ເກົາຫລີໃຕ້ ມອບເຂົ້າສານ ໃຫ້ ສປປ ລາວ ເພື່ອຊ່ວຍເຫຼືອ ຜູ້ທຸກຍາກ

ຮູບໂຕຢ່າງ ຣັຖບານເກົາຫລີໃຕ້ ຮ່ວມກັບ ຣັຖບານຍີ່ປຸ່ນ ໄດ້ມອບເຂົ້າສານ ຈຳນວນ 300 ໂຕນ ໃຫ້ແກ່ ປະເທດລາວ ໂດຍຜ່ານໂຄງການ ຄັງແຮ ເຂົ້າສານ ຊ່ວຍເຫຼືອສຸກເສີນ ອາຊ້ຽນ+3 ໃນເດືອນທັນວາ ປີ 2022.
ຮູບໂຕຢ່າງ ຣັຖບານເກົາຫລີໃຕ້ ຮ່ວມກັບ ຣັຖບານຍີ່ປຸ່ນ ໄດ້ມອບເຂົ້າສານ ຈຳນວນ 300 ໂຕນ ໃຫ້ແກ່ ປະເທດລາວ ໂດຍຜ່ານໂຄງການ ຄັງແຮ ເຂົ້າສານ ຊ່ວຍເຫຼືອສຸກເສີນ ອາຊ້ຽນ+3 ໃນເດືອນທັນວາ ປີ 2022. (Embassy of Japan in Laos)

0:00 / 0:00

ໃນວັນທີ 13 ມົກກະຣາ 2023 ທີ່ຜ່ານມາ ຣັຖບານເກົາຫລີໃຕ້ ໄດ້ມອບເຂົ້າສານຈ້າວ ຈໍານວນ 1,314 ຕັນ ມູລຄ່າ 1.26 ລ້ານໂດລ້າຣ໌ສະຫະຣັຖ ໃຫ້ແກ່ຣັຖບານລາວ ເປັນຄັ້ງທີ 2 ຢູ່ສາງສິນຄ້າ ຂອງໂຄງການອາຫານໂລກ ແຫ່ງສະຫະປະຊາຊາຕ ຫຼື World Food Program (WFP) ເພື່ອນໍາໄປຊ່ອຍເຫຼືອປະຊາຊົນຜູ້ທຸກຍາກ ແລະຜູ້ທີ່ໄດ້ຮັບຜົລກະທົບ ຈາກພັຍພິບັດທາງທັມມະຊາດ ເມື່ອປີກາຍ ຈໍານວນ 100,000 ຄົນ ໃນຂອບເຂດທົ່ວປະເທດ.

ເຊິ່ງການມອບເຂົ້າສານຈ້າວ ຈະຊ່ອຍບັນເທົາທຸກ ປະຊາຊົນໄດ້ໄລຍະນຶ່ງ ເນື່ອງຈາກ ຜູ້ທີ່ປະສົບພັຍພິບັດສ່ວນຫຼາຍ ເປັນຜູ້ທຸກຍາກ ແລະມີຄວາມຂາດແຄນດ້ານອາຫານ, ຕາມຄວາມເວົ້າຂອງເຈົ້າໜ້າທີ່ ກະຊວງແຮງງານ ແລະສວັດດີການສັງຄົມ ຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 16 ມົກກະຣາ ນີ້ວ່າ:

“ກະໄດ້ຊ່ວຍ ຄວາມເປັນຢູ່ຂອງປະຊາຊົນ ຫັ້ນແຫຼະ ໃນເຂດທີ່ທຸກຍາກ ແລ້ວກໍຜູ້ປະສົບພັຍພິບັດຫັ້ນແຫຼະ ເພາະວ່າຄັນວ່າທຸກຍາກ ເຂົາເຈົ້າກໍມີຄວາມຂາດແຄນດ້ານອາຫານເດ້ ໂດຍສະເພາະແມ່່ນເຂົ້າກິນເນາະ ການຊ່ອຍເຫຼືອເຂົ້ານີ້ ໄປຊ່ອຍບັນເທົາຫັ້ນແຫຼະ ໃຫ້ເຂົ້າເຈົ້າໄດ້ມີອາຫານເນາະ ສ່ວນໃຫຍ່ພື້ນທີ່ນາເຂົ້າ ເຂົ້າເຈົ້າຖືກທໍາລາຍເດ້ເນາະ ຖືກແຫ້ງແລ້ງແດ່ ສັດຕຣູພືດທໍາລາຍແດ່.”

