ນະຄອນຫຼວງວຽງຈັນ ເສັຽຊີວິດ 2 ຄົນ ກ່ອນໂອກາດປີໃໝ່

ໄຊຍາ
2020.12.30
ນະຄອນຫຼວງວຽງຈັນ ເສັຽຊີວິດ 2 ຄົນ ກ່ອນໂອກາດປີໃໝ່ ໜ່ວຍອາສາກູ້ພັຍ ພວມຊ່ອຍເຫຼືອ ຜູ້ໄດ້ຮັບບາດເຈັບ ຈາກອຸບັດຕິເຫດ ຕາມທ້ອງຖນົນ ໃນນະຄອນຫຼວງວຽງຈັນ.​ ຖ່າຍຮູບເມື່ອ: ປີ 2015. ໂດຍ: PV
RFA

ກ່ອນເຂົ້າຊູ່ການເຝົ້າຣະວັງ 7 ວັນອັນຕະຣາຍໃນໂອກາດສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່

ຢູ່ນະຄອນຫຼວງວຽງຈັນເສັຽຊີວິດຍ້ອນອຸບັດຕິເຫດແລ້ວ 02 ຄົນ ຈາກອຸບັດຕິເຫດທັງໝົດ 30 ປາຍກໍຣະນີ. ສາເຫດຫຼັກຍ້ອນເມົາແລ້ວຂັບ. ດັ່ງເຈົ້າໜ້າທີ່ອາສາກູ້ພັຍນະຄອນຫຼວງ

ວຽງຈັນໄດ້ກ່າວຕໍ່ເອເຊັຽເສຣີເມື່ອວັນທີ 28 ທັນວາ 20 ວ່າ:

“ກາຖືວ່າມີອຸບັດຕິເຫດຫຼາຍຂື້ນມື້ລະ 20-30 ກໍຣະນີນັບຕັ້ງແຕ່ວັນທີ 25 ມາເຈົ້າກໍມີຜູ້ເສັຽຊີວິດນຳມີຜູ້ບາດເຈັບນໍາສ່ວນຫຼາຍກາເກີດຈາກສີ່ງມືນເມົາ.”

ຕາມການຣາຍງານຂອງເຈົ້າໜ້າທີ່ຜູ້ເສັຽຊີວິດຈາກອຸບັດຕິເຫດທັງສອງຣາຍຢູ່ນະຄອນຫຼວງ ວຽງຈັນໃນຣະຫວ່າງວັນທີ 25-26 ທັນວາ ຜ່ານມານັ້ນ. ຣາຍທຳອິດເກີດຈາກຣົດຈັກຕຳ

ຣົດໃຫຍ່ຢູ່ທີ່ສີ່ແຍກບ້ານຊຽງດາ ເມືອງໄຊເສດຖາແລະຣາຍທີສອງຂີ່ຣົດຈັກລົ້ມເອົງທີ່ບ້ານ ສະພັງເມິກ ເມືອງໄຊທານີ. ສ່ວນການເຝົ້າຣະວັງໃນ 07ວັນອັນຕະຣາຍເຣີ້ມແຕ່ວັນທີ 27 ທັນວາ 20 ຫາ ວັນທີ 02 ມົກຣາ 21.

ເຈົ້າໜ້າທີ່ໜ່ວຍກູ້ພັຍທີ່ຮັບຜິດຊອບເມືອງປາກງື່ມ ນະຄອນຫຼວງວຽງຈັນກໍຍອມຮັບວ່າ ອຸບັດຕິເຫດໃນໄລຍະ 7 ວັນອັນຕະຣາຍປະຈຳປີນີ້ເຣີ້ມຕົ້ນມີອຸບັດຕິເຫດເກີດຂື້ນຫຼາຍກໍຣະ ນີແລະເຣີ້ມມີຜູ້ເສັຽຊີວິດແລ້ວ.ສາເຫດນອກຈາກເມົາແລ້ວຂັບຖນົນຫົນທາງກໍເປັນຂຸມເປັນບໍ່

ເວລາມືນເມົາຂັບຂີ່ກໍພາໃຫ້ເກີດອຸບັດຕິເຫດໄດ້ງ່າຍ.

