ຄົນໄຂ້ເລືອດອອກ ມີເພີ້ມຂຶ້ນ


2013.07.03
F-mosquito ຍຸງກົ້ນລາຍ ເປັນໂຕນໍາເຊື້ອໂຣຄ ໄຂ້ເລືອດອອກ ຫລື ຍຸງຊນິດອື່ນ ກໍສາມາດ ນໍາເຊື້ອໂຣຄ ຕ່າງໆ ຂຍາຍໂຕໄດ້
worklivelaos

 

ເຈົ້າຫນ້າທີ່ ກະຊວງ ສາທາຣະນະສຸກ ສປປລາວ ເປີດເຜີຍວ່າ ສະພາບ ການຣະບາດ ຂອງ ເຊື້ອໂຣຄ ໄຂ້ເລືອດອອກ ໃນເຂດ ນະຄອນຫລວງ ວຽງຈັນ ໃນປີນີ້ ຮ້າຍແຮງ ກວ່າ ປີ ທີ່ຜ່ານມາ ຄືມີ ຜູ້ເສັຽຊິວິດ ແລ້ວ 15 ຄົນ ແລະ ໃນ ທົ່ວປະເທດ ມີຄົນເສັຽ ຊິວິດ ກວ່າ 50 ຄົນ. ການຣະບາດ ໃນປີນີ້ ມີຜູ້ປ່ວຍ ສູງກວ່າປີ ທີ່ ຜ່ານມາ 5 ເທົ່າ. ດັ່ງທ່ານ ກ່າວວ່າ:

"ໄຂ້ເລືອດອອກ ປັດຈຸບັນ ນີ້ 2325 ກໍຣະນີ ເສັຽຊິວິດ 15 ຄົນ ເຂົາເລີ້ມ ເກັບຂໍ້ມູນ ເປັນມື້ແລ້ວ".

ອິງຕາມ ຂໍ້ມູນ ຈາກ ຫ້ອງການ ຜແນກ ສາທາຣະນະສຸກ ທີ່ ນະຄອນຫລວງ ວຽງຈັນ ໃຫ້ ມາສະເພາະ ໃນເດືືອນ ມິຖຸນາ ປີ 2013 ມີຜູ້ປ່ວຍ ເປັນ ໄຂ້ເລືອດອອກ ເພິ້ມຂຶ້ນ 88 ລາຍ. ໃນ ປັດຈຸບັນ ມີ 115 ບ້ານ ມີຜູ້ຕິດ ເຊຶ້ອໂຣຄ ໄຂ້ເລືອດອອກ ຫລາຍ ກວ່າ 5 ຄົນ ຖ້າທຽບໃສ່ ຣະຍະ ດຽວກັນ ຂອງ ປີ 2010 ທີ່ມີ ການຣະບາດ ແຮງ ການຣະບາດ ໃນປີນີ້ ມີຜູ້ປ່ວຍ ຫລາຍກວ່າ 5 ເທົ່າ ຂອງ ປີ 2010.

ປັດຈຸບັນ ໃນລາວ ມີຜູ້ປ່ວຍ ຍ້ອນໂຣຄ ໄຂ້ເລືອດອອກ ກວ່າ 13,000 ຄົນ ແລະ ມີຜູ້ເສັຽ ຊິວິດ ແລ້ວ ປະມານ 52 ຄົນ ທີ່ ແຂວງ ຈຳປາສັກ ມີຜູ້ປ່ວຍ ປະມານ 1900 ຄົນ ເສັຽຊິວິດ 18 ຄົນ ແຂວງ ສາຣະວັນ ມີຜູ້ປ່ວຍ 1700 ຄົນ ເສັຽຊິວິດ 6 ຄົນ ສວັນນະເຂດ ປ່ວຍ 1500 ຄົນ ເສັຽຊິວິດ 8 ຄົນ ແລະ ແຂວງອຶ່ນໆ ມີຜູ້ປ່ວຍ ຣະຫວ່າງ 100 ຫາ 1000 ຄົນ ແລະ ແຂວງ ທີ່ມີຜູ້ປ່ວຍ ຫນ້ອຍກວ່າ ຫມູ່ ແມ່ນ ແຂວງຊຽງຂວາງ ທີ່ມີ ຜູ້ເສັຽຊິວິດ 3 ຄົນ.

ທ່ານວ່າ ອາການ ຂອງ ຜູ້ທີ່ຕິດເຊຶ້ອ ນັ້ນ ຈະມີໄຂ້ ຂຶ້ນສູງ ຕົວຮ້ອນ ໃນຣະຍະ 2-7 ວັນ ເບື່ອ ອາຫານ ຫນ້າແດງ ເຈັບຫົວ ປວດຮາກ ມີຈຸດເລືອດ ສີແດງ ຂຶ້ນ ຕາມໂຕ ຫາກມີ ອາການ ແບບນີ້ ຄວນໄປ ຫາຫມໍ ໂດຍດ່ວນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.