ໃນລະຫວ່າງເດືອນ ກໍຣະກະດາ ຫາ ເດືອນຕຸລາ ປີ 2022 ທີ່ຜ່ານມາ ໄດ້ເກີດເຫດພັຍພິບັດ ນໍ້າຖ້ວມ-ນໍ້າໄຫຼຊຸຂຶ້ນ ຢູ່ 13 ແຂວງ ຂອງລາວ ຄື ແຂວງຜົ້ງສາລີ, ອຸດົມໄຊ, ຫຼວງພຣະບາງ, ໄຊຍະບູຣີ, ຊຽງຂວາງ, ຫົວພັນ, ວຽງຈັນ, ສວັນນະເຂດ, ສາຣະວັນ, ຈໍາປາສັກ, ເຊກອງ, ອັດຕະປື ແລະ ນະຄອນຫຼວງວຽງຈັນ ເຮັດໃຫ້ພື້ນທີ່ການຜລິຕ ແລະຊີວິດການເປັນຢູ່ ຂອງປະຊາຊົນ ຈໍານວນ 70,523 ຄົນ ໄດ້ຮັບຜົລກະທົບ ຄິດເປັນມູນຄ່າຄວາມເສັຍຫາຍ ທັງໝົດ ປະມານ 552 ຕື້ປາຍກີບ, ອີງຕາມການຣາຍງານ ຂອງຍານາງ ຄໍາໃບ ຂັດຕິຍະ ຣັຖມົນຕຣີ ກະຊວງແຮງງານ ແລະ ສວັດດີການສັງຄົມ ໃນວັນທີ 13 ມົກກະຣາ 2023 ທີ່ຜ່ານມາ.

ວິທຍຸ ເອເຊັຽ ເສຣີ ໄດ້ຕິດຕໍ່ຫາ ກະຊວງແຮງງານ ແລະ ສວັດດີການສັງຄົມ ເພື່ອສອບຖາມວ່າ ມີແຂວງໃດແດ່ທີ່ຈະໄດ້ຮັບເຂົ້າສານ ແລ້ວໄດ້ຮັບຄໍາຕອບວ່າ ຍັງບໍ່ທັນຮູ້ເທື່ອວ່າ ຂັ້ນເທິງ ຊິເອົາແນວໃດ ແຕ່ເນັ້ນໃສ່ເປົ້າໝາຍ ຜູ້ທຸກຍາກ ແລະຜູ້ທີ່ໄດ້ຮັບຜົລກະທົບ ຈາກພັຍພິບັດທາງທັມມະຊາຕ, ປັດຈຸບັນ ເຂົ້າສານຈ້າວ ຂອງຣັຖບານເກົາຫລີໃຕ້ ກໍມາຮອດລາວແລ້ວ.

ດັ່ງເຈົ້າໜ້າທີ່ ກະຊວງແຮງງານ ແລະສວັດດີການສັງຄົມ ຜູ້ທີ 2 ກ່າວໃນມື້ດຽວກັນນີ້ວ່າ:

“ໂຕນີ້ ແມ່ນອັນ ເຮົາກໍບໍ່ທັນໄດ້ຮູ້ເນາະ ວ່າເພິ່ນຊິໄປຊ່ວຍແຂວງໃດເນາະ ແຕ່ເປົ້າໝາຍຫຼັກໆເພິ່ນ ກໍແມ່ນຊ່ວຍພັຍພິບັດຫັ້ນແຫຼະ.”

