ໄຊສົມບູນ ສັກວັກຊິນ ໃຫ້ປະຊາຊົນ ໄດ້ໜ້ອຍກວ່າ ແຂວງອື່ນ
2022.04.20

ເມື່ອວັນທີ່ 4 ເມສາ ທີ່ຜ່ານມາ ທ່ານ ເຢັຍເກີຢ່າ ນໍ່ຈໍຈົ່ງຕົ່ວ ຮອງປະທານສູນກາງ ແນວລາວສ້າງຊາດ ໄດ້ລົງພົບພໍ້ ໂອ້ລົມກັບພໍ່ແມ່ປະຊາຊົນ ຢູ່ບ້ານ ແລະເມືອງຕ່າງໆ ພາຍໃນແຂວງໄຊສົມບູນ ເນື່ອງຈາກເປັນພື້ນທີ່ ທີ່ມີອັດຕຣາການສັກວັກຊິນປ້ອງກັນ ເຊື້ອໂຄວິດ-19 ແບບປົກຄຸມໃຫ້ປະຊາຊົນ ໄດ້ປະມານ 50 ປາຍເປີເຊັນ ຂອງປະຊາກອນ ປະມານ 98,000 ຄົນ ເຊິ່ງຖືວ່າໜ້ອຍກວ່າໝູ່ ເມື່ອທຽບໃສ່ແຂວງອື່ນໆ ພາຍໃນປະເທດລາວ ຍ້ອນປະຊາຊົນບັນດາເຜົ່າຈໍານວນຫຼາຍ ໂດຍສະເພາະຊົນເຜົ່າມົ້ງ ຍັງດໍາຣົງຊີວິດຢູ່ໃນພື້ນທີ່ຫ່າງໄກສອກຫຼີກ ຢູ່ໄຮ່, ຢູ່ນາ.
ດັ່ງເຈົ້າໜ້າທີ່ ຜແນກສາທາຣະນະສຸຂ ແຂວງໄຊສົມບູນ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 20 ເມສາ 2022 ນີ້ວ່າ:
“ໂອ່! ອັນມັນກະເປັນກຸ່ມຢູ່ຊົນນະບົດແນ່ ຢູ່ຊົນນະບົດ ເພາະວ່າຊ່ວງການທໍາຜລິດ ຂະເຈົ້າໄປຢູ່ໄຮ່ຢູ່ນາ ມັນອັນການເຕົ້າໂຮມສັກຢາ ມັນອາຈຍາກໜ້ອຍນຶ່ງ ກໍພວກເຮົາ ກໍສິມີແຜນການເຄື່ອນທີ່ໄປ ຫາກຸ່ມເປົ້າໝາຍຫັ້ນແຫຼະ ແຕ່ວ່າໂດຍລວມ ມັນກາຍ ກາຍ 50% ແລ້ວ ມັນຄາ ຢູ່ລະບົບປ້ອນຂໍ້ມູນຊື່ໆ.”
ທ່ານກ່າວຕື່ມວ່າ ຈາກສະຖິຕິການຣາຍງານ ຂອງຄະນະສະເພາະກິຈ ເພື່ອປ້ອງກັນ ແລະຄວບຄຸມ ແລະແກ້ໄຂການຣະບາດຂອງເຊື້ອໂຄວິດ-19 ທີ່ຣະບຸວ່າ ແຂວງໄຊສົມບູນ ຍັງມີອັດຕຣາການສັກວັກຊິນ ປ້ອງກັນເຊື້ອໂຄວິດ-19 ແບບປົກຄຸມ ໃຫ້ກັບປະຊາຊົນຍັງບໍ່ທັນຮອດ 50% ນັ້ນ ເປັນຍ້ອນລະບົບໃນການສົ່ງຂໍ້ມູນ ຂອງປະຊາຊົນ ທີ່ໄດ້ຮັບການສັກວັກຊິນແລ້ວນັ້ນ ຍັງບໍ່ທັນມີປະສິດທິພາບເທື່ອ, ແຕ່ຢ່າງໃດກໍຕາມ ພາຍໃນເດືອນເມສາ ນີ້ ໜ່ວຍງານທີ່ກ່ຽວຂ້ອງ ຈະດໍາເນີນການຈັດຕັ້ງກອງປະຊຸມ ເພື່ອປຶກສາຫາລື ກ່ຽວກັບປະເດັນດັ່ງກ່າວນີ້ໂດຍຕຣົງ ໃຫ້ສາມາດອັບເດດຂໍ້ມູນ ຂອງຜູ້ທີ່ໄດ້ຮັບການສັກວັກຊິນແລ້ວ ໃຫ້ຕຣົງກັບສະພາບໂຕຈິງ.
