ການເກັບກູ້ລະເບີດ ບໍ່ທັນແຕກ ຂາດເຂີນ ເຄື່ອງມືທີ່ຈຳເປັນ ຫຼາຍຢ່າງ

ຈຳປາທອງ
2023.11.29
ການເກັບກູ້ລະເບີດ ບໍ່ທັນແຕກ ຂາດເຂີນ ເຄື່ອງມືທີ່ຈຳເປັນ ຫຼາຍຢ່າງ ພາຫະນະໃໝ່ ຈຳນວນ 31 ຄັນ, ເຕັ້ນ 52 ຫຼັງ ແລະ ອຸປະກອນອື່ນໆ ທີ່ຣັຖບານສະຫະຣັຖ ອາເມຣິກາ ໄດ້ມອບໃຫ້ໂຄງການ ເກັບກູ້ລະເບີດແຫ່ງຊາຕ ຫຼື UXO Lao. ພິທີມອບທີ່ ສູນຝຶກອົບຮົມ ຂອງໂຄງການ ເກັບກູ້ລະເບີດແຫ່ຊາຕ (ຄກລ) ວັນທີ 6 ມີນາ 2023.
ຮູບພາບ: U.S. Embassy in Vientiane

ໜ່ວຍງານເກັບກູ້ລະເບີດບໍ່ທັນແຕກ ໃນຫລາຍແຂວງຂອງລາວ ໂດຍສະເພາະ ທີ່ຂຶ້ນກັບອົງການເກັບກູ້ລະເບີດ ບໍ່ທັນແຕກແຫ່ງ ສປປ ລາວ ຫລື UXO Lao ຍັງປະສົບບັນຫາ ຂາດເຂີນ ອຸປະກອນຫລາຍຢ່າງ ສໍາລັບໃຊ້ເຂົ້າໃນວຽກງານກວດກາ ແລະເກັບກູ້ລະເບີດ. ການຂາດເຂີນເຄື່ອງມືຄືດັ່ງກ່າວ ມີສ່ວນເຮັດໃຫ້ການກວດກາ ແລະການເກັບກູ້ລະເບີດບໍ່ທັນແຕກ ໃນຫລາຍພື້ນທີ່ ຊັກຊ້າ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ໜ່ວຍງານເກັບກູ້ລະເບີດ ໃນແຂວງນຶ່ງຂອງລາວ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 29 ພຶສຈິການີ້.

ໂອ໋! ກະຂາດເຂີນວັດຖຸອຸປະກອນຫັ້ນແຫລະ, ເຄື່ອງກວດບໍ່ອິສັງຕ່າງໆຫັ້ນແຫລະ ທີ່ຕ້ອງການໃຫ້ຊ່ວຍເຫລືອຫັ້ນນ່າ ແລ້ວກໍວັດຖຸອຸປະກອນຮັບໃຊ້ເນາະ ກະເຮັດໃຫ້ການດໍາເນີນງານ ບໍ່ເປັນໄປຕາມເປົ້າໝາຍ ຊັກຊ້າຊີ້ນ່າ. ຖ້າວ່າບໍ່ຄົບຖ້ວນ ມີຜົລກະທົບແນວນັ້ນ.

ພ້ອມດຽວກັນນີ້ ເຈົ້າໜ້າທີ່ໜ່ວຍງານເກັບກູ້ລະເບີດບໍ່ທັນແຕກ ຢູ່ອີກແຂວງນຶ່ງ ເວົ້າເຖິງໜ່ວຍງານຂອງຕົນວ່າ ປະສົບບັນຫາ ຂາດເຂີນເຄື່ອງມື ແລະອຸປະກອນຫລາຍຢ່າງ ເປັນຕົ້ນ ພາຫະນະ ແລະອຸປະກອນສໍາລັບເກັບກໍາສະຖິຕິຂໍ້ມູນ ການກວດລະເບີດບໍ່ທັນແຕກ ແລະພະນັກງານ ທີ່ລົງພາກສນາມ ບໍ່ມີຄວາມຮູ້ເຣື່ອງການນໍາໃຊ້ເຄື່ອງມືນັ້ນ.

