ພ້ອມ ສັກວັກຊິນ ໃຫ້ ຜູ້ທີ່ມີ ອາຍຸ 12 ປີ ຂຶ້ນໄປ

ສຸພັດຕາ
2021.12.15
ພ້ອມ ສັກວັກຊິນ ໃຫ້ ຜູ້ທີ່ມີ ອາຍຸ 12 ປີ ຂຶ້ນໄປ ຊາວລາວ ທີ່ໃຫ້ຄວາມຮ່ວມມື ແກ່ເຈົ້າໜ້າທີ່ແພດ ແລະ ໝໍ ເພື່ອກວດຫາເຊື້ອໂຄວິດ-19 ເມື່ອຮູ້ວ່າໂຕເອງມີຄວາມສ່ຽງ ຕາມຈຸດກວດທີ່ທາງການກຳນົດໄວ້ ໃນນະຄອນຫຼວງວຽງຈັນ (TS), ທັນວາ 2021.
RFA

ປະຊົນລາວໃນທົ່ວປະເທດ ທີ່ມີອາຍຸແຕ່ 12 ປີຂຶ້ນໄປ ບໍ່ວ່າຈະແມ່ນຜູ້ມີໂຣຄປະຈໍາໂຕ ຫຼືບໍ່ມີໂຣຄປະຈໍາໂຕ ຮວມທັງແມ່ຍິງຖືພາ ສາມາດເຂົ້າມາຮັບການສັກວັກຊິນປ້ອງກັນເຊື້ອໂຄວິດ-19 ເຂັມ1 ເຂັມ2 ແລະເຂັມ3 ທີ່ເປັນບູສເຕີ້ໄດ້ແລ້ວ ຢູ່ຕາມສູນບໍຣິການຕ່າງໆ ທີ່ຄະນະສະເພາະກິຈໃນແຕ່ລະແຂວງໄດ້ຈັດຕຽມໄວ້ ຕາມວັນເວລາທາງຣາຊການ.

ໂດຍວັກຊິນເຂັມທີ່ 1 ແລະເຂັມທີ່ 2 ຈະໄດ້ສັກນັ້ນ ຍີ່ຫໍ້ຂອງວັກຊິນແມ່ນຂຶ້ນກັບທາງສູນບໍຣິການນັ້ນໆ ວ່າມີຍີ່ຫໍ້ໃດ ສ່ວນເຂັມທີ່ 3 ແມ່ນຈະໄດ້ສັກຍີ່ຫໍ້ ເອສຕ້າຊິນິກ້າ, ອີງຕາມຄວາມເວົ້າ ຂອງເຈົ້າໜ້າທີ່ກະຊວງສາທາຣະນະສຸຂ ທ່ານນຶ່ງ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 15 ທັນວາ 2021 ນີ້ວ່າ:

12 ປີ ຂຶ້ນເມືອສັກໄດ້ໝົດ ແຕ່ວ່າສໍາລັບເດັກ (12-18 ປີ) ເພິ່ນຫາກໍເຣີ່ມເຂັມທີ່ 1 ເນາະ ວັນທີ່ 29 ເດືອນ 12 ຈະຮອດເຂັມ2 ບາດນີ້ເຂັມ3 ຕ້ອງຖ້າອີກ 6 ເດືອນຕໍ່ໄປ ປັດຈຸບັນເພິ່ນໃຫ້ສັກວັກຊິນ ພະນັກງານດ່ານໜ້າໄປກ່ອນ ພະນັກງານແພດ ເພິ່ນໃຫ້ສັກເຂັມ 3 ໃຫ້ ແອສຕ້າຊິນິກ້າ ມັນມີໂຕຢາ ໃກ້ໝົດອາຍຸ ເພິ່ນກໍໄດ້ສັກເຂັມ 3 ໃຫ້.”

ທ່ານກ່າວຕື່ມວ່າ ຫາກຜູ້ໃດທີ່ຍັງບໍ່ທັນໄດ້ສັກວັກຊິນປ້ອງກັນເຊື້ອໂຄວິດ-19 ຈັກເຂັມເທື່ອນັ້ນ ກໍສາມາດໄປຮັບການສັກ ໄດ້ຢູ່ທີ່ສູນບໍຣິການຂອງຄະນະເພາະກິຈໃນແຕ່ລະແຂວງໄດ້ເລີຍ ສ່ວນນຜູ້ໃດທີ່ສັກຄົບ 2 ເຂັມແລ້ວ ກໍໃຫ້ລໍຖ້າ 3-6 ເດືອນ ເພື່ອຮັບເຂັມທີ່ 3 ຫຼື ບູສເຕີ້.

ສ່ວນຢູ່ໂຮງໝໍເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ກໍໄດ້ຮັບການຈັດສັນວັກຊິນຈາກສູນກາງ ໂດຍທາງສູນກາງໄດ້ສົ່ງວັກຊິນຍີ່ຫໍ້ ຊິໂນຟາມ ມາໃຫ້ໂຮງໝໍເມືອງ ເພື່ອສັກໃຫ້ປະຊາຊົນທຸກຄົນທີ່ມີອາຍຸແຕ່ 12 ປີຂຶ້ນໄປ ໂດຍປະຊາຊົນ ບໍ່ຕ້ອງໄດ້ລົງທະບຽນ ຫຼືຈອງຄິວໃຫ້ຫຍຸ້ງຍາກ ພຽງແຕ່ຖືບັດປະຈໍາໂຕມານໍາ ກໍສາມາດຮັບການສັກວັກຊິນໄດ້ໂລດ.

ສໍາລັບຮູບແບບໃນການສັກວັກຊິນປ້ອງກັນເຊື້ອໂຄວິດ-19 ຂອງເມືອງຫາດຊາຍຟອງໃນປັດຈຸບັນ ຈະເປັນການສັກ ຍີ່ຫໍ້ ຊິໂນຟາມ ເຂັມທີ່1 ເຂັມ2 ໂດຍເຂັມທີ່ 2 ທີ່ຈະສັກຕື່ມນັ້ນ ຈະຕ້ອງມີໄລຍະຫ່າງກັນ 21-30 ມື້ ເຖິງຈະສັກເຂັມທີ່ 2 ໄດ້ ຫຼັງຈາກນັ້ນ ກໍລໍຖ້າອີກ 5 ເດືອນ ເຖິງຈະສາມາດສັກເຂັມທີ່ 3 ບູສເຕີ້ນັ້ນໄດ້, ດັ່ງທ່ານໝໍ ຢູ່ໂຮງໝໍ ເມືອງຫາດຊາຍຟອງ ກ່າວວ່າ:

“ໃນຕອນນີ້ຜູ້ທີ່ສາມາດ ສັກເຂັມ1 ໄດ້ ຄືວ່າ ເປົ້າໝາຍເນາະ ຄັນຊິເວົ້າແລ້ວ 12 ປີຂຶ້ນເມືອ ສາມາດສັກໄດ້ ໂຕນີ້ເຮົາສາມາດເຂົ້າມາ ບໍ່ໄດ້ຈອງຄິວ ເຂັມ2 ລະຫວ່າງອັນນ່າ ຊິໂນຟາມນີ້ ເຂັມ 1 ຫ່າງຈາກເຂັມສອງ 21 ມື້ ຫາ 30 ວັນເນາະ.”

ຊາວບ້ານ ຢູ່ບ້ານນາທົ່ມ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຜູ້ນຶ່ງທີ່ໄດ້ຮັບການສັກວັກຊິນປ້ອງກັນເຊື້ອໂຄວິດ-19 ເຂັມທີ່ 1 ຢູ່ທີ່ໂຮງໝໍມະໂຫສົດ ເມື່ອວັນທີ່ 19 ສິງຫາ ທີ່ຜ່ານມາ ເວົ້າວ່າ ມາຮອດປັດຈຸບັນ ກໍຍັງບໍ່ໄດ້ຮັບການສັກວັກຊິນເຂັມທີ່ 2 ເທື່ອ ເພາະຍັງລໍຖ້າຟັງ ປະກາດຈາກນາຍບ້ານຢູ່ ວ່າເພິ່ນຈະພາໄປສັກມື້ໃດ:

“ຖ້ານາຍບ້ານ ໄປສັກນໍານາຍບ້ານເດ້ ຕອນນັ້ນນ່າ ຄັນນາຍບ້ານພາໄປ ເຮົາຈະໄປ ເຂັມ2 ເຂົາກໍວ່າ ຊິກຽມສັກແລ້ວ ຍັງລໍຖ້າປະກາດ ລໍຖ້າປະກາດນາຍບ້ານ ຈັ່ງໄປ.”

ຊາວບ້ານ ຢູ່ແຂວງຫຼວງພຣະບາງ ຜູ້ນຶ່ງ ທີ່ໄດ້ຮັບການສັກວັກຊິນປ້ອງກັນເຊື້ອໂຄວິດ-19 ຍີ່ຊິໂນຟາມ ຄົບ 2 ເຂັມ ຫຼາຍເດືອນນັ້ນແລ້ວນັ້ນ ເວົ້າວ່າ ໂຕເອງບໍ່ຄິດທີ່ຈະໄປສັກເຂັມທີ່ 3 ບູສເຕີ້ນັ້ນເທື່ອ ເນື່ອງຈາກວ່າ ຢາກໃຫ້ວັກຊິນປ້ອງກັນເຊື້ອໂຄວິດ-19 ນີ້ ໄດ້ເຂົ້າເຖິງປະຊາຊົນທີ່ຢູ່ເຂດຫ່າງໄກສອກຫຼີກ ທີ່ຍັງບໍ່ທັນສັກຈັກເຂັມນັ້ນກ່ອນ:

“ຄວາມໝາຍວ່າ ເຂັມ2 ນີ້ ກໍຖືວ່າພໍແລ້ວ ມີພູມຕ້ານທານສູງສຸດແລ້ວ ໃນການສັກວັກຊິນນີ້ນ່າ ຄັນເຮົາຈະໄປສັກເຂັມ3 ເຂັມ4 ບາງຄົນ ບາງຄົນຜູ້ບໍ່ໄດ້ສັກກໍມີ ເຮົາກໍເປີດໂອກາດໃຫ້ຄົນອື່ນແດ່ ເພາະວ່າເຮົາໄປສັກແຕ່ຜູ້ດຽວ ຜູ້ອື່ນກະບໍ່ໄດ້ສັກຫັ້ນນ່າ ແຕ່ເຂົາເຈົ້າກໍແຈ້ງມາແບບນັ້ນ ບໍ່ຈໍາເປັນບໍ່ໃຫ້ສັກເຂັມ3.”

ກ່ຽວກັບຄວາມເປັນຫ່ວງ ເຣື່ອງການຂີ່ຣົຖໄຟລາວ-ຈີນ ທີ່ບໍ່ສາມາດຮັກສາໄລຍະຫ່າງໄດ້ນັ້ນ ທາງເຈົ້າໜ້າທີ່ຫ້ອງການສາທາຣະນະສຸຂ ເມືອງໄຊທານີ ກ່າວວ່າ ຍັງບໍ່ໄດ້ຮັບການຣາຍງານຈາກບໍຣິສັດທາງຣົຖໄຟລາວ-ຈີນ ເທື່ອ ວ່າພົບຜູ້ຕິດເຊື້ອໂຄວິດ-19 ໃນລະຫວ່າງການໂດຍສານກັບຣົຖໄຟລາວ-ຈີນ ຊຶ່ງທາງບໍຣິສັດທາງຣົຖໄຟລາວ-ຈີນ ກໍໄດ້ປະກາດແລ້ວວ່າ ໃຫ້ມີການຮັກສາໄລຍະຫ່າງ ແຕ່ສະພາບໂຕຈິງ ກໍບໍ່ຮູ້ວ່າ ຈະປະຕິບັດໄດ້ຫຼືບໍ່, ດັ່ງເຈົ້າໜ້າທີ່ ຫ້ອງການສາທາຣະນະສຸຂ ເມືອງໄຊທານີ ກ່າວວ່າ:

“ເພິ່ນກໍວ່າຢູ່ໃນໄລຍະຫ່າງຢູ່ ລະເຮົາກະບໍ່ຮູ້ຄືກັນ ເຮົາບໍ່ໄດ້ຂຶ້ນຈັກເທື່ອເນາະ ມີແຕ່ເພິ່ນແຈ້ງມາວ່າ ເພິ່ນກໍກຽມຫ້ອງຢູ່ແບບ ໃຫ້ໄລຍະຫ່າງປົກກະຕິແລ້ວ ກໍມີຫ້ອງລວມ ກັບຫ້ອງ VIP ຫັ້ນແຫຼະ ເພິ່ນກະວ່າຈັ່ງຊັ້ນເນາະ.”

ພາຍຫຼັງທີ່ມີການເປີດໃຊ້ ຣົຖໄຟລາວ-ຈີນ ຢ່າງເປັນທາງການ ເມື່ອບໍ່ດົນມານີ້ ຊາວບ້ານພາຍໃນບ້ານ ສະຫວ່າງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ກໍມີຄວາມສົນໃຈທີ່ຈະຂຶ້ນຣົຖໄຟລາວ-ຈີນ ໄປທ່ອງທ່ຽວແລະໄປເບິ່ງຄວາມທັນສມັຍຂອງຣົຖໄຟດັ່ງກ່າວ ເນື່ອງຈາກເມືອງຫາດຊາຍຟອງ ມີສະຖານີຣົຖໄຟລາວ-ຈີນ ຕັ້ງຢູ່ມໍ່ໆ ແຕ່ຊາວບ້ານຈໍານວນຫຼາຍ ກໍກັງວົນວ່າ ຢ້ານມີການແຜ່ຣະບາດຂອງເຊື້ອໂຄວິດ-19 ຢູ່ພາຍໃນຂບວນຣົຖໄຟລາວ-ຈີນ, ດັ່ງຊາວບ້ານ ຢູ່ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ກ່າວວ່າ:

“ດຽວນີ້ ຍັງຟັງ ຍັງຟັງໜ້າຟັງຫຼັງຢູ່ ຍັງເບິ່ງຟັງພຍາດ ແລ້ວກໍເວົ້າເຣື່ອງການໄປຂີ່ (ຣົຖໄຟລາວ-ຈີນ) ຫັ້ນ ແຕ່ວ່າຍັງມີຄວາມຢ້ານຫຼາຍ ມີຄວາມສ່ຽງຫຼາຍ ບໍ່ທັນຮູ້ຣະອຽດ ເອີ່ເພິ່ນວ່າ ເປັນກໍເປັນ (ໂຄວິດ-19) ສ່ວນໜ້ອຍໃດ໋ ແຕ່ວ່າສ່ວນຫຼາຍບໍ່ໄປ.”

ສໍາລັບສະຖານະການ ການຕິດເຊື້ອໂຄວິດ-19 ໃນປະເທດລາວ ໃນວັນທີ່ 15 ທັນວາ 2021 ນີ້ ທາງການລາວ ກວດພົບຜູ້ຕິດເຊື້ອເພີ່ມໃໝ່ອີກ 1,245 ຄົນ ໃນນີ້ ຢູ່ນະຄອນຫຼວງວຽງຈັນ ມີຜູ້ຕິດເຊື້ອໃນຊຸມຊົນຫຼາຍກວ່າໝູ່ ຄືມີເຖິງ 616 ຄົນ ສໍາລັບຜູ້ເສັຍຊີວິດໃນມື້ນີ້ ແມ່ນມີ 6 ຄົນ.

ມາຮອດປັດຈຸບັນ ສປປ.ລາວ ມີຜູ້ຕິດເຊື້ອໂຄວິດ-19 ສະສົມທັງໝົດ 93,061 ຄົນ ແລະເສັຍຊີວິດສະສົມ 256 ຄົນ. ສ່ວນການສັກວັກຊິນປ້ອງກັນເຊື້ອໂຄວິດ-19 ມາຮອດວັນທີ່ 14 ທັນວາ 2021 ນີ້ ຜູ້ມີໄດ້ຮັບການສັກວັກຊິນເຂັມທີ່ 1 ຈໍານວນ 4,266,072 ຄົນ ແລະເຂັມທີ່ 2 ຈໍານວນ3,301,312 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.