ຈຳນວນ ຜູ້ຕິດຢາເສບຕິດ ເພີ່ມຂຶ້ນຫຼາຍ ຢູ ສປປ ລາວ
2022.12.13

ເມື່ອວັນທີ 8 ທັນວາ ທີ່ຜ່ານມານີ້ ທ່ານ ພົລເອກ ວິໄລ ຫລ້າຄໍາຟອງ ຮອງນາຍົກຣັຖມົນຕຣີ ແລະ ຣັຖມົນຕຣີ ກະຊວງປ້ອງກັນຄວາມສງົບ ໄດ້ກ່າວຣາຍງານ ກ່ຽວກັບການແກ້ໄຂ ບັນຫາຢາເສບຕິດ ໃນລາວ ຕໍ່ ກອງປະຊຸມສໄມ ສາມັນເທຶ່ອທີ 4 ຂອງສະພາແຫ່ງຊາຕ ຊຸດທີ 9 ໃນຕອນນຶ່ງວ່າ ປັດຈຸບັນ ຜູ້ຕິດຢາເສບຕິດໃນລາວ ມີເພີ່ມຂຶ້ນຫລາຍ ຈົນເຮັດໃຫ້ເກີດບັນຫາ ຜູ້ຕິດຢາເສບຕິດລົ້ນສູນປິ່ນປົວ ແລະບໍາບັດໃນຫລາຍບ່ອນ ໃນຂະນະທີ່ການອົບຣົມ ແລະຝຶກກວິຊາຊີພ ໃຫ້ແກ່ບັນດາຜູ້ຕິດຢາເສບຕິດດັ່ງກ່າວ ກໍຍັງບໍ່ທັນໄດ້ເຮັດຢ່າງຈິງຈັງເທຶ່ອ.
ດັ່ງ ທ່ານ ກ່າວໃນຕອນນຶ່ງວ່າ:
“ບາດນີ້ສະຖານທີ່ກັກຂັງແອອັດເບາະ ກະເຄີຍໄດ້ເວົ້າເມື່ອກ່ອນແອອັດແທ້ ວິຊາຊີພນີ້ກະບໍ່ໄດ້ຝຶກດອກ ບໍ່ມີດອກວ່າຊິສອນເຈົ້າມາຈອດເຫລັກ ເຮັດນັ້ນເຮັດນີ້ ຄັນຊິໃຫ້ຝຶກຈົບມີວິຊາຊີພ ເຂົ້າເຮັດວຽກປະກອບອາຊີພຕ່າງໆ ໄດ້ນີ້ແມ່ນຍາກ ບາດນີ້ຜູ້ທີ່ຕິດໜັກນີ້ ຊິເອົາມາຝຶກອາຊີພນີ້ແລ້ວ ທາງນັ້ນມັນບໍ່ເຂົ້າໃຈນຳເຈົ້າ ມີແຕ່ມັນຊິຮ້າຍຊິຫຶນ ບາງເທຶ່ອກະຕີ.”
ໃນຂະນະດຽວກັນ ທ່ານພົລເອກ ວິໄລ ຍັງໄດ້ຣາຍງານ ເຖິງສະຖານະການຢາເສບຕິດ ໃນລາວຕື່ມວ່າ ການລັກລອບຂົນຢາເສບຕິດ ຈາກເຂດສາມຫລ່ຽມຄຳ ເຂົ້າມາທາງແຂວງພາກເໜືອຂອງລາວ ກໍເປັນບັນຫາທີ່ສະກັດກັ້ນ ແລະ ແກ້ໄຂໄດ້ຍາກ ເນື່ອງຈາກປະເທດເພື່ອນບ້ານເອງ ກໍຍັງບໍ່ທັນໄດ້ຈັດຕັ້ງໜ່ວຍງານ ທີ່ຈະຮ່ວມມືແກ້ໄຂບັນຫາດັ່ງກ່າວ ຮ່ວມກັບທາງການລາວ ແລະ ບັນດາຜູ້ລັກລອບສົ່ງຢາເສບຕິດ ກໍໃຊ້ວິທີການແບບໃໝ່ ໃນການຫລີກເວັ້ນ ການກວດກາຂອງເຈົ້າໜ້າທີ່ ຈຶ່ງເປັນສາເຫດນຶ່ງ ທີ່ເຮັດໃຫ້ຢາເສບຕິດແຜ່ຣະບາດຫລາຍໃນລາວ.