ພາຫະນະຮັບໃຊ້ ແລ້ວກະອຸປະກອນອິເລັກໂຕຣນິກ, ການສົ່ງເສີມທາງດ້ານທັກສະໄອທີຫັ້ນນ່າ. ເຣື່ອງຄອມຜິວເຕີ້ ການນໍາໃຊ້ນີ້ແຫລະ. ຫົວໜ້າພວກເຮົາຍັງບໍ່ມີໂນດບຸກ, ບໍ່ມີບັນທຶກເຄື່ອງອິເລັກໂຕຣນິກຫັ້ນນ່າ ແບບຄອມພິວເຕີ້ສໍາລັບຫົວໜ້າທີມ.

ເຈົ້າໜ້າທີ່ ໜ່ວຍງານເກັບກູ້ລະເບີດ ບໍ່ທັນແຕກຂອງອົງການນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 29 ພຶສຈິການີ້ ເຖິງໜ່ວຍງານເກັບກູ້ລະເບີດ ບໍ່ທັນແຕກ ອີກຈໍານວນນຶ່ງ ທີ່ຂຶ້ນກັບປະເທດຕ່າງໆ ທີ່ຢູ່ນອກອົງການ UXO Lao ວ່າ ບໍ່ມີບັນຫາທາງດ້ານອຸປະກອນ ແລະງົບປະມານ ຍ້ອນຍັງໄດ້ຮັບທຶນຈາກຕ່າງ ປະເທດຢູ່ເລື້ອຍໆ ແລະເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງຕ່າງໆ ຕາມປົກກະຕິຢູ່.

ປົກກະຕິຄືທຸກມື້ນີ້  ພວກເຮົາໄດ້ທຶນຊ່ວຍເຫລືອ ຈາກກະຊວງການຕ່າງປະເທດ ຂອງອາເມຣິກາ ກະພຽງພໍຢູ່. ທາງເຮົາຈະເປັນລັກສະນະກວດ ແລະເກັບກູ້ລະເບີດເນາະ ເກັບລະເບີດຢູ່ພາກສນາມ ເຊກອງ, ອັດຕະປື ແລ້ວກໍແຂວງຈໍາປາສັກ.

ຍ້ອນການກວດກາ ແລະເກັບກູ້ລະເບີດບໍ່ທັນແຕກ ລ່າຊ້າ ຢູ່ຫລາຍບ່ອນນັ້ນ ຈຶ່ງເຮັດໃຫ້ການບຸກເບີກເນື້ອທີ່ ເຮັດການກະເສດ ຂອງຊາວບ້ານ ໄດ້ເທື່ອລະໜ້ອຍ ເພື່ອຄວາມປອດໄພ.

ດັ່ງພະນັກງານເກັບກູ້ລະເບີດບໍ່ທັນແຕກ ນາງນຶ່ງເວົ້າວ່າ:

ສົມມຸດມັນຕົກຢູ່ໃນພື້ນທີ່ ທີ່ວ່າອົງການເຮົາກວດຢູ່ເນາະ ເພິ່ນກະສິຂໍໃຫ້ໄປກວດຫັ້ນນ່າ ມັນຈໍາເປັນທີ່ວ່າເຮົາຕ້ອງກວດ ຫລືວ່າເຮົາຕ້ອງການທໍາມາຫາກິນຫັ້ນ ເຊັ່ນວ່າທົ່ງໄຮ່ທົ່ງນາ ຫລືວ່າເປັນຮົ້ວສວນປະມານນັ້ນ.

