ເຊກອງ ຈັບຜູ້ຕ້ອງສົງສັຍ ຄ້າຢາເສບຕິດ ໃນຕົ້ນປີນີ້ໄດ້ 36 ຄົນ
2022.05.13
ໃນໄລຍະ 4 ເດືອນຕົ້ນປີ 2022 ນີ້ ເຈົ້າໜ້າທີ່ຕໍາຣວດປ້ອງກັນຄວາມສງົບ ແລະກໍາລັງປະກອບອາວຸດທ້ອງຖິ່ນ ແຂວງເຊກອງ ໄດ້ຈັບຜູ້ຕ້ອງຫາ ທີ່ພົວພັນກັບການຄ້າຢາເສບຕິດ 36 ຄົນ ແລະຢຶດຢາເສບຕິດໄດ້ 33,250 ເມັດ ອີງຕາມຄໍາເວົ້າຂອງທ່ານ ຂັນຕີ ສີລະວົງສາ ຮອງເຈົ້າແຂວງແຂວງເຊກອງ ທີ່ໜັງສືພິມປະຊາຊົນ ຣາຍງານໃນມື້ວັນທີ 6 ພຶສພານີ້.
ການຈັບຜູ້ຕ້ອງຫາ ທີ່ພົວພັນກັບການຄ້າຢາເສບຕິດທີ່ວ່ານີ້ ເປັນຜົລຈາກການ ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ຂະນະນີ້ ຄະດີຢູ່ໃນຂັ້ນໄອຍະການ, ເປັນຄະດີກ່ຽວກັບຜູ້ຄ້າຢາເສບຕິດຣາຍຍ່ອຍ ທີ່ໄດ້ຮັບຢາເສບຕິດມາຈາກຕ່າງແຂວງ ເພື່ອຂາຍໃຫ້ວັຍລຸ້ນເປັນຫລັກ ຊຶ່ງປົົົກກະຕິແລ້ວ ຜູ້ກະທົາຜິດ ຈະຖືກລົງໂທດຈໍາຄຸກຕໍ່າສຸດ 5 ປີ ແລະຖືກປັບໃໝຕໍ່າສຸດ 10 ລ້ານກີບ ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ອັຍການ ປະຊາຊົນແຂວງເຊກອງ ຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 13 ພຶສພານີ້.
“ເຊກອງບໍ່ມີລາຍໃຫຍ່ ສູງສຸດກໍປະມານ 100 ແມັດເທົ່ານັ້ນແຫລະ ຍາ ກໍບໍ່ຫລາຍໆ ມັນອີງຕາມນໍ້າໜັກຂອງຢາເດ໋ ໃນ 100 ເມັດຫັ້ນ ມັນຖືກທັງໝົດຈັກກຣາມ ຕໍາຣວດຢັ້ງຢືນມາ ຈາກກົມວິທຍາສາດ ເຂົາກວດ. ມີແທ້ ປັບໄໝບໍຣິຫານເຂົ້າຣັດ ຄັນ 5 ປີ ຕໍ່າສຸດກໍ 10 ລ້ານກີບ. ແຕ່ວ່າໄດ້ເຂົ້າຄຸກແລ້ວ ສົມມຸດ ຕັດສິນ 5 ປີ ເຂົ້າຄຸກໄດ້ 2 ປີ 6 ເດືອນແລ້ວຈ່າຍໝົດ ທັງທາງແຜ່ງຮຽບຮ້ອຍແລ້ວ ທາງອາຍາເຂົາປ່ອຍຜ່ານໃຫ້ໄດ້.”