ດັ່ງທ່ານກ່າວຕື່ມວ່າ:
“ການເກັບກຳຂໍ້ມູນຂ່າວສານ ແຫລ່ງຜູ້ຄ້າຜູ້ຊາຍໃຫ້ເຖິງກົກເຖິງຮາກ ລວມເຖິງຜູ້ຂົນສົ່ງ-ຄ້າຂາຍຕ່າງໆນີ້ ພວກເຮົາຮູ້ບ່ອນ ຢາທີ່ມັກຜລິດຄ້າອອກມາ ແຕ່ວ່າເຮົາຊິເຮັດແນວໃດໄດ້ ປະເທດເພື່ອນບ້ານໃກ້ຄຽງເຮົານີ້ແຫລະ ເຮົາເວົ້ານຳເຂົາບໍ່ໄດ້ເດ້ ເຂົາບໍ່ມີຣັຖບານ ເຂົາເປັນເຂດພິເສດ ເຂດເອກຣາຊ ວິທີເຂົາລັກມັນກະເກັ່ງ ດຽວນີ້ແຮງເກັ່ງກວ່າແຕ່ກ່ອນ ມັນເປັນແນວນັ້ນ”
ກ່ຽວກັບເຣຶ່ອງຜູ້ຕິດຢາ ເສບຕິດເພີ່ມຂຶ້ນ ແລະ ບໍ່ໄດ້ຮັບການຝຶກວິຊາຊີພ ໃນລະຫວ່າງທີ່ເຂົ້າຮັບການປິ່ນປົວ ແລະ ບຳບັດນັ້ນ ກໍເຮັດໃຫ້ຊາວລາວຫລາຍຄົນ ຮູ້ສຶກເປັນຫ່ວງຕໍ່ບັນຫາດັ່ງກ່າວ ໂດຍສະເພາະ ການທີ່ບໍ່ມີການຝືກອາຊີພ ໃຫ້ແກ່ຜູ້ຕິດຢາເສບຕິດນັ້ນ ກໍເຮັດໃຫ້ຫລາຍຄົນກັບໄປເສບ ຢາຄືເກົ່າພາຍຫລັງທີ່ຖືກປ່ອຍ ອອກຈາກສູນປິ່ນປົວ ແລະ ບຳບັດຜູ້ຕິດຢາເສບຕິດແລ້ວ ແລະ ກໍຮູ້ສຶກສລົດໃຈທີ່ຢາເສບຕິດຈາກປະເທດເພື່ອນບ້ານ ຍັງຫລັ່ງໄຫລເຂົ້າມາໃນລາວຢູ່ເລື້ອຍໆ.
ດັ່ງ ຊາວລາວ ທ່ານນຶ່ງກ່າວວ່າ:
“ກໍເຫັນຢູ່ ເພິ່ນວ່າເອົາໄປບຳບັດ ແລ້ວອອກມາຍັງກິນຕໍ່ຄືເກົ່າ ໄປແລ້ວກະຄືໄປສຶກສາຢູ່ນຳກັນ ຢູ່ໃນຫັ້ນຕື່ມ ເຂົາເຈົ້າກະລັກຊື້ ລັກຂາຍກັນຢູ່ໃນກັນດຸ ບາງເທຶ່ອ ມັນຊິບໍ່ໝົດງ່າຍດອກ ຄືເພິ່ນຫັ້ນແຫລະເນາະ ບ່ອນຜລິດຢາຫັ້ນມັນບໍ່ມີຣັຖມົນຕຣີ ບໍ່ມີນາຍົກ ເພິ່ນວ່າຫັ້ນເນາະ.”
ໃນຂະນະທີ່ຊາວລາວ ອີກທ່ານນຶ່ງ ກ່າວວ່າ ສາເຫຕທີ່ຜູ້ທີ່ເຂົ້າຮັບການປິ່ນປົວ ຢາເສບຕິດຈຳນວນນຶ່ງ ໄດ້ກັບໄປເສບຢາເສບຕິດຄືເກົ່າ ພາຍຫລັງຈາກທີ່ອອກຈາກສູນປິ່ນປົວ ແລະ ບຳບັດຜູ້ຕິດຢາເສບຕິດແລ້ວນັ້ນ ຍ້ອນການດື້ດ້ານ ຂອງພວກເຂົາເຈົ້າ ແລະ ບາງເທຶ່ອລະບົບການປິ່ນປົວ ແລະ ບຳບັດຢູ່ໃນສູນ ແຕ່ລະແຫ່ງ ກໍຍັງບໍ່ມີປະສິດທິພາບພຽງພໍ ທີ່ຈະເຮັດໃຫ້ຜູ້ຕິດຢາເສບຕິດ ເຊົາຈາກການຕິດຢາເສບຕິດໄດ້.
ດັ່ງທ່ານກ່າວວ່າ:
“ຍາກໂອ້ ພວກບໍ່ຫລາບບໍ່ຈື່ນ່າ ແຕ່ບໍ່ຮູ້ຈັກວ່າຍັງຫລາຍບໍ່ ຍັງໜ້ອຍບໍ່ ແຕ່ວ່າ ສ່ວນຫລາຍຫັ້ນມັກມີ ຈຳນວນນຶ່ງມັນບໍໍ່ຫລາບບໍ່ຈື່ ຄືພວກນີ້ດຶ້ດ້ານ ຜ່ານການບຳບັດເຂົາເຂົ້າໄປຫັ້ນນີ້ໂອ ມັນຂຶ້ນກັບໃຈ.”