“ແຕ່ວ່າປີນີ້ຢາກວ່າມາແຮງກ່ວາປີກາຍໃດເພາະວ່າບັນດາຫ້ອງການອີ່ ຫຍັງກາເຣີ້ມກິນລ້ຽງແລ້ວອຸບັດຕິເຫດມັນເຣີ້ມມີທຸກມື້. ສ່ວນຫຼາຍແມ່ນເມົາແລ້ວກາຕົກຂຸມ ລົ້ມເອັງແລ້ວກາເປັນນຳເສັ້ນທາງທີ່ມີຂຸມເປ່ເພບໍ່ ບໍ່ອີ່ຫຍັງບໍ່ຊິນ່າສ່ວນຫຼາຍກາລົ້ມເອັງຕຳ ແລ້ວໜີ.”

ໂຮງໝໍມິດຕະພາບໃນນະຄອນຫຼວງວຽງຈັນໃຫ້ການຢືນຢັນວ່ານັບແຕ່ວັນທີ 25 ທັນວາ ເປັນຕົ້ນມາມີຄົນເຈັບຍ້ອນອຸບັດຕິເຫດຖືກນໍາສົ່ງຫ້ອງສຸກເສີນສະເລັ່ຽມື້ນຶ່ງ 60 ຄົນ ແຕ່ ຍັງຣະບຸໂຕເລກບໍ່ໄດ້ຊັດເຈັນ.

“ປະມານຢູ່ 60 ປາຍ 60 ປາຍຕໍ່ມື້ ເຮົາໃຫ້ປາກເປົ່າບໍ່ໄດ້ໂຕນີ້ຄັນ ຊິເອົາຕ້ອງມີໃບສເນີມາຫາໂຮງໝໍມິດຕະພາບຄນະອຳນວຍການເດີ້.”

ຊາວນະຄອນຫຼວງວຽງຈັນໃຫ້ຄຳເຫັນວ່າອຸບັດຕິເຫດທີ່ເກີດຂື້ນແຕ່ລະປີໂດຍສະເພາະແມ່ນ ບຸນປີໃໝ່ສາກົລ ແລະ ປີໃໝ່ລາວ ກໍລ້ວນແລ້ວແຕ່ເກີດຈາກເມົາແລ້ວຂັບ. ເຊີ່ງເປັນບັນຫາ ທີ່ຍັງແກ້ໄຂບໍ່ໄດ້.

“ບໍ່ໄດ້ສະຫຼອງອີ່ສັງດອກສ່ວນຫຼາຍເກີດອຸບັດເຫດນັ້ນມີແຕ່ຂະເຈົ້າກິນ ເຫຼົ້າເມົາອີ່ສັງຫັ້ນແຫຼະເນາະ. ຄົນປົກກະຕິນີ້ກາບໍ່ເປັນດອກສາເຫດເມົາແລ້ວຂັບໄປຕຳຫັ້ນ ຕຳນີ້ຊິນ່າຂະເຈົ້າກາແລ່ນໄວຈັ່ງຊິນ່າແລ້ວກາເກີດອຸບັດຕິເຫດ.”

ເມົາແລ້ວຂັບສາເຫດຫຼັກຂອງການເກີດອຸບັດຕິເຫດຢູ່ແຂວງຄຳມ່ວນ. ໃນໄລຍະເຝົ້າຣະ ວັງ 7 ວັນອັນຕະຣາຍທາງແຂວງກໍໄດ້ໂຄສະນາປະຊາສັມພັນໃຫ້ນັກຂັບຂີ່ມີສະຕິ ເມົາ ຢ່າຂັບ. ຜ່ານມາກ່ອນ 7 ວັນອັນຕະຣາຍ ອຸບັດຕິເຫດໃນແຂວງຄຳມ່ວນເກີດຂື້ນ ປະມານ 5-6 ກໍຣະນີ. ດັ່ງເຈົ້າໜ້າທີ່ກ່ຽວຂ້ອງໄດ້ກ່າວວ່າ:

“ກາປະມານ 5-6 ຄັ້ງແລ້ວເສັຽຊີວິດຍັງບໍ່ມີເນາະມີແຕ່ບາດເຈັບສ່ວນ ຫຼາຍດື່ມສີ່ງມືນເມົາລົງໂຄສະນາບໍ່ໃຫ້ຂະເຈົ້າເມົາແລ້ວບໍ່ຂັບ.”