ທ່ານກ່າວຕື່ມວ່າ ໃນຈໍານວນຜູ້ຕ້ອງຫາທັງໝົດ 36 ຄົນ ຊຶ່ງມີທັງເຍົາວະຊົນນັ້ນ ມີຈໍານວນນຶ່ງເປັນພຽງຜູ້ຖືກຊັກທອດ. ຢາເສບຕິດຈໍານວນ 33,250 ເມັດທີ່ຖືກຍຶດໄດ້ເທື່ອນີ້ ແມ່ນຈະຖືກຈູດເຜົາຖິ້ມ ພາຍຫລັງສານປະຊາຊົນຕັດສິນຄະດີແລ້ວ. ສ່ວນຂອງກາງອື່ນໆ ທີ່ຍຶດໄດ້ ຮວມທັງໂທຣະສັບ ແລະຣົຖນັ້ນ ຈະຖືກນໍາໄປປະມູນຂາຍເອົາເງິນເຂົ້າກອງທຶນ ຂອງຂແນງປາບປາມຢາເສບຕິດ ຂອງແຂວງ.
ດັ່ງເຈົ້າໜ້າທີ່ເວົ້າວ່າ:
“ຫລັງຈາກທີ່ວ່າຕັດສິນແລ້ວ ເຂົາຮິບໂຮມ ໂຮມໄວ້ໝົດປີນຶ່ງແລ້ວ ແລ້ວເຈົ້າໜ້າທີ່ຕໍາຣວດ ເຂົາສເນີໃຫ້ຫັ້ນນ່າ ຜູ້ຊີ້ນໍາຫັ້ນ ແລ້ວກໍມາທໍາລາຍ ບົນເດີ່ນຕໍາຣວດຫັ້ນ ຈູດຄັກແນ່ເດ໋ ຫລັງຈາກຈູດແລ້ວຫັ້ນ ຂີ້ຝຸ່ນໂຕນັ້ນ ຍັງເອົາຣົຖດັບເພີງບົດຢູ່ເດ໋ ເພາະຂີ້ຝຸ່ນໂຕນັ້ນອັນຕະລາຍ..ເຄມີຢູ່ແນວນັ້ນ ຄັນເປັນຣົຖເປັນເງິນ ເປັນໂທຣະສັບນີ້ ສົ່ງໃຫ້ອັຍການ ເວລາອັຍການຖແລງໃຫ້ສານ ກໍສົ່ງຕໍ່ ເວລາສານຕັດສິນແລ້ວ ສານໄປປະຢູ່... ຕີລາຄາຂາຍເປັນກອງທຶນຂອງຢາເສບຕິດ.”
ກ່ຽວກັບບັນຫາຢາເສບຕິດ ຢູ່ແຂວງເຊກອງ ປະຊາຊົນຢູ່ໃນເຂດເທສບານແຂວງເຊກອງ ຜູ້ນຶ່ງເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ມີຫລາຍ ຊຶ່ງສ່ວນໃຫຍ່ເປັນພວກຄ້າຣາຍຍ່ອຍ, ຢູ່ຂ້າງເຮືອນຂ້າງຊານຂອງທ່ານກໍມີ.
“ຄັນວ່າຈັບແນວນັ້ນໄດ້ ແຮງຄັກຊີ້ເວີ້ຍ ຜົນດີກໍສິແມ່ນມີເງິນຢູ່ ຫາກ... ກໍບໍ່ໄດ້ຊື້ນ່າ ມັນຊື້ບໍ່ໄດ້ ຜົນດີຂອງມັນເນາະ ເດັກນ້ອຍຈັ່ງສິບໍ່ກິນ. ຄັນສິເວົ້າແລ້ວກໍ ຢູ່ຂ້າງເຮືອນຂ້າງຊານ ກໍມີຄືກັນ ແຕ່ລະມື້ຫັ້ນ ຣົຖຈັກວຶດວັດໆ ເຮົາກໍຍັວສັງເກດ ຜູ້ທີ່ເອົາມາສົ່ງ ກັບຜູ້ຊື້ກິນ ມັນບໍ່ຮັ່ງບໍ່ມີດອກ ຕາມເຮົາສັງເກດເບິ່ງຫັ້ນນ່າ.”