ສໍາລັບຢູ່ແຂວງຊຽງຂວາງ ຊຶ່ງເປັນແຂວງນຶ່ງ ທີ່ມີລະເບີດບໍ່ທັນແຕກຫລາຍທີ່ສຸດນັ້ນ ຊາວບ້ານຜູ້ນຶ່ງ ຢູ່ແຂວງນີ້ເວົ້າວ່າ ໃນປີນີ້ ເຈົ້າໜ້າທີ່ກໍໄດ້ໄປເກັບກູ້ລະເບີດ ເຮັດໃຫ້ຊາວບ້ານ ອຸ່ນໃຈຫລາຍຂຶ້ນ ແລະກໍມີຄວາມໝັ້ນໃຈໃນການບຸກເບີກເນື້ອທີ່ ເຮັດການກະເສດ.

ເອີ! ຢູ່ຊຽງຂວາງນີ້ຫວາ ລະເບີດຫັ້ນຫາກມີ ແຕ່ວ່າບາງບ່ອນກະບໍ່ມີດອກລະເບີດ ເຂົາກະໝົດແລ້ວ ໝົດລະ ກະຫາກບໍ່ເປັນຫຍັງ ກະຄຸ້ນເຄີຍແລ້ວ ເປັນດິນກະສິກັມຫັ້ນແຫລະ ດິນເຮັດໜອງປູໜອງປາ ເຮັດອັນນີ້ຫັ້ນແຫລະ.

ກ່ອນໜ້ານີ້ ທ່ານ ໂຈມແຍງ ແພງທອງສະວັດ ຫົວໜ້າຫ້ອງການຄະນະກັມມະການ ຄຸ້ມຄອງແຫ່ງຊາຕ ເພື່ອແກ້ໄຂບັນຫາ ລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ລາວ ໄດ້ກ່າວຕໍ່ສື່ມວນຊົນ ເມື່ອເດືອນກັນຍາທີ່ຜ່ານມາວ່າ ການເກັບກູ້ລະເບີດ ບໍ່ທັນແຕກໃນບາງແຂວງ ຍັງຕ້ອງການທຶນຮອນ ແລະການຝຶກອົບຮົມ ພະນັກງານ ຊຶ່ງປັດຈຸບັນ ມີງົບປະມານຈໍາກັດ ແລະສາມາດແກ້ໄຂໃຫ້ແຂວງ ທີ່ມີຄວາມຈໍາເປັນກ່ອນເທົ່ານັ້ນ.

ຫລ້າສຸດນີ້ ມີຣາຍງານວ່າ ເນື້ອທີ່ໃນແຂວງຊຽງຂວາງ ຫລາຍກວ່າ 18,000 ເຮັກຕ້າຣ໌ ໄດ້ສໍາເຣັດການເກັບກູ້ລະເບີດບໍ່ທັນແຕກແລ້ວ, ໄດ້ເກັບກູ້ເກືອບເຖິງ 600,000 ລູກ. ສ່ວນໃຫຍ່ ແມ່ນເນື້ອທີ່ເຮັດການກະເສດ. ຢູ່ແຂວງຊຽງຂວາງໃນປີນີ້ ກໍໄດ້ເກີດເຫດລະເບີດແຕກທັງໝົດ 8 ຄັ້ງ ເຮັດໃຫ້ມີຜູ້ເສັຽຊີວິດ 5 ຄົນ ອີງຕາມຣາຍງານຂອງໜັງສືພິມ ວຽງຈັນທາມສ໌ ວັນທີ 10  ພຶສຈິກາ 2023 ນີ້.

ອີງຕາມຂໍ້ມູນ ຈາກຄະນະກັມມະການ ຄຸ້ມຄອງແຫ່ງຊາຕ ເພື່ອແກ້ໄຂບັນຫາ ລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ລາວ ເມື່ອເດືອນກັນຍາ 2023 ນີ້, ມາຮອດປັດຈຸ ບັນ ການເກັບກູ້ລະເບີດບໍ່ທັນແຕກໃນລາວ ສາມາດເກັບກູ້ໄດ້ທັງໝົດ 81,640 ເຮັກຕ້າຣ໌ ແລະໄດ້ທໍາລາຍລະເບີດບໍ່ທັນແຕກ ໄດ້ຫລາຍກວ່າ 1 ລ້ານ 8 ແສນລູກ.

