ຢາໄອສ໌ ຈຳນວນ 16 ເປົາ ຖືກຍຶດໄດ້ ຢູ່ເມືອງຕົ້ນເຜິ້ງ

ໄຊຍາ
2023.02.13
ຢາໄອສ໌ ຈຳນວນ 16 ເປົາ ຖືກຍຶດໄດ້ ຢູ່ເມືອງຕົ້ນເຜິ້ງ ຢາໄອສ໌ ທີ່ຖືກເຈົ້າໜ້າທີ່ ຍຶດໄດ້ ໃນວັນທີ 7 ກຸມພາ ທີ່ຜ່ານມາ ຢູ່ເມືອງຕົ້ຍເຜິ້ງ ແຂວງບໍ່ແກ້ວ.
ຮູບພາບຈາກ: ປກສ

ວັນທີ 07 ກຸມພາ ທີ່ຜ່ານມາເຈົ້າຫນ້າທີ່ ປກສ ທີ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ສົມທົບເຈົ້າຫນ້າທີ່ ຜແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງບໍ່ແກ້ວ ໄດ້ຍຶດຢາໄອສ໌ ທີ່ຂົນມາຈາກປະເທດພະມ້າ ຈຳນວນ 16 ເປົາ (ມີ 500 ຫໍ່), ນໍ້າຫນັກ 500 ກິໂລກຣາມ ຣົຖໃຫຍ່ 3 ຄັນ ແລະ ຜູ້ຖືກກ່າວຫາ ເປັນຄົນລາວ ທັງຫມົດ 4 ຄົນ.

ດັ່ງເຈົ້າຫນ້າທີ່ ທີ່ກ່ຽວຂ້ອງ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 13 ກຸມພາ ນີ້ວ່າ:

ພາກສ່ວນທີ່ຢູ່ເບື້ອງຫລັງ ເຮົາບໍ່ໄດ້ມີ ແຕ່ເຮົາຈັບໄດ້ ມີແຕ່ພາກສ່ວນຂົນສົ່ງ ໂຕນີ້ເບື້ອງຫລັງຍັງບໍ່ທັນໄດ້ ຜູ້ທີ່ເປັນຫົວໂປ ໂຕການ. ເຮົາບໍ່ໄດ້ ໂດຍລວມນີ້ກໍໃສ່ (ຂໍ້ຫາ) ເຂົາເຈົ້າກໍຂົນສົ່ງ (ຢາເສບຕິດປະເພດຢາໄອສ໌) ເພາະວ່າເຂົາເຈົ້າ ເປັນໂຕຂົນສົ່ງຕົ້ນທາງ ໄປໃຫ້ປາຍທາງ ມາແຕ່ມຽນມ້າ.

ທ່ານກ່າວຕື່ມວ່າ ສຳລັບຢາໄອສ໌ ຈະຖືກເກັບໄວ້ສາງກ່ອນ ເພື່ອລໍຖ້າສານຕັດສິນຄະດີນີ້ແລ້ວ ຈຶ່ງທຳລາຍເປັນອັນດັບຖັດໄປ.

ປັດຈຸບັນ ປກສ ເມືອງຕົ້ນເຜິ້ງ ໄດ້ສົ່ງມອບຄະດີ ຢາໄອສ໌ 500 ກິໂລກຣາມ ໃຫ້ ປກສ ແຂວງບໍ່ແກ້ວເປັນຜູ້ຮັບຜິດຊອບແລ້ວ ແລະ ທາງ ປກສ ແຂວງ ໄດ້ແຕ່ງຕັ້ງເຈົ້າຫນ້າທີ່ ວິຊາສະເພາະ ເພື່ອດຳເນີນການ ສືບສວນ-ສອບສວນ ຫາເຄືອຂ່າຍຢາເສບຕິດລາຍໃຫຍ່ ຫລັງຈາກນັ້ນ ເຈົ້າຫນ້າທີ່ຕຳຣວດ ຈະໄດ້ປະກອບສຳນວນຄະດີ ແລ້ວສົ່ງໃຫ້ໄອຍະການ ຈາກນັ້ນໄອຍະການຖແລງຕໍ່ສານ ເພື່ອໃຫ້ຜູ້ພິພາກສາສານຕັດສິນໂທດ ເປັນອັນດັບຖັດໄປ.

