ຕຳຣວດ ແຂວງບໍຣິຄຳໄຊ ຍຶດກັນຊາ ທີ່ຄາດວ່າ ຈະສົ່ງເຂົ້າໄທຍ
2022.12.27

ໃນວັນທີ 21 ທັນວາ ປີ 2022 ທີ່ຜ່ານມາ ຕຳຣວດເມືອງຄຳເກີດ ແຂວງບໍຣິຄຳໄຊ ພ້ອມກັບ ຕຳຣວດເມືອງຄູນຄຳ ແຂວງຄຳມ່ວນ ໄດ້ສົມທົບກັນເພື່ອສະກັດກັ້ນ ຣົຖບັນທຸກ ລັກລອບຂົນກັນຊາ ຕາມທີ່ພົລເມືອງດີ ໄດ້ແຈ້ງ ໂດຍໄດ້ສະກັດຈັບ ຣົຖບັນທຸກລັກລອບ ຂົນກັນຊາຕັ້ງແຕ່ ເຂດບ້ານໜອງກອກ ເມືອງຄຳເກີດ ແຂວງບໍຣິຄຳໄຊ ໄປຈົນຮອດບ້ານນາຂາມ ເມືອງຄູນຄຳ ແຂວງຄຳມ່ວນ ຈຶ່ງໄດ້ກວດພົບກັນຊາອັດແທ່ງ ຈຳນວນ 1,347 ກິໂລກຣາມ ແລະ ກັນຊາບໍ່ໄດ້ອັດແທ່ງ 322 ກິໂລກຣາມທີ່ຖືກເຊື່ອງໄວ້ໃນຣົຖບັນທຸກ ສ່ວນຜູ້ຂັບຣົຖບັນທຸກ ໄດ້ລົບໜີໄປໄດ້ຄາດວ່າ ຈະມີການລັກລອບສົ່ງ ໄປຍັງປະເທດໄທຍເນື່ອງຈາກກັນຊາ ຢູ່ໄທຍໄດ້ເປີດເສຣີ.
ດັ່ງເຈົ້າໜ້າທີ່ ຕຳຣວດ ກ່ຽວຂ້ອງ ໃນແຂວງຄຳມ່ວນ ທ່ານນຶ່ງທີ່ຂໍສງວນຊື່ ແລະຕຳແໜ່ງກ່າວ ໃນວັນທີ 27 ທັນວານີ້ວ່າ:
“ທາງເມືອງຄຳເກີດ ເພິ່ນຕິດຕາມຣົຖແກ່ກັນຊາມານີ້ນ່າ ເພິ່ນມາສົມທົບກັບເມືອງໄທຍ ເຮົາຜູ້ຂັບຂີ່ໄດ້ເອົາໂຕລົບໜີແລ້ວ ກໍແລ່ນຣົຖເຂົ້າໄປຊຸກເຄື່ອງມ້ຽນ ຢູ່ປ່າມີເຄື່ອງຂອງກາງຢູ່ໃນຣົຖຫັ້ນ ເປັນປະເພດກັນຊາຄືໄທຍເພິ່ນເວົ້າມາ ເປັນເສຣີ ອີ່ຫຍັງຫັ້ນນ່າເນາະ ແຕ່ວ່າລາວເຮົາມັນຜິດກົດໝາຽ ເວລາເຮົາເຜີຍາມໃດ ມັນກໍເອົາໄປ.”
ສ່ວນເຈົ້າໜ້າທີ່ ຕຳຣວດໄທຍທ່ານນຶ່ງ ກ່າວວ່າທີ່ຜ່ານມາ ເຈົ້າໜ້າທີ່ ຂອງໄທຍ ກໍມີການກວດຕາມແນວຊາຍແດນ ຫລື ຂັບເຮືອກວດຕາມແຄມແມ່ນໍ້າຂອງ ຢ່າງຕໍ່ເນື່ອງແຕ່ບາງເທື່ອ ກໍອາຈບໍ່ທົ່ວເຖິງ ເພາະວ່າແມ່ນໍ້າຂອງ ເຂດນີ້ກວ້າງຂວາງ ຈຶ່ງເຮັດໃຫ້ການລັກລອບ ຂົນຢາເສພຕິດຈາກຝັ່ງລາວ ເຂົ້າມາໄທຍໄດ້ບໍ່ວ່າ ຈະເປັນຢາບ້າ ຫລື ກັນຊາ ເຈົ້າໜ້າທີ່ໄທຍ ກໍຍັງຈັບໄດ້ຢ່າງຕໍ່ເນື່ອງ ເຖິງແມ່ນວ່າ ກັນຊາໃນໄທຍຈະຖືກກົດໝາຽ ແຕ່ຈະນຳເຂົ້າ ໂດຍບໍ່ໄດ້ຮັບອະນຸຍາດ ກໍຜິດກົດໝາຽ.
