ໂຈນຣະບາດ ຫຼາຍຂຶ້ນ ໃນນະຄອນຫຼວງວຽງຈັນ

ສຸພັດຕາ
2022.12.22
ໂຈນຣະບາດ ຫຼາຍຂຶ້ນ ໃນນະຄອນຫຼວງວຽງຈັນ ຮູບໂຕຢ່າງ: ເຈົ້າໜ້າທີ່ຕໍາຣວດ ເມືອງໄຊເສດຖາ ຈັບກຸ່ມຄົນ ລັກອຸປກອນ ຈາກ ທາງຣົຖໄຟ ລາວ-ຈີນ.
ນັກຂ່າວ ພົລເມືອງ

ມາຮອດປັດຈຸບັນ ບັນຫາການລັກຊັບ ແລະປຸ້ນຊັບພົລເມືອງ ໂດຍສະເພາະ ການລັກຣົຖຈັກ ຢູ່ເມືອງຕ່າງໆ ພາຍໃນນະຄອນຫຼວງວຽງຈັນ ເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະຊາວບ້ານຫຼາຍຄົນ ຕ້ອງໄດ້ຢູ່ຢ່າງລະມັດລະວັງ ເພາະມີໂຈນຫຼາຍ ເຊິ່ງສ່ວນໃຫຍ່ແມ່ນເປັນກຸ່ມຊາວໜຸ່ມ, ຄົນວ່າງງານ ແລະຜູ້ໃຊ້ຢາເສບຕິດ.

ດັ່ງຊາວນະຄອນຫຼວງວຽງຈັນ ທ່ານນຶ່ງ ທີ່ຣົຖຈັກ ຫາກໍຖືກລັກ ກ່າວວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 22 ທັນວາ 2022 ນີ້ວ່າ:

“ຄືວ່າມີໂຈນຫຼາຍນ່າ ມີຄົນຂີ້ລັກຫັ້ນນ່າ ມັນມີແຕ່ຄົນຂີ້ຢາບໍ ຫຼືວ່າຈັ່ງໃດ ແບບວ່າຈອດຢູ່ຮ້ານ ເຮົາບໍ່ໄດ້ຝາກ ບໍ່ມີຄົນເຝົ້າ ເຂົາຈະລັກໄປເລີຍຫັ້ນນ່າ ເພິ່ນຊິເອົາໄປຂາຍບໍ ຫຼືວ່າເພິ່ນມີບ່ອນຈໍານໍາຢູ່ແລ້ວ ໄປງານໄປຫຍັງກໍຕ້ອງຊອກບ່ອນ ທີ່ວ່າຮັບຝາກ ໄປຊື້ເຄື່ອງຈັ່ງຊີ້ເນາະ ແບບເຂົ້າຕລາດແປບດຽວ ເຮົາຕ້ອງໄດ້ຝາກໃດ໋ ມັນມີຄົນຫຼາຍ ຢູ່ຈັ່ງໃດ ເຂົາກໍຍັງເອົາໄດ້ຫັ້ນນ່າ ເກັ່ງຂນາດ.”

ທີ່ຜ່ານມາ ບໍ່ວ່າຈະເປັນຣົຖຈັກ ຫຼື ຣົຖໃຫຍ່ ທີ່ຈອດຢູ່ຕາມແຄມທາງ ເຖິງແມ່ນວ່າ ຈະມີຜູ້ຄົນຍ່າງຜ່ານໄປ-ມາເປັນຈໍານວນຫຼາຍ ຫຼື ວ່າຈະເປັນເວລາກາງຄືນ ທີ່ບໍ່ທັນມີຜູ້ຄົນ ຕ່າງກໍຖືກກຸ່ມໂຈນລັກຄືກັນ ເຊິ່ງຜູ້ເສັຍຫາຍສ່ວນນຶ່ງ ພັດບໍ່ໄດ້ຣົຖຂອງພວກເຂົາເຈົ້າຄືນ ຍ້ອນກຸ່ມໂຈນນໍາໄປຂາຍຕໍ່.

ດັ່ງຊາວບ້ານ ຢູ່ບ້ານສີສັງວອນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ທີ່ເຄີຍປະສົບເຫດ ຖືກລັກຣົຖຈັກ ນາງນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້:

“ຢູ່ເຮືອນ ກໍຢູ່ເຮືອນ ແລ້ວກໍໂຈນເຂົ້າໄປແງະປະຕູ ແລ້ວກໍລັກເລີຍ ຕອນຄໍ່າ ມັນເປັນນໍາບາງຊ່ວງ ຊ່ວງຕອນຄໍ່າໆເຂົ້ານອນ ໂຕເມືອງຫຼາຍ ບໍ່ໄດ້ຄືນເລີຍ ໜ້າຈະເຂົາຮ້ອນເງິນ.”

ເນື່ອງຈາກບັນຫາກຸ່ມຄົນບໍ່ດີ ພາກັນລັກຣົຖຈັກ ຂອງພໍ່ແມ່ປະຊາຊົນເກີດຂຶ້ນຢ່າງຕໍ່ເນື່ອງ ເຮັດໃຫ້ຜູ້ເສັຍຫາຍຫຼາຍຄົນ ໄດ້ຕັ້ງກຸ່ມໃນເຟສບຸກຄ໌ ເພື່ອໃຊ້ເປັນຊ່ອງທາງ ໃນການປະກາດຊອກຫາຣົຖຈັກທີ່ເສັຍໄປດ້ວຍໂຕເອງ ພ້ອມກັບແຈ້ງຄວາມຕໍ່ເຈົ້າໜ້າທີ່ຕໍາຣວດ ແຕ່ຢ່າງໃດກໍຕາມ ໃນຫຼາຍກໍຣະນີ ພັດບໍ່ມີຄວາມຄືບໜ້າແນວໃດເທື່ອ, ດັ່ງຊາວບ້ານ ຢູ່ບ້ານຫ້ວຍຫົງ ເມືອງຈັນທະບູຣີ ນະຄອນຫຼວງວຽງຈັນ ນາງນຶ່ງ ກ່າວວ່າ:

“ຍັງບໍ່ໄດ້ເທື່ອ ກໍຕາມຂ່າວ ກໍ (ໂຈນລັກຣົຖຈັກ) ກໍອັນນັ້ນຢູ່ ແລ້ວເຮົາກໍບໍ່ຮູ້ດຽວ ວ່າມັນເປັນແນວໃດຫັ້ນນ່າ ເບື້ອງຕົ້ນເອື້ອຍກໍແຈ້ງ ເຈົ້າໜ້າທີ່ແລ້ວ ແຕ່ວ່າມັນກໍບໍ່ເຫັນເນາະ ກໍບໍ່ໄດ້ຄວາມຄືບໜ້າຫຍັງ ຣົຖເອື້ອຍຫັ້ນເສັຍແຕ່ວັນທີ 27 ເດືອນ 1 ປີ 2019 ເຖິງປັດຈຸບັນ ຍັງບໍ່ທັນມີວີ່ແວວເລີຍ ວ່າຊິໄດ້.”

ນອກຈາກນີ້ ກຸ່ມຄົນບໍ່ດີຍັງປຸ້ນຊັບໃນຮູບແບບຕ່າງໆ ໃນເຂດສາທາຣະນະ ເປັນຕົ້ນ ດືງກະເປົ໋າ ແລະສາຍຄໍາ ຮວມເຖິງການລັກເປັດລັກໄກ່ ແລະລັກງົວ-ຄວາຍ ຂອງພໍ່ແມ່ປະຊາຊົນ ໃນໄລຍະທີ່ບໍ່ມີຜູ້ໃດຢູ່ເຮືອນ ຫຼືໃນເວລາກາງຄືນ ທີ່ຜູ້ຄົນເຂົ້ານອນແລ້ວ ເຊິ່ງສ່ວນນຶ່ງ ແມ່ນເປັນຍ້ອນເສຖກິຈບໍ່ດີ ແລະຄົນສ່ວນນຶ່ງເຫັນວ່າ ການລັກຊັບ ເປັນເຣື່ອງທີ່ຫາເງິນໄດ້ງ່າຍ ເຊິ່ງການກະທໍາ ໃນລັກສະນະດັ່ງກ່າວນີ້ ຈະມີຄວາມຜິດຕາມກົດໝາຍອາຍາ ສບັບປັບປຸງ ປີ 2017 ໃນໝວດທີ 5 ວ່າດ້ວຍການກະທໍາຜິດຕໍ່ກັມມະສິດ, ດັ່ງເຈົ້າໜ້າທີ່ ປກສ ນະຄອນຫຼວງວຽງຈັນ ຜູ້ບໍ່ປະສົງອອກຊື່ ແລະ ຕໍາແໜ່ງທ່ານນຶ່ງ ກ່າວວ່າ:

“ກ່ຽວກັບການລັກຊັບ ສ່ວນຫຼາຍແມ່ນ ເປັນຣົຖຈັກບໍ ເປັນຄວາຍນີ້ ກໍຖືວ່າມີຫຼາຍ ກຸ່ມທີ່ວ່າເສບຢາບໍ ຫຼືວ່າຄອບຄົວທຸກຍາກບໍ ກໍຢູ່ເປັນກຸ່ມ ເປັນແກ້ງນີ້ແຫຼະ (ສໍາລັບຜູ້ກະທໍາຄວາມຜິດ) ປະມານ 20 ປາຍປີນີ້ແຫຼະ ປະມານ 20 ຫາ 25 ປີ ນີ້ແຫຼະ.”

ໃນວັນທີ 15 ທັນວາ ທີ່ຜ່ານມາ ທ່່ານ ພົນຕໍາຣວດຈັດຕະວາ ບົວພັນ ຟອງມະນີ ຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ກ່າວຣາຍງານຕໍ່ກອງປະຊຸມ ສລຸບວຽກງານ ປ້ອງກັນຄວາມສງົບ ປະຈໍາປີ 2022 ແລະທິດທາງແຜນການວຽກງານຈຸດສຸມ ໃນປີ 2023 ວ່າ ໃນປີ 2022 ນະຄອນຫຼວງວຽງຈັນ ມີສະພາບການປຸ້ນ, ຈີ້, ລັກຊັບ ເກີດຂຶ້ນທັງໝົດ 1,692 ເຣື່ອງ (ເພີ່ມຂຶ້ນຈາກປີກ່ອນ 129 ເຣື່ອງ) ໃນນີ້ແມ່ນຄະດີລັກຣົຖຈັກ 971 ເຣື່ອງ, ງັດແງະລັກ 477 ເຣື່ອງ, ທຸບແວ່ນຣົຖລັກຊັບ 14 ເຣື່ອງ, ລັກຣົຖໃຫຍ່ 9 ເຣື່ອງ, ຊີງຊັບ 93 ເຣື່ອງ ແລະປຸ້ນຊັບພົລເມືອງ 36 ເຣື່ອງ.
ຕໍ່ປະກົດການດັ່ງກ່າວນີ້ ໄດ້ສ້າງຜົລເສັຍຫາຍເປັນເງິນກີບປະມານ 9 ຕື້ກີບ, ເງິນບາດ 9 ລ້ານບາດ, ເງິນໂດລ້າຣ໌ 468,360 ໂດລ້າຣ໌ສະຫະຣັຖ, ເງິນຢູໂຣ 48,000 ຢູໂຣ, ຄໍາຮູບປະພັນໜັກ 188 ບາດ, ຣົຖໃຫຍ່ 9 ຄັນ, ຣົຖຈັກເສັຍຈາກການຖືກລັກ, ປຸ້ນ, ຊີງ ຮວມ 1,158 ຄັນ ແລະອື່ນໆ.

ຂະນະທີ່ ເຈົ້າໜ້າທີ່ສາມາດເກັບກູ້ຂອງກາງຄືນມາ ແລະຈັບໂຕຜູ້ກະທໍາຄວາມຜິດມາລົງໂທດ ໄດ້ພຽງບາງສ່ວນເທົ່ານັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.