ຊາວຊົນນະບົດ 62% ບໍ່ມີອາຫານ ກິນພຽງພໍ

0:00 / 0:00

ເດືອນມົກ​ກະ​ຣາ ຫຼື ເດືອນ 1 ທີ່​ຜ່ານ​ມາ ເປັນ​ເດືອນ​ແຫ່ງ​ຄວາມ​ອຶດ​ຫິວ ໃນ​ປະ​ເທດ​ລາວ ຍ້ອນ​ວ່າ ປະ​ຊາ​ຊົນຢູ່​ເຂດ​ຊົນ​ນະ​ບົດ 62% ບໍ່​ມີ​ອາ​ຫານ​ການ​ກິນ​ພຽງ​ພໍ ຫຼື ບໍ່​ມີ​ຄວາມ​ໝັ້ນ​ຄົງ​ ທາງ​ດ້ານ​ອາ​ຫານ.

ອົງ​ການ World Vision ເປັນ​ອົງ​ການ​ຈັດ​ຕັ້ງ​ທີ່ບໍ່​ສັງ​ກັດ​ຣັ​ຖ​ບານ ທີ່​ເຮັດ​ວຽກ​ຢູ່​ປະ​ເທດ​ລາວ ໄດ້​ຣາຍ​ງານ​ໃນ​ວັນ​ທີ 1 ມີ​ນາ ທີ່​ຜ່​ານ​ມາ​ວ່າ ​ເດືອນ​ມົກ​ກະ​ຣາ ຫຼື ເດືອນ 1 ທີ່​ຜ່ານ​ມາ ເປັນ​ເດືອນ​ແຫ່ງ​ຄວາມ​ອິດ​ຫິວ.

ອົງ​ການ​ດັ່ງ​ກ່າວ ໄດ້​ເຮັດ​ການ​ສຳ​ຣວດ ການ​ເຂົ້າ​ເຖິງ​ແຫຼ່ງ​ສະ​ບຽງ​ ອາ​ຫານ​ຂອງ​ປະ​ຊາ​ຊົນ ຢູ່​ເຂດ​ຊົນ​ນະ​ບົດ​ຫຼາຍ​ແຂວງ​ໃນ​ປະ​ເທດ​ລາວ ແລະ ພົບ​ວ່າ ປະ​ຊາ​ຊົນ 62% ບໍ່​ມີ​ອາ​ຫານ​ການ​ກິນ​ພຽງ​ພໍ.

ນັ້ນ​ກໍ​ໝາຍ​ຄວາມ​ວ່າ ປະ​ຊາ​ຊົນ​ທຸກໆ 100 ​ຄົວເຮືອນ ຈະ​ມີ 62 ຄົວ​ເຮືອນ ມີ​ອາ​ຫານ​ການ​ກິນບໍ່​ພຽງ​ພໍ ຍ້ອນ​ຜົ​ລ​ກະ​ທົບ ​ທາງ​ດ້ານ​ເສ​ຖ​ກິ​ຈ ເປັນ​ຕົ້ນເງິນ​ເຟີ້ ເຮັດ​ໃຫ້ລາ​ຄາ​ສິນ​ຄ້າ​ແພງ.

ການ​ສຳ​ຣວດ​ດັ່ງ​ກ່າວ ໄດ້​ສຸ່ມເອົາ​ໂຕ​ຢ່າງ 217 ຄົວ​ເຮືອນ ຢູ່ແຂວງ ຫລວງ​ພ​ຣະ​ບາງ, ແຂວງ ຄຳ​ມ່ວນ, ແຂວງ ສວັນ​ນະ​ເຂດ, ແຂວງ ຈຳ​ປາ​ສັກ ແລະ ແລະ ແຂວງ ອັດ​ຕະ​ປື ແລະ ຜົລ​ຂອງ​ການ​ສຳ​ຣວດ ກໍ​ຄື ປະ​ຊາ​ຊົນ 62% ມີ​ອາ​ຫານ​ການ​ກິນບໍ່​ພຽງ​ພໍ.

