ຜູ້ໄດ້ຮັບເຄາະຮ້າຍ ຈາກລະເບີດບໍ່ທັນແຕກ ເດັກນ້ອຍກວມເອົາເກືອບ 60%

ໄຊຍາ
2024.07.19
ຜູ້ໄດ້ຮັບເຄາະຮ້າຍ ຈາກລະເບີດບໍ່ທັນແຕກ ເດັກນ້ອຍກວມເອົາເກືອບ 60% ວຽກງານ ສ້າງຄວາມຫວັງໃຫ້ກັບປະຊາຊົນ ພາຍຫຼັງການເກັບກູ້ລະເບີດບໍ່ທັນແຕກ ໃນປະເທດລາວ ຢູ່ແຂວງຊຽງຂວາງ. ເດືອນຕຸລາ 2023.
Photo Credit: Ulo Phommachantone

ຜູ້ໄດ້ຮັບເຄາະຮ້າຍ ຈາກອຸປະຕິບັດລະເບີດບໍ່ທັນແຕກ ຂອງ 6 ເດືອນຕົ້ນປີ 2024 ມີຊາວບ້ານປະສົບອຸປະຕິເຫດ ທີ່ກ່ຽວຂ້ອງກັບລະເບີດບໍ່ທັນແຕກ 43 ຄົນໃນນີ້ໄດ້ຮັບບາດເຈັບ 36 ຄົນ ແລະ ເສັຍຊີວິດ 7 ຄົນ. ໃນຈຳນວນດັ່ງກ່າວເປັນເດັກນ້ອຍ ທີ່ໄດ້ຮັບບາດເຈັບ 25 ຄົນແລະເປັນເດັກຊາຍ 5 ຄົນ.

 ສະເພາະເມືອງນໍ້າບາກ ແຂວງຫຼວງພຣະບາງຖືເປັນເມືອງຈຸດສຸມ ຂອງລະເບີດບໍ່ທັນແຕກທີ່ຍັງຕົກຄ້າງຢູ່ໃນແຂວງເຊີ່ງໃນເດືອນທີ່ຜ່າ ນມານີ້ກໍ່ມີເດັກນ້ອຍເສັຍຊີວິດຈາກລະເບີດບໍ່ທັນແຕກເຖິງ 2 ຄົນແລະໄດ້ຮັບບາດເຈັບ 1 ຄົນ. ນອກຈາກເມືອງນໍ້າບາກແລ້ວ ກໍ່ຍັງມີເມືອງງອຍ ແລະ ເມືອງພູຄູນ ແມ່ນເປັນເຂດເມືອງທີ່ຍັງມີລະເບີດບໍ່ທັນແຕກ ຕົກຄ້າງຫຼາຍເຊັ່ນກັນ. ດັ່ງເຈົ້າໜ້າທີ່ປະຈຳຫ້ອງການໂຄງການເກັບກູ້ລະເບີດແຫ່ງຊາດປະຈຳແຂວງຫຼວງພຣະບາງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 19 ກໍລະກົດ 2024 ວ່າ:

“ມີມີແຕ່ຢູ່ເມືອງນໍ້າບາກເດືອນແລ້ວຫັ້ນນ່າ ຂະເຈົ້າຫຼີ້ນລູກບົມບີ້ຫັ້ນນ່າຕາຍສອງຄົນ, ເຈັບຜູ້ໜຶ່ງເດັກນ້ອຍເດັກນ້ອຍແປດປີເກົ້າປີນີ້ແຫຼະ ເພາະວ່າຂະເຈົ້າໄປເອົາເຫຼັກໄປຫຼີ້ນ ໄປເຫັນແນວນັ້ນລູກລະເບີດ ຂະເຈົ້າວ່າເປັນເຫຼັກເສດ ແລ້ວໄປໂຍນຫຼີ້ນໄປພັດເອົາມາຂາຍໃຫ້ຫວຽດຈັ່ງຊີ້ນ່າ.”

ເຈົ້າໜ້າທີ່ກ່າວຕື່ມວ່ານັບແຕ່ປີ 2022-2023 ການເກັບກູ້ລະເບີດຢູ່ແຂວງຫຼວງພຣະບາງ ໄດ້ຢຸດສະຫງັກໄປຍ້ອນຂາດເຂີນທຶນ ສະໜັບສະໜູນໃນການສຳຫຼວດແລະເກັບກູ້ລະເບີດ. ຫຼ້າສຸດໃນເດືອນມັງກອນປີນີ້ໄດ້ເລີ່ມກັບມາເຮັດການສຳຫຼວດ ແລະເກັບກູ້ອີກຄັ້ງໜຶ່ງ ຍ້ອນໄດ້ຮັບທຶນສະໜັບສະໜູນ ຈາກສະຫະລັດອາເມຣິກາ.

ເຈົ້າໜ້າທີ່ຫ້ອງການ UXO Lao ແຂວງຄຳມ່ວນກ່າວວ່າການຂາດເຂີນທຶນ ໃນການເກັບກູ້ລະເບີດແມ່ນເປັນບັນຫາທີ່ໜ່ວຍງານ ເກັບກູ້ລະເບີດຫຼາຍ ແຂວງຕ້ອງພົບພໍ້ມາຕະຫຼອດ ແລະທຶນທີ່ບໍ່ພຽງພໍນີ້ເຮັດໃຫ້ວຽກງານການເກັບກູ້ລະເບີດ ເຮັດໄດ້ບໍ່ທົ່ວເຖິງແລະບໍ່ສາມາດຈ້າງພະນັກງານເກັບກູ້ລະເບີດໄດ້.

“ພະນັກງານມັນກໍ່ຂື້ນກັບທຶນພຸ້ນແຫຼະ ຜູ້ໃຫ້ທຶນພຸ້ນແຫຼະເນາະເລື່ອງພໍ ມັນກໍບໍ່ພໍແດ່ເນາະເລື່ອງພໍເພາະວ່າຕາມທຶນ ທີ່ເພິ່ນໃຫ້ມາຫັ້ນແຫຼະພະນັກງານ ເຮົາກໍ່ໄດ້ເນາະສົມມຸດວ່າເພິ່ນມີທຶນນຫຼາຍ ກໍ່ຂະຫຍາຍພື້ນທີ່ກໍ່ໄດ້ແຕ່ວ່າທຶນບໍ່ມີກໍ່ໄດ້ເອົາຕາມທຶນ ເພິ່ນໃຫ້ມາສະໜອງທຶນໃຫ້ເທົ່າໃດ ເຮົາກໍ່ເຮັດຕາມທຶນເພິນໃຫ້ຫັ້ນທຶນຂອບເຂດການຊ່ວຍເຫຼືອ ມັນອາດຈະປີຕໍ່ປີບໍອາດຈະ 3 ປີບໍ່.”

ຊາວບ້ານເມືອງເຊໂປນ ແຂວງສະຫວັນນະເຂດກ່າວວ່າ ເມືອງເຊໂປນກໍ່ເປັນໜຶ່ງໃນສາມເມືອງທີ່ຍັງມີລະເບີດ ບໍ່ທັນແຕກຫຼາຍກ່ວາເມືອງອື່ນໆ ໃນແຂວງສະຫວັນນະເຂດໂດຍບໍລິເວນທີ່ພົບລະເບີດ ບໍ່ທັນແຕກສ່ວນຫຼາຍກໍ່ເປັນທົ່ງນາ ແລະເຂດເຮັດໄຮ່ເຮັດສວນ. ໂດຍປີນີ້ຍັງບໍ່ມີຜູ້ເສັຍຊີວິດ ຈາກອຸປະຕິເຫດທີ່ກ່ຽວຂ້ອງກັບລະເບີດ ບໍ່ທັນແຕກເທື່ອ. ໃນປີກາຍກໍ່ມີເດັກນ້ອຍຊັ້ນປະຖົມ ເສັຍຊີວິດຈາກການຫຼີ້ນລະເບີດແຕ່ທີ່ຜ່ານມາກໍ່ຍັງບໍ່ມີການໂຄສະນາ ກ່ຽວກັບເລື່ອງນີ້ໃນເຂດບ້ານຢ່າງທົ່ວເຖິງ.

“ຍັງຫຼາຍຢູ່ ມັນເປັນທົ່ງຖຽງນາເປັນຂອງປະຊາຊົນ ເຂົາເຮັດໄຮ່ເຮັດນາຫັ້ນແຫຼະ ປີນີ້ບໍ່ມີແຕ່ປີກາຍປີກ່ອນມັນມີຢູ່ນ່າ ເປັນເດັກນ້ອຍເດ້ເຂົາຫຼີ້ນ ແລ້ວແຕກເດ້ໄປຢູ່ແຄມນາຫັ້ນນ່າ.”

ຊາວບ້ານຢູ່ເມືອງຊານໄຊ ແຂວງອັດຕະປືກ່າວວ່າ ລະເບີດບໍ່ທັນແຕກຢູ່ຕາມແລວປ່າ ທີ່ເປັນເສັ້ນທາງຂົນສົ່ງແລະລໍາລຽງລະເບີດ ໃນໄລຍະສົງຄາມເຊີ່ງປະຈຸບັນບໍລິເວັນນີ້ອາດ ບໍ່ມີຄົນຢູ່ຈະມີພຽງແຕ່ຊາວບ້ານທີ່ເຂົ້າໄປຫາເຄື່ອງປ່າ ຂອງດົງບາງສ່ວນ. ຜ່ານມາໃນເຂດເມືອງຊານໄຊ ກໍ່ຍັງບໍ່ມີຜູ້ເສັຍຊີວິດຈາກລະເບີດບໍ່ທັນແຕກເທື່ອ.

“ໂຕນີ້ມີຫຼາຍແຕ່ເຮົາກໍ່ບໍ່ຮູ້ວ່າ ມັນຢູ່ຈຸດໃດເດ້ແມ່ນໆ ຢູ່ໃນເຂດນອກຢູ່ເຂດແຖວປ່າ ແຖວຫຍັງມັນບໍ່ໄດ້ຢູ່ໃນເຂດຕົວເມືອງ ຍັງບໍ່ໄດ້ຍີນຂ່າວຫັ້ນນ່າແຕ່ກໍ່ບໍ່ແນ່ໃຈວ່າ ມີຫຼືບໍ່ມີແຕ່ວ່າຂ້ອຍກໍ່ບໍ່ໄດ້ຍີນຂ່າວວ່າ ໃນເມືອງຊານໄຊມີປະຊາຊົນຖືກລະເບີດບໍ່.”

ວັນທີ 11 ມັງກອນ 2024 ຜ່ານມາໄດ້ເກີດເຫດລະເບີດຝັງດິນແຕກ ຢູ່ເຂດບ້ານວຽງໄຊ ເມືອງພູວົງ ແຂວງອັດຕະປື ເຮັດໃຫ້ຊາວບ້ານກຳລັງເຮັດສວນມັນໄດ້ຮັບບາດເຈັບ 5 ຄົນ, ຊາຍ 3 ຄົນ ໃນນັ້ນເປັນເດັກນ້ອຍ 1 ຄົນ ແລະ ຍິງ 2 ຄົນ.

ໃນເດືອນເມສາ ຄະນະກໍາມະການແຫ່ງຊາດ ເພື່ອແກ້ໄຂບັນຫາ ລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ ເປີດເຜີຍວ່າ ນັບແຕ່ປີ 1996 ຫາ ທ້າຍເດືອນມີນາ 2024 ນີ້, ບັນດາພາກສ່ວນກ່ຽວຂ້ອງ ທັງອົງການພາກລັດ ແລະ ອົງການຈັດຕັ້ງສາກົນ ສາມາດກວດ ແລະ ເກັບກູ້ລະເບີດ ໃນເຂດເນື້ອທີ່ດິນທັງໝົດ 87,323 ເຮັກຕ້າຣ໌ປາຍ ແລະ ທຳລາຍລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຈຳນວນ 1,915,780 ປາຍໜ່ວຍ.

ສໍາລັບບັນຫາລະເບີດບໍ່ທັນແຕກ ທີ່ຍັງຕົກຄ້າງ, ກໍຍັງສືບຕໍ່ ສ້າງຄວາມເສຍຫາຍ ໃຫ້ແກ່ຊາວບ້ານ ແລະ ເດັກນ້ອຍ ຢ່າງຮ້າຍແຮງ. ໂດຍໃນປີ 2024 ນີ້, ໄດ້ເກີດມີອຸບັດຕິເຫດ ລະເບີດແຕກໃສ່ປະຊາຊົນ ຈຳນວນ 10 ຄັ້ງ, ມີຜູ້ຖືກເຄາະຮ້າຍ ຈຳນວນ 21 ຄົນ. ໃນນັ້ນ, ເປັນເດັກນ້ອຍ ອາຍຸລະຫວ່າງ 5 ຫາ 16 ປີ ຈຳນວນເຖິງ 12 ຄົນ ຫຼືຫຼາຍກວ່າເຄິ່ງນຶ່ງ ຂອງຜູ້ຖືກເຄາະຮ້າຍທັງໝົດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.