ອີງຕາມການຣາຍງານຂອງກົມຕຳຣວດຈະຣາຈອນ ປິ 2019 ຜ່ານມາໃນໄລຍະ 7 ວັນອັນຕະຣາຍ ທົ່ວປະເທດມີອຸບັດຕິເຫດເກີດຂື້ນທັງໝົດ 190 ກໍຣະນີໃນນີ້ມີຜູ້ເສັຽຊີວິດ 27 ຄົນ. ເຊີ່ງຈຳນວນຜູ້ເສັຽຊີວິດຫຼຸດລົງ 11 ຄົນເມື່ອທຽບ ໃສ່ປີ 2018.

ກະຊວງໂຍທາທິການແລະຂົນສົ່ງໄດ້ຣາຍງານເມື່ອວັນທີ 31 ຕຸລາ 20 ວ່າ ໃນປີ 2019 ທົ່ວປະເທດມີອຸບັດຕິເຫດເກີດຂື້ນ 6,616 ກໍຣະນີ. ມີຜູ້ໄດ້ຮັບບາດເຈັບ 1,516 ຄົນ, ເສັຽຊີວິດ 1,134ຄົນ. ສະເລັ່ງແລ້ວແຕ່ລະມື້ມີອຸບັດຕິເຫດເກີດຂື້ນປະມານ 15-17 ກໍຣະນີ ໃນນັ້ນອັດຕຣາທີ່ສູງກ່ວາໝູ່ແມ່ນອາຍຸຣະຫວ່າງ 25-30ປີ. ສ່ວນເວລາທີ່ມັກເກີດອຸບັດຕິ ເຫດຢູ່ໃນຣະຫວ່າງເວລາ 17:00-22.00 ໂມງ ມູນຄ່າເສັຽຫາຍທາງດ້ານເສຖກິຈແລະສັງ ຄົມຕໍ່ຜູ້ເສັຽຊີວິດປະມານ 1,474 ຕື້ກີບ. ນັບແຕ່ປີ 2002 ຫາ 2019 ອຸບັດຕິເຫດເພີ່ມຂື້ນ 44%.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Dec 31, 2020 12:30 PM

ເຫດການອຸບັດຕິເຫດ ຕາມທ້ອງຖະຫນົນຢູ່ລາວ ເກີດຂຶ້ນເປັນປະຈຳ ເຊິ່ງທາງການລາວ ກໍບໍ່ສາມາດຫລຸດຜ່ອນບັນຫານີ້ໄດ້ເລີຍ ຍິ່ງໄປກ່ວາກັນ ລົດຕຳຄົນເຈັບແລ້ວຫນີ ກໍມີຫລາຍ ເຊິ່ງເປັນເລື້ອງທີ່ໜ້າເປັນຫ່ວງ ຜູ້ທີ່ຂີ່ລົດຈັກ ທີ່ຖືກລົດໃຫຍ່ຕຳແລ້ວຫລົບຫນີ ແຕ່ສ່ວນຫລາຍເຈົ້າຫນ້າທີ່ ກໍ່ບໍ່ສາມາດນໍາຈັບໂຕໄດ້ ຢາກໃຫ້ທາງພັກລັດ ເອົາໃຈໃສ່ແກ້ໄຂບັນຫາດັ່ງກ່າວ. ບັນຫາເກີດຂຶ້ນສ່ວນຫລາຍແມ່ນ ກິນເຫລົ້າເບຍເມົາແລ້ວຂັບ ຕໍ່ມາກໍ່ບໍ່ປະຕິບັດກົດຈາລະຈອນ. ຜູ້ທີ່ໄດ້ຮັບເຄາະຮ້າຍກໍແມ່ນ ປະຊາຊົນທຸກຍາກຂີ່ລັດຈັກ ເຫດການອຸບັດຕິເຫດດັ່ງກ່າວ ເຫັນໄດ້ທຸກໆມື້ ຈາກເຟດບຸກ ແຕ່ເຈົ້າຫນ້າທີ່ ຍັງບໍ່ສາມາດ ຫລຸດຜ່ອນໄດ້