ລະເບີດ ບໍ່ທັນແຕກ ໃນບາງສົງຄາມ ກວ່າ 2 ລ້ານໜ່ວຍ ຖືກເກັບກູ້-ທຳລາຍ

ໄຊຍາ
2024.04.16
ລະເບີດ ບໍ່ທັນແຕກ ໃນບາງສົງຄາມ ກວ່າ 2 ລ້ານໜ່ວຍ ຖືກເກັບກູ້-ທຳລາຍ ພະນັກງານໂຄງການເກັບກູ້ລະເບີດແຫ່ງຊາດ ປະຈຳແຂວງສະຫວັນນະເຂດ ສຳເລັດການທຳລາຍລະເບີດໃຫຍ່ ຢູ່ເມືອງເຊໂປນ. ວັນທີ 20 ກຸມພາ 2024.
Photo: Lao National Unexploded Ordnance Programme

ເມື່ອບໍ່ດົນມານີ້, ຄະນະກໍາມະການແຫ່ງຊາດ ເພື່ອແກ້ໄຂບັນຫາ ລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ ເປີດເຜີຍວ່າ ນັບແຕ່ປີ 1996 ຫາ ທ້າຍເດືອນມີນາ 2024 ນີ້, ບັນດາພາກສ່ວນກ່ຽວຂ້ອງ ທັງອົງການພາກລັດ ແລະ ອົງການຈັດຕັ້ງສາກົນ ສາມາດກວດກູ້ລະເບີດ ໃນເຂດເນື້ອທີ່ດິນທັງໝົດ 87,323 ກວ່າເຮັກຕ້າຣ໌ ແລະ ທຳລາຍລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຈຳນວນ​ 1,915,780 ກວ່າໜ່ວຍ.

ສໍາລັບບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ກໍຍັງສືບຕໍ່ ສ້າງຄວາມເສຍຫາຍ ໃຫ້ແກ່ຊາວບ້ານ ແລະ ເດັກນ້ອຍ ຢ່າງຮ້າຍແຮງ. ໂດຍໃນປີ 2024 ນີ້, ໄດ້ເກີດມີອຸບັດຕິເຫດ ລະເບີດແຕກໃສ່ປະຊາຊົນ ຈຳນວນ 10 ຄັ້ງ, ມີຜູ້ຖືກເຄາະຮ້າຍ ຈຳນວນ 21 ຄົນ. ໃນນັ້ນ, ເປັນເດັກນ້ອຍ ອາຍຸລະຫວ່າງ 5 ຫາ 16 ປີ ຈຳນວນເຖິງ 12 ຄົນ ຫຼືຫຼາຍກວ່າເຄິ່ງນຶ່ງ ຂອງຜູ້ຖືກເຄາະຮ້າຍທັງໝົດ. ແລະ ກໍຍັງມີຊາວບ້ານ ພົບເຫັນລະເບີດ ລະຫວ່າງການໄຖສວນໄຖນາ ຫຼື ລະຫວ່າງເດີນທາງໄປຫາເຄື່ອງປ່າຂອງດົງ ເພື່ອລ້ຽງຊີບຂອງຕົນ ຊຶ່ງກໍພາໃຫ້ເກີດຄວາມຍາກລຳບາກ ຕໍ່ການຫາຢູ່ຫາກິນ ແລະ ການດຳລົງຊີວິດ ຂອງຊາວບ້ານ.

ກ່ຽວກັບເລື່ອງນີ້ຊາວບ້ານຢູ່ແຂວງຄໍາມ່ວນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 16 ເມສານີ້ວ່າ ໃນໄລຍະຕົ້ນເດືອນເມສານີ້, ໝູ່ຄູ່ຂອງລາວຄົນໜຶ່ງກໍພົບລະເບີດບົ່ມບີລູກໃຫຍ່ ໃນສວນມັນຕົ້ນຂອງເພິ່ນ ລະຫວ່າງກຳລັງໄຖສວນ. ເຊັ່ນດຽວກັບໝູ່ຄູ່ອີກຄົນໜຶ່ງ ກໍພົບລະເບີດ ໃນເຂດໄຮ່ນາຂອງຕົນ ເຊັ່ນດຽວກັນ. ແຕ່ກໍໂຊກດີວ່າ ລະເບີດບໍ່ແຕກໃສ່ ແລະ ສາມາດແຈ້ງເຈົ້າໜ້າທີ່ ໃຫ້ເຂົ້າມາເກັບກູ້ໄດ້ທັນ.

“ໂອ້! ຢູ່ທ່າແຂກເຈົ້າ. ໂອ້! ມີໆ ຢູ່ໄດ໋ ເພາະວ່າມີໝູ່ຄູ່ ເພິ່ນວ່າໄປໄຖສວນມັນນີ້ນ່າ ເພິ່ນເຈິລະເບີດບາດນີ້ນ່າ. ໂອ! ເພິ່ນແຈ້ງແລ້ວໆ ເພິ່ນກະລົງມາແລ້ວເນາະ. ກະບໍ່ປານໃດ ກະຫາກໍເຫັນເດ້ ຊ່ວງໄລຍະນີ້ແຫຼະ ບັງເອິນເດ້ ຊ່ວງມື້ກີ້ນີ້ ກະໝູ່ກັນນີ້ແຫຼະ ກະເຈີອີກ.”

ຊາວບ້ານ ຢູ່ແຂວງສະຫວັນນະເຂດທ່ານ ກ່າວວ່າ ໃນຂົງເຂດບ້ານຂອງທ່ານ ກໍມີການກວດພົບລະເບີດບໍ່ທັນແຕກ ເປັນຈຳນວນຫຼາຍເຊັ່ນດຽວກັນ, ແຕ່ຊາວບ້ານ ກໍເປັນກັງວົນ ກ່ຽວກັບລະເບີດບົ່ມບີໃຫຍ່ລູກນຶ່ງ ເຈົ້າໜ້າທີ່ຂອງອົງການເກັບກູ້ລະເບີດ ຂອງທາງການລາວ ລະບຸວ່າ ຍັງບໍ່ສາມາດຍົກຍ້າຍ ລະເບີດລູກດັ່ງກ່າວໄດ້. ຍ້ອນເຈົ້າໜ້າທີ່ຍັງບໍ່ທັນຮູ້ຈັກສະພາບລະເບີດດັ່ງກ່າວຄັກແນ່. ຈຶ່ງຕ້ອງໄດ້ໄປປຶກສາຄົ້ນຄວ້າ ກັບນັກຊ່ຽວຊານຕ່າງປະເທດສາກ່ອນ.

“ທາງຫ້ອງການ UXO Lao ກະວ່າ ລະເບີດໜ່ວຍນີ້ນີ້ ຍັງໆ ຍັງບໍ່ທັນໄດ້ຮູ້ຈັກວ່າຊິເຮັດຈັ່ງໃດ ຍັງປຶກສາ ຍັງຄົ້ນຄວ້າ ຍັງພິຈາລະນາ ຖາມອັ່ນ ໄປຕ່າງປະເທດວ່າຈັ່ງຊັ້ນ ວ່າວິຊາການເຂົາຊິເຮັດແນວໃດ ເພາະວ່າ ລະເບີດນີ້ມັນເຄີຍຍົກຍ້າຍມາແລ້ວ ເທື່ອນຶ່ງແລ້ວແຫຼະ. ເຂົາເຈົ້າບໍ່ກ້າຍົກຍ້າຍໄປຫັ້ນນ່າ ເພາະຢ້ານລານ (ລະເບີດ) ມັນທຳງານອີ່ຫຍັງຫັ້ນນ່າ.”

ຊາວບ້ານ ຢູ່ແຂວງຈໍາປາສັກ ກ່າວວ່າ ທ່ານກໍພົບເຫັນລູກລະເບີດບໍ່ທັນແຕກ ຢູ່ລະຫວ່າງທາງໄປສວນຂອງຍາດຕິພີ່ນ້ອງລາວເປັນປະຈຳ ຊຶ່ງກໍ່ໄດ້ສ້າງຄວາມຢ້ານກົວ ຕໍ່ຊາວບ້ານ ໃນການເດີນທາງໄປຮົ້ວສວນຂອງເຂົາເຈົ້າ.

“ແຖວນີ້ເນາະກະເປັນບ່ອນທໍາມາຫາກິນ ເປັນບ່ອນໄປຮົ້ວໄປສວນຂອງພີ່ນ້ອງເຮົາເນາະ. ຂ້າພະເຈົ້າກໍຖືວ່າໄດ້ທຽວຕລອດເນາະ ເສັ້ນທາງໂຕນີ້ເນາະ. ແຕ່ກໍມາພົບເຫັນລູກລະເບີດເນາະ ຖືວ່າລູກລະເບີດນີ້ເນາະ ກໍຖືວ່າເຫັນມາເຫີງແລ້ວເນາະ ແຕ່ດົນໆ ແຫຼະ ຫຼາຍປີແລ້ວເນາະ. ເພາະວ່າເຫັນຢູ່ຈຸດນີ້ ແຕ່ວ່າກະຍັງມີຫຼາຍໆ ບ່ອນເນາະໃນຂອບເຂດນີ້ ທີ່ວ່າມັນຝັງຢູ່ໃນດິນ.”

ທີ່ຜ່ານມາ, ລັດຖະບານລາວ ກໍມີຄວາມພະຍາຍາມ ໃນການເກັບກູ້ລະເບີດບໍ່ທັນແຕກ ໂດຍອາໄສ ການສະໜັບສະໜູນຊ່ວຍເຫຼືອ ຈາກນານາຊາດ. ຍ້ອນວ່າວຽກງານດັ່ງກ່າວ ພາລະຄ່າໃຊ້ຈ່າຍ ແລະ ມີຄວາມສ່ຽງອັນຕະລາຍຫຼາຍ. ແຕ່ວຽກງານເກັບກູ້ລະເບີດຢູ່ລາວ ກໍຍັງມີຄວາມຊັກຊ້າ. ດັ່ງທີ່ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີ ກະຊວງການຕ່າງປະເທດ ທັງເປັນປະທານ ຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາ ລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ ເຄີຍກ່າວຍອມຮັບ ກ່ຽວກັບຂໍ້ຫຍຸ້ງຍາກ ຂອງວຽກງານເກັບກູ້ລະເບີດຢູ່ລາວ ເມື່ອຫວ່າງບໍ່ດົນມານີ້ວ່າ.

“ເຖິງວ່າລັດຖະບານລາວ ຈະໃຫ້ຄວາມສໍາຄັນ ລະກະໄດ້ມີງົບປະມານສະເພາະ ໃນການເກັບກູ້, ໂຄສະນາ ແລະກະ ປິ່ນປົວຜູ້ໄດ້ເຄາະຮ້າຍແຫຼະ. ແຕ່ເຖິງຢ່າງໃດກໍຕາມ ຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດນີ້ກໍຍັງຊັກຊ້າຢູ່. ມີຫຼາຍອັນ ທີ່ພວກເຮົາຍັງປະເຊີນ ກັບສິ່ງທ້າທາຍ ໂດຍສະເພາະແມ່ນ ທຶນຮອນຫັ້ນແຫຼະ ງົບປະມານ ທີ່ຈະເອົາມານຳໃຊ້ ເຂົ້າໃນການເກັບກູ້.”

ໃນວັນທີ 8 ເມສາ 2024, ໄດ້ມີພິທີ​ສະ​ເຫຼີມ​ສະ​ຫຼອງ ວັນ​ສາ​ກົນ​ວ່າ​ດ້ວຍ​ການ​ສົ່ງ​ເສີມ ​ຄວາມ​ຮັບ​ຮູ້ ແລະ ການ​ຊ່ວຍ​ເຫຼືອວຽກ​ງານ​ ແກ້​ໄຂ​ບັນ​ຫາ​ລະ​ເບີດ​ບໍ່​ທັນ​ແຕກ ວັນທີ 4 ເມສາ ໃນປີນີ້, ແມ່ນພາຍ​ໃຕ້​ຄຳ​ຂວັນ “ປົກ​ປ້ອງ​ຊີ​ວິດ ສ້າງ​ສັນ​ຕິ​ພາບ (Protecting Lives. Building Peace)” ຢູ່ແຂວງຫຼວງພຣະບາງ. ທັງນີ້, ວຽກງານແກ້ໄຂບັນຫາ ລະເບີດບໍ່ທັນແຕກ ແມ່ນເປັນວຽກງານທີ່ທາງການລາວ ໄດ້ຮັບການຊ່ວຍເຫຼືອ ຈາກຕ່າງປະເທດ ເປັນຕົ້ນ ລັດຖະບານສະຫະລັດອາເມຣິກາ ໄດ້ສະໜອງທຶນຊ່ວຍເຫຼືອ ເພື່ອເກັບກູ້ລະເບີດຢູ່ລາວ ຈຳນວນຫຼາຍກວ່າ 391 ລ້ານໂດລ້າຣ໌ສະຫະລັດ ມາຕັ້ງແຕ່ປີ 1996 ແລະ ໃນປີ 2024 ນີ້, ລັດຖະບານສະຫະລັດ ກໍໃຫ້ການຊ່ວຍເຫຼືອລາວ ຕຶ່ມອີກ 36 ລ້ານໂດລ້າຣ໌ສະຫະລັດ.

ນອກຈາກ ສະຫະລັດອາເມຣິກາ ແລ້ວ, ກໍຍັງມີບັນດາປະເທດພັດທະນາແລ້ວ ແລະ ອົງການຈັດຕັ້ງສາກົນ ອີກຈຳນວນນຶ່ງ ໄດ້ປະກອບສ່ວນ ໃນວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກ ເປັນຕົ້ນແມ່ນ ສະຫະຣາຊະອານາຈັກອັງກິດ, ການາດາ, ອຽກລັງ (ອາຍແລນ), ຍີ່ປຸ່ນ, ລຸກຊຳບວກ, ນູແວງເຊລັງ (ນິວຊີແລນ), ນອກແວ (ນໍເວ), ເກົາຫຼີໃຕ້, ອົງການ UNDP ແລະ ບັນດາອົງການຈັດຕັ້ງສາກົນ ທີ່ບໍ່ສັງກັດລັດຖະບານ ທີ່ຊ່ວຍເຫຼືອດ້ານທຶນ, ເຕັກນິກ ແລະ ວິຊາການ ເຂົ້າໃນວຽກງານດັ່ງກ່າວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.