ເຣີ່ມສັກວັກຊິນ ປ້ອງກັນ ໂຄວິດ-19 ໃຫ້ເດັກນ້ອຍ

ຈຳປາທອງ
2022.03.08
ເຣີ່ມສັກວັກຊິນ ປ້ອງກັນ ໂຄວິດ-19 ໃຫ້ເດັກນ້ອຍ ປະຊາຊົນ ກຳລັງລໍຮັບບໍຣິການ ທາງການແພດ ໃນຊວງໂຄວິດ-19 ຍັງຣະບາດ.
ຮູບພາບ: ສູນຂ່າວສານການແພດ ສຸຂສຶກສາ

ທາງການລາວ ໄດ້ເລິ້ມໃຫ້ເດັກນ້ອຍອາຍຸແຕ່ 6 ປີຫາ 11 ປີສັກວັກຊິນປ້ອງກັນໂຄວິດ-19 ຍີ່ຫໍ້ ຊີໂນຟາມ ຢູ່ 5 ແຂວງ ຄືແຂວງຫົວພັນ, ອຸດົມໄຊ, ຊຽງຂວາງ, ໄຊສົມບູນ ແລະແຂວງສວັນນະເຂດ ນັບແຕ່ມື້ວັນທີ 21 ກຸມພາຫາວັນທີ 4 ມິນາ 2022 ນີ້. ສໍາລັບນະຄອນຫລວງວຽງຈັນ ແລະແຂວງອື່ນໆ ແມ່ນໃຫ້ເລິ້ມສັກແຕ່ວັນທີ 4 ຫາວັນທີ 9 ມິນານີ້, ອີງຕາມການຣາຍງານ ຂອງຫ້ອງວ່າການສໍານັກງານນາຍົກຣັຖມົນຕຣີໃນມື້ວັນທີ 18 ກຸມພາ 2022.

ການປະກາດໃຫ້ເດັກນ້ອຍ ສັກວັກຊິນຂອງຈີນທີ່ວ່ານັ້ນ ຜູ້ເປັນພໍ່ແມ່ ແລະຜູ້ປົກ ຄອງຂອງພວກເຂົາເຈົ້າຈໍານວນນຶ່ງ ບໍ່ຄ່ອຍໃຫ້ຄວາມຮ່ວມມືເທົ່າທີ່ຄວນ ເຮັດໃຫ້ເດັກນ້ອຍມາສັກບໍ່ຫລາຍ ດັ່ງເຈົ້າໜ້າທີ່ສັກວັກຊິນປ້ອງກັນໂຄວິດ-19 ຢູ່ນະ ຄອນຫລວງວຽງຈັນທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 8 ມິນານີ້ວ່າ:

ແຜນເຮົາເລິ້ມແຕ່ວັນທີ 4 ພຸ້ນລະ ໂຕເຮົາເອົາເຂົ້າມານີ້ແມ່ນຊີໂນຟາມ ແຕ່ວັນທີ 4 ມັນສັກແລ້ວ ເຂົາເຈົ້າກໍມາຢູ່ເດ ແຕ່ມັນບໍ່ຫລາຍ.”

ທ່ານກ່າວຕື່ມວ່າ ທີ່ຜ່ານມາ ເດັກນ້ອຍໃນເກນອາຍຸດັ່ງກ່າວ ທີ່ໄດ້ສັກວັກຊິນນັ້ນແລ້ວ ຍັງບໍ່ພົບວ່າມີຜົລຂ້າງຄຽງຮຸນແຮງ, ມີພຽງແຕ່ເຈັບແຂນ ແລະເປັນໄຂ້ 2-3 ມື້ກໍເຊົາ.

ແລະເຈົ້າໜ້າທີ່ສັກວັກຊິນປ້ອງກັນໂຄວິດ-19 ຢູ່ນະຄອນຫລວງວຽງຈັນອີກທ່ານນຶ່ງກໍເວົ້າວ່າ ການສັກວັກຊິນປ້ອງກັນໂຄວິດ-19 ໃຫ້ເດັກນ້ອຍອາຍຸແຕ່ 6 ປີຫາ 11 ປີນີ້ຖືວ່າມີຄວາມຈໍາເປັນຫລາຍ ເຖິງແມ່ນວ່າຈໍານວນຄົນຕິດເຊື້ອໂຄວິດ-19 ຈະຫລຸດລົງກໍຕາມ. ການສັກວັກຊິນປ້ອງກັນບໍ່ໃຫ້ຕິດເຊື້ອໄວ້ກ່ອນເປັນ

ການດີ, ເດັກນ້ອຍຈະມີພູມຕ້ານທານໄວ້ໃນລະດັບນຶ່ງ ຖ້າເກີດການຣະບາດຂອງເຊື້ອນີ້.

ດັ່ງທີ່ທ່ານກ່າວໃນມື້ດຽວກັນນີ້ວ່າ:

ຄັນຊິເວົ້າມັນກໍຈໍາເປັນແລ້ວ ປ້ອງກັນພາຍພາກໜ້າ ຢ້ານມັນເກີດຣະບາດ ສັກຢາຫລາຍມັນອາຈບໍ່ເກີດຣະບາດ ຕາມແຜນ.”

ເວົ້າເຖິງຜົລຂ້າງຄຽງພາຍຫລັງໄດ້ສັກວັກຊິນແລ້ວ ເຈົ້າໜ້າທີ່ສາທາຣະນະສຸຂຢູ່ ແຂວງສວັນນະເຂດຜູ້ຂໍສງວນຊື່ ແລະຕໍາແໜ່ງທ່ານນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີວ່າ ເດັກນ້ອຍທີ່ໄດ້ສັກວັກຊິນນັ້ນແລ້ວ ບໍ່ພົບວ່າມີຜົລຂ້າງຄຽງຮຸນແຮງ, ມີອາ ການຄ້າຍຄືກັນກັບຜູ້ໃຫຍ່ ເຊັ່ນເຈັບແຂນ, ເປັນໄຂ້ເລັກນ້ອຍ 2-3 ມື້ກໍເຊົາ ແລະວ່າ ເດັກນ້ອຍທຸກຄົນໃນເກນອາຍຸທີ່ວ່ານັ້ນ ແມ່ນມີຄວາມຈໍາເປັນທີ່ຈະຕ້ອງໄດ້ສັກວັກຊິນປ້ອງກັນໂຄວິດ-19 ເພື່ອໃຫ້ມີພູມຕ້ານທານໄວ້ ເພາະໃນຕໍ່ໜ້າລາວກໍຈະເປີດຮຽນຕາມປົກກະຕິ ແລະເປີດປະເທດ ຊຶ່ງຂະນະນີ້ຍັງມີການສັກຢູ່.

ແມ່ນຍັງສັກຢູ່ ເດັກນ້ອຍບໍ່ໄດ້ເປັນຫຍັງ ກໍຊິຖືຄີງໄຂ້ເລັກນ້ອຍລະຫວະ ຖ້າວ່າເຮົາສັກວັກຊິນຫລາຍເທົ່າໃດ ມັນກະສິຫລຸດໜ້ອຍລົງໄປ ທັງເປີດຮຽນ ທັງເປີດປະເທດພ້ອມ.”

ແຕ່ພໍ່ແມ່ຜູ້ປົກຄອງຈໍານວນນຶ່ງ ກໍຍັງບໍ່ຄ່ອຍກ້າທີ່ຈະພາລູກຫລານຂອງຕົນ ໄປສັກວັກຊິນຍີ່ຫໍ້ ຊີໂນຟາມ ຊຶ່ງເປັນວັກຊິນຂອງຈີນນັ້ນ ຍ້ອນຢ້ານມີຜົລຂ້າງຄຽງຮຸນແຮງ ເຖິງແມ່ນວ່າມີຈໍານວນນຶ່ງໄດ້ພາໄປສັກ ແລະບໍ່ມີຜົລຂ້າງຄຽງຮຸນແຮງແລ້ວກໍຕາມ.

ກ່ຽວກັບເຣື່ອງນີ້ ຜູ້ເປັນພໍ່ແມ່ຜູ້ປົກຄອງຢູ່ນະຄອນຫລວງວຽງຈັນຜູ້ນຶ່ງເວົ້າວ່າ ກ່ອນຈະພາລູກຂອງຕົນໄປສັກວັກຊິນປ້ອງກັນໂຄວິດ-19 ນັ້ນ ຕົນກໍກັງວົນໃຈ ຢ້ານ ບໍ່ກ້າ ຍ້ອນຢ້ານຜົລຂ້າງຄຽງເກີດກັບລູກຂອງຕົນ. ແຕ່ເມື່ອເຫັນໝູ່ພາລູກໄປສັກ ແລະໄປຖາມເຖິງຜົລຂ້າງຄຽງ ກໍບໍ່ມີອາການຮຸນແຮງ ດັ່ງນັ້ນຕົນຈຶ່ງພາລູກໄປສັກເມື່ອອາທິດທີ່ຜ່ານມາ ເພາະຢາກໃຫ້ລູກມີພູມຕ້ານທານຕ້ານເຊື້ອໂຄວິດ-19 ໄວ້, ເມື່ອສັກແລ້ວ ກໍມີແຕ່ເຈັບແຂນຂ້າງສັກເທົ່ານັ້ນ.

ດັ່ງທີ່ທ່ານກ່າວວ່າ:

ຊິພາລູກໄປຫັ້ນ ກໍຮູ້ສຶກວ່າຢ້ານຢູ່ ແຕ່ວ່າສອບຖາມໝູ່ເດ ເພາະວ່າໝູ່ໄປສັກກ່ອນ ອັນມີຜົລຫຍັງບໍ່ ເຂົາເຈົ້າກໍຍບໍ່ມີຫຍັງ ແລ້ວກະບວກກັບລູກເຮົາກະແຂງແຮງ ປົກກະຕິດີຫັ້ນນະ ກະເລີຍວ່າໝັ້ນໃຈໄປສັກ ມີແຕ່ລາວເຄືອງບ່ອນສັກຢາໜ້ອຍນຶ່ງຊື່ໆ.”

ແລະຜູ້ປົກຄອງອີກຄົນນຶ່ງກໍເວົ້າວ່າ ທໍາອິດ ກ່ອນຈະພາລູກໄປສັກວັກຊິນນັ້ນ ກໍໄດ້ເອົາລູກໄປກວດສຸຂພາບກ່ອນ ເພື່ອໃຫ້ໝັ້ນໃຈວ່າລູກຂອງຕົນບໍ່ມີໂຣກປະຈໍາຕົວ ຍ້ອນຢ້ານເກີດຜົລຂ້າງຄຽງ, ເມື່ອບໍ່ເປັນຫຍັງ ກໍພາໄປສັກເມື່ອອາທິດຜ່ານມາ, ມີຜົລຂ້າງຄຽງໜ້ອຍນຶ່ງ ເປັນຫວັດ ແລະວ່າ ຖ້າຜູ້ໃດຍັງກັງວົນໃຈ ຢ້ານ ກໍເອົາລູກໄປກວດສຸຂພາບກ່ອນຈຶ່ງໄປສັກ.

ຄັນຖ້າວ່າຜູ້ໃດກັງວົນຫັ້ນນະ ກະເອົາລູກໄປກວດສຸຂພາບກ່ອນ ກະເຮັດຈັ່ງຊັ້ນ ໃຫ້ມັນພ້ອມແລ້ວຈຶ່ງເອົາລູກໄປສັກ ກໍບໍ່ມີອາ ການຫຍັງເດ ຈະມີຜົລຂ້າງຄຽງໜ້ອຍນຶ່ງ ເປັນຫວັດ 2-3 ມື້ກະເຊົາ.”

ຢູ່ໂຮງຮຽນປະຖົມສົມບູນນໍ້າງາ ເມືອງໃໝ່ ແຂວງຜົ້ງສາລີ ມີແພດ ແລະໝໍ ສັກວັກຊິນປ້ອງກັນໂຄວິດ-19 ໃນເດັກນ້ອຍອາຍຸແຕ່ 6 ປີຫາ 11 ປີ ໃນມື້ວັນທີ 4 ມິນານີ້, ມີພໍ່ແມ່ຜູ້ປົກຄອງໄດ້ພາລູກຫລານຂອງພວກຕົນໄປສັກ.

ທາງການລາວຢາກໃຫ້ພໍ່ແມ່ຜູ້ປົກຄອງ ທີ່ຍັງບໍ່ທັນພາລູກຫລານຂອງຕົນ ຊຶ່ງມີອາຍຸແຕ່ 6 ປີຫາ 11 ປີ ໄປສັກວັກຊິນປ້ອງກັນໂຄວິດ-19 ນັ້ນໄປສັກຢູ່ຕາມໂຮງໝໍແຂວງ, ໂຮງໝໍເມືອງ ແລະຈຸດບໍຣິການທີ່ທາງແຂວງຈັດໄວ້ ເພື່ອໃຫ້ບັນ ລຸເປົ້າໝາຍທີ່ໄດ້ວາງໄວ້ ຄືໃຫ້ໄດ້ສັກເຖິງ 90% ເພື່ອກຽມຄວາມພ້ອມທີ່ຈະເປີດປະເທດຕ້ອນຮັບນັກທ່ອງທ່ຽວ ໃນຂະນະທີ່ມີຂ່າວວ່າ ຫລັງໆມານີ້ ຢູ່ປະ ເທດລາວ ຄົນຕິດເຊື້ອໂຄວິດ-19 ຫລຸດລົງຫລາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.