂລດ.
ລາຍງານ ລ້າສຸດ ຂອງ ກະຊວງ ສາທາຣະນະສຸກ ແຈ້ງວ່າ ຜູ້ປ່ວຍເປັນ ໄຂ້ເລືອດອອກ ທັງເດັກນ້ອຍ ແລະ ຜູ້ໃຫ່ຽ ໃນທົ່ວປະເທດ ມາເຖິງ ວັນຈັນ ທີ່ 15 ກໍຣະກະດາ 2013 ນີ້ ມີເຖິງ 23,468 ຄົນ ແລະ ມີຜູ້ເສັຽຊີວິດ ໄປແລ້ວ ເຖິງ 69 ຄົນ.