ຊາວວຽງຈັນວ່ານໍ້າປະປາຂຸ່ນ


2013.08.19
f-water ສະຖານນີ ດູດນໍ້າ ກໍມີບັນຫາ ເວລາຣະດັບ ນໍ້າຂອງ ບົກແຫ້ງລົງ
Photo: Khamphanh

 

ຊາວ ນະຄອນຫລວງ ວຽງຈັນທນ໌ ເດືອດຮ້ອນ ຍ້ອນ ນໍ້າປະປາ ຂຸ່ນ ແລະ ມີກິ່ນຕົມ.

ເມື່ອບໍ່ດົນມານີ້ ນໍ້າປະປາ ໃນຫລາຍເມືອງ ຂອງ ນະຄອນຫລວງ ວຽງຈັນທນ໌ ຂຸ່ນ ແລະ ມີກິ່ນຕົມ ໂດຍສະເພາະ ຢູ່ 5 ຕົວເມືອງ ເຊັ່ນ: ເມືອງ ຈັນທະບູລີ, ສີໂຄດຕະບອງ, ສີສັດຕະນາກ, ໄຊເສດຖາ ແລະ ເມືອງໄຊທານີ. ມີຫລາຍຄົນ ບອກວ່າ ນໍ້າປະປາ ຂຸ່ນຜິດ ປົກກະຕິ ແລະ ມີກິ່ນຕົມ ປົນຢູ່ນໍາ ເຮັດໃຫ້ຄົນ ບໍ່ໝັ້ນໃຈ ແລະ ບໍ່ກ້າໃຊ້ ນໍ້າປະປາ ຄົວກິນ, ມີແຕ່ໃຊ້ ລ້າງສ່ວຍ ເທົ່ານັ້ນ. ຊາວບ້ານດົງໝ້ຽງ ເມືອງ ຈັນທະບູລີ ທ່ານນຶ່ງ ເວົ້າວ່າ:

"ມັນຫາ ກໍຂຸ່ນທິດນີ້ແຫລະ ສອງສາມ ອາທິດກ່ອນ ກໍບໍ່ເຫັນຂຸ່ນ ຂຸ່ນຫລາຍດຽວນີ້ ຂ້ອຍກໍບໍ່ກ້າ ໃຊ້ປານໃດ ຢ້ານມັນມີ ຫລາຍແນວນໍ ນໍ້າບໍ່ສະອາດ ຢ້ານສານເຄມີ ສານອິຫຍັງ ນີ້ແຫລະ".

ແລະ ຊາວບ້ານດົງນາໂຊກ ເມືອງສີໂຄດຕະບອງ ທີ່ຂໍສະຫງວນຊື່ ທ່ານນຶ່ງ ກໍໄດ້ກ່າວຕໍ່ຜູ້ສື່ຂ່າວເອເຊັຍເສຣີວ່າ ລາວແລະຄົນ ໃນໝູ່ບ້ານ ດຽວກັນ ໄດ້ໂທຣະສັບ ເບີສາຍດ່ວນ ຂອງ ຣັດວິສາຫະກິດ ນໍ້າ ປະປາລາວ 1169 ຫລາຍເທື່ອແລ້ວ ສ່ວນໃຫຍ່ແມ່ນ ສາຍບໍ່ຫວ່າງ ຫຼືວ່າ ບໍ່ມີ ຄົນຮັບສາຍ ເລີຍບໍ່ຮູ້ແນວຊິເຮັດ. ທ່ານຢາກໃຫ້ ພາກສ່ວນທີ່ ກ່ຽວຂ້ອງ ໂດຍສະເພາະ ຣັດວິສາຫະກິດ ນໍ້າປປາລາວ ຮີບຮ້ອນແກ້ໄຂ ບັນຫາ ດັ່ງກາວ ເພາະ ປະຊາຊົນ ເດືອດຮ້ອນ, ບໍ່ມີນໍ້າ ປະປາ ສະອາດໃຊ້ ມາໄດ້ ຫລາຍມື້ແລ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.