ເມືອງຂວາ ແຂວງຜົ້ງສາລີ ເປັນເມືອງທີ່ໄດ້ຮັບຜົລກະທົບ ຈາກພັຍພິບັດນໍ້າຖ້ວມ ໃນປີ 2022 ຫຼາຍສົມຄວນ ໂດຍສະເພາະ ບ້ານສະຫຼອງໄຊ, ບ້ານຫາດນາງ, ບ້ານສິນໄຊ ແລະບ້ານບວມພັນ ມີປະຊາຊົນ 97 ຄອບຄົວ ໄດ້ຮັບຜົລກະທົບ ຈາກນໍ້າຖ້ວມນາ, ຊົລປະທານ, ໜອງປາ, ຄອງເໝືອງ ແລະເສັ້ນທາງເຂົ້າເຂດການຜລິຕເປ່ເພ.

ທີ່ຜ່ານມາ ພາກສ່ວນທີ່ກ່ຽວຂ້ອງ ໄດ້ເອົາເຂົ້າສານອາຫານແຫ້ງ, ເຄື່ອງນຸ່ງຫົ່ມ ທີ່ໄດ້ຈາກການຊ່ອຍເຫຼືອຈາກປະເທດຍີ່ປຸ່ນ ແລະພາກສ່ວນທີ່ກ່ຽວຂ້ອງອື່ນໆ ໄປຊ່ອຍເຫຼືອພວກເຂົາເຈົ້າແລ້ວ ແລະປັດຈຸບັນ ຍັງລໍຖ້າຣັຖບານເກົາຫລີໃຕ້ ເອົາເຂົ້າສານຈ້າວ ຊ່ອຍເຫຼືອພວກເຂົາເຈົ້າຕື່ມ ເນື່ອງຈາກເຂົ້າສານຈ້າວ ທີ່ເຄີຍຊ່ອຍເຫຼືອ ພວກເຂົາເຈົ້ານັ້ນ ໄດ້ພຽງແຕ່ຄອບຄົວລະ 7 ກິໂລກຣາມ ກໍບໍ່ພຽງພໍ ຍ້ອນກຸ້ມກິນໄດ້ປະມານ 7-13 ມື້ ຂຶ້ນຢູ່ກັບຈໍານວນ ສະມາຊິກໃນຄອບຄົວ ວ່າມີຫຼາຍ ຫຼື ໜ້ອຍ.

ດັ່ງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ເມືອງຂວາ ແຂວງຜົ້ງສາລີ ກ່າວໃນມື້ດຽວກັນນີ້ວ່າ:

"ດຽວນີ້ນີ້ ອຶດເຂົ້າປະມານ 60% ແລ້ວເດ້ ຄັນວ່າໂອ້ ກໍມີເຂົ້າ (ເກົາຫລີໃຕ້) ບໍ ມີການຊ່ອຍເຫຼືອນີ້ ຫາກຊິເຂົາເຈົ້າກໍຊິມີການແບ່ງເບົາ ໃຫ້ແກ່ການໃຊ້ຈ່າຍເນາະ ການອືດເຂົ້າຫັ້ນ ໃຫ້ແກ່ພໍ່ແມ່ປະຊາຊົນ ຊ່ວງໄລຍະເຂົາອຶດນີ້ກໍ ກໍຫາກບໍ່ເຖິງຂັ້ນວ່າ ໄດ້ກິນມັນ (ມັນຕົ້ນ ຕົ້ມເຂົ້າສາລີແທນເຂົ້າ) ແລ້ວດຽວນີ້ເນາະ ເຂົາເຈົ້າສ່ວນຫຼາຍ ໄປຈ້າງຫັ້ນແຫຼະ ໄປເຮັດວຽກອັນນັ້ນ ອັນນີ້ ແລ້ວກໍ ຈ້າງໄດ້ເງິນ ແລ້ວກໍເອົາເງິນຫັ້ນມາຊື້ເຂົ້າ."