ນອກ​ຈາກນີ້ ການ​ສຳ​ຣວດ​ຍັງ​ລະ​ບຸ​ອີກວ່າ:

  • ມີ​ຄົວ​ເຮືອນ ທີ່ບໍ່​ມີ​ອາ​ຫານ​ການ​ກິນ​ໝົດມື້ 35% ໝາຍ​ຄວາມ​ວ່າ ປະ​ຊາ​ຊົນທຸກ 100 ຄົວ​ເຮືອນ ຈະ​ມີ 35 ຄົວ​ເຮືອນ ບໍ່​ໄດ້​ກິນ​ເຂົ້າ​ໝົດ​ມື້.
  • ມີ​ຄົວ​ເຮືອນ 59% ບໍ່​ມີ​ອາ​ຫານ​ການ​ກິນ ​ເຖິງວ່າ ເຂົາ​ເຈົ້າຈະ​ຫິວເຂົ້າ​ກໍ​ຕາມ ໝາຍ​ຄວາມ​ວ່າ ທຸກໆ 100 ຄົວ​ເຮືອນ ຈະ​ມີ 59 ຄົວ​ເຮືອນ ບໍ່​ໄດ້​ກິນ​ເຂົ້າໃນ​ເວ​ລາ​ຫິວ​ເຂົ້າ.
  • ມີ​ຄົວ​ເຮືອນ 66% ທີ່​ໄດ້​ກິນ​ເຂົ້າ​ພຽງແຕ່​ຄາບ​ດຽວ ໝາຍ​ຄວາມ​ວ່າ ທຸກໆ 100 ຄົວ​ເຮືອນ ຈະ​ມີ 66 ຄົວ​ເຮືອນ ໄດ້​ກິນ​ເຂົ້າ​ພຽງ​ແຕ່​ຄາບ​ດຽວ.

ຂໍ້​ມູນ​ຈາກ ອົງ​ການ World Vision ຍັງ​ໄດ້​ຊີ້​ໃຫ້​ເຫັນ​ເຖິງ ສາ​ເຫດ​ທີ່​ເຮັດ​ໃຫ້ເກີດ​ວິ​ກິດ ​ການ​ທາງ​ດ້ານ​ອາ​ຫານ ເປັນ​ຍ້ອນ​ບັນ​ຫາ​ເງິນ​ເຟີ້ ເຮັດ​ໃຫ້​ລາ​ຄາ​ສິນ​ຄ້າ​ແພງ​ຂຶ້ນ.

ນັບ​ແຕ່ເດືອນ​ມົກ​ຣາ 2022 ຫາ ​ເດືອນ ມົກກະ​ຣາ 2023 ອັ​ດ​ຕຣາ​ເງິນ​ກີບ​ເຟີ້ ປະ​ມານ 6% ຫາ 40%, ລາ​ຄາ​ອາ​ຫານ ແລະ ນ້ຳ​ມັນ​ເພີ່ມ​ຂຶ້ນປະ​ມານ 45-50%, ອີງ​ຕາມ​ຂໍ້​ມູນ​ຈາກທາງ​ການ​ລາວ.

ນັກ​ທຸ​ຣະ​ກິຈ ຢູ່ພາກ​ໃຕ້​ທ່ານ​ນຶ່ງ ຜູ້​ທີ່ບໍ່​ປະ​ສົງ​ອອ​ກ​ຊື່ ແລະ ສຽງ ໄດ້​ກ່າວ​ຕໍ່​ວິທຍຸ ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 2 ມີ​ນາ ວ່າ:

“ເຄື່ອງ​ໃຊ້​ໃນ​ຊີ​ວິດ ​ປະ​ຈຳ​ວັນ ມັນ​ກໍ​ຍັງ​ມີ​ລາ​ຄາ​ແພ​ງ​ຄື​ເກົ່າ ຖື​ວ່າ ສາ​ຫັດ ເຊັ່ນ​ເຂົ້າ​ສານໜຽວ ຢູ່​ບາງ​ຮ້ານລາ​ຄາ 14,000-15,000 ກີບ ຕໍ່​ກິ​ໂລກຣາມ ແຕ່​ໃນ​ປີທີ່​ຜ່ານ​ມາ ລາ​ຄາພຽງ​ແຕ່ 8,000-9,000 ກີບ ຕໍ່​ກິ​ໂລກຣາມ ແລະ ສິນ​ຄ້າ​ອື່ນໆ ກໍ​ມີ​ລາ​ຄາສູງ​ຂຶ້ນ​ ເຊັ່ນ​ດຽວ​ກັນ.”

