ປະຊາຊົນ ຢູ່ເຂດຫ່າງໄກ ຢ້ານການສັກ ວັກຊິນປ້ອງກັນ ໂຄວິດ-19
2022.10.13
ຊາວບ້ານຊົນເຜົ່າ ຢູ່ຫລາຍເມືອງ ຫລາຍແຂວງຂອງລາວ ຈໍານວນນຶ່ງຍັງບໍ່ເຂົ້າໃຈ ເຣື່ອງຄວາມສໍາຄັນຂອງການ ສັກວັກຊິນປ້ອງກັນ ໂຄວິດ-19 ຍ້ອນຄິດວ່າ ເມື່ອວັກຊິນນັ້ນເຂົ້າໄປແລ້ວ ຈະເປັນອັນຕຣາຍຕໍ່ຊີວິຕ ຫລືຈະມີບັນຫາ ສຸຂພາບຕາມມາທີຫລັງ. ດັ່ງນັ້ນຈຶ່ງບໍ່ຢາກສັກ ວັກຊິນດັ່ງກ່າວ ເຖິງແມ່ນມັນຈະດີກໍຕາມ.
ດັ່ງເຈົ້າໜ້າທີ່ ສາທາຣະນະສຸຂ ແຂວງຫົວພັນ ຜູ້ຂໍສງວນຊື່ ແລະຕໍາແໜ່ງທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີໃນມື້ວັນທີ 13 ຕຸລານີ້ວ່າ:
“ກະມີ ບໍ່ໝາຍຄວາມວ່າ ຈະໝົດທຸກຄົນເນາະ ມັນກະບາງຄົນ ເທົ່ານັ້ນດອກ. ບ່ອນເຂດຫ່າງໄກສອກຫລີກ ຊົນເຜົ່າຫັ້ນແຫລະເນາະ. ເຂົາເຈົ້າສັກຫັ້ນນະ ສ່ວນໜ້ອຍດອກເນາະ ປະມານ 20 ປາຍເປີເຊັນ. ເຂົາເຈົ້າກະຍັງບໍ່ທັນເຂົ້າໃຈ ບາງຄົນເຂົາກະວ່າໂອ໋ຍເນາະ ສັກເຂົ້າໄປ ຢ້ານເປັນຈັ່ງຊັ້ນ ຈັ່ງຊີ້ ຕໍ່ບັນຫາສຸຂພາບ ຂອງເຂົາເຈົ້າ ບໍ່ໃສ່ໃຈພໍປານໃດ.”
ທ່ານກ່າວຕື່ມວ່າ ຢູ່ແຂວງຫົວພັນນີ້ ເກືອບທຸກເມືອງ ມີຄົນຊົນເຜົ່າຈໍານວນນຶ່ງ ບໍ່ໄປສັກວັກຊິນປ້ອງກັນ ໂຄວິດ-19. ທີ່ຜ່ານມາ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກໍໄດ້ໄປໂຄສະນາ ໃຫ້ຄວາມຮູ້ ແກ່ພວກເຂົາເຈົ້າ ກ່ຽວກັບຂໍ້ມູນ ຂ່າວສານ ເຣື່ອງການສັກວັກຊິນນັ້ນ ຢູ່ຕລອດ, ແຕ່ສໍາລັບເຂດຫ່າງໄກ ສອກຫລີກ ກໍບໍ່ໄດ້ໄປທົ່ວເຖິງ ເທົ່າທີ່ຄວນ ຍ້ອນມີບັນຫາຫຍຸ້ງຍາກ ຫລາຍຢ່າງ ເປັນຕົ້ນຫຍຸ້ງຍາກ ໃນການເດີນທາງ.
ຢູ່ແຂວງຊຽງຂວາງ ເຈົ້າໜ້າທີ່ສາທາຣະນະສຸຂ ຜູ້ຂໍສງວນຊື່ ແລະຕໍາແໜ່ງທ່ານນຶ່ງ ເວົ້າໃນມື້ດຽວກັນນີ້ວ່າ ໃນແຂວງນີ້ ກໍເປັນເຊັ່ນດຽວກັນ, ແຕ່ມີຈໍານວນໜ້ອຍ, ສ່ວນຫລາຍ ໄດ້ຮັບການສັກວັກຊິນ ນັ້ນແລ້ວ, ຜູ້ທີ່ບໍ່ໄດ້ສັກວັກຊິນ ຈະເປັນຜູ້ເຖົ້າຜູ້ແກ່ ແລະຄົນຊົນເຜົ່າ ຈໍານວນນຶ່ງ. ພວກເຂົາເຈົ້າ ຫລາຍຄົນ ໄປນອນຢູ່ໄຮ່, ຢູ່ສວນ ໃນເຂດຫ່າງໄກ, ບໍ່ເຂົ້າໃຈ ເຣື່ອງຄວາມສໍາຄັນ ຂອງການສັກວັກຊິນນີ້ດີ.
ດັ່ງທີ່ທ່ທານກ່າວວ່າ:
“ປະຊາຊົນບາງຈໍານວນ ຜູ້ເຖົ້າຜູ້ແກ່ເບາະຊີ້ນ່າ ຫລືວ່າຜູ້ບໍ່ທັນ ໄດ້ຮັບຟັງກໍຍັງມີຢູ່ ແຕ່ວ່າກໍຍັງຈໍານວນໜ້ອຍ. ບໍ່ທັນໄດ້ມາເຂົ້າຮ່ວມໝົດ ແລ້ວຄວາມເຂົ້າໃຈ ຂອງເຂົາເຈົ້າກະບໍ່ຫລາຍ ແມ່ນຊົນເຜົ່ານີ້ນ່າ ເຂົາເຈົ້າບໍ່ເຂົ້າໃຈ ຢູ່ຫ່າງໄກສອກຫລີກນ່າ. ເຂົາເຈົ້າຢູ່ປ່າຢູ່ພູພຸ້ນນ່າ ເຮົາໄປຮອດບໍ່ໄດ້ນ່າ ເຮົາບໍ່ຮູ້ຈັກໄຮ່ເຂົາເຈົ້າຢູ່ຈຸດໃດ.”
ກ່ຽວກັບບັນຫາດັ່ງກ່າວ ຊາວບ້ານຊົນເຜົ່າ ຢູ່ແຂວງຊຽງຂວາງຜູ້ນຶ່ງ ເວົ້າວ່າ ຫລາຍຄົນກໍໄປສັກວັກຊິນປ້ອງກັນ ໂຄວິດ-19 ນີ້, ແຕ່ກໍມີຊາວບ້ານ ຈໍານວນໜ້ອຍນຶ່ງ ທີ່ຢູ່ເຂດຫ່າງໄກ ສອກຫລີກ ບໍ່ພາກັນໄປສັກ ຍ້ອນບໍ່ຮູ້ຄວາມສໍາຄັນ ຂອງການສັກວັກຊິນນີ້ ແລະເຈົ້າໜ້າທີ່ ກໍບໍ່ສາມາດເຂົ້າຫາ ພວກເຂົາເຈົ້າໄດ້ທົ່ວເຖິງ.
“ຄັນຊິເວົ້າແລ້ວ, ມົ້ງ ແລ້ວກໍອ້າຍນ້ອງ ເຜົ່າກິມມຸເນາະ. 2 ເຜົ່ານີ້ສ່ວນຫລາຍ ເຂົາເຈົ້າຢູ່ເຂດຫ່າງໄກສອກຫລີກ ແລ້ວເຂົາເຈົ້າ ບໍ່ຮູ້ຄວາມສໍາຄັນ ຂອງຢາປ້ອງກັນ ໂຄວິດ-19 ນີ້ ແລ້ວກະຜົນດີ ຂອງຢາໂຕນີ້ຊື່ດອກ ເພາະການໂຄສະນາ ຂອງພະນັກງານ ລົງຢູ່ໃນຂອບເຂດ ຫ່າງໄກສອກຫລີກ ເຂົາເຈົ້າກະຍັງບໍ່ລົງຮອດ.”
ຢູ່ແຂວງໄຊສົມບູນ ເຈົ້າໜ້າທີ່ ສາທາຣະນະສຸຂ ຜູ້ຂໍສງວນຊື່ ແລະຕໍາແໜ່ງທ່ານນຶ່ງ ເວົ້າຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 13 ຕຸລານີ້ວ່າ ຢູ່ແຂວງນີ້ ຍັງມີຊາວບ້ານ ຊົນເຜົ່າຈໍານວນນຶ່ງ ບໍ່ສົນໃຈ ນໍາເຣື່ອງການສັກວັກຊິນ ປ້ອງກັນ ໂຄວິດ-19 ເທົ່າທີ່ຄວນ ໂດຍສະເພາະ ພວກທີ່ຢູ່ເຂດຫ່າງໄກ ສອກຫລີກ ຍ້ອນພວກເຂົາເຈົ້າ ຢ້ານວ່າ ມັນຈະເປັນອັນຕຣາຍຕໍ່ສຸຂພາບ ແລະເສັຍເວລາ ທໍາມາຫາກິນ.
“ຍັງມີຢູ່ເດີ! ຍັງຈໍານວນໜ້ອຍ. ສ່ວນຫລາຍ ສອກຫລີກເນາະ ເຂົາບໍ່ຕື່ນຕົວ ປະຊາຊົນນີ້ ໄປທໍາອາຊີບຢາງພາຣາເນາະ ຄັນສັກຢາ. ໄຂ້ ບໍ່ມີເວລາໄປກີດຢາງ ແລ້ວເຂົາໄປນອນໄຮ່, ນອນສວນ ບາງເທື່ອກໍໄປນອນເປັນປີ. ໄປຢູ່ສວນຂອງໃຜ ຂອງມັນ ແລ້ວເຮັດໃຫ້ ໄດ້ພາດໂອກາດໄປ.”
ທ່ານກ່າວຕື່ມວ່າ ບໍ່ແມ່ນແຕ່ການສັກວັກຊິນ ປ້ອງກັນ ໂຄວິດ-19 ເທົ່ານັ້ນ ທີ່ຊາວບ້ານຊົນເຜົ່າ ບໍ່ຢາກສັກ, ການສັກວັກຊິນ ປ້ອງກັນພະຍາດ ຕ່າງໆໃຫ້ພວກເດັກນ້ອຍ ອາຍຸຕໍ່າກວ່າ 5 ປີ ກໍບໍ່ຢາກສັກ ຍ້ອນພວກເຂົາເຈົ້າ ຢ້ານລູກເຈັບໄຂ້ ແລະເປັນອັນຕຣາຍຕໍ່ຊີວິຕ, ເສັຍເວລາ ເຮັດວຽກ ຫາຢູ່ຫາກິນ.
ປະຊາຊົນຢູ່ແຂວງໄຊສົມບູນ ຜູ້ນຶ່ງເວົ້າວ່າ ຊາວບ້ານຊົນເຜົ່າ ທີ່ຢູ່ເຂດຫ່າງໄກ ບໍ່ຢາກສັກວັກຊິນ ປ້ອງກັນໂຄວິດ-19 ຍ້ອນບໍ່ເຂົ້າໃຈ ເຖິງຄວາມສໍາຄັນ ຂອງມັນ, ຢ້ານເປັນອັນຕຣາຍຕໍ່ຊີວິຕ.
“ມັນຂຶ້ນກັບຜູ້ກ່ຽວອັນນັ້ນນ່າ ບາງຄົນຫັ້ນເນາະມັນມີແບບທີ່ວ່າ ເຂົາເຈົ້າເປັນຄົນທີ່ວ່າ ເຜົ່າມົ້ງເຜົ່າຫຍັງນ່າ ແລ້ວເຂົາເຈົ້າຄິດວ່າ ສັກແລ້ວຕ້ອງຕາຍ ປະມານນີ້ ເຂົາເຈົ້າບໍ່ສັກກໍມີ ບໍ່ເຂົ້າໃຈວ່າວັກຊິນນີ້ມັນເປັນຈັ່ງໃດໆຫັ້ນນ່າ.”
ອີງຕາມ ການຣາຍງານ ຂອງກະຊວງ ສາທາຣະນະສຸຂ ວັນທີ 22 ກັນຍາທີ່ຜ່ານມາ ແຂວງຫົວພັນ ປະຊາຊົນ ໄດ້ສັກວັກຊິນປ້ອງກັນ ໂຄວິດ-19, ເຂັມທີ 1 ຈໍານວນ 231,857 ຄົນ ແລະໄດ້ສັກເຂັມທີ 2 ໄປແລ້ວ 202,217 ຄົນ.
ແຂວງຊຽງຂວາງ ປະຊາຊົນໄດ້ສັກເຂັມທີ 1 ໄປແລ້ວ 208,167 ຄົນ ແລະເຂັມທີ 2 ສັກໄປແລ້ວ 175,195 ຄົນ.
ແລະແຂວງໄຊສົມບູນ ປະຊາຊົນໄດ້ຮັກເຂັມທີ 1 ໄປແລ້ວ 75,147 ຄົນ ແລະເຂັມທີ 2 ສັກຳໄແລ້ວ 65,678 ຄົນ.
ສໍາລັບ ຢູ່ແຂວງຜົ້ງສາລີ ອີງຕາມການຣາຍງານ ຂອງທ່ານ ບຸນສາລີ ຈິດດາພອນ ຫົວໜ້າຜແນກ ສາທາຣະນະສຸຂແຂວງ ຕໍ່ສື່ມວນຊົນ ທາງການລາວ ວັນທີ 10 ຕຸລານີ້, ຍັງມີຊາວບ້ານ ຊົນເຜົ່າຢູ່ບາງເຂດ ຈໍານວນນຶ່ງ ບໍ່ໄດ້ສັກວັກຊິນ ປ້ອງກັນ ໂຄວິດ-19 ຍ້ອນເຂົ້າໃຈຜິດ ໃນເຣື່ອງການສັກ ວັກຊິນນັ້ນ ແລະຄິດວ່າ ຖ້າສັກວັກຊິນໄປແລ້ວ ຈະເປັນອັນຕຣາຍຕໍ່ຊີວິຕ. ດັ່ງນັ້ນເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຈຶ່ງໄດ້