ທາງດ້ານເຈົ້າໜ້າທີ່ ປະຈຳສູນປິ່ນປົວ ແລະ ບຳບັດຜູ້ຕິດຢາເສບຕິດ ແຫ່ງນຶ່ງ ກ່າວວ່າ ສຳລັບຢູພາຍໃນສູນຂອງທ່ານເອງ ສ່ວນຫລາຍມີແຕ່ຜູ້ຕິດຢາເສບຕິດ ທີ່ມາປິ່ນປົວແລະບຳບັດແບບຊົ່ວຄາວ ແລ້ວທາງຄອບຄົວພາກັບເມືອບ້ານ ຍັງບໍ່ທັນມີຜູ້ສມັກໃຈມາປິ່ນປົວ ແລະ ບຳບັດແບບໃຊ້ຊີວິຕ ຢູ່ໃນສູນ ຈຶ່ງເຮັດໃຫ້ຈຳນວນນຶ່ງ ຍັງມີຄວາມສ່ຽງທີ່ຈະກັບໄປເສບຕິດຄືເກົ່າ.
ດັ່ງທ່ານກ່າວວ່າ:
“ຍັງເປັນເຂດນອກຢູ່ ຍັງແບບເຂົາເຈົ້າໄປໆ ມາໆ ຜູ້ທີ່ມານອນຍັງບໍ່ທັນເທຶ່ອ ຍັງບໍ່ທັນມີແບບວ່າສມັກໃຈມານອນປິ່ນປົວເທຶ່ອ ກະຫລາຍເຄສໄດ໋ ທີ່ວ່າເຮົາປົວແລ້ວກະກັບໄປ ຢູ່ກັບຄອບຄົວຫັ້ນນ່າ.”
ສ່ວນນັກວິຊາການ ອີກທ່ານນຶ່ງ ທີ່ເຄີຍມີປະສົບປະການຊ່ວຍເຫລືອ ຜູ້ຕິດຢາເສບຕິດ ກ່າວວ່າ ການປິ່ນປົວຜູ້ຕິດຢາເສບຕິດ ຫລາຍແຫ່ງ ກໍຂາດມາຕຖານ ໃນການປິ່ນປົວ ແລະ ບຳບັດຜູ້ເສບຢາເສບຕິດ ແລະ ສູນບາງແຫ່ງ ກໍປະປ່ອຍໃຫ້ຜູ້ປົກຄອງ ບາງຄົນ ນຳຢາເສບຕິດມາໃຫ້ລູກ ຂອງໂຕເອງເສບ ຢູ່ພາຍໃນສູນ ໃນເວລາລູກຂອງເຂົາເຈົ້າ ມີອາການຢາກເສບຢາເສບຕິດ.
ດັ່ງທ່ານກ່າວວ່າ:
“ພາກສ່ວນນຶ່ງລະແມ່ນວ່າ ຄັນຜູ້ໃດແມ່ນລູກຂອງພໍ່ແມ່ເຂົາມີເງິນຫັ້ນເນາະ ຕ້ອງການຢາກກິນ ຢາກເສບຢາບ້າ 50 ເມັດ 100 ເມັດກະໄດ້ ເພາະ ພໍ່ແມ່ເຂົາໄປດູແລໄປເບິ່ງ ບາດນີ້ເຂົາຕ້ອງການ ຢາກກິນຢາ ເຂົາກະສັ່ງຕຳຣວດຫັ້ນເດ້ ຈຳນວນນຶ່ງຫັ້ນ ພວກຕຳຣວດບໍ່ດີ.”
ເຖິງຢ່າງໃດກໍຕາມ ສຳລັບວາຣະແຫ່ງຊາຕ ວ່າດ້ວຍການປ້ອງກັນ, ປາບປາມ ແລະ ແກ້ໄຂບັນຫາຢາເສບຕິດ ໄດ້ເຣີ່ມຂຶ້ນຕັ້ງແຕ່ປີ 2021 ໄປຮອດປີ 2023 ເຊິ່ງ ນັບຕັ້ງແຕ່ຣັຖບານ ໄດ້ປະກາດວາຣະດັ່ງກ່າວເປັນຕົ້ນມາ ປະກົດວ່າກວດພົບ ບັນຫາຢາເສບຕິດໄດ້ຫລາຍຂຶ້ນ ໂດຍສະເພາະຢູ່ແຂວງບໍ່ແກ້ວ ທີ່ມັກມີເຫຕການຈັບຜູ້ຂົນສົ່ງ ຢາເສບຕິດໄດ້ຫລາຍເທຶ່ອພ້ອມຍຶດ ຂອງກາງປະເພດຢາບ້າ ແລະ ຢາເສບຕິດອື່ນໆ ໄດ້ຫລາຍລ້ານເມັດຕໍ່ເທຶ່ອ ແລະ ນໍ້າໜັກຫລາຍຕັນ.