ຍີ່ປຸ່ນ ຊ່ວຍສ້າງອາຄານຮຽນ, ຫ້ອງນ້ຳ ໃຫ້ໂຮງຮຽນ ຢູ່ເມືອງສຸຂຸມາ
2023.04.18

ຣັຖບານຍີ່ປຸ່ນ ຊ່ວຍເຫລືອກໍ່ສ້າງອາຄານຮຽນ ແລະ ຫ້ອງນໍ້າໃໝ່ ຕາມມາຕຖານສາກົລ ໃຫ້ນັກຮຽນລາວ ແລະ ນັກຮຽນຊົນເຜົ່າຄະແມຮ໌ ແລະ ຊົນເຜົ່າສ່ວຍ (Suay) ແຕ່ຊັ້ນ ມ.1-ມ.7 ຈຳນວນທັງໝົດ 238 ຄົນ ຢູ່ໂຮງຮຽນມັທຍົມສົມບູນ ໂນນຍາງ ເມືອງສຸຂຸມາ ແຂວງຈຳປາສັກ, ໃນມູນຄ່າ ໂດຍຮວມ 104,000 ໂດລ້າຣ໌ສະຫະຣັຖ ພ້ອມທັງສນອງອຸປກອນ, ເຄື່ອງໃຊ້ໃຫ້ໂຮງຮຽນດັ່ງກ່າວ.
ການຊ່ວຍເຫລືອ ຂອງຣັຖບານຍີ່ປຸ່ນ ໃນເທຶ່ອນີ້ ຈະເຮັດໃຫ້ນັກຮຽນທັງໝົດ ມີແຮງຈູງໃຈເຂົ້າຮຽນ ແລະ ຈະຊ່ວຍຫລຸດຜ່ອນ ອັດຕຣາການປະລະ ການຮຽນ ເນື່ອງຈາກ ອາຄານຮຽນຫລັງເກົ່າ ແບບເຄິ່ງຖາວອນ (ແບບໄມ້ປະສົມຊີມັງ) ຊຸດໂຊມ ແລະ ນັກຮຽນຖາມ ຄຣູ-ອາຈານ ຕລອດວ່າ ມື້ໃດຫລານຈະໄດ້ເຫັນອາຄານຮຽນຫລັງໃໝ່.
ຕາມຄວາມເວົ້າ ຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງຈຳປາສັກ ທ່ານນຶ່ງຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 1 ມີນາ ນີ້ວ່າ:
“ມັນກໍດີຫັ້ນແຫລະ ເຮັດໃຫ້ ເດັກຫັ້ນເນາະ ຈູງໃຈຂອງຫລານຫັ້ນມາຮຽນ ຄືວ່າ ມັນເຫັນອັນໃໝ່ ການປະລະ ມັນກໍຊິຫລຸດຜ່ອນລົງ ອາຄານຫລັງເກົ່າຫັ້ນ ມັນກໍເປັນອາຄານໄມ້ເນາະ ສ້າງມາຫລາຍປີ ແຕ່ວ່າ ສ່ວນນຶ່ງ ມັນກໍຊຸດໂຊມລົງເນາະ ແຕ່ວ່າ ບ່ອນອື່ນ ມັນກໍມີອັນໃໝ່ ເກີດຂຶ້ນຫັ້ນນ່າ ລູກ-ຫລານກໍຖາມວ່າ ຄືວ່າ ບໍ່ເຫັນໃໝ່ຈັກເທຶ່ອອາຈານ ຄືວ່າເກົ່າ ຢູ່ຕລອດ.”
ທ່ານ ກ່າວຕື່ມວ່າ ອາຄານຮຽນຫລັງເກົ່າ ແບບເກິ່ງຖາວອນ ສ້າງຂຶ້ນ ແຕ່ປີ 2009 ມາຮອດປັຈຸບັນ ປີ 2023 ຍັງບໍ່ທັນມີຮອດ ປະຕູປ່ອງຢ້ຽມ ເພື່ອປົກປ້ອງນັກຮຽນໃຫ້ມີຄວາມປອດພັຍ ເຮັດໃຫ້ຕລອດໄລຍະເວລາ 14 ປີ ຜ່ານມາ ຣະດູຮ້ອນ ນັກຮຽນກໍນັ່ງຕາກເເດດຮຽນ ຍ້ອນຫລັງຄາເພ, ໃນຣະດູຝົນ ນໍ້າຝົນກໍສາດໃສ່ນັກຮຽນ ເຮັດໃຫ້ບາງເທຶ່ອ ຮຽນໜັງສືບໍ່ໄດ້ ແລະ ຣະດູໜາວ ລົມກໍພັດໃສ່ຫ້ອງຮຽນ ກໍໜາວຕລອດ ຍ້ອນໂຮງຮຽນ ບໍ່ມີປະຕູ ປ່ອງຢ້ຽມ.
ການຊ່ວຍເຫລືອ ຂອງຣັຖບານຍີ່ປຸ່ນ ບໍ່ພຽງແຕ່ປັບປຸງສະພາບແວດລ້ອມ ການສຶກສາ ແລະ ສົ່ງເສີມການສຶກສາຂອງນັກຮຽນ ແລະ ຄູຣ-ອາຈານເທົ່ານັ້ນ, ແຕ່ຍັງເປັນການປະກອບສ່ວນ ເຂົ້າປັບປຸງສະພາບສຸຂພາບອະນາໄມ ຂອງໂຮງຮຽນດັ່ງກ່າວນຳດ້ວຍ. ໂດຍຣັຖບານຍີ່ປຸ່ນ ຈະສ້າງຫ້ອງນໍ້າ ບ່ອນລ້າງມື ແລະ ນໍ້າສະອາດໃຫ້ໂຮງຮຽນ. ຂະນະທີ່ຜ່ານມາ 14 ປີ ນັກຮຽນ ບໍ່ມີຫ້ອງນໍ້າ ບ່ອນລ້າງມື ແລະ ນໍ້າສະອາດພາຍໃນໂຮງຮຽນ ມີແຕ່ນໍ້າກ໊ອກ ທີ່ສູບມາຈາກແຫລ່ງນໍ້າໃກ້ຄຽງ ເພື່ອໃຊ້ເທົ່ານັ້ນ ເຮັດໃຫ້ຍາມນັກຮຽນປວດເບົາ, ປວດໜັກ ກໍພາກັນອົດກັ້ນ ຈົນກ່ວາຈະເລີກໂຮງຮຽນ ພໍເລີກຮຽນແລ້ວ ກໍພາກັນຟ້າວຂີ່ຣົຖຈັກ ຫລື ແລ່ນໄປເຮືອນປະຊາຊົນ ຫລື ໂຮງຮຽນປະຖົມ ທີ່ຢູ່ໃກ້ຄຽງ.
ດັ່ງ ເຈັ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງຈຳປາສັກ ຜູ້ທີ່ສອງ ກ່າວໃນມື້ດຽວກັນນີ້ວ່າ:
“ໂຮງຮຽນນີ້ ກໍຄິດວ່າ ຢາກໃຫ້ມັນມີສຸຂອນາໄມ ທຸກໂຮງຮຽນຫັ້ນນ່າ ເພື່ອວ່າ ມັນສາມາດ ຕອບສນອງກັນ ກັບທີ່ເຮົາປະກາດ ເປັນເມືອງຢຸດຖ່າຍຊະຊາຍ ບາດນີ້ ເພາະວ່າ ເຮົາວິດຖ່າຍແຕ່ໃນຄອບຄົວ ແຕ່ບາດນີ້ ໂຮງຮຽນ ທຸກໂຮງຮຽນນີ້ ຕ້ອງໄດ້ມີວິດຖ່າຍ ສຸຂອນາມັຍເນາະ ແບບວ່າ ບໍ່ໃຫ້ນັກຮຽນໄປຖ່າຍຊະຊາຍຄືເກົ່າຫັ້ນນ່າ ໄລຍະຜ່ານມາມີແຕ່ກ໊ອກຊື່ໆ ເຂົາກໍໄປເຂົ້າເຮືອນໃຜເຮືອນມັນ ຢູ່ໃນແຖວນັ້ນ ນຳປະຊາຊົນ ນຳໂຮງຮຽນປະຖົມອິຫຍັງຫັ້ນແຫລະ ຢູ່ໃກ້ໆ ກໍບໍ່ໄດ້ເຂົ້າຫ້ອງນໍ້າແດ່ ຜ່ານມາຫັ້ນນ່າ.”
ຄວາມຊຸດໂຊມ ຂອງໂຮງຮຽນມັທຍົມສົມບູນ ໂນນຍາງ ເຮັດໃຫ້ ນັກຮຽນມີການຮຽນ-ການສອນ ແບບບໍ່ເຕັມເມັດເຕັມໜ່ວຍ ຍ້ອນຫ້ອງຮຽນແຕ່ລະຊັ້ນ ເປັນແບບໄມ້ຕິດກັນ ເຮັດໃຫ້ສຽງດັງ ຂອງແຕ່ລະຫ້ອງ ລົບກວນຫ້ອງອື່ນໆ ຈົນຜູ້ປົກຄອງບາງຄົນ ທີ່ມີຖານະ ບໍ່ໃຫ້ລູກຮຽນທີ່ໂຮງຮຽນນີ້ແລ້ວ ເອົາໄປຮຽນບ່ອນອື່ນກໍມີ.
ສະນັ້ນ ຖ້າຫາກອາຄານຮຽນໃໝ່ ຂອງໂຮງຮຽນນີ້ສ້າງສຳເຣັດ ຈະຊ່ວຍໃຫ້ນັກຮຽນຢາກເຂົ້າໂຮງຮຽນ ແລະ ນັກຮຽນຈະມີສະພາບແວດລ້ອມ ການສຶກສາທີ່ດີ ໄດ້ມາຕຖານສາກົລ.
ດັ່ງຜູ້ປົກຄອງ ນັກຮຽນຢູ່ບ້ານໂນນຍາງ ເມືອງສຸຂຸມາ ກ່າວໃນມື້ດຽວກັນນີ້ວ່າ:
“ສ້າງຄວາມກະຕືລືລົ້ນ ແບບເຂົາເຈົ້ານ່າ ເຂົາເຈົ້າ ເຫັນອາຄານຫລັງໃໝ່ ເຂົາເຈົ້າກໍຢາກເຂົ້າຮຽນຫັ້ນນ່າ ອັນທີ່ສອງ ກໍອຳນວຍ ຄວາມສະດວກຫັ້ນແຫລະ ໃນດ້ານການຮຽນ-ການສອນ ອາຄານຫລັງເກົ່າ ມັນເປັນອາຄານແບບຕິດຕໍ່ກັນເລີຍຫັ້ນນ່າ ເວລາສອນ ມັນກໍບໍ່ແຈ້ງ ມັນເປັນຫ້ອງໄມ້ຫັ້ນນ່າ ມັນກັ້ນຊື່ໆ ການສອນກໍ ລຳບາກ ເພາະວ່າ ບາງຄົນ ມັນກໍມາເຫັນໂຮງຮຽນ ເຂົາບໍ່ຢາກໃຫ້ລູກມາໂຮງຮຽນຊໍ້ານ່າ ຄື ບາງເທຶ່ອຫັ້ນ ຄື ບາງຄົນ ເຂົາເຈົ້າມີຖານະດີແດ່ ເຂົາກ້ຢາກໄປໂຮງຮຽນຫລັງອື່ນ.”
ດ້ານ ຄຣູ-ອາຈານ ແລະ ນັກຮຽນ ທົ່ວໂຣງຮຽນມັທຍົມ ສົມບູນ ໂນນຍາງ ລ້ວນມີຄວາມດີໃຈ ແລະ ຮູ້ສຶກຂອບໃຈ ທຸກພາກສ່ວນທີ່ກ່ຽວຂ້ອງ ຍ້ອນໄດ້ຮັບຂ່າວດີ ຈາກ ກະຊວງສຶກສາທິການ ແລະ ກິລາ ວ່າ ສຖານທູຕຍີ່ປຸ່ນ ປະຈຳປະເທດລາວ ຈະຊ່ວຍສ້າງອາຄານຮຽນ ແລະ ຫ້ອງນໍ້າໃໝ່ ໃຫ້ນັກຮຽນ ແລະ ຄູຣ-ອາຈານ ຈົນເຮັດໃຫ້ ທັງນາຍຄຣູ ແລະ ນັກຮຽນ ພາກັນອອກແຮງງານ ຢ່າງເປັນຂບວນ ເພື່ອອານາມັຍສຖານທີ່ ທີ່ໂຄງການກຳນົດວ່າ ຈະສ້າງອາຄານຮຽນ ແລະ ຫ້ອງນໍ້າໃໝ່ ໃນວັນທີ 24 ກຸມພາ ທີ່ຜ່ານມາ.
ດັ່ງນາຍຄຣູ ຢູ່ ໂຮງຮຽນມັທຍົມ ໂນນຍາງ ກ່າວໃນມື້ດຽວກັນນີ້ວ່າ:
“ອາຈານກໍດີໃຈ ດີໃຈທັງໝົດ ໄດ້ຍິນວ່າ ທາງຫ້ອງການສຶກສາເຮົາ ຂຶ້ນໄປ ເຊັ່ນ MOU ອອກຈາກສຖານທູດຍີ່ປຸ່ນເນາະ ທາງນັ້ນກໍໂທມາບອກ ແລ້ວກໍ ທາງນີ້ກໍໄດ້ລົມກັບຄຣູ-ອາຈານ ທັງໝົດເນາະ ແລ້ວກໍພາກັນອານາມັຍ ສິ່ງເສດສ່ວນ ທີ່ບ່ອນເຮົາຈະປຸກອາຄານຫລັງໃໝ່ຫັ້ນ ທັງນັກຮຽນ ທັງຄຣູອາຈານ ຄວາມດີໃຈ ວ່າຊັ້ນສາ.”
ສຳລັບແຜນການ ດຳເນີນການກໍສ້າງອາຄານຮຽນ ແລະ ຫ້ອງນໍ້າໃໝ່ນີ້ ແມ່ນຈະເຣີ່ມຕັ້ງແຄມປ໌ ຄົນງານ ແລະ ເອົາວັສດຸ-ອຸປກອນຕ່າງໆ ເຂົ້າມາໂຮງຮຽນ ພາຍໃນໃນອາທິດໜ້າ ແລະ ບໍ່ກາຍເດືອນທັນວາ ປີນີ້ ກໍຈະໄດ້ເຫັນນັກຮຽນທົ່ວໂຮງຮຽນ ນຳໃຊ້ອາຄານຮຽນ ແລະ ຫ້ອງນໍ້າໃໝ່.
ໃນໄລຍະ 5 ປີທີ່ຜ່ານມາ ຣັຖບານຍີ່ປຸ່ນ ໄດ້ສນັບສນູນ ແຂວງຈຳປາສັກ ດ້ານການສຶກສາ, ສາທາຣະນະສຸຂ ແລະ ໂຄງລ່າງພື້ນຖານຕ່າງໆ ລວມເປັນມູນຄ່າຫລາຍກວ່າ 780,000 ໂດລ້າຣ໌ສະຫະຣັຖ. ພ້ອມກັນນີ້ ປະເທດຍີ່ປຸ່ນ ຈະສືບຕໍ່ໃນການຊ່ວຍເຫລືອ ປະເທດລາວ ໃນການປັບປຸງພື້ນຖານ ຊີວິດການເປັນຢູ່ ຂັ້ນຮາກຖານຕໍ່ໄປ ເພື່ອຮັບປະກັນບໍ່ໃຫ້ຖືກຖິ້ມ ໄວ້ທາງຫລັງ ຜ່ານການແກ້ໄຂຄວາມແຕກໂຕນ ໃນພາກພື້ນ.
ນອກຈາກ ຣັຖບານຍີ່ປຸ່ນ ທີ່ຊ່ວຍກໍ່ສ້າງໂຮງຮຽນ ໃຫ້ເດັກນ້ອຍນັກຮຽນແລ້ວ, ຣັຖບານ ສະຫະຣັຖ ອາເມຣິກາ, ຣັຖບານອິນເດັຍ ແລະ ຣັຖບານເກົາຫລີໃຕ້ ກໍຍັງຊ່ວຍກໍສ້າງໂຮງຮຽນໃຫ້ເດັກນ້ອຍນັກຮຽນລາວ ແລະ ເດັກນ້ອຍນັກຮຽນຊົນເຜົ່າ ທົ່ວປະເທດນຳດ້ວຍ.