ປະ​ຊາ​ຊົນ ທີ່​ປະ​ສົບ​ກັບ​ບັນ​ຫາ ຄ່າ​ຄອງ​ຊີບ​ແພງ ທີ່​ສູງ​ຂຶ້ນ​ຫຼາຍ ໃນ​ຂະ​ນະ​ທີ່​ລາຍ​ຮັບ ​ເຂົາ​ເຈົ້າ ກໍ​ບໍ່​ໄດ້ສູງ​ຂຶ້ນ​ຕາມ​ອັດ​ຕ​ຣາ​ເງິນ​ເຟີ້.

ນັກ​ທຸ​ຣິ​ກິ​ຈ ອີກທ່ານ​ນຶ່ງ ຢູ່​ພາກ​ໃຕ້ ໄດ້​​ໃຫ້​ສຳ​ພາດ​ຕໍ່​ວິທຍຸ ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 2 ມີ​ນາ ວ່າ:

“ຝືດ​ເຄືອງ​ຄື​ເກົ່າ​ຫັ້ນ​ແຫຼວ ຄື​ຄື ຂຶ້ນ​ມາ​ແດ່​ຊື່ດອກ ຂອງ​ກິນ​ມັນ​ຍັງ​ແພງ​ຢູ່ ຊີ້ນ​ໝູ​ກະ​ໂລ​ນຶ່ງ 75,000 ກີບ, ໝີ່​ກະ​ຮໍ່​ນຶ່ງ 4,000 ກີບ ໝີ່​ໄວ​ໄວ.”

ນັກ​ຂ່າວ: ແຕ່​ກ່ອນ​ຮໍ່​ນຶ່ງ​ທໍ່​ໃດ?

ນັກ​ທຸ​ຣະ​ກິ​ຈ: 3 ຫໍ່ 5,000 ກີບ.

ນັກ​ຂ່າວ: ດຽວນີ້ ເປັນ​ຫໍ່ລະ 4,000 ລະ​ຫວະ?

ນັກ​ທຸ​ຣະ​ກິ​ຈ: ເອີ ກະ​ຫໍ່​ນຶ່ງ 4,000 ກີບ​ລະ​ເນາະ, ໄຂ່​ກະ​ໜ່ວຍນຶ່ງ 2,000 ກີບ. ບໍ່​ມີ​ຫຼຸດ ຊື່​ທໍ່​ໃດ ກະ​ໄລ່​ໜ່ວຍ​ລະ 2,000 ໂລດ.

ກ່ອນ​ໂຄວິດ ມັນ​ກະ 3 ໜ່ວຍ 2,000 ກີບ.

ນັກ​ຂ່າວ: ຊາວ​ບ້ານ​ຕາມ​ທີ່​ເຮົາ​ເຫັນ ເຂົາ​ເຈົ້າ​ດຳ​ລົງ​ຊີ​ວິດ​ ຢູ່​ຈັ່ງ​ໃດ?

ນັກ​ທຸ​ຣະ​ກິ​ຈ: ກະ​ມີ​ຊີ​ວິດ​ເດີມໆ [ການດຳຣົງ] ໄປ​ຊັ້ນ​ແຫຼ ບ້ານນອກ ກະ​ອາ​ໃສ​ເງິນ​ລູກ​ ໄປ​ໄທ​ຍ ພໍ​ມີ​ແນວ​ຊື້​ຢູ່​ຊື້​ກິນ​ໄປ​ຊັ້ນ​ແຫຼະ.

ນັກ​ຂ່າວ: ແຕ່​ວ່າ ຜູ້​ທີ່ບໍ່​ມີ​ລູກ​ມີ​ເຕົ້າ​ ໄປ​ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດ ເຂົາ​ເຈົ້າ​ດຳ​ລົງ​ຊີ​ວິດ​ຢູ່​ຈັ່ງ​ໃດ?

ນັກ​ທຸ​ຣະ​ກິ​ຈ: ກະ​ຢູ່​ໄປ​ຊັ້ນ​ແຫຼະ ກະ​ຝືດ​ເຄືອງ​ກະ​ອົດ​ຊັ້ນ​ຕີ້ ເຄີຍ​ໄດ້​ກິນ​ເຄິ່ງ​ນຶ່ງ​ກະ​ຫຼຸດ​ລົງ​ມາ​ໄປ​ຊັ້ນ​ແຫຼະ ເຄີຍ​ກິນ​ນ້ຳ​ປາ​ແກ້ວ​ນຶ່ງ​ສອງ​ອາ​ທິດ ເຈົ້າ​ຕ້ອງ​ກິນໃຫ້​ໄດ້​ແກ້ວ​ນຶ່ງ ເດືອນ​ເຄິ່ງ​ຫຼື ສອງ​ເດືອນ​ໄປ​ຊັ້ນ​ແຫຼະ. ນ້ຳ​ປາ​ກະ​ແພງ​ເດ້ ແກ້ວ​ນຶ່ງ 20 ປາຍ​ພັນ ກີບ.