ອົງການເກັບກູ້ລະເບີດບໍ່ທັນແຕກແຫ່ງ ສປປ ລາວ ບໍ່ພຽງແຕ່ປະສົບບັນຫາ ຂາດ ເຂີນອຸປະກອນເຄື່ອງໃຊ້ຫລາຍຢ່າງເທົ່ານັ້ນ ແຕ່ຫາກຍັງຂາດເຂີນງົບ ປະມານ ໃນການຈ້າງພະນັກງານຕື່ມອືກ.

ສະເພາະຢູ່ 3 ແຂວງພາກໃຕ້ ຂອງລາວ ໄດ້ຢຸດສະງັກວຽກງານ ມາໄດ້ 1 ປີແລ້ວ ຍ້ອນບໍ່ມີງົບປະມານ, ພະນັກງານ 35 ຄົນ ບໍ່ໄດ້ຮັບເງິນເດືອນ ມາໄດ້ 4 ເດືອນແລ້ວ, ແລະ ຍັງລໍຖ້າເງິນຊ່ວຍເຫລືອ 800 ລ້ານເຢັນ ຂອງຍີ່ປຸ່ນຢູ່

ເວົ້າເຣື່ອງການຊ່ອຍເຫລືອງົບປະມານ ໃນການແກ້ໄຂບັນຫາດັ່ງກ່າວ ນັບແຕ່ປີ 1990 ເປັນຕົ້ນມາ ຣັຖບານສະຫະຣັຖ ອາເມຣິກາ ໄດ້ໃຫ້ ການຊ່ອຍເຫລືອ ຮວມມູນຄ່າ 230 ລ້ານໂດລ້າຣ໌ສະຫະຣັຖ ເຊິ່ງໄດ້ ນຳໃຊ້ເຂົ້າໃນວຽກງານ ແກ້ໄຂບັນຫາລະເບີດ ບໍ່ທັນແຕກ ແລະ ຊ່ອຍເຫລືອຜູ້ເຄາະຮ້າຍ ເພື່ອຫລຸດຜ່ອນ ອາການບາດເຈັບ, ເສັຍຊີວິດ ທີ່ເກີດຈາກ ອຸບັດຕິເຫດ ລະເບີດແຕກໃສ່ ແລະ ເພີ່ມເນື້ອທີ່ດິນ ທີ່ປອດໄພ ໃນການຜລິດກະສິກັມ ແລະບໍ່ດົນມານີ້ ເມື່ອວັນທີ 6 ມີນາ 2023 ທີ່ຜ່ານມາ ຣັຖບານ ສະຫະຣັຖ ອາເມຣິກາ ໄດ້ສນອງ ພາຫະນະ ແລະ ອຸປະກອນ ໃຫ້ແກ່ ໂຄງການເກັບກູ້ລະເບີດ ແຫ່ງຊາຕ ເພື່ອນໍາໃຊ້ໃນວຽກງານ ເກັບກູ້ລະເບີດ ບໍ່ທັນແຕກຢູ່ 4 ແຂວງ ເປັນຕົ້ນ ແຂວງຄໍາມ່ວນ, ສວັນນະເຂດ, ສາຣະວັນ ແລະ ອັດຕະປື ການຊ່ວຍເຫລືອຄັ້ງນີ້ ແມ່ນມີຣົຖ 31 ຄັນ, ຣົຖຈັກ 7 ຄັນ, ເຕັ້ນສນາມ 52 ດາງ ແລະ ອຸປະກອນໄອທີອື່ນໆ ຮວມມູນຄ່າ 1.3 ລ້ານ ໂດລ້າຣ໌ສະຫະຣັຖ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.