ຢູ່ເມືອງທ່າແຕ່ງ ແຂວງເຊກອງ ທີ່ຜ່ານມາ ເຈົ້າໜ້າທີ່ຕໍາຣວດປ້ອງກັນຄວາມສງົບເມືອງ ແລະນາຍບ້ານ ບໍ່ກ້າທີ່ຈະປາບປາມພວກຄ້າຂາຍ ຢາເສບຕິດຢ່າງຮຸນແຮງ ຍ້ອນຢ້ານພວກເຂົາລັກຈູດເລົ້າເຂົ້າ, ຈູດໄຮ່ ຈູດນາ.
ດັ່ງເຈົ້າໜ້າທີ່ກອງບັນຊາການຕໍາຣວດ ປ້ອງກັນຄວາມສງົບເມືອງທ່າແຕງ ກ່າວໃນມື້ວັນທີ 13 ພຶສພານີ້ວ່າ:
“ໂອ້ຍ ຂນາດບ້ານອ້າຍນີ້ແລ້ວ ຫລາຍຂນາດ ຫາກເຂົາ ນາຍ ບ້ານເຂົາເອົາຈິງເອົາຈັງນ່າ ສົມທົບກັບປກສ ປກຊ ແຕ່ລະເຂດ ໂອ໋ຍ ຄັນວ່າເຮັດແຮງຫລາຍ ກໍຢ້ານ ແນວຕາບໍ່ຮູ້ບໍ່ເຫັນ ເຂົາຢ້ານໂຕນັ້ນ. 2 ປີ 3 ປີຜ່ານມານີ້ ໂອ໋ຍ ຈູດຮອດເລົ້າເຂົ້າກັນ ໃຜສິເຮັດເຂັ້ມແຂງຫລາຍໃຜຫໍຢ້ານ ກໍການນໍາສິເຮັດເຂັ້ມແຂງຫລາຍ ໃຜກໍຢ້ານຈູດເລົ້າເຂົ້າ ສ່ວນໜ້ອຍ ສ່ວນຫລາຍນີ້ ຈູດທົ່ງໄຮ່ທົ່ງນາ.”
ແຕ່ເຖິງຢ່າງໃດກໍຕາມ ໃນປັດຈຸບັນ ກໍມີເຈົ້າໜ້າທີ່ ປກສ ເມືອງນີ້ ໄດ້ໄປປະຈໍາຢູ່ຕາມບ້ານເປົ້າໝາຍ ເພື່ອແກ້ໄຂບັນຫາທີ່ວ່ານີ້.
ດັ່ງທີ່ທ່ານກ່າວວ່າ:
“ເຂົາກໍຕິແຕ່ ປກສ ປກຊ ບໍ່ເຂັ້ມແຂງ ຂັ້ນບ້ານຂັ້ງເມືອງເຂົາວ່າຈັ່ງຊັ້ນ ມີແຕ່ສຸມໃສ່ເລັ່ງໃສ່ຈຸດນັ້ນ ແລ້ວກໍຊອກຫາຜູ້ສົມຮູ້ຮ່ວມຄິດຫັ້ນນ່າ ແມ່ນຜູ້ຊື້ຜູ້ຂາຍ ແກ້ໄຂຂັ້ນບ້ານຂັ້ນເມືອງ ສ່ວນຫລາຍໜັກໜ່ວງອີ່ຫລີ ຈຶ່ງສົ່ງຂຶ້ນຂັ້ນແຂວງ.”
ປັດຈຸບັນ ແຂວງເຊກອງກໍາລັງສ້ອມແປງ ສໍານັກງານແຄັມເກົ່າ ຂອງເຂື່ອນໄຟຟ້າຫ້ວຍລໍາພັນໃຫຍ່ ເພື່ອເຮັດເປັນສູນບໍາບັດ-ດັດສ້າງ ຜູ້ຕິດຢາເສບຕິດ ໂດຍໄດ້ສເນີຂໍທຶນສົມທົບ ຈາກກະຊວງປ້ອງກັນຄວາມສງົບ ເພື່ອສ້າງສູນແຫ່ງນີ້.