ເດັກນ້ອຍ, ຜູ້ສູງອາຍຸ ທົ່ວປະເທດ ໄດ້ຮັບວັກຊິນແລ້ວ 84%
2022.12.29

ຜແນກສາທາຣະນະສຸຂ ຫລາຍແຂວງຂອງລາວ ເປັນຕົ້ນແຂວງຫົວພັນ, ເຊກອງ ແລະແຂວງຈໍາປາສັກ ໄດ້ສືບຕໍ່ ໃຫ້ຂໍ້ມູນຂ່າວສານ ແລະສັກວັກຊິນ ປ້ອງກັນໂຄວິດ-19 ໃຫ້ປະຊາຊົນ ທັງເດັກນ້ອຍ ແລະຜູ້ສູງອາຍຸ ໃນມື້ວັນທີ 27 ທັນວາ 2022 ນີ້.
ຢູ່ເມືອງຊໍາເໜືອ ແຂວງຫົວພັນ ເຈົ້າໜ້າທີ່ສາທາຣະນະສຸຂ ກໍໄດ້ໄປສັກວັກຊິນ ປ້ອງກັນໂຄວິດ-19 ຍີ່ຫໍ້ ໄຟເຊີຣ໌ ໃຫ້ເດັກນ້້ອຍອາຍຸ 5-11 ປີ ແລະໃຫ້ຜູ້ໃຫຍ່ ທີ່ບໍ່ທັນໄດ້ສັກວັກຊິນ ປ້ອງກັນນັ້ນ.
ສາເຫດ ທີ່ເຮັດໃຫ້ທາງຜແນກ ສາທາຣະນະສຸຂ ແຂວງຕ່າງໆ ມີໂອກາດໄດ້ສືບຕໍ່ ສັກວັກຊິນປ້ອງກັນ ໂຄວິດ-19 ທີ່ວ່ານີ້ ແມ່ນຍ້ອນໄດ້ງົບປະມານ ຈໍານວນນຶ່ງຈາກອົງການ ຢູນິເຊັບ ຊຶ່ງປະຊາຊົນ ສ່ວນໃຫຍ່ ຮວມທັງຊົນເຜົ່າ ກໍໃຫ້ຄວາມຮ່ວມມືເປັນຢ່າງດີ, ແຕ່ກໍຍັງມີຈໍານວນນຶ່ງ ບໍ່ໃຫ້ຄວາມຮ່ວມມື ເທົ່າທີ່ຄວນ.
ແຕ່ເຖິງຢ່າງໃດກໍຕາມ ການສັກວັກຊິນ ປ້ອງກັນໂຄວິດ-19 ໃຫ້ປະຊາຊົນ ຢູ່ທົ່ວແຂວງຫົວພັນນີ້ ແມ່ນໄດ້ເຖິງ 80% ແລ້ວ.
ດັ່ງເຈົ້າໜ້າທີ່ ສາທາຣະນະສຸຂ ຢູ່ແຂວງຫົວພັນ ຜູ້ຂໍສງວນຊື່ ແລະຕໍາແໜ່ງທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 29 ທັນວານີ້ວ່າ:
“ໄດ້ຮັບງົບປະມານ ສນັບສນູນ ຈາກອົງການູນີເຊັບ ສນັບສນູນດ້ານງົບປະມານ ຂະບວນການນີ້ນ່າ ສ່ວນເຜົ່າມົ້ງຫັ້ນນ່າ ຊ່ວງນີ້ເຂົາເຈົ້າກິນຈຽງນໍ ຍັງບໍ່ທັນໃຫ້ການຮ່ວມມື ປານໃດ ມີບາງຄົນເຂົາເຈົ້າກໍເຂົ້າໃຈ ເຂົາເຈົ້າກໍໃຫ້ລູກເຂົາມາ ເຫັນມີບາງຄົນເຂົາເຈົ້າບໍ່ເຂົ້າໃຈ ແລ້ວເຂົາເຈົ້າກໍບໍ່ໃຫ້ລູກມາ.”
ຢູ່ເມືອງຊໍາເໜືອ ແຂວງຫົວພັນ ປະຊາຊົນໃຫ້ຄວາມຮ່ວມມື ເປັນຢ່າງດີ, ພາລູກຫລານໄປສັກວັກຊິນ ປ້ອງກັນໂຄວິດ-19 ຫລາຍຂຶ້ນ ແຕ່ກໍຍັງບໍ່ທັນໄດ້ສັກຄົບ ກໍານົດເທື່ອ.
ດັ່ງປະຊາຊົນ ຢູ່ເມືອງນີ້ຜູ້ນຶ່ງເວົ້າວ່າ:
“ສ່ວນຫລາຍກໍສັກໝົດແລ້ວ ເຂັມ 2 ເນາະ ແຕ່ວ່າເຂັມ 3 ນີ້ຍັງຈໍານວນນຶ່ງ ບໍ່ທັນໄດ້ສັກ ນັກຮຽນເດັກນ້ອຍ ອີກຈໍານວນນຶ່ງ ກໍຄືຈະຍັງຢູ່ ກໍເອົາລູກໄປສັກຢູ່ ແຕ່ບໍ່ໄດ້ເບິ່ງວ່າ ຍີ່ຫໍ້ໃດ ໄປໂຮງຮຽນເລີຍ.”
ຢູ່ເມືອງດາກຈຶງ ແຂວງເຊກອງ ເຈົ້າໜ້າທີ່ສາທາຣະນະສຸຂເມືອງນີ້ ກໍໄດ້ໄປໂຄ ສະນາໃຫ້ຂໍ້ມູນຂ່າວສານ ແລະ ປຸກລະດົມໃຫ້ປະຊາຊົນ ທີ່ຍັງບໍ່ທັນໄດ້ສັກວັກຊິນ ປ້ອງກັນໂຄວິດ-19 ນັ້ນສັກ ຊຶ່ງຫລາຍຄົນກໍໃຫ້ຄວາມຮ່ວມເປັນຢ່າງດີ.
ດັ່ງເຈົ້າໜ້າທີ່ສາທາຣະນະສຸຂ ແຂວງເຊກອງ ຜູ້ຂໍສງວນຊື່ ແລະຕໍາແໜ່ງຄືກັນນັ້ນ ກໍໄດ້ເວົ້າໃນມື້ດຽວກັນນີ້ວ່າ:
“ແມ່ນໆ ສັກໃຫ້ເດັກນ້ອຍທັງຜູ້ໃຫຍ່ເລີຍ ຮວມທັງວັກຊິນ ປົກກະຕິ ເຂົາກໍສັກມາແຕ່ພຸ້ນແລ້ວ ເຣີ່ມແຕ່ທໍາອິດພຸ້ນ ສ່ວນຫລາຍເຂດຫ່າງໄກ ກໍໄປຍາກແດ່ ສ່ວນຫລາຍກໍເຂົ້າໃຈແຫລະ.”
ປະຊາຊົນ ຢູ່ເມືອງດາກຈຶງຜູ້ນຶ່ງເວົ້າວ່າ ເຫັນເຈົ້າໜ້າທີ່ ສາທາຣະນະສຸຂ ເພິ່ນລົງມາຕາມບ້ານ ເພື່ອສັກວັກຊິນປ້ອງກັນ ໂຄວິດ-19 ໃຫ້ປະຊາຊົນຢູ່, ຫລານຂອງຕົນ ອາຍຸ 5 ປີ ກໍໄປສັກວັກຊິນນັ້ນ ຢູ່ໂຮງຮຽນ.
“ເຫັນຢູ່ສຸຂສາລາ ບາງເທື່ອ ເຂົາລົງໄປແຕ່ລະບ້ານ ຫລານຫັ້ນໄປສັກຢູ່ ສັກຄືກັນ ເຂົາໄປສັກຢູ່ໂຮງຮຽນ.”
ໃນຂະນະດຽວກັນ ເຈົ້າໜ້າທີ່ສາທາຣະນະສຸຂທ່ານນຶ່ງ ຢູ່ແຂວງຈໍາປາສັກ ຜູ້ຂໍ ສງວນຊື່ ແລະຕໍາແໜ່ງຄືກັນນັ້ນ ກໍເວົ້າຕໍ່ວິທຍຸ ເອເຊັຽ ເສຣີວ່າ ໄດ້ສືບຕໍ່ໂຄສະນາ ໃຫ້ຂໍ້ມູນຂ່າວສານ ແລະປຸກລະດົມໃຫ້ປະຊາຊົນ ທັງຜູ້ໃຫຍ່ ແລະເດັກນ້ອຍ ຢູ່ນະຄອນປາກເຊ ທີ່ມີອາຍຸ 5 ປີຂຶ້ນໄປໄດ້ສັກວັກຊິນ ປ້ອງກັນໂຄວິດ-19 ເຊັ່ນກັນ.
“ເປັນວັກຊິນ ຂອງເດັກນ້ອຍນໍ ຂອງເດັກນ້ອຍທີ່ວ່າ 5 ປີຂຶ້ນເມືອເລີຍ ແລ້ວກໍມີວັກຊິນ ໂຄວິດ-19 ກວມນໍາຜູ້ບຸສຕ໌ ກໍມີ ຜູ້ເຂັມທີນຶ່ງກໍມີ ຄືກັນ ສ່ວນຫລາຍແມ່ນເຮົາ ແລະເລາະເອົາຫລັງຄາ ເຮືອນຫັ້ນນະ.”
ສໍາລັບຢູ່ເມືອງຄໍາເກີດ ແຂວງບໍຣິຄໍາໄຊ ກໍໄດ້ເປີດຂະບວນສັກວັກຊິນ ປ້ອງກັນໂຄວິດ-19 ຍີ່ຫໍ້ ໄຟເຊີ້ຣ໌ ໃຫ້ເດັກນ້ອຍ ອາຍຸ 5-11 ປີ ຢູ່ໂຮງຮຽນ ແລະສັກໃຫ້ຜູ້ໃຫຍ່ ທີ່ຍັງບໍ່ທັນໄດ້ສັກວັກຊິນນັ້ນ.
ອີງຕາມການຣາຍງານ ຂອງກະຊວງສາທາຣະນະສຸຂ ໃນມື້ວັນທີ 29 ທັນວາ 2022 ນີ້, ປະຊາຊົນລາວໃນທົ່ວປະເທດ ໄດ້ຮັບການສັກວັກຊິນ ປ້ອງກັນໂຄວິດ-19 ແລ້ວ 84% ຂອງຈໍານວນ ປະຊາກອນທັງໝົດ.