ສະຫະຣັຖ ມອບວັກຊິນ ປ້ອງກັນ ໂຄວິດ-19 ເພື່ອສັກ ໃຫ້ເດັກນ້ອຍ
2022.10.17

ໃນລະຫວ່າງ ກາງເດືອນຕຸລານີ້ ສະຫະຣັຖອາເມຣິກາ ຊ່ອຍວັກຊິນໄຟເຊີ້ຣ໌ (Pfizer) ປ້ອງກັນ ໂຄວິດ-19 ຕື່ມອີກ 201,600 ໂດສ ແກ່ ສປປ ລາວ ເພື່ອສັກໃຫ້ເດັກນ້ອຍ ອາຍຸແຕ່ 5 ປີ ຫາ 11 ປີ.
ທີ່ຜ່ານມາ ກະຊວງ ສາທາຣະນະສຸຂ ຂອງລາວ ກໍໄດ້ເຣີ່ມສັກວັກຊິນ ປ້ອງກັນ ໂຄວິດ-19 ຍີ່ຫໍ້ໄຟເຊີ້ຣ໌ໃຫ້ເດັກນ້ອຍ ນັກຮຽນກຸ່ມດັ່ງກ່າວ ໂດຍມີພິທີເປີດສັກ ຢູ່ໂຮງຮຽນ ວິຣະຖາວອນ ໃນນະຄອນຫລວງວຽງຈັນ ເມື່ອວັນທີ 28 ກັນຍາທີ່ຜ່ານມາ. ເດັກ ນ້ອຍທີ່ໄດ້ສັກວັກຊິນ ເຂັມທີ 1 ແລ້ວ ຈະໄດ້ສັກເຂັມກະຕຸ້ນຕື່ມ ໃນອີກປະມານ 2 ເດືອນ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ສທາຣະນະສຸຂ ໃນນະຄອນຫລວງວຽງຈັນ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ທ່ານນຶ່ງ ຕໍ່ວິທຍຸ ເອເຊັຽເສີຣີ ໃນມື້ວັນທີ 14 ຕຸລານີ້:
“ດຽວນີ້ເພິ່ນກໍເຣີ່ມແລ້ວເນາະ ເພິ່ນຈະລົງໂຮງຮຽນ ນະຄອນຫລວງ ເປັນຫລັກເລີຍເນາະ ເປັນຢາຂອງໄຟເຊີ້ຣ໌ ນ່າ. ເວົ້າເຣື່ອງຄວາມເຂົ້າໃຈນີ້ ເຮົາກໍເຮັດໂຄສະນາຕລອດ ຄືເຮົາລົງເຟສ ລົງຫຍັງຫັ້ນນ່າ ເພິ່ນກໍນ່າຈະເຂົ້າໃຈແລ້ວລະ ສົມມຸດວ່າຍັງບໍ່ໄດ້ສັກຈັກເທື່ອເນາະ ເຮົາກໍຈະສັກແລ້ວຈະຕໍ່ໄປ 2 ເຂັມຕາມໄລຍະຫ່ງຂອງຢາ ນ່າຈະ 2 ເດືອນ.”
ອີງຕາມການຣາຍງານ ຂອງກະຊວງ ສາທາຣະນະສຸຂ ໃນມື້ວັນທີ 13 ຕຸລານີ້, ຣັຖບານລາວ ໄດ້ຮັບວັກຊິນປ້ອງກັນ ໂຄວິດ-19 ຍີ່ຫໍ້ໄຟເຊີ້ຣ໌ ສໍາລັບສັກໃຫ້ເດັກ ນ້ອຍອາຍຸ 5 ຫາ 11 ປີຈໍານວນ 201,600 ໂດສ ຈາກຣັຖບານ ສະຫະຣັຖອາເມຣິກາ ໂດຍຜ່ານໂຄງການ ໂຄແວັກ (COVAX Facility). ວັກຊິນນີ້ ຈະຊ່ວຍຮັບປະ ກັນຄວາມປອດພັຍ ຂອງເດັກນ້ອຍລາວ ເພື່ອໃຫ້ພວກເຂົາເຈົ້າ ສາມາດສືບຕໍ່ ການຮຽນໄດ້ຢ່າງຕໍ່ເນື່ອງ.
ວັກຊິນໄຟເຊີ້ຣ໌ ທີ່ສະຫະຣັຖອາເມຣິກາ ຊ່ອຍເຫລືອຄັ້ງນີ້ ທາງການລາວ ຈະສົ່ງໄປແຕ່ລະແຂວງ ໃຫ້ເທົ່າທຽມກັນ ຕາມຈໍານວນເດັກນ້ອຍ ໃນແຕ່ລະແຂວງ ຊຶ່ງທີ່ຜ່ານມາດົນເຕີບແລ້ວ ກໍໄດ້ສັກວັກຊິນ ປ້ອງກັນໂຄວິດ-19 ໃຫ້ເດັກນ້ອຍອາຍຸ 6 ຫາ 11 ປີ ແລະເດັກນ້ອຍອາຍຸ 12 ປີຂຶ້ນໄປ ເປັນວັກຊິນຍີ່ຫໍ້ ຊີໂນຟາຣ໌໌ມ (Sinopharm) ຂອງຈີນ.
ດັ່ງເຈົ້າໜ້າທີ່ ກະຊວງ ສາທາຣະນະສຸຂ ທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງ ກ່າວໃນມື້ດຽວກັນນີ້ວ່າG
“ໄຟເຊີ້ຣ໌ ສໍາລັບເດັກນ້ອຍ ຝາມັນຈະເປັນສີສົ້ມ ເພິ່ນກໍແຈກໃຫ້ ທຸກແຂວງເລີຍ ແບ່ງທໍ່ກັນໝົດ ໂຕໃດປະຊາກອນຫລາຍ ເພິ່ນກໍໃຫ້ຫລາຍ ໜ້ອຍເພິ່ນກະໃຫ້ໜ້ອຍຊີ້ນ່າ. ຢູ່ລາວ ສ່ວນຫລາຍ ເພິ່ນສັກຊີໂນຟາຣ໌ມ ໃຫ້ເດັກນ້ອຍ ເພິ່ນສັກດົນແລ້ວ.”
ພ້ອມດຽວກັນນັ້ນ ເຈົ້າໜ້າທີ່ ສັກວັກຊິນປ້ອງກັນ ໂຄວິດ-19 ຢູ່ແຂວງຈໍາປາສັກທ່ານນຶ່ງ ກໍເວົ້າໃນມື້ມື້ວັນທີ 14 ຕຸລານີ້ວ່າ ຢູ່ແຂວງນີ້ ກໍໄດ້ສັກວັກຊິນ ໃຫ້ເດັກ ນ້ອຍອາຍຸ 6 ຫາ 11 ປີ ຢູ່ຕາມໂຮງຮຽນ, ຕາມບ້ານ ມາຕັ້ງແຕ່ເດືອນກຸມພາ ຫາ ເດືອນມິນາ ພຸ້ນແລ້ວ ເປັນຍີ່ຫໍ້ຊີໂນຟາຣ໌ມ ໂດຍສະເພາະ ໃນະຄອນປາກເຊ.
“6-11 ປີ, ເຣີ່ມສັກແລ້ວ, ດົນແລ້ວແຕ່ເດືອນ 2 ເດືອນ 3 ຊີໂນຟາຣ໌ມ ລົງຕາມໂຮງຮຽນ ລົງຕາມບ້ານ ເປີດເປັນຮອບໆ ຜູ້ປົກຄອງ ບາງຄົນກໍມອບໃຫ້ຄຣູ ບາງຄົນ ພໍ່ແມ່ກໍພາມາ.”
ຢູ່ແຂວງສວັນນະເຂດ ເຈົ້າໜ້າທີ່ ສາທາຣະນະສຸຂ ໃນແຂວງນີ້ທ່ານນຶ່ງ ເວົ້າຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ໃນແຂວງສວັນນະເຂດ ຍັງບໍ່ທັນໄດ້ເຣີ່ມສັກ ວັກຊິນໄຟເຊີ້ຣ໌ ນີ້ໃຫ້ເດັກນ້ອຍອາຍຸ 5 ຫາ 11 ປີເທື່ອ, ມີແຕ່ໄດ້ສັກໃຫ້ເດັກນ້ອຍ ອາຍຸ 12 ປີຂຶ້ນໄປ, ແຕ່ກໍເຫັນວ່າ ທາງຜແນກ ສາທາຣະນະສຸຂແຂວງ ກໍໄດ້ຕຣຽມອົບຮົມ ໃຫ້ເຈົ້າໜ້າທີ່ແພດ-ໝໍ ເພື່ອສັກວັກຊິນນີ້ ໃຫ້ເດັກນ້ອຍ ໃນອາທິດໜ້າ.
“ຍັງ. ສວັນນະເຂດ ເຮົາກໍາລັງຈະອົບຮົມ ໃນອາທິດໜ້ານີ້ລະ ເອົາພວກເມືອງຂຶ້ນມາອົບຮົມ ວິທີການເກັບວັນຊິນວິທີການ ໃຫ້ວັກຊິນສໍາລັບເດັກ ກະແມ່ນລົງໂຮງຮຽນ ກັບລົງບ້ານ ຢູ່ເມືອງກະຄືກັນ.”
ເຣື່ອງການສັກວັກຊິນ ໃຫ້ເດັກນ້ອຍໃນເກນ ອາຍຸທີ່ວ່ານັ້ນ ຜູ້ປົກຄອງເດັກນ້ອຍ ນັກຮຽນຄົນນຶ່ງ ເວົ້າຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ຜູ້ປົກຄອງສ່ວນໃຫຍ່ ກໍເຂົ້າໃຈເຣື່ອງພູມຄຸ້ມກັນ, ໃຫ້ລູກຫລານສັກແລ້ວ ແຕ່ກໍຍັງລະວັງຢູ່.
“ກະບໍ່ເປັນຫຍັງ ເຫັນຫລານສັກມາກໍໂອເຄ ອາຍຸ 8 ປີ ຜູ້ປົກຄອງຮັບຮູ້ ເດັກນ້ອຍຄົນໃດ ສຸຂພາບບໍ່ແຂງແຮງ ເພິ່ນກໍບໍ່ສັກໃຫ້ ຜູ້ປົກຄອງບໍ່ພ້ອມ ວ່າລູກເຮົາບໍ່ສະບາຍຫລືວ່າ ມີພະຍາດແຊກຊ້ອນ ອີ່ຫຍັງເຂົາກໍບໍ່ໃຫ້ໄປສັກ.”
ຜູ້ປົກຄອງ ນັກຮຽນອີກຄົນນຶ່ງ ກໍເວົ້າວ່າ ລູກສາວຂອງຕົນອາຍຸ 13 ປີເປັນນັກຮຽນ ກໍໄດ້ສັກວັກຊິນ ປ້ອງກັນໂຄວິດ-19 ແລ້ວ, ບໍ່ມີອາການຫຍັງ, ທາງໂຮງຮຽນ ໃຫ້ເດັກນ້ອຍ ສັກໝົດທຸກຄົນ.
“ຮູ້ວ່າເປັນວັກຊິນ ປ້ອງກັນໂຄວິດ ລູກສາວຂ້ອຍ 13 ປີແລ້ວເດີ. ຮຽບຮ້ອຍໝົດແລ້ວ ໂຮງຮຽນເຂົາເຈົ້າໃຫ້ສັກທຸກຄົນ ກະບໍ່ໄດ້ເປັນຫຍັງ, ເພິ່ນກໍມີແຕ່ບອກວ່າຮັບເຂັມ 1 ແລ້ວເຂັມ 2 ເນາະ ແລ້ວກະເຂັມ 3 ເປັນກະຕຸ້ນ ມີແຕ່ເທົ່ານັ້ນ.”
ໃນເດືອນທັນວາປີກາຍ ຢູ່ແຂວງຜົ້ງສາລີ ກໍໄດ້ທົດລອງ ສັກວັກຊິນປ້ອງກັນ ໂຄວິດ-19 ຍີ່ຫໍ່ຊິໂນຟາຣ໌ມຂອງຈີນ ໃຫ້ເດັກນ້ອຍອາຍຸ 3 ປີຂຶ້ນໄປ ຢູ່ 3 ເມືອງຄືເມືອງຍອດອູ, ເມືອງບຸນເໜືອ ແລະເມືອງບຸນໃຕ້.
ອີງຕາມຄໍາເວົ້າຂອງ ດຣ. ບຸນສາລີ ຈິດດາພອນ ຫົວໜ້າຜແນກ ສາທາຣະນະສຸຂ ແຂວງຜົ້ງສາລີ ຕໍ່ວິທຍຸ ກະຈາຍສຽງ ແຫ່ງຊາຕ ໃນມື້ວັນທີ 17 ກຸມພາທີ່ຜ່ານມາ, ຢູ່ເມືອງຍອດອູ ແມ່ນສັກໃຫ້ເດັກນ້ອຍ ອາຍຸ 3 ປີຂຶ້ນໄປ ທີ່ເປັນກຸ່ມເປົ້າໝາຍ ຈໍານວນ 5,770 ຄົນ.
ສ່ວນຢູ່ເມືອງບຸນເໜືອ ມີກຸ່ມເປົ້າໝາຍ 3,874 ຄົນ ແລະເມືອງບຸນໃຕ້ 4,149 ຄົນ ແມ່ນໄດ້ສັກໃຫ້ເດັກນ້ອຍອາຍຸ 5 ປີຂຶ້ນໄປ.
ການສັກວັກຊິນ ທີ່ຜ່ານມາ ມີຜົນຂ້າງຄຽງເລັກນ້ອຍ, ບໍ່ໄດ້ເປັນອັນຕຣາຍ ຮ້າຍແຮງ ແລະກໍບໍ່ແຕກຕ່າງຈາກການ ສັກວັນຊິນ ປ້ອງກັນໂຄວິດ-19 ໃຫ້ຜູ້ໃຫຍ່. ສ່ວນເດັກ ນ້ອຍຢູ່ເມືອງອື່ນໆ ພາຍໃນແຂວງນີ້ ຍັງບໍ່ທັນສັກໃຫ້ເທື່ອ ຍ້ອນວັກຊິນມີຈໍາກັດ.
ສະຫະຣັຖອາເມຣິກາ ເປັນປະເທດນຶ່ງ ທີ່ຊ່ອຍເຫລືອ ດ້ານວັກຊິນປ້ອງກັນ ໂຄວິດ-19 ໃຫ້ ສປປ ລາວ ຫລາຍ ຄືໃນມື້ວັນທີ 2 ມິຖຸນາ 2021 ໄດ້ຊ່ອຍວັກຊິນ ຍີ່ຫໍ້ໄຟເຊີີ້ຣ໌ 100,620 ໂດສ, ວັນທີ 19 ກໍຣະກະດາ ຂອງປີດຽວກັນນັ້ນ ໄດ້ຊ່ອຍວັກຊິນ ຍີ່ຫໍ້ ຈອຫ໌ນສັນ ແອນ ຈອຫ໌ນສັນ (Johnson & Johnson) 1,008,000 ໂດສ, ວັນທີ 2 ມົກກະຣາ 2022 ໄດ້ຊ່ອຍ ວັກຊິນ ຍີ່ຫໍ້ໄຟເຊີ້ຣ໌ 799,110 ໂດສ ແລະໃນມື້ວັນທີ 24 ຂອງເດືອນດຽວກັນນີ້ ກໍໄດ້ຊ່ອຍວັກຊິນ ຍີ່ຫໍ້ໄຟເຊີ້ຣ໌ ຕື່ມ 899,730 ໂດສ, ແລະເມື່ອບໍ່ດົນມານີ້ ຣັຖບານ ສະຫະຣັຖອາເມຣິກາ ກໍໄດ້ຊ່ອຍວັກຊິນ ຍີ່ຫໍ້ໄຟເຊີ້ຣ໌ ເພື່ອສັກໃຫ້ເດັກນ້ອຍ ຕື່ມອີກຈໍານວນ 201,600 ໂດສ. ມາເຖິງປັດຈຸບັນ ສະຫະຣັຖອາເມຣິກາ ຊ່ອຍວັກຊິນ ປ້ອງກັນໂຄວິດ-19 ໃຫ້ແກ່ປະເທດລາວ ຫລາຍກວ່າ 2.9 ລ້ານໂດສແລ້ວ.