ນັກ​ຂ່າວ: ຢູ່​ບ້ານ​ເຮົາ​ນີ້ ເປັນ​ເຖິງ​ຂະ​ໜາດ​ນັ້ນ​ຫວະ​ດຽວນີ້?

ນັກ​ທຸ​ຣະ​ກິ​ຈ: ຫ້ວຍ​ມັນ​ຕ້ອງ​ໄດ້​ປະ​ຢັດ​ຊັ້ນ​ໄດ໋ ຄັນ​ຜູ້​ມີ​ເງິນ​ມີ​ອັນ​ນີ້​ແດ່​ເຂົາ​ກະ​ບໍ່​ປະ​ຢັດ ຜູ້​ຫາ​ເຂົ້າ​ກິນ​ຄ່ຳ ໂອ້ ໄດ້​ປະ​ຢັດ ຊື້​ອີ່​ຫຍັງ​ກິນ​ຫວິດ​ໜ້າ​ຫວິດ​ຫຼັງ ຜູ້​ມີ​ເງິນ​ເຂົາ​ກະ​ສະ​ບາຍ ໂອ້​ສະ​ພາບ​ໜັກ​ໄດ໋.

ມີ​ແຕ່​ຢູ່​ໃນ​ເມືອງ​ໜີ້​ແຫຼ ເພິ່ນ​ເຫັນ​ມັນ​ບໍ່​ໜັກ ເພາະ​ມັນ ເພາະ​ການ​ຈະ​ລາ​ຈອນ ​ຂອງ​ລາຍ​ໄດ້​ມັນ​ດີ​ແດ່ ຄື​ວຽງ​ຈັນ ຂ້ອຍ​ກັບ​ຂຶ້ນ​ມາ​ 3 ເດືອນ ກະ​ລຳ​ບາກ​ຢູ່ ຂອງ​ກະ​ແພງ​ຄື​ກັນ​ຫັ້ນ​ແຫຼະ ແພງ​ກະ​ແຕ່​ວ່າ ພໍ​ມີ​ລາຍ​ໄດ້​ຈຸນ​ເຈືອ ພໍ​ໄດ້​ແດ່​ໜ້ອຍ​ນຶ່ງວ່າ​ຊັ້ນ​ຊະ.

ນັກ​ຂ່າວ: ແຕ່​ວ່າ ຢູ່​ເຂດນອກ​ໂຕ​ເມືອງ ຢູ່​ເຂດ​ຊົນ​ນະ​ບົດ​ເດ້​ເປັນ​ຈັ່ງ​ໃດ?

ນັກ​ທຸ​ຣະ​ກິ​ຈ: ເຂດ​ຊົນ​ນະ​ບົດ ໂອ້ຍ ກະ​ລຳ​ບາກ​ຫັ້ນ​ແຫຼວ ກະ​ບໍ່​ຄື​ເກົ່າ ເງິນ​ຫາ​ກະ​ໄດ້​ຍາກ ໄດ້​ໜ້ອຍ ມັນ​ກະ​ບໍ່​ມີ​ຄື​ເກົ່າ​ວຽກ​ອັນ​ນັ້ນ​ອັນ​ນີ້.

ກະ​ຄ່ອຍໆ ຟື້ນ​ດີ​ກ່ອນ​ເກົ່າ​ຢູ່ ດີ​ກວ່າ​ແຕ່​ເປີດ​ປະ​ເທດ​ມານີ້ ຫາກ​ແຕ່​ມັນໃຫ້​ດີ​ກ່ອນ​ໂຄວິດນີ້ ມັນ​ກະ​ຍັງ​ບໍ່​ດີ ເວົ້າ​ແທ້ບໍ່​ທັນ​ຟື້ນ​ໂຕ​ນະ ເວົ້າ​ເລື່ອງ​ຄົນ​ໄຂ້​ກະ​ຍັງ ເອົາ​ເຂົ້າ​ໃສ່​ປາກ​ກະ ກືນ​ໄປ​ນຳ ຊິ​ຮາກ​ໄປ​ນຳ​ຊັ້ນ​ແຫຼະ ດີ​ກວ່າ​ກິນບໍ່​ໄດ້​ຈັກ​ດີ້ ເປັນ​ໄຂ້ ບໍ່​ມີ​ແຮງ ບໍ່​ມີ​ເຮື່ອ​ໄປ​ຊັ້ນ​ແຫຼະ ທຸກ​ຢ່າງ​ມັນບໍ່​ທັນ ກັບ​ຄື​ນ​ສູ່​ຮູບ​ເດີມ ໜັກ​ໄດ໋ ຕ້ອງ​ໄດ້​ປະ​ຢັດ.

