ຍິ່ປຸ່ນຊ່ອຍຣະບົບນ້ຳສະອາດ ຂ.ອຸດົມໄຊ
2015.02.06
ເຈົ້າໜ້າທີ່ ທ້ອງຖິ່ນ ເວົ້າວ່າ ຣັຖບານ ຍິ່ປຸ່ນ ໄດ້ ອະນຸມັດ ເງິນ ຊ່ອຍເຫລືອ ລ້າ ສໍາລັບ ໂຄງການ ນ້ຳລິນ ຢູ່ ບ້ານ ຫ້ວຍຂຸມ ເມືອງໄຊ ແຂວງ ອຸດົມໄຊ ຫລັງຈາກ ພົບວ່າ ຊາວບ້ານ ໃນ ເຂດນັ້ນ ດື່ມນ້ຳ ປະປາ ທີ່ ບໍ່ ສະອາດ ຈົນ ຫລາຍຄົນ ຕ້ອງເຂົ້າ ໂຮງຫມໍ. ຊາວບ້ານ ກໍບໍ່ກ້າ ດື່ມ ນ້ຳ ປະປາ ຍ້ອນ ເຫັນວ່າ ປົນເປຶ້ອນ ກັບ ສານເຄມີ ທີ່ ໃຊ້ຂ້າ ສັດຕຣູ ພືດ ທີ່ ໄຫລມາ ເຂົ້າ ອ່າງນ້ຳ ປະປາ. ດັ່ງທ່ານ ກ່າວວ່າ:
"ກໍມີ ສ່ວນຢູ່ ໂຕນີ້ ເພາະວ່າ ຢູ່ ທາງນ້ຳ ປະປາ ເຂົ້າເຮັດ ຫົວນ້ຳ ຖືກ ສານ ຂ້າຫຍ້າ ໃສ່ ຝຸ່ນຈີ່ ຕົ້ນ ຢາງພາລາ ນີ້ ຢູ່ທາງ ຫົວນ້ຳ ບາງ ອັນເນາະ ເປັນ ພຍາດ ແບບຄື ຖອກທ້ອງ ບໍ".
ທ່ານກ່າວ ຕື່ມວ່າ ໃນຊ່ວງ ທີ່ ມີຝົນຕົກ ໜັກ ໃນປີກາຍ ກໍເຮັດໃຫ້ ນ້ຳ ປະປາ ຂຸ່ນ ຊາວບ້ານ ກໍໄດ້ຮັບ ຄວາມ ເດືອດຮ້ອນ ເພາະຕ້ອງ ໄດ້ເອົາ ນ້ຳ ມາກັ່ນ ແລ້ວ ຕົ້ມ ເພື່ອຂ້າ ເຊື້ອໂຣຄ ຈື່ງ ສາມາດ ດື່ມກິນ ໄດ້. ໃນ ຣະດູ ແລ້ງ ນ້ຳ ປະປາ ກໍແຫ້ງ ຊາວບ້ານ ກວ່າ 220 ຄົນ ໃນເຂດນັ້ນ ກໍຂາດ ນ້ຳ ກິນ ນ້ຳໃຊ້.
ສຳລັບ ໂຄງການ ນ້ຳລິນ ທີ່ ຍິ່ປຸ່ນ ຈະ ມາສ້າງ ນັ້ນ ຍັງບໍ່ຮູ້ ຣາຍ ຣະອຽດ ຄັກແນ່ ວ່າ ເພິ່ນ ຈະສ້າງ ເມື່ອໃດ ແຕ່ ຫວັງວ່າ ເມື່ອ ສ້າງແລ້ວ ຄົງ ຈະຊ່ອຍ ແກ້ ບັນຫາ ນ້ຳ ບໍ່ ສະອາດ ໃຫ້ ຊາວບ້ານ ໄດ້ ແລະ ບັນຫາ ນີ້ ກໍ ເກີດຂຶ້ນ ໃນ ຫລາຍແຫ່ງ ໃນລາວ.
ຍິ່ປຸ່ນ ເປັນ ປະເທດ ນຶ່ງ ທີ່ ໃຫ້ການ ຊ່ອຍເຫລືອ ສປປລາວ ມາຕລອດ ໃນຫລາຍ ຂແນງການ ຮວມທັງ ສາທາຣະນະສຸຂ ຣະບົບ ນ້ຳ ສະອາດ ແລະ ໂຄງການ ພັທນາ ຕ່າງໆ ໃນລາວ.