ທີ່ຜ່ານມາ ຜູ້ຕິດເຊື້ອໂຄວິດ-19 ໃນແຕ່ລະມື້ ປະມານ 90% ແມ່ນເປັນສາຍພັນໂອມິຄຣອນ ໂດຍສ່ວນຫຼາຍຜູ້ທີ່ຕິດເຊື້ອ ແມ່ນຜູ້ທີ່ອາສັຍຢູ່ພາຍໃນນະຄອນຫຼວງວຽງຈັນ ແລະປັດຈຸບັນ ການແຜ່ຣະບາດຂອງເຊື້ອໂຄວິດ-19 ໄດ້ກະຈາຍອອກໄປເປັນວົງກວ້າງ ໃນທຸກກຸ່ມອາຍຸ ຮວມທັງເດັກນ້ອຍ ທີ່ມີອາຍຸຕໍ່າກວ່າ 5 ປີ ເຊິ່ງເປັນວັຍທີ່ຍັງບໍ່ຮອດເກນອາຍຸ ທີ່ຕ້ອງໄດ້ຮັບການສັກວັກຊິນ ປ້ອງກັນເຊື້ອໂຄວິດ-19 ອີກທັງ ຍັງເປັນໄລຍະ ທີ່ມີການເປີດການຮຽນການສອນ ແບບປົກກະຕິ ສະນັ້ນ ໜ່ວຍງານທີ່ກ່ຽວຂ້ອງ ຈຶ່ງມີແຜນເລັ່ງສັກວັກຊິນ ໃຫ້ແກ່ປະຊາກອນ ກຸ່ມອາຍຸ 6-11 ປີ ໃຫ້ຫຼາຍຂຶ້ນ ເພື່ອໃຫ້ເດັກນ້ອຍກຸ່ມດັ່ງກ່າວນີ້ ສາມາດເຂົ້າໂຮງຮຽນ ໄດ້ຕາມຊ່ວງວັຍອາຍຸ.
ດັ່ງເຈົ້າໜ້າທີ່ ຜແນກສາທາຣະນະສຸຂ ແຂວງໄຊສົມບູນ ຜູ້ດຽວກັນນີ້ ກ່າວອີກວ່າ:
“ດຽວນີ້ ແມ່ນພວກເຮົາເນັ້ນໃສ່ກຸ່ມເປົ້າໝາຍ ອັນນ່າ 6 ຫາ 11 ປີ ທີ່ວ່າເປັນພວກນັກຮຽນນີ້ ເພາະວ່າມັນໄດ້ເປີດຮຽນແລ້ວ ພວກເຮົາສິອ່າເລັ່ງໃສ່ໂຕນີ້ ເພາະວ່າບາງຈຸດ ບາງເຂດມັນກໍພົບຄວາມຫຍຸ້ງຍາກ ເວລາເປີດໂຮງຮຽນ ຖ້າມັນມີການຣະບາດ ກໍໄດ້ໂຈະຊົ່ວຄາວ ເວລາມັນຜ່ອນຄາຍ ລະກະໄດ້ເປີດໃໝ່ ມັນກໍເຮັດໃຫ້ການຕໍ່ເນື່ອງບໍ່ນັ້ນ ແຕ່ໂດຍລວມ ພວກເຮົາກໍສິເຮັດໃຫ້ບັນຫຼຸເປົ້າໝາຍ.”
ໃນຂະນະດຽວກັນ ປະຊາຊົນບັນດາເຜົ່າ ທີ່ອາສັຍຢູ່ໃນບ້ານ ແລະເມືອງຕ່າງໆ ໃນຂົງເຂດແຂວງໄຊສົມບູນ ຈໍານວນຫຼາຍພັດຍັງບໍ່ມີຄວາມເຂົ້າໃຈ ແລະໃຫ້ຄວາມສໍາຄັນ ກັບການສັກວັກຊິນ ປ້ອງກັນເຊື້ອໂຄວິດ-19 ປານໃດ ຍ້ອນພວກເຂົາເຈົ້າ ຢູ່ໃນພືິ້ນທີ່ຫ່າງໄກສອກຫຼີກ ແລະບໍ່ໄດ້ເດີນທາງໄປໃສມາໃສ ຫຼືຕິດຕໍ່ພົວພັນກັບບຸກຄົນພາຍນອກ ອີກທັງຍັງບໍ່ທັນຮັບຮູ້ເຖິງຂ່າວສາານ ກ່ຽວກັບອັນຕລາຍຕ່າງໆທີ່ຈະເກີດຂຶ້ນ ພາຍຫຼັງການຕິດເຊື້ອໂຄວິດ-19.
ດັ່ງທ່ານໝໍ ປະຈໍາໂຮງໝໍຊຸມຊົນແຫ່ງນຶ່ງ ຢູ່ເມືອງລ້ອງແຈ້ງ ຜູ້ບໍ່ສົງອອກຊື່ ແລະຕໍາແໜ່ງ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ອັນຍາກ! ກະຄືປະຊາຊົນບໍ່ເຂົ້າໃຈ ເຂົາບໍ່ເຫັນຄວາມສໍາຄັນ ຂອງວັກຊິນເນາະ ກໍສັກໄດ້ໜ້ອຍ ແຕ່ວ່າອັນຫຼັກໆ ກໍແມ່ນເຂົາບໍ່ເຂົ້າໃຈ ເຣື່ອງການສັກວັກຊິນຊີ້ເນາະ.”
ທ່ານກ່າວຕື່ມວ່າ ສ່ວນຜູ້ທີ່ໄດ້ຮັບການສັກວັກຊິນ ປ້ອງກັນເຊື້ອໂຄວິດ-19 ເຂັມທີ່ີ 3 ແລະເຂັມທີ່ 4 ຢູ່ພາຍໃນແຂວງໄຊສົມບູນ ສ່ວນຫຼາຍແມ່ນເປັນພະນັກງານຂອງຣັຖ ເປັນຕົ້ນ: ທ່ານໝໍ, ນາງພະຍາບານ, ບຸຸກຄະລາກອນທາງການແພດ, ຕໍາຣວດ, ທະຫານ ແລະນາຍຄຣູ ຮວມເຖິງພະນັກງານຂອງບໍຣິສັດ ຕາມຫົວໜ່ວຍຕ່າງໆ ເນື່ອງຈາກເປັນຜູ້ທີ່ຕ້ອງເດີນທາງໄປຕາມບ່ອນຕ່າງໆ ໃນຂະນະທີ່ ພໍ່ແມ່ປະຊາຊົນທົ່ວໄປ ທີ່ຢູ່ໃນເຂດໂຕເມືອງ ສ່ວນໃຫຍ່ ແມ່ນສັກວັກຊິນປ້ອງກັນເຊື້ອໂຄວິດ-19 ເຂັມທີ່ 1 ແລະອີກຈໍານວນໜ້ອຍນຶ່ງ ໄດ້ຮັບການສັກວັກຊິນ ປ້ອງກັນເຊື້ອໂຄວິດ-19 ເຂັມທີ່ 2 ແລ້ວ.
ທີ່ຜ່ານມາ ປະຊາຊົນພາຍໃນແຂວງໄຊສົມບູນ ຈໍານວນນຶ່ງ ທີ່ຍັງບໍ່ທັນໄດ້ສັກວັກຊິນປ້ອງກັນເຊື້ອໂຄວິດ-19 ນັ້ນ ແມ່ນເປັນກຸ່ມຜູ້ອາຍຸ ທີ່ບໍ່ໄດ້ອອກໄປສາມາໃສ ແລະມີພຍາດປະຈໍາໂຕ ແລະບັນດາເດັກນ້ອຍ ທີ່ມີອາຍຸຍັງບໍ່ທັນເຖິງເກນ ໃນຂະນະດຽວກັນ ພັດຍັງບໍ່ໄດ້ຮັບການປະກາດແນວໃດ ຈາກໜ່ວຍງານທີ່ກ່ຽວຂ້ອງເທື່ອ.
ດັ່ງຊາວບ້ານ ຢູ່ບ້ານໂພນເລົ່າ ເມືອງລ້ອງຊານ ນາງນຶ່ງ ກ່າວວ່າ:
“ຜູ້ໃຫຍ່ທີ່ວ່າມີອາຍຸມີຫຍັງ ແລະກໍເດັກນ້ອຍສ່ວນຫຼາຍ ບາງທີ ເພິ່ນກໍມີພຍາດຂອງເພິ່ນ ແລ້ວເພິ່ນກໍບໍ່ໄດ້ສັກ (ສ່ວນເດັກນ້ອຍ) ອາຍຸຍັງບໍ່ທັນຮອດ ກະບໍ່ຮູ້ຄືກັນ ໜ້າຈະປະມານ 10 ປີ ຂຶ້ນເມືອຕິເບາະ.”
ໃນຂະນະດຽວກັນ ປະຊາຊົນຈໍານວນນຶ່ງ ພັດບໍ່ທັນເຫັນຄວາມສໍາຄັນ ຂອງການສັກວັກຊິນປ້ອງກັນເຊື້ອໂຄວິດ-19 ພໍເທົ່າໃດ ເນື່ອງຈາກພວກເຂົາເຈົ້າ ບໍ່ໄດ້ອອກໄປໃສມາໃສ ແລະຢູ່ແຕ່ເຮືອນຂອງຕົນເອງເທົ່ານັ້ນ, ດັ່ງຊາວບ້ານ ຢູ່ບ້ານໂພນເລົ່າ ເມືອງລ້ອງຊານ ອີກນາງນຶ່ງກ່າວວ່າ:
“ເອີ່! ເຮົາຍັງບໍ່ໄດ້ສັກນ່າ ເພາະວ່າຂ້ອຍອັນ ຜ່າຕັດລູກໄດ້ປີນຶ່ງ ແລ້ວຂ້ອຍພໍດີມີລູກອີກ ແລ້ວຂ້ອຍກໍເລີຍ ບໍ່ໄດ້ສັກ ເພາະວ່າສຸຂພາບບໍ່ແຂງແຮງ (ສ່ວນຄົນທີ່ໄດ້ສັກວັກຊິນແລ້ວ) ເພາະວ່າຂະເຈົ້າອອກເມືອງຕລອດ ຂະເຈົ້າກະຕ້ອງໄດ້ສັກ ຂ້ອຍລະບໍ່ໄດ້ໄປໃສ ກໍເລີຍບໍ່ໄດ້ສັກ.”
ສໍາລັບວິທີການຈັດຕັ້ງປະຕິບັດ ໃຫ້ບໍຣິການ ການສັກວັກຊິນ ປ້ອງກັນເຊື້ອໂຄວິດ-19 ໃຫ້ແກ່ປະຊາຊົນ ແມ່ນເປັນແບບລະລຸມບອນ ທັງຈຸດຄົງທີ່ ແລະເຄື່ອນທີ່ ໃນນັ້ນ ເປັນໂຮງໝໍສູນກາງ 8 ແຫ່ງ, ໂຮງໝໍແຂວງ 18 ແຫ່ງ, ໂຮງໝໍເມືອງ 148 ແຫ່ງ ແລະຈັດຕັ້ງທີມເຄື່ອນທີ່ໂຮງໝໍສູນກາງ ແລະແຂວງ ຈໍານວນ 49 ທີມ, ແຕ່ລະທີມມີແພດ ແລະໝໍ 5 ຄົນ, ທີມເຄື່ອນທີ່ເມືອງແລະສຸຂສາລາ ມີ 1,223 ທີມ ໃນບຸກຄະລາກອນ ຈໍານວນ 6,630 ຄົນ ທັງນີ້ ໜ່ວຍເຄື່ອນທີ່ ຈະອອກໄປຫາໝູ່ບ້ານ ທີ່ຢູ່ຫ່າງໄກສອກຫຼີກ, ບ່ອນທີ່ເຂົ້າເຖິງຍາກ, ບ້ານທີ່ມີການແຜ່ຣະບາດຫຼາຍ, ສັກໃຫ້ທຸກຄົນທີ່ຍັງບໍ່ທັນໄດ້ສັກ, ຂຶ້ນທຸກເຮືອນ ທີ່ມີຄົນເຈັບຄາຕຽງ ຫຼືບໍ່ສາມາດເຄື່ອນທີ່ໄດ້, ແຕ່ຢ່າງໃດກໍຕາມ ທີມທ່ານໝໍ ທີ່ເຄື່ອນທີ່ໄປຍັງພື້ນທີ່ຫ່າງໄປສອກຫຼີກ ພາຍໃນແຂວງໄຊສົມບູນ ບາງສ່ວນ ພັດບໍ່ໄດ້ດໍາເນີນການດັ່ງກ່າວ.
ດັ່ງເຈົ້າໜ້າທີ່ ປະຈໍາສຸຂສາລາແຫ່ງນຶ່ງ ຢູ່ພາຍໃນແຂວງໄຊສົມບູນ ກ່າວວ່າ:
“ອັນນີ້ ຂຶ້ນຢູ່ກັບສາທາເດີ້ ສາທານີ້ ເຂົາລົງພື້ນທີ່ ບໍ່ແມ່ນໂຮງໝໍເດີ້ນີ້ ເຂົາລົງແຕ່ລະບ້ານຢູ່ແລ້ວ (ສ່ວນໂຮງໝໍຊຸມຊົນ ທີ່ຈະເຄື່ອນທີ່ໄປຍັງ ພື້ນທີ່ເຂດນອກ) ບໍ່ໆ ບໍ່ໄດ້ໄປແລ້ວ ໂດຍແມ່ນແລ້ວ ສ່ວນນຶ່ງບໍ່ໄດ້ໄປແລ້ວ ບໍ່ຊ່ວງນີ້ ອັນທາງໂຮງໝໍນີ້ ບໍ່ໄດ້ໄປແລ້ວ ມີແຕ່ເອົາໃຫ້ອັນຄະນະສະເພາະກິຈ ໄປເທົ່ານັ້ນ.”
ອີງຕາມການຣາຍງານ ຂອງຄະນະສະເພາະກິຈ ເພື່ອປ້ອງກັນແລະຄວບຄຸມ ແລະແກ້ໄຂການຣະບາດຂອງເຊື້ອໂຄວິດ-19 ໃນວັນທີ່ 20 ເມສາ 2022 ນີ້ ລະບຸວ່າ ໃນຂອບເຂດທົ່ວປະເທດລາວ ມີຜູ້ຕິດເຊື້ອໂຄວິດ-19 ທັງໝົດ ຈໍານວນ 202,514 ຄົນ ໃນນີ້ ຢູ່ລະຫວ່າງການປິ່ນປົວ 1,784 ຄົນ ແລະເສັຍຊີວິດໄປແລ້ວ 730 ຄົນ. ໃນຂະນະດຽວກັນ ຈາກຈໍານວນປະຊາກອນ ທັງໝົດ 7 ລ້ານ 3 ແສນຄົນ ໃນນີ້ ໄດ້ຮັບການສັກວັກຊິນ ເຂັມທີ່ 1 ໄປແລ້ວ ຈໍານວນ 5,736,145 ຄົນ ຫຼືຄິດເປັນ 78.17% ແລະໄດ້ຮັບການສັກວັກຊິນ ປ້ອງກັນເຊື້ອໂຄວິດ-19 ເຂັມທີ່ 2 ໄປແລ້ວ ຈໍານວນ 4,742,111 ຄົນ ຫຼືຄິດເປັນ 64.36% ທັງນີ້ ທາງການລາວ ກໍມີແຜນວ່າ ຈະເລັ່ງສັກວັກຊິນໃຫ້ແກ່ປະຊາຊົນ ໃນຂອບເຂດທົ່ວປະເທດ ໃຫ້ໄດ້ຫຼາຍກວ່າ 80% ພາຍໃນປີ 2022 ນີ້ ເພືີ່ອຫຼຸດຜ່ອນຈໍານວນຜູ້ຕິດເຊື້ອໃໝ່ ແລະຫຼຸດຜ່ອນຈໍານວນຜູ້ເສັຍຊີວິດ ນໍາດ້ວຍ.