ຊາວບ້ານຢູ່ບ້ານຫາດນາງ ເມືອງຂວາ ແຂວງຜົ້ງສາລີ ກ່າວວ່າ ທີ່ຜ່ານມາ ປະຊາຊົນບ້ານຫາດນາງ ທີ່ໄດ້ຮັບຜົລກະທົບ ຈາກພັຍພິບັດນໍ້າຖ້ວມ ກໍໄດ້ຮັບການຊ່ອຍເຫຼືອ ບັນເທົາທຸກ ຈາກພາກສ່ວນທີ່ກ່ຽວຂ້ອງແລ້ວ, ຫາກວ່າ ໃນອະນາຄົດ ຣັຖບານເກົາຫລີໃຕ້ ເອົາເຂົ້າສານຈ້າວມາຊ່ອຍເຫຼືອຕື່ມ ກໍຍິ່ງເປັນການດີ ເພື່ອຈະໄດ້ຊ່ອຍໃຫ້ປະຊາຊົນ ບໍ່ອຶດເຂົ້າ ເນື່ອງຈາກປັດຈຸບັນ ກໍຍັງມີປະຊາຊົນ ພາຍໃນບ້ານ ອຶດເຂົ້າຢູ່ ຂະນະທີ່ ສະພາບໂຕຈິງ ລາຄາເຂົ້າສານຈ້າວ ຢູ່ພາຍໃນບ້ານ ລາຄາແພງ ຄືເປົາລະ 700,000 ກີບ ແຕ່ກ່ອນ ເປົາລະ 500,000 ກີບ.

ດັ່ງຊາວບ້ານ ບ້ານຫາດນາງ ເມືອງຂວາ ແຂວງຜົ້ງສາລີ ກ່າວໃນມື້ດຽວກັນນີ້ວ່າ:

"ຊ່ວງນີ້ຄົນອຶດເຂົ້າຫຼາຍ ເພາະວ່າວ່າງແລ້ວ ເອົາເຂົ້າແລ້ວ ມັນບໍ່ໄດ້ຫຼາຍ ມັນຖືກນໍ້າຖ້ວມແດ່ ຂົນກໍບໍ່ທັນແດ່ ມ້ຽວຢ້າວມ້ຽນເຮືອນ ບາງຄົນກໍໄດ້ຖິ້ມເຂົ້າຫຼາຍ ບໍ່ທັນເກັບກ່ຽວ ມັນກະເນົ່າ ກໍອຶດເຂົ້າຫຼາຍຢູ່ ເພາະຜູ້ໃດກະໄດ້ຊື້ກິນ ເພາະຈາກແຕ່ກີ້ ຈະເປັນເປົານຶ່ງ 500,000 ປາຍ (ກີບ) ດຽວນີ້ ເປົານຶ່ງ ເກືອບ 700,000 ປາຍ (ກີບ)."

ແຂວງ ອຸດົມໄຊ ປະຊາຊົນຈໍານວນ 20,484 ຄົນ ໃນ 6 ເມືອງ ຄື ເມືອງໄຊ, ເມືອງຫຼາ, ເມືອງນາໝໍ້, ເມືອງງາ, ເມືອງແບງ ແລະເມືອງຮຸນ ທີ່ໄດ້ຮັບຜົລກະທົບ ຈາກພັຍພິບັດນໍ້າຖ້ວມ ສະເພາະຢູ່ເມືອງນາໝໍ້ ມີເນື້ອທີ່ທົ່ງນາ, ສວນຢາງພາຣາ ແລະສວນໝາກສາລີ ຖືກນໍ້າຖ້ວມເສັຍຫາຍຫຼາຍກວ່າ 71 ເຮັກຕ້າຣ໌ ອີກທັງ ລະບົບຊົລປະທານ 2 ແຫ່ງ ຢູ່ບ້ານນາຕອງ ເປ່ເພເສັຍຫາຍໝົດ ຕ້ອງໄດ້ສ້ອມແປງໃໝ່.