ປ​ະ​ຊາ​ຊົນ ທ່ານ​ນຶ່ງກ່າວ​ວ່າ:

“ຕອນນີ້ ຊີ້ນ​ງົວ​ເບີ 1 ນີ້ ຄິດ​ເປັນ​ເງິນ​ລາວ​ປະ​ມານ 125,000 ກີບ ​ຢູ່ຕ​ລາດ​ໂພນ​ສະ​ຫວ່າງ ນະ​ຄອນ​ຫລວງວຽງ​ຈັນ. ແຕ່​ກ່ອນໂຄວິດຣະ​ບາດ ມີ​ລາ​ຄາ​ຢູ່​ທີ່ 70,000 ກີບ, ແຕ່​ກ່ອນ ຊີ້ນໄກ່ ກິ​ໂລ​ກຼາມ 30,000 ກີບ ຫຼື 35,000 ກີບ ແຕ່​ປັດ​ຈຸ​ບັນ ປະ​ມານ 75,000 ກີບ.”

ທະ​ນາ​ຄານ​ໂລກ ​ຄາດ​ການ​ວ່າ ໃນ​ປີ 2023 ເສ​ຖ​ກິ​ຈ​ລາວ​ຈະ​ເຕີບ​ໂຕ​ພຽງ​ແຕ່ 3.8% ​ເທົ່າ​ນັ້ນ ໃນ​ຂະ​ນະ​ທີ່ ທະ​ນາ​ຄານ​ພັ​ທ​ນາ​ເອ​ເຊັຽ​ ຄາດ​ການ​ວ່າ ເສ​ຖ​ກິ​ຈ​ລາວ ຈະ​ເຕີບ​ໂຕ​ຢູ່​ທີ່ 3.5 ເທົ່າ​ນັ້ນ.

ນັບ​ແຕ່​ປີ 2023-2026, ຣັ​ຖ​ບານ​ລາວ​ ຈະ​ຕ້ອງ​ຈ່າຍ​ໜີ້​ຕ່າງ​ປະ​ເທດ ມູນ​ຄ່າ 1.3 ຕື້ ໂດ​ລ້າ​ຣ໌ ໃນ​ແຕ່​ລະ​ປີ, ເຊິ່ງ​ສ່ວນ​ຫຼາຍ ເປັນ​ເງິນ​ກູ້​ຢືມ​ມາ​ຈາກ​ຈີນ, ແຕ່ ນັກ​ວິ​ຊາ​ການ ກໍ​ໃຫ້​ທັ​ສ​ນະ​ວ່າ ຣັ​ຖ​ບານ​ລາວ​ ຈະ​ສາ​ມາດ​ຂໍ​ເລື່ອນ​ການ​ຊຳ​ລະ​ໜີ້​ ຈາກຈີນ ໄດ້.

ທະ​ນາ​ຄານ​ໂລກ​​ປະ​ເມີນ​ວ່າ ໃນ​ທ້າຍ​ປີ 2022 ຈຳ​ນວນ​ໜີ້​ສິນ​​ ຂອງ​ປະ​ເທດ​ລາວ​​ສູງ​ຂຶ້ນ 100% ຂອງລວມຍອດ​ມູນ​ຄ່າ​ ຜ​ລິດ​ຕ​ະ​ພັນ​ພາຍ​ໃນ ຫຼື GDP.

ທະ​ນາ​ຄານ​ໂລກ ໄດ້​ອອກ​ບົດ​ຣາຍ​ງານ ​ໃນ​ປີ 2022 ທີ່​ຜ່ານ​ມາ ກ່ຽວ​ກັບ​ເລື່ອງ​ເສ​ຖ​ກິ​ຈ​ລາວ ແລະ ໄດ້​ມີ​ການ​ປະ​ເມີນ​ໄວ້​ຕອນ​ນຶ່ງວ່າ ໜີ້​ສິນ​ຂອງ​ປະ​ເທດ​ລາວ​ ຈະ​ເພີ່ມຂຶ້ນ​ເປັນ​ 100% ຂອງລວມຍອດ​ມູນ​ຄ່າ​ຜ​ລິດ​ຕະ​ພັນ​ ພາຍ​ໃນຂອງ​ລາວ.

​ຣັ​ຖ​ບານ ຈະ​ຫາ​ເງິນ​ມາ​ໃຊ້​ໜີ້ ກໍ​ຄື ການ​ໃຫ້​ສຳ​ປະ​ທານ​ຂຸດ​ຄົ້ນ​ບໍ່​ແຮ່ ຫຼື ເອົາ​ບໍ່​ແຮ່​ມາ​ໃຊ້​ໜີ້​ແທນ.

ທ່ານ ບຸນ​ໂຈມ​ ອຸ​ບົນ​ປະ​ເສີດ ອະ​ດີດ​ ຣັຖ​ມົນ​ຕ​ຣີ ກະ​ຊວງ​ການ​ເງິນ ໄດ້ກ່າວ​ ຢູ່​ໃນ​ກອງ​ປະ​ຊຸມສ​ມັຍ​ສາ​ມັນ​ເທື່ອ​ທີ 3 ຂອງ​​ສະ​ແຫ່ງ​ຊາຕ ຊຸດ​ທີ 9 ຫຼື ກອງ​ປະ​ຊຸມ​ສະ​ພາ ໃນ​ວັນ​ທີ 20 ມິ​ຖຸ​ນາ 2022 ຕອນ​ນຶ່ງ​ວ່າ:

“ໃນ​ປີ 2010 ເຮົາ​ໃຊ້​ໜີ້​ຕ່າງ​ປະ​ເທດ ບໍ່​ເກີນ 160 ລ້ານ ໂດ​ລ້າ​ຣ໌ ສະ​ຫະ​ຣັ​ຖ ປົກ​ຕິ ລາຍ​ຮັບ​ພາຍ​ໃນ​ເຮົາ​ກະ​ສາ​ມາດ​ປະ​ຄັບ​ປະ​ຄອງ​ໄດ້ ແຕ່​ພວກ​ເຮົາ​ກະ​ທົບ​ແຮງ​ເລີ່ມ​ແຕ່​ປີ 2019 ຂຶ້ນ​ມານີ້ ແມ່ນ 1,200 ລ້ານ ໂດ​ລ້າ​ຣ໌ ສະ​ຫະ​ຣັ​ຖ ຕໍ່​ປີ ມາ​ຮອດ​ປີ 2022 ນີ້​ລະ​ແມ່ນ 1,400 ລ້ານ​ໂດ​ລ້າ​ຣ໌ ສະ​ຫະ​ຣັ​ຖ​ຕໍ່​ປີ ສະ​ເພາະ​ໃຊ້​ໜີ້​ສິນ​ຕ່າງ​ປະ​ເທດ.”

ນອກ​ຈາກນີ້ ຄະນະຜູ້ແທນກອງທຶນການເງິນ ລະຫວ່າງປະເທດ ຫລື IMF ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ລະຫວ່າງວັນທີ 26 ມົກຣາ ຫາ ວັນທີ 8 ກຸມພາ 2023 ນີ້ ເພື່ອປະເມີນເສຖກິຈມະຫາພາກ ຂອງປະເທດລາວ ປະຈຳປີ 2022 ຕາມພັນທະຂອງປະເທດ ສະມາຊິກກອງທຶນການເງິນ ລະຫວ່າງປະເທດ. ຄະນະຜູ້ແທນກອງທຶນການເງິນ ລະຫວ່າງປະເທດ ເນັ້ນ​ໃຫ້​ປະ​ເທດ​ລາວ ຈະຕ້ອງເນັ້ນຫນັກ ທີ່ຈະແກ້ໄຂບັນຫາຕ່າງໆ ໃຫ້ເປັນຮູບປະທັມຫຼຼາຍຂຶ້ນ ທັງການພັທນາເສຖກິຈ, ການເງິນພາກຣັຖ, ນະໂຍບາຍເງິນຕຣາ, ອັດຕຣາເງິນເຟີ້ ແລະ ອັດຕຣາແລກປ່ຽນ.