ສປປ ລາວ ຮັບເຂົ້າສານ ຊ່ວຍເຫຼືອຈາກຍີ່ປຸ່ນ, ເກົາຫລີໃຕ້

ສຸພັດຕາ
2022.12.23
ສປປ ລາວ ຮັບເຂົ້າສານ ຊ່ວຍເຫຼືອຈາກຍີ່ປຸ່ນ, ເກົາຫລີໃຕ້ ຣັຖບານຍີ່ປຸ່ນໄດ້ມອບເຂົ້າສານ ຈຳນວນ 300 ໂຕນ ໃຫ້ແກ່ ປະເທດລາວ ໂດຍຜ່ານໂຄງການ ຄັງແຮ ເຂົ້າສານ ຊ່ວຍເຫຼືອສຸກເສີນ ອາຊ້ຽນ+3.
Embassy of Japan in Laos

ພິທີມອບ-ຮັບເຂົ້າສານ ຈາກຄັງແຮເຂົ້າ ສຸກເສີນອາຊ້ຽນ+3 ຊຶ່ງປະກອບມີປະເທດຢີ່ປຸ່ນ ແລະ ເກົາຫລີໃຕ້ ເພື່ອແຈກຢາຍ ໃຫ້ແກ່ຜູ້ປະສົບພັຍພິບັດ ຢູ່ ສປປ ລາວ ໂດຍການຈັດຕັ້ງປະຕິບັດ ຂອງກະຊວງແຮງງານ ແລະ ສວັດດີການສັງຄົມ, ກະຊວງກະສິກັມ ແລະ ປ່າໄມ້ ແລະ ອົງການອາຫານໂລກ ປະຈຳ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 21 ທັນວາ ນີ້ ທີ່ ສາງຫຼັກ 17 ບ້ານດ່ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ຕາງໜ້າກອງເລຂາ ຄັງແຮ ເຂົ້າອາຊ້ຽນ+3 ກ່າວມອບໂດຍ ທ່ານ ຈູມເຈັດ ກັນຈະນາເກສອນ ຫົວໜ້າກອງເລຂາ ຄັງແຮເຂົ້າອາຊຽນ+3 ແລະ ກ່າວຮັບໂດຍ ທ່ານ ທອງພັດ ວົງມະນີ ຮອງຣັຖມົນຕຣີ ກະຊວງກະສິກັມ ແລະ ປ່າໄມ້, ທ່ານ ລີປາວ ຢ່າງ ຮອງຣັຖມົນຕຣີ ກະຊວງແຮງງານ ແລະ ສວັດດີການສັງຄົມ, ມີທ່ານ ຈູງຢະ ນະກະໂນະ ອັກຄະຣາຊະທູຕ ຜູ້ມີອຳນາດເຕັມ ແຫ່ງຍີ່ປຸ່ນ ປະຈໍາ ສປປ ລາວ, ຍານາງ ຈ່ອງ ຈີ່ຢ້າງ ເລຂາເອກອັກຄະຣັຖທູຕ ປະເທດເກົາຫລີໃຕ້ ປະຈໍາ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ເຂົ້າສານ ທີ່ນຳມາມອບໃນຄັ້ງນີ້, ມີຈໍານວນ 1,000 ຕັນ. ໃນນີ້, ຣັຖບານຍີ່ປຸ່ນ ໃຫ້ການສນັບສນູນ 300 ຕັນ ແລະ ຣັຖບານເກົາຫລີໃຕ້ 700 ຕັນ ເພື່ອນໍາໄປແຈກຢາຍໃຫ້ປະຊາຊົນ ທີ່ປະສົບພັຍບັດນໍ້າຖ້ວມ ຢູ່ບັນດາແຂວງ ໃນຂອບເຂດທົ່ວປະເທດ ຂອງ ສປປ ລາວ ໃນປີ 2022.

ທ່ານ ລີປາວ ຢ່າງ ໄດ້ກ່າວວ່າ: ສຳລັບ ສປປລາວ ໃນລະຫວ່າງ ເດືອນກໍຣະກະດາ ຫາ ຕຸລາ 2022 ໄດ້ເກີດເຫດການ ພັຍພິບັດ ນໍ້າຖ້ວມ-ນໍ້າໄຫຼຊຸ ຢູ່ 13 ແຂວງ ຄື: ຜົ້ງສາລີ, ອຸດົມໄຊ, ຫຼວງພຣະບາງ, ໄຊຍະບູຣີ, ຊຽງຂວາງ, ຫົວພັນ, ວຽງຈັນ, ສວັນນະເຂດ, ສາຣະວັນ, ຈຳປາສັກ, ເຊກອງ, ອັດຕະປື ແລະ ນະຄອນຫຼວງວຽງຈັນ ເຊິ່ງເຮັດໃຫ້ພື້ນຖານການຜລິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ຈຳນວນ 70,523 ຄອບຄົວ, ມີ 322,954 ຄົນ ເພດຍິງ 163,383 ຄົນ ທີ່ໄດ້ຮັບຜົລກະທົບ, ຄິດເປັນມູນຄ່າເສັຍຫາຍທັງໝົດ ປະມານ 552 ຕື້ກວ່າກີບ. ຕໍ່ກັບພັຍພິບັດທີ່ກ່າວມານີ້ ຣັຖບານ ສປປ ລາວ ກໍໄດ້ໃຫ້ການຊ່ອຍເຫຼືອ ເບື້ອງຕົ້ນ ແກ່ຜູ້ປະສົບພັຍພິບັດ, ຄ່ຽງຄູ່ກັບບັນດາຄູ່ຮ່ວມງານ, ອົງການສາກົລ ກໍໃຫ້ການຊ່ອຍເຫຼືອ, ເວົ້າລວມ, ເວົ້າສະເພາະ ຣັຖບານຍີ່ປຸ່ນ ແລະ ຣັຖບານເກົາຫລີໃຕ້ ໄດ້ໃຫ້ການຊ່ອຍເຫຼືອເຂົ້າກິນ ແກ່ຣັຖບານ ສປປ ລາວ ກໍຄືກະຊວງແຮງງານ ແລະ ສວັດດີການສັງຄົມ ຕລອດມາ, ບໍ່ວ່າຈະເປັນທາງດ້ານວັດຖຸ, ເຕັກນິກວິຊາການ ແລະ ການສ້າງບຸກຄະລາກອນ ດ້ານສີມືແຮງງານ.

ຂະນະທີ່ໃນປັດຈຸບັນ ຢູ່ລາວ ລາຄາເຂົ້າເປືອກ ແລະເຂົ້າສານ ແພງຂຶ້ນທົບເຄິ່ງ ເມື່ອທຽບໃສ່ກັບປີຜ່ານ, ດັ່ງຊາວລາວ ຢູ່ເມືອງໄຊທານີ ນະຄອນຫຼວງວຽງຈັນ ຜູ້ນຶ່ງ ເວົ້າໃຫ້ວິທຍຸ ເອເຊັຽ ເສຣີຟັງ ໃນວັນທີ 20 ທັນວາ 2022 ນີ້ວ່າ:

“ໂອ່ຍອັນນີ້ ມັນເປັນພຍາດຊໍ້າເຮື້ອຢູ່ແລ້ວ ຕັ້ງແຕ່ໂຣຄໂຄວິດ-19 ມານ່າ ຄັນທຽບໃສ່ແຕ່ເກົ່ານີ້ ມັນກະເປັນ 50% ພຸ້ນແຫຼະ ເຂົ້າປາອາຫານແພງນີ້ນ່າ ຄືຈັ່ງວ່າ ເຂົ້າເປືອກເຮົານີ້ ຄືແຕ່ເກົ່າມັນກະໂລ 3,000-4,000 (ກີບ) ເນາະ ບາດນີ້ ມາປັດຈຸບັນນີ້ ມັນເປັນ 7,000-8,000 (ກີບ) ແລ້ວນີ້ນ່າ ຄັນເຂົ້າສານ ມັນກະເປັນໂລ 10 ປາຍພັນ 20,000 ພັນ (ກີບ) ພຸ້ນແຫຼະ ມັນກະຂຶ້ນໄປພຸ້ນແຫຼະ ຂຶ້ນໄປເບິດ.”

ຊາວລາວ ຢູ່ແຂວງຊຽງຂວາງ ຜູ້ນຶ່ງ ທີ່ມີອາຊີບເປັນຊາວກະສິກອນ ກໍເວົ້າໃນທໍານອງດຽວກັນວ່າ ລາຄາເຂົ້າ ປີນີ້ ແພງກວ່າປີຜ່ານມາຫຼາຍ:

“ໂອ້ຍ ບໍ່ເວົ້າ ອັນເລີກໍແພງ ແພງແທ້ແພງວ່າ ຊຽງຂວາງນີ້ແຮ່ງອັນດັບນຶ່ງ ເຄື່ອງແພງນີ້ ເຂົ້າກໍແພງ ສູ່ປີເຂົ້າກາກ (ເຂົ້າເປືອກ) ນີ້ ໂລນຶ່ງ 5,000 ພັນ(ກີບ) ເນາະ ປີນີ້ 9,500-10,000 ໄດ໋ ເຂົ້າໄກ່ນ້ອຍນີ້ແຫຼະ ໂລນຶ່ງ 10.000 (ກີບ ) ເຂົ້າກາກ (ເຂົ້າເປືອກ) ລະກໍຍາມນີ້ ປີກາຍ 5,000 ພັນ ອັນໃດກໍແພງ ຫາກບໍ່ຮູ້ຊິວ່າ.”

ຕາມທີ່ໄດ້ເວົ້າ ໄດ້ລົມກັບຊາວລາວນັ້ນ ຕ່າງຄົນກໍເວົ້າວ່າ ບໍ່ແມ່ນແຕ່ລາຄາເຂົ້າທີ່ແພງຂຶ້ນ ສິນຄ້າ ເຄື່ອງອຸປໂພຄ ບໍຣິໂພຄ ຕາມທ້ອງຕລາດ ກໍແພງຂຶ້ນທົບເຄິ່ງເຊັ່ນກັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.