ປັດຈຸບັນ ຊາວບ້ານ ຢູ່ບ້ານນາໝໍ້ໃຕ້ ເມືອງນາໝໍ້ ຍັງບໍ່ທັນໄດ້ຮັບການຊ່ອຍເຫຼືອ ເປັນບັນດາວັດຖຸ, ປັດຈັຍ, ເຄື່ອງອຸປະໂພຄ-ບໍຣິໂພຄ, ເຄື່ອງສຸຂອະນາໄມຕ່າງໆເທື່ອ ແລະລໍຖ້າການຊ່ອຍເຫຼືອ ເຂົ້າສານຈ້າວ ຈາກຣັຖບານເກົາຫລີໃຕ້ ຢ່າງມີຄວາມຫວັງ.

ຂະນະທີ່ ສະພາບໂຕຈິງ ປັດຈຸບັນ ປະຊາຊົນຈໍານວນນຶ່ງ ທີ່ທຸກຍາກ ປູກເຂົ້າໄວ້ກິນ ແລ້ວຖືກຜົລກະທົບຈາກພັຍພິບັດ ນໍ້າຖ້ວມນັ້ນ ພວກເຂົາເຈົ້າອຶດເຂົ້າ ຕ້ອງໄດ້ອອກໄປຊອກເຮັດວຽກ ເພື່ອຫາເງິນມາຊື້ເຂົ້າກິນ ຫຼືພວກເຂົາເຈົ້າພາກັນໄປເກັບໜໍ່ ເກັບຜັກໄປຂາຍ ເພື່ອເອົາເງິນມາຊື້ເຂົ້າກິນ.

ດັ່ງຊາວບ້ານ ບ້ານນາໝໍ້ໃຕ້ ເມືອງນາໝໍ້ ແຂວງອຸດົມໄຊ ກ່າວໃນມື້ດຽວກັນນີ້ວ່າ:

“ເອີ່ ກໍມີຜົລດີລະຫວາ ຄັນເຂົາເອົາມາໃຫ້ ເພາະວ່າປະຊາຊົນເຮົາກະມີ ໜ້າທີ່ເຮັດວຽກແນວອື່ນ ດຽວນີ້ມັນບໍ່ໄດ້ ມີແຕ່ຊອກຫາເງິນຊື້ເຂົ້າກິນ ບໍ່ໄດ້ເຮັດວຽກອື່ນຫັ້ນ ກໍຍ້ອນນໍ້າຖ້ວມຫັ້ນ ເຂົາເຮັດໄຖນາແຕ່ດົນ ບາດນໍ້າກວາດໝົດ ບໍ່ມີເຂົ້າແລ້ວກໍ ຈໍາເປັນບໍ່ມີເຂົ້າກິນແນວນັ້ນ.”

ໃນຮອບບໍ່ເຖິງ 1 ປີ ຄື ເມື່ອວັນທີ 21 ທັນວາ 2022 ທີ່ຜ່ານມາ ຣັຖບານເກົາຫລີໃຕ້ ກໍເຄີຍຮ່ວມກັບຣັຖບານຍີ່ປຸ່ນ ມອບເຂົ້າສານ ຈາກຄັງແຮສຸກເສີນອາຊ້ຽນ+3 ຈໍານວນ 1,000 ຕັນ ໃຫ້ແກ່ຣັຖບານລາວ ເພື່ອແຈກຢາກໃຫ້ແກ່ປະຊາຊົນ ຜູ້ທີ່ໄດ້ຮັບຜົລກະທົບຈາກພັຍພິບັດນໍ້າຖ້ວມ ຢູ່ປະເທດລາວ ໃນນັ້ນ ຣັຖບານຍີ່ປຸ່ນ ໃຫ້ການສນັບສນູນ 300 ຕັນ ແລະຣັຖບານເກົາຫລີໃຕ້ 700 ຕັນ.