ດັ່ງເຈົ້າຫນ້າທີ່ ທີ່ກ່ຽວຂ້ອງ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ອີກທ່ານນຶ່ງ ກ່າວໃນມື້ດຽວກັນວ່າ:

ມີແຕ່ທາງເມືອງເຮົາເຂົ້າຮ່ວມສື່ໆ ມັນເປັນການຂຍາຍຜົນ ແນວໃດໆ ແນວໃດໆ ທາງຜແນກສະກັດກັ້ນແລະ (ຕ້ານ) ຢາເສບຕິດ ແຂວງເລີຍເດີ້ ຣາຍລະອຽດ ເຂົາເຈົ້າເປັນຜູ້ເອົາໄປຫມົດ ປະສານທາງເຂົາເຈົ້າເລີຍ ເພາະວ່າເຮົາກໍມີແຕ່ເຂົ້າຮ່ວມ.

ທີ່ຜ່ານມາ ແຂວງບໍ່ແກ້ວຖືເປັນແຂວງທາງຜ່ານ ຂອງການຂົນສົ່ງຢາເສບຕິດ ເນື່ອງຈາກເປັນແຂວງພູດອຍ ແລະເປັນແຂວງທີ່ມີຊາຍແດນ ຕິດກັບປະເທດພະມ້າ ເຮັດໃຫ້ມີຂະບວນການ ຂົນສົ່ງຢາເສບຕິດເລັດລອດ ສາຍຕາເຈົ້າໜ້າທີ່ ເນື່ອງຈາກຂະບວນການ ຂົນສົ່ງຢາເສບຕິດ ຈະໃຊ້ທາງປ່າ ຂົນສົ່ງຢາເສບຕິດ. ເຖິງວ່າ ປກສ ແຂວງບໍ່ແກ້ວ ມີຈຸດກວດກາ ຕາມເປົ້າຫມາຽທີ່ຄາດວ່າ ຈະມີການຂົນສົ່ງ ຢາເສບຕິດຢ່າງສຸດຄວາມສາມາດ ໂດຍອາໄສການຮ່ວມມື ນຳພົນລະເມືອງດີ ແລະປະຊາຊົນ ແຈ້ງເບາະແສ ການຂົນສົ່ງຢາເສບຕິດ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງບໍ່ແກ້ວ ກ່າວໃນມື້ດຽວກັນວ່າ:

ຄືພວກເຈົ້າຮູ້ ແຂວງບໍ່ແກ້ວ ເປັນແຂວງພູດອຍແຫລະເນາະ ຄືວ່າສະພາບແວດລ້ອມ ເບິ່ງລວມແລ້ວລະຫວ່າງເຮົາ ກັບປະເທດເພື່ອນບ້ານ ສື່ສານກັນໄດ້ງ່າຍ ເພາະສະນັ້ນທາງເຈົ້າຫນ້າທີ່ ບາງລາຍກໍສາມາດສະກັດໄດ້ ຖ້າວ່າມີປະຊາຊົນ ຫລື ວ່າພົນລະເມືອງດີ ແຈ້ງເບາະແສນຳເຮົາ ເຮົາກໍສາມາດ ນຳໄດ້ແລ້ວ.

ເມື່ອເວົ້າເຖິງຢາເສບຕິດ ຊາວບ້ານຈຳນວນນຶ່ງ ກໍຍັງຢາກໃຫ້ເຈົ້າຫນ້າທີ່ ປາບປາມຢາເສບຕິດ ຢ່າງຈິງຈັງຫລາຍກ່ວານີ້ ໂດຍສະເພາະ ການປາບປາມຢາເສບຕິດຂັ້ນບ້ານ ຍ້ອນບາງເທື່ອປະຊາຊົນ ແຈ້ງເບາະແສວ່າມີລູກຫລານ ມົ້ວສຸມຢາເສບຕິດ ພາຍໃນບ້ານ ແຕ່ເຈົ້າຫນ້າທີ່ ຈະບໍ່ລົງໄປເຮັດບົດບັນທຶກ ຫລື ສຶກສາອົບຮົມ ຈະລົງປາບປາມແຕ່ການຊື້-ຂາຍ ຢາເສບຕິດເທົ່ານັ້ນ ເຮັດໃຫ້ລູກຫລານ ພາກັນເສບຢາ ແລະເສັຽອະນາຄົດ ທາງດ້ານການສຶກສາ.

ດັ່ງຊາວບ້ານ ຢູ່ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ກ່າວໃນມື້ດຽວກັນນີ້ວ່າ:

ເຮົາສົ່ງຂ່າວເອົາລາຍຊື່ຫຍັງ ເຮົາກໍເອົາໃຫ້ແລ້ວ ແຕ່ວ່າວິທີການເຂົາເຈົ້າ ທີ່ວ່າຊິເອົາມາສຶກສາອົບຮົມ ມາສ້າງເປັນບົດບັນທຶກ ຫລື ວ່າຊິເອົາມາໃຫ້ ອັນນັ້ນ ອັນນີ້. ອັນນີ້ ກໍບໍ່ຄ່ອຍມີນ່າ ຖ້າວ່າເອົາຈົນມັນຮອດໄດ້ ຂອງກາງ ໂຕຈິງທີ່ວ່າ ເປັນການຊື້ ການຂາຍກັນ ເຂົາເຈົ້າຈຶ່ງດຳເນີນ.

ຢາເສບຕິດທຸກປະເພດ ເປັນອັນຕະຣາຍ ຕໍ່ລູກຕໍ່ຫລານ ພາຍໃນປະເທດລາວ ໂດຍສະເພາະໄວຫນຸ່ມທີ່ປັດຈຸບັນ ຍັງເຫັນໄວຫນຸ່ມ ຈັບກຸ່ມມົ້ວສຸມຢາເສບຕິດ ຈຶ່ງຢາກໃຫ້ເຈົ້າຫນ້າທີ່ ທີ່ກ່ຽວຂ້ອງ ປາບປາມຢາເສບຕິດ ຢ່າງຈິງຈັງ.

ດັ່ງຊາວບ້ານ ຢູ່ເມືອງຄຳເກີດ ແຂວງບໍຣິຄຳໄຊ ກ່າວໃນມື້ດຽວກັນນີ້ວ່າ:

ຈຸດອັນຕະຣາຍແທ້ ກໍຄືວ່າຊາວຫນຸ່ມ ໄວຫນຸ່ມ ບໍ່ວ່າແຕ່ເມືອງເຮົາເນາະ ເມືອງໃດຄືກັນແຕ່ວ່າ ຖ້າເຈົ້າຫນ້າທີ່ ເຮົາອົງການຈັດຕັ້ງ ທີ່ກ່ຽວຂ້ອງເອົາໃຈໃສ່ນີ້ຕື່ມນ່າ ເພື່ອຕ້ານ ແລະ ສະກັດກັ້ນບັນຫາດັ່ງກ່າວ ໃຫ້ມັນຫລຸດຫນ້ອຍ ຖອຍລົງມັນອາດຊິດີຂຶ້ນເນາະ

ປາຍທາງການຂົນສົ່ງຢາໄອສ໌ ເທື່ອນີ້ ຍັງບໍ່ສາມາດລະບຸໄດ້ ເນື່ອງຈາກການຂົນສົ່ງ ຢາເສບຕິດ ໃນເທື່ອນີ້ ຈະເປັນການຂົນສົ່ງ ແບບທີມເວີຣ໌ກຄືຮັບຊ່ວງຕໍ່ ການຂົນສົ່ງຫລາຍບ່ອນ ເຊັ່ນຈາກປະເທດພະມ້າ ມາແຂວງບໍ່ແກ້ວ ແລ້ວຈາກແຂວງບໍ່ແກ້ວ ໄປອີກບ່ອນອື່ນ.

ສຳລັບຄະດີ, ເຈົ້າຫນ້າທີ່ຕຳຣວດຍຶດຢາໄອສ໌ 500 ກິໂລກຣາມ ໃນເທື່ອນີ້ ຍັງບໍ່ຖືເປັນຄະດີໃຫຍ່ ປະຈຳປີ 2023 ຂອງແຂວງບໍ່ແກ້ວ ແຕ່ຄະດີເຈົ້າໜ້າທີ່ ຕຳຣວດຍຶດຢາບ້າໄດ້ 6 ລ້ານເມັດ ເມື່ອວັນທີ 16 ມົກກະຣາ ທີ່ຜ່ານ ມາຖື ເປັນຄະດີໃຫຍ່ ອີງຕາມການຂໍ້ມູນ ຈາກ ປກສ ແຂວງບໍ່ແກ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.