“ເຂົ້າມາເຮົາກໍຈັບຢູ່ລັກລອບ ນໍາເຂົ້າກໍໃຊ້ກົດໝາຽພາສີ-ອາກອນ ບໍ່ໄດ້ແຈ້ງພາສີ-ອາກອນ ກໍຜິດມັນບໍ່ແມ່ນຖືກກົດໝາຽ ຖືກທຸກຢ່າງ ເຈົ້າເອົາເຂົ້າມາໄດ້ໝົດ ມັນເປັນໄປບໍ່ໄດ້ ກໍອອກລາດຕະເວນຕລອດ ອຸປສັກຈຸດນີ້ ກໍຄືວ່າແມ່ນໍ້າມັນກກ້ວາງ ກໍປະສານກັບຊາວບ້ານ ທີ່ເປັນພວກເຮົາ ກໍມີຊາວບ້ານ ທີ່ເປັນພວກເຂົາກໍມີ.”
ຕໍ່ກັບເຫດການນີ້ ຊາວລາວລາວທ່ານນຶ່ງ ກໍກ່າວວ່າ ປັດຈຸບັນນີ້ ກໍມີຫລາຍຄົນລັກປູກກັນຊາ ຫລາຍຂຶ້ນໂດຍສະເພາະ ຕາມເຂດສອກຫລີກ ຫ່າງໄກ ໃກ້ຊາຍແດນວຽດນາມ ສ່ວນໃຫຍ່ເຂົາເຈົ້າ ລັກປູກກັນຊາສົ່ງຂາຍ ໃຫ້ທັງຄົນລາວ ດ້ວຍກັນເອງ. ຈາກນັ້ນຄົນລາວ ທີ່ຮັບຊື້ ສົ່ງໄປຂາຍຕ່າງປະເທດ ໂດຍສະເພາະໄທຍ ແຕ່ ຜູ້ທີ່ຈະລັກລອບ ຂົນກັນຊາໄປປະເທດໄທຍໄດ້ ຈະເປັນຄົນລະດັບໃຫຍ່ ມີເງິນຈ່າຍ ໃຫ້ເຈົ້າໜ້າທີ່ ສາມາດເອົາກັນຊາຂ້າມໄປໄທຍໄດ້.
“ຢູ່ລາວກໍຜິດກົດໝາຽ ແຕ່ວ່າຢູ່ລາວກໍສູບຄືເກົ່າ ແບບວ່າຄົນເຂດນອກຊີ້ເນາະ ເຂົາປູກຫລາຍຄັນວ່າມີເງິນສະແດງວ່າ ຜິດແລ້ວນ່າ ຢູ່ລາວມີເງິນສະແດງວ່າໃຫຍ່ ເຂົາຫາກມີວິທີ ຂອງເຂົາ ໝວດຂາໃຫຍ່ເຂົາສາມາດເອົາຂ້າມ ດ່ານໄດ້ງ່າຍ ເພາະວ່າ ເງິນເຂົາຫລາຍ.”
ຊາວລາວອີກທ່ານນຶ່ງ ກ່າວວ່າ ຕາມກົດໝາຽ ຂອງລາວການມີກັນຊາໄວ້ ໃນຄອບຄອງກໍຍັງເປັນເຣື່ອງຜິດກົດໝາຽຢູ່ ສ່ວນໃຫຍ່ຄົນທີ່ລັກລອບ ປູກກັນຊາ ຈະປູກຂາຍ ແລະລັກລອບ ສົ່ງໄປປະເທດໄທຍ ຜ່ານທາງເຮືອ ເອົາຂ້າມແມ່ນໍ້າຂອງ.
“ຢູ່ຝັ່ງລາວ ກໍຍັງຜິດກົດໝາຽ ກໍສ່ວນຫລາຍເຂົາເຈົ້າ ລັກຂ້າມຫັ້ນນ່າ ທາງເຮືອແມ່ນໍ້າຂອງນີ້ແຫລະ ລາວມັນຈະເປັນດອກ ໃຫຍ່ດອກແໜ້ນ.”
ເມື່ຶອເດືອນສິງຫາ 2022 ຕຳຣວດ ເມືອງທ່າແຂກ ແຂວງຄຳມ່ວນ ກໍໄດ້ກັກໂຕ ກຸ່ມແກ້ງຄ້າ-ຂາຍ ກັນຊາອັດແທ່ງໄດ້ 5 ຄົນ ຊຶ່ງເປັນຄົນລາວທັງໝົດ ມີສ່ວນຮູ້ເຫັນລັກລອບ ຂົນກັນຊາອັດແທ່ງ ຈຳນວນ 722 ກິໂລກຣາມ ມາຈາກທາງພາກເໜືອ ຂອງລາວ ໂດຍມີປາຍທາງໄປຍັງ ປະເທດໄທຍ.
ໃນທ້າຍເດືອນພຶສຈິກາ ຫາ ເດືອນທັນວາ 2021 ຕຳຣວດແຂວງບໍຣິຄໍາໄຊ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ທຳລາຍສວນກັນຊາໃນ 3 ເມືອງຄື ເມືອງຄຳເກີດ, ເມືອງໄຊຈຳພອນ ແລະ ເມືອງວຽງທອງ ໃນເນື້ອທີ່ 100 ປາຍເຮັກຕ້າຣ໌ ສ່ວນໃຫຍ່ປູກຢູ່ເຂດຫ່າງໄກ ສອກຫລີກ ແລະ ເປັນຊາວບ້ານລັກປູກ.