ບັນຫາ ຢາເສບຕິດ ໃນລາວ ປາບປາມໄດ້ຍາກ

ຮູບໂຕຢາງ: ການຍຶດຢາບ້າ ຈຳນວນ 10,000,000 ເມັດ, ວັນທີ 20 ຕຸລາ 2021.
ຮູບໂຕຢາງ: ການຍຶດຢາບ້າ ຈຳນວນ 10,000,000 ເມັດ, ວັນທີ 20 ຕຸລາ 2021. (ນັກຂ່າວ ພົລເມືອງ)

0:00 / 0:00

ທາງການລາວ ໄດ້ກໍານົດເອົາວັນທີ 12 ຕຸລາ ເປັນວັນຕ້ານຢາເສບຕິດແຫ່ງຊາຕ ແລະໃນປີ 2022 ນີ້ ກໍຄົບຮອບ 21 ປີ ເຊິ່ງກອງບັນຊາການ ປສກ ຫຼາຍແຂວງໃນລາວ ກໍໄດ້ມີພິທີ ເນື່ອງໃນໂອກາດວັນດັ່ງກ່າວ ເປັນຕົ້ນ ຢູ່ນະຄອນຫຼວງວຽງຈັນ ກໍໄດ້ຈັດພິທີດັ່ງກ່າວຂຶ້ນ ໂດຍມີການເຊີນ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຈາກບັນດາຫ້ອງການ ທີ່ກ່ຽວຂ້ອງຕ່າງໆ ເຂົ້າຮ່ວມພິທີດັ່ງກ່າວ ພ້ອມກັບເຮັດບາງກິຈກັມ ທີ່ກ່ຽວຂ້ອງກັບ ການແກ້ໄຂບັນຫາຢາເສບຕິດ.

ດັ່ງເຈົ້າໜ້າທີ່ ທີ່ເຮັດວຽກກ່ຽວກັບ ການສະກັດກັ້ນຢາເສບຕິດ ຢູ່ນະຄອນຫຼວງວຽງຈັນ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 12 ຕຸລາ ນີ້ວ່າ:

“ມີແຕ່ຂ້ອຍສົ່ງອັນນັ້ນໄປ ສົ່ງຄະນະໄປ ບໍ່ແນ່ໃຈຄືກັນ ບໍ່ໄດ້ເບິ່ງຢູ່ເອກສານ ຍັງຢູ່ໝາຍເຊີນ ກ່ຽວແກ່ກັບຢາເສບຕິດຫຼາຍໆຫັ້ນ ອັນໂອ້ຫຼາຍໆໜັກບາດນີ້ ມັນບອກບໍ່ໄດ້ນ່າ.”

ໃນຂະນະດຽວກັນບາງແຂວງໃນລາວ ກໍໄດ້ມີການຈັດພິທີ ຈູດທໍາລາຍຢາເສບຕິດ ເນື່ອງໃນໂອກາດວັນດັ່ງກ່າວນີ້ ເປັນຕົ້ນ ກອງບັນຊາການ ປກສ ແຂວງສວັນນະເຂດ ກໍໄດ້ຈັດພິທີຈູດທໍາລາຍ ຢາເສບຕິດ ຢູ່ບໍຣິເວນສນາມກິລາ ຫຼັກ 4 ນະຄອນໄກສອນພົມວິຫານ ໃນຕອນເຊົ້າຂອງວັນທີ 11 ຕຸລາ ນີ້ ໂດຍມີເຈົ້າໜ້າທີ່ຕໍາຣວດ ຈາກຫຼາຍພາກສ່ວນເຂົ້າຮ່ວມ ພິທີດັ່ງກ່າວ, ແຕ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຍັງບໍ່ສາມາດໃຫ້ຂໍ້ມູນຕໍ່ວິທຍຸ ເອເຊັຽເສຣີ ໄດ້ຢ່າງຄັກແນ່ວ່າ ໄດ້ຈູດທໍາລາຍຢາເສບຕິດ ປະເພດໃດແດ່ ແລະຈໍານວນເທົ່າໃດ.

ໃນຂະນະທີ່ ບາງແຂວງໃນລາວ ກໍບໍ່ໄດ້ມີພິທີກ່ຽວກັບ ວັນຕ້ານຢາເສບຕິດແຫ່ງຊາຕ ໃນມື້ນີ້ ແຕ່ກໍກໍາລັງມີການກະຕຣຽມ ທີ່ຈະຈັດພິທີຈູດທໍາລາຍ ຢາເສບຕິດ ເປັນຕົ້ນ ຢູ່ແຂວງບໍ່ແກ້ວ ເຊິ່ງເປັນແຂວງອັນດັບຕົ້ນໆຂອງລາວ ທີ່ມີການຈັບຜູ້ຄ້າ ແລະຈໍານວນຢາເສບຕິດ ໄດ້ຫຼາຍທີ່ສຸດ ກໍຈະຈັດພິຈູດທໍາລາຍຢາເສບຕິດ ໃນມໍ່ໆນີ້ ເຊິ່ງຍັງຢູ່ໃນລະຫວ່າງ ການລໍຖ້າຟັງຄໍາເຫັນ ແລະການກໍານົດມື້ ຈູດທໍາລາຍຢາເສບຕິດດັ່ງກ່າວ ຈາກທ່ານເຈົ້າແຂວງຢູ່.

ດັ່ງເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ກ່າວວ່າ:

“ຍັງບໍ່ມີກິຈກັມຫຍັງເທື່ອເຈົ້າ ເພາະວ່າ ເຮັດບົດຣາຍງານ ຂໍຄໍາເຫັນນໍາທາງທ່ານ ເຈົ້າແຂວງເພິ່ນ ເພິ່ນຍັງບໍ່ທັນໄດ້ມີຄໍາເຫັນເທື່ອ ຍັງປົກກະຕິ ກະຍັງລໍຖ້າ ແຕ່ຄໍາເຫັນຂອງທ່ານເຈົ້າແຂວງ.”

ແຕ່ເຖິງຢ່າງໃດກໍຕາມ ຊາວລາວຈໍານວນນຶ່ງ ຍັງເຫັນວ່າ ບັນຫາຢາເສບຕິດ ຍັງເປັນບັນຫາທີ່ໜັກຢູ່ໃນລາວ ແລະປາບປາມໄດ້ຍາກ ແລະພວມເປັນບັນຫາ ທີ່ຍິ່ງມີການປາບປາມຫຼາຍສໍ່າໃດ ກໍຍິ່ງມີຫຼາຍຂຶ້ນ ເຊິ່ງສາເຫດນຶ່ງ ທີ່ເຮັດໃຫ້ເກີດເຫດການ ແນວນີ້ຢູ່ເລື້ອຍໆນັ້ນ ເປັນຍ້ອນເຈົ້າໜ້າທີ່ ບໍ່ໄດ້ບັງຄັບໃຊ້ກົດໝາຍ ຢ່າງເຂັ້ມງວດ ໃນການດໍາເນີນຄະດີ ຕໍ່ຜູ້ຄ້າຢາເສບຕິດ.

ດັ່ງຊາວລາວ ທ່ານນຶ່ງ ກ່າວວ່າ:

“ຢາເສບຕິດນີ້ ມັນກະຍັງຄືເກົ່າແຫຼະ ມັນບໍ່ມີໂຕແກ້ໂຕປາບໂຕໃດນ່າ ເຈົ້າໜ້າທີ່ກະປາບບໍ່ໄດ້ ນັບມື້ນັບຫຼາຍຂຶ້ນ ເຫດຜົລກໍຄືວ່າແຫຼະເນາະ ຈັບໄປແລ້ວ ຄືປັບໃໝແລ້ວລະປ່ອຍ ເຮັດແທ້ເທື່ອບໍ່, ຈັບໄດ້ປັບໃໝ ຖືກຕິດຄຸກຈັກປີ ຄືວ່າ 5 ປີ ກະຢູ່ 5 ປີເນາະ ອັນນີ້ 2 ປີ ເຂົາເອົາເງິນໄປໄຖ່ ແລ້ວເອົາອອກມາ.”

ສ່ວນເຈົ້າໜ້າທີ່ ປະຈໍາສູນບໍາບັດ ແລະປິ່ນປົວຜູ້ຕິດຢາເສບຕິດ ທ່ານນຶ່ງກໍເຫັນວ່າ ບັນຫາຢາເສບຕິດຢູ່ລາວເພີ່ມຂຶ້ນຫຼາຍ ຄັນທຽບໃສ່ໄລຍະ 2-3 ປີທີ່ຜ່ານມາ ເຊິ່ງເຫັນໄດ້ຈາກ ມີການຈັບຜູ້ຄ້າ-ຂາຍ ແລະຈໍານວນຢາເສບຕິດໄດ້ຫຼາຍ ນັບແຕ່ທາງການລາວ ໄດ້ປະກາດໃຫ້ການປາບປາມ ຢາເສບຕິດ ເປັນວາຣະແຫ່ງຊາຕ ນັບແຕ່ປີ 2021 ເປັນຕົ້ນມາ, ແຕ່ໃນຂະນະດຽວກັນ ກໍເຮັດໃຫ້ຊາວໜຸ່ມລາວ ກາຍເປັນຜູ້ຕິດຢາເສບຕິດຫຼາຍຂຶ້ນ ແລະຖືກນໍາສົ່ງໄປສູນບໍາບັດ ແລະປິ່ນປົວຢູ່ເລື້ອຍໆ.

ດັ່ງທ່ານກ່າວວ່າ:

“ຖ້າທຽບໃສ່ໃນໄລຍະຜ່ານມາ ກັບປັດຈຸບັນນີ້ ຄືປັດຈຸບັນນີ້ຫຼາຍໃດ໋ ເພາະວ່າ ຊ່ວງວາຣະແຫ່ງຊາຕ ອອກປະຕິບັດໜ້າທີ່ວຽກງານ ເອົາພະນັກງານລົງບັນດາຈຸດ ລົງບັນດາເມືອງ ຢູ່ໃສມັນກະຢາກວ່າ ຢາກຈັບໄດ້້ເນາະ ຜູ້ຖືກເຄາະຮ້າຍ ກະແຫ່ງຫຼາຍຂຶ້ນ ເອົາມາສຶກສາອົບຮົມ ແຕ່ລະສູນ ແຕ່ລະເຂດ ກໍເປັນຫຼາຍສູນຫັ້ນນ່າ.”

ກ່ອນໜ້ານີ້ ເມື່ອວັນທີ 6 ຕຸລາ ທີ່ຜ່ານມາ ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ຮອງນາຍົກຣັຖມົນຕຣີ ແລະຣັຖມົນຕຣີ ກະຊວງ ປ້ອງກັນຄວາມສງົບ ໄດ້ອ່ານສານເນື່ອງໃນໂອກາດ ວັນຕ້ານຢາເສບຕິດແຫ່ງຊາຕ ຄົບຮອບ 21 ປີ ເຊິ່ງຕຣົງກັບວັນທີ 12 ຕຸລາ ນີ້ວ່າ:

"ຢາເສບຕິດແມ່ນບັນຫາລວມ ຂອງວົງຄະນະຍາດສາກົລ ເຊິ່ງເປັນພັຍຂົ່ມຂູ່ ທີ່ຮ້າຍແຮງຕໍ່ມວນມະນຸສ, ເປັນບໍ່ເກີດຂອງອາຊກັມຕ່າງໆ ທີ່ກົດໜ່ວງຖ່ວງດຶງ ການສ້້າງສາພັທນາ ເສຖກິຈ-ສັງຄົມຂອງຊາຕ, ທັງຍັງສ້າງຄວາມເສັຍຫາຍ ຢ່າງໃຫຍ່ຫຼວງ ຕໍ່ບຸກຄົນ ແລະ ຄອບຄົວຜູ້ຕົກເປັນທາດ ຢາເສບຕິດ, ປັດຈຸບັນ ການຄ້າຂາຍຢາເສບຕິດ ໄດ້ກາຍເປັນຂະບວນການ ຂ້າມຊາຕ ທີ່ຣັຖບານ ແລະປະຊາຊົນລາວ ຮວມທັງຫຼາຍປະເທດ ທົ່ວໂລກ ພ້ອມກັນຕ້ານ ແລະ ສະກັດກັ້ນຢ່າງແຂງແຮງ.", ອີງຕາມການຣາຍງານ ຂອງສື່ມວນຊົນລາວ.