ຜູ້ຕ້ອງຫາ ຮ່ວມກັນ ຂົນສົ່ງຢາເສບຕິດ ໄປປະເທດໄທຍ ຖືກຈັບ
2022.12.23

ເມື່ອວັນທີ 30 ພຶສຈິກາ ທີ່ຜ່ານມານີ້ ເຈົ້າໜ້າທີ່ຕຳຣວດ ສະກັດກັ້ນ ແລະ ຕ້ານຢາເສພຕິດສາມາດຈັບ ຜູ້ຕ້ອງຫາ ທີ່ພົວພັນກັບການຂົນສົ່ງຢາ ເສພຕິດ ຈຳນວນເກືອບ 4 ລ້ານເມັດຈາກປະເທດລາວ ໄປປະເທດໄທຍ ໄດ້ຈຳນວນ 2 ຄົນຊຶ່ງປະກອບດ້ວຍ ຍານາງ ໜູແດງ ຫລື ວັນອາຍຸ 29 ປີ ອາຊີພຊາວນາ ຢູ່ບ້ານຄູນມະນີ ເມືອງຄູນຄຳ ແຂວງຄຳມ່ວນ ແລະ ຍານາງດອນ ອາຍຸ 45 ປີ ອາຊີພຄ້າຂາຍ ຢູ່ບ້ານຄູນຄຳ ເມືອງຄູນຄຳ ແຂວງຄຳມ່ວນຊຶ່ງທັງສອງຄົນ ດັ່ງກ່າວຮັບສາຣະພາບວ່າ ໄດ້ພົວພັນກັບຂະບວນການຂົນສົ່ງ ຢາເສພຕິດຊາວໄທຍ ທີ່ຖືກເຈົ້າໜ້າທີ່ ຕຳຣວດຈັບໄດ້ ກ່ອນໜ້ານີ້ ລວມທັງໝົດ 7 ຄັ້ງ. ອີງຕາມການຣາຍງານ ຂອງໜັງສືພິມ ປ້ອງກັນຄວາມສງົບ ໃນວັນທີ 19 ທັນວາ ປີ 2022.
ຕໍ່ການຈັບດັ່ງກ່າວ ຊາວລາວຫລາຍຄົນ ທັງໃນສື່ສັງຄົມອ໋ອນລາຍນ໌ ແລະ ຊາວບ້ານໃນທ້ອງຖິ່ນ ເກີດຂໍ້ສົງໄສວ່າ ການຈັບຜູ້ຖືກກ່າວຫາ ທັງສອງຄົນດ່ັງກ່າວນັ້ນ ແມ່ນເປັນການຈັບຄົນ ຖືກໂຕ ຫລື ບໍ່ ເນື່ອງຈາກເບິ່ງລັກສະນະ ແລະ ອາຊີພຂອງແມ່ຍິງ ທັງ 2 ຄົນດັ່ງກ່າວແລ້ວ ອາຈບໍ່ໄປກ່ຽວຂ້ອງ ກັບຂະບວນການຂົນສົ່ງ ຢາເສພຕິດ.
ດັ່ງຊາວບ້ານຢູ່ເມືອງຄູນຄຳ ນາງນຶ່ງກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 23 ທັນວານີ້ວ່າ:
“ປະຊາຊົນທັມມະດານີ້ແຫລະ ຢູ່ບ້ານນີ້ແຫລະເຂົາເຮັດໄຮ່ ເຮັດນາ ສວນມັນຕົ້ນ ໄປແນວຫັ້ນ ບໍ່ຮູ້ແຫລະວ່າ ຈັບຖືກ ຫລື ບໍ່ຖືກ ເຮົາບໍ່ຮູ້ວ່າ ເຂົາໄປຄ້າຂາຍແນວໃດ.”
ສ່ວນຊາວບ້ານ ອີກນາງນຶ່ງ ທີ່ຢູ່ໃນເຂດບ້ານດຽວກັນ ນຶ່ງໃນຜູ້ຖືກກ່າວຫາ ດັ່ງກ່າວໄດ້ກ່າວວ່າ ຍານາງເອັງກໍເຄີຍເຫັນ ຜູ້ຖືກກ່າວຫາ ດັ່ງກ່າວເຮັດອາຊີພຄ້າຂາຍ ແລະ ຮັບຈ້າງໄຖທີ່ດິນ ສຳລັບເຮັດສວນມັນຕົ້ນ ແຕ່ບໍ່ຮູ້ຢ່າງຄັກແນ່ວ່າ ໄປພົວພັນກັບຂະບວນການ ຂົນສົ່ງຢາເສພຕິດ ໄດ້ແນວໃດ ຊຶ່ງຍັງເກີດຂໍ້ສົງໄສ ຢູ່ຈົນຮອດທຸກມື້ນີ້.
ດັ່ງຍານາງກ່າວວ່າ:
“ລາວມີແຕ່ໄປໄຖ ໃຫ້ເຂົາເຮັດ ຈັບສື່ໆ ບໍ່ຮູ້ຈັກວ່າ ລາວເຮັດຫຍັງ ຢູ່ພຸ້ນບ້ານລາວ ຢູ່ບ້ານໃຕ້ສຸດ ບໍ່ຮູ້ເດີ້.”
ຊາວບ້ານອີກທ່ານນຶ່ງ ທີ່ອາສັຍຢູ່ເຂດບ້ານດຽວກັນ ກັບນຶ່ງໃນຜູ້ຖືກກ່າວຫາ ດັ່ງກ່າວກໍເຊື່ອວ່າ ອາຈເປັນໄປໄດ້ ທີ່ຜູ້ກ່ຽວມີການພົວພັນ ກັບຂະບວນການຂົນສົ່ງຢາເສພຕິດ ລະຫວ່າງ ລາວ-ໄທຍ ຍ້ອນມີພຶດຕິກັມ ບາງຢ່າງທີ່ເຮັດໃຫ້ເກີດ ຄວາມໜ້າສົງໄສ ເປັນຕົ້ນວ່າ ມີຄວາມລໍ້າລວຍ ແບບຜິດປົກກະຕິ ທັງທີ່ວ່າບໍ່ໄດ້ເຮັດວຽກ ຫຍັງຫລາຍ.
ດັ່ງທ່ານໄດ້ກ່າວວ່າ:
“ຕາມທີ່ຂ້ອຍເຫັນ ຢູ່ບ້ານແລ້ວກາລາວບໍ່ຄ່ອຍ ໄດ້ເຮັດຫຍັງນ່າ ແຕ່ວ່າຂ້ອຍໄປຕິດຕັ້ງ ກ້ອງວົງຈອນປິດໃຫ້ລາວ ເທື່ອດຽວ ໄປຈຸດນັ້ນແຫລະ ທີ່ວ່າໄດ້ໄປໃນເຮືອນລາວ.”
ສ່ວນຊາວບ້ານ ໃກ້ຄຽງອີກທ່ານນຶ່ງ ທີ່ເຫັນເຫດການເຈົ້າໜ້າທີ່ ຕຳຣວດມາຈັບຜູ້ຖືກກ່າວຫາ ດັ່ງກ່າວກໍຍັງບໍ່ຮູ້ຣາຍລະອຽດຄັກແນ່ ເທື່ອວ່າມີທີ່ໄປທີ່ມາແນວໃດ ເຫັນພຽງແຕ່ເຈົ້າໜ້າທີ່ ຕຳຣວດມາຈັບເອົາໂຕຂຶ້ນຣົຖ ເພື່ອພາໄປຍັງຫ້ອງການຕຳຣວດສື່ໆ ຊຶ່ງທ່ານເອງຢາກໃຫ້ພາກສ່ວນກ່ຽວຂ້ອງ ມີການເປີດເຜີຍຣາຍລະອຽດ ຫລາຍກ່ວານີ້.
ດັ່ງທ່ານກ່າວວ່າ:
“ຕອນນັ້ນເພິ່ນຢູ່ບ້ານນີ້ແຫລະ ແຕ່ວ່າຕືວ່າເຫັນເຂົາເຈົ້າ ມາຈັບໄປແລ້ວໂຕນີ້ ບໍ່ທັນຮູ້ຣາຍລະອຽດ ເຫັນແຕ່ເຂົາເຈົ້າ ມາເອົາໄປກາເຮັດສວນມັນຕົ້ນ ເຮັດນາເຮັດຫຍັງທັມມະດາ.”
ທາງຜູ້ໃຊ້ ສື່ສັງຄົມອ໋ອນລາຍນ໌ ຈຳນວນຫລາຍຄົນ ກໍໄດ້ສະແດງຄວາມຄິດ ຄວາມເຫັນວ່າ ເຫດການຈັບຜູ້ຖືກກ່າວຫາ ທັງສອງຄົນດັ່ງກ່າວນີ້ ກໍເປັນທີ່ໜ້າສົງໃສ ວ່າແມ່ນການຈັບຜູ້ຖືກກ່າວຫາ ແບບຖືກໂຕ ຫລືບໍ່ຍ້ອນວ່າ ທັງສອງຄົນດັ່ງກ່າວ ເປັນພຽງແຕ່ຊາວບ້ານທັມມະດາ ທີ່ເຮັດອາຊີພຊາວນາ ແລະຄ້າຂາຍຈຶ່ງບໍ່ໜ້າໄປກ່ຽວຂ້ອງ ກັບການຂົນສົ່ງຢາເສພຕິດ.
ກ່ຽວກັບເຣື່ອງນີ້ ວິທຍຸ ເອເຊັຽ ເສຣີ ໄດ້ຕິດຕໍ່ໄປຍັງກົມ ຕຳຣວດ ສະກັດກັ້ນ ແລະຕ້ານຢາເສພຕິດ ເພື່ອສອບຖາມ ຂໍ້ມູນ ແລະຣາຍລະອຽດ ເພີ່ມຕື່ມ ກ່ຽວກັບເຣື່ອງນີ້ ແຕ່ເຈົ້າໜ້າທີ່ ຜູ້ທີ່ກ່ຽວຂ້ອງ ກັບຄະດີນີ້ຍັງບໍ່ສະດວກ ທີ່ຈະເປີດຂໍ້ມູນ ແລະບໍ່ສາມາດໃຫ້ສັມພາດ ໄດ້ເທື່ອ.
ທ່ານ ພັນເອກ ສາລີ ພຸດທະວົງ ຫົວໜ້າກົມຕຳຣວດ ສະກັດກັ້ນ ແລະ ຕ້ານຢາເສພຕິດ ໄດ້ຣາຍງານວ່າສຳລັບການຈັບໂຕ ຜູ້ຖືກກ່າວຫາສອງຄົນ ດັ່ງກ່າວນີ້ ທີ່ກ່ຽວຂ້ອງກັບເຫດການ ທີ່ເຈົ້າໜ້າ ທີ່ໄທຍສາມາດຈັບຣົຖບັນທຸກ ນໍ້າມັນທີ່ແລ່ນຈາກລາວ ໄປໄທຍທີ່ດ່ານສາກົນ ຂົວມິຕພາບລາວ-ໄທຍ ແຫ່ງທີ 1 ຢູ່ຝັ່ງໜອງຄາຍ ປະເທດໄທຍ ໃນລະຫວ່າງວັນທີ 23-24 ພຶືສຈິກາຜ່ານມານີ້ ຊຶ່ງສາມາດຢຶດຢາເສພຕິດໄດ້ຫລາຍຣາຍການ ເປັນຕົ້ນຢາບ້າຈຳນວນ 4 ລ້ານເມັດ, ຢາອີຈຳນວນ 5,000 ເມັດ ແລະ ຢາໄອຊ໌ ນໍ້າໜັກ 10 ກິໂລກຣາມ.
ຈາກນັ້ນກົມໃຫຍ່ ຕຳຣວດກໍໄດ້ແຕ່ງຕັ້ງ ໃຫ້ກົມຕຳຣວດສະກັດກັ້ນ ແລະຕ້ານຢາເສພຕິດ ກອງບັນຊາການ ປກສ ນະຄອນຫລວງວຽງຈັນ ແລະ ປກສ ແຂວງທີ່ກ່ຽວຂ້ອງ ມີການສືບສວນ-ສອບສວນ ຈົນສາມາດຈັບກຸ່ມຜູ້ຖືກກ່າວຫາ ສອງຄົນດັ່ງກ່າວໄດ້ ແລະມາຮອດປັດຈຸບັນ ກໍກຳລັງຢູ່ໃນຂັ້ນຕອນ ສືບສວນ-ສອບສວນ ພ້ອມທັງຊອກຫາຫລັກຖານ ໃຫ້ຄົບຖ້ວນເພື່ອຂຍາຍຜົນ ໄປຫາຜູ້ຮ່ວມຂະບວນການຄ້າຂາຍ ແລະຂົນສົ່ງຢາເສພຕິດ ຄົນອື່ນໆ ເພື່ອດຳເນີນຄະດີ ຕາມກົດໝາຽ ອີງຕາມການຣາຍງານ ຂອງໜັງສືພີມ ປ້ອງກັນຄວາມສງົບ.