ສປປລໄດ້ທຶນເພີ້ມໃນໂຄງການ ນໍ້າສະອາດ


2013.10.16
F-RFA ສປປລໄດ້ທຶນເພີ້ມໃນໂຄງການ ນໍ້າສະອາດ
RFA

 

ບໍຣິສັດ PanAust ຊຶ່ງເປັນບໍຣິສັດອອສເຕຣເລັຽ ທີ່ຂຸດຄົ້ນບໍ່ແຮ່ຢູ່ລາວ ແລະທະນາຄານພັທນາເອເຊັຍ ຈະໃຫ້ການຊ່ວຍເຫລືອຮ່ວມກັນ 41 ລ້ານດອນລາສະຫະຣັຖ ເພື່ອສົມທົບເຂົ້າໃນໂຄງການ ກໍ່ສ້າງຣະບົບນໍ້າປະປາ ແລະຣະບົບ ສຸຂອະນາມັຍໃຫ້ແກ່ປະຊາຊົນໃນ 11 ຕົວເມືອງ ທົ່ວປະເທດລາວ ທີ່ຕ້ອງໄດ້ໃຊ້ງົປມານທັງໝົດ 46.55 ລ້ານດອນລາ.

ໜັງສືພີມຂອງບໍຣິສັດອອສເຕຣເລັຽ ໄດ້ແຈ້ງໃນມື້ວັນຈັນຜ່ານມານີ້ວ່າ ທາງບໍຣິສັດແພນອອສຕ໌ (Pan-Aust) ຈະໃຫ້ເງິນທຶນທັງໝົດ 6 ລ້ານ ດອນລາ ສ່ວນທະນາຄານພັທນາເອເຊັຽຈະໃຫ້ທຶນທັງໝົດ 35 ລ້ານດອນລາສ່ວນທີ່ເຫລືອ 5.55 ລ້ານດອນລາ ນັ້ນຈະເປັນໜ້າທີ່ ທາງການ ລາວ ແລະປະຊາຄົມທ້ອງຖິ່ນ ທີ່ຈະຮ່ວມກັນອອກສົມທົບ.

ທ່ານ Gary Stafford ຜູ້ອຳນວຍການດ້ານບໍຣິຫານ ຂອງບໍຣິສັດແພນອອສຕ໌ ໄດ້ແຈ້ງວ່າທາງບໍຣິສັດກໍມີຄວາມດີໃຈ ທີ່ມີສ່ວນຮ່ວມໃນໂຄງ ການກໍ່ສ້າງຣະບົບນໍ້າປະປາ ແລະທໍ່ລະບາຍດ້ານສຸຂອະນາມັຍດັ່ງກ່າວຊຶ່ງກ່ອນໜ້ານີ້ ທາງທະນາຄານພັທນາເອເຊັຽ ກໍໄດ້ໃຫ້ການສນັບສນູນ ໂຄງການກໍ່ສ້າງ ຣະບົບນໍ້າປະປາ ແລະຣະບົບທໍ່ສຸຂອະນາມັຍ ທີ່ໄດ້ຜົນດີສໍາເຣັດໄປແລ້ວ 3 ໂຄງການດ້ວຍກັນ ຕາມຕົວເມືອງ ຂນາດນ້ອຍ ຕ່າງໆ 31 ແຫ່ງ ແລະຍັງມີແຜນ ທີ່ຈະດຳເນີນຕໍ່ໄປ ໃຫ້ແລ້ວຕື່ມອີກ 12 ແຫ່ງພາຍໃນປີ 2015.

ຢ່າງໃດກໍຕາມ ບໍຣິສັດແພນອອສຕ໌ ເປັນບໍຣິສັດທີ່ລົງທຶນຫລາຍໃນເມືອງລາວ ຊຶ່ງປັດຈຸບັນນີ້ 90% ແມ່່ນການລົງທຶນໃນໂຄງການ ຂຸດຄົ້ນບໍ່ ແຮ່ຢູ່ພູເບັ້ຽ ແລະກໍເປັນບໍຣິສັດທີ່ໄດ້ຮັບການສນັບສນູນແລະໃຫ້ຄວາມເຊື່ອໝັ້ນຫລາຍທີ່ສຸດ ໃນບັນດາຂອງບໍຣິສັດທີ່ມີການລົງທຶນໃນພູມີພາກ ເອເຊັຽດັ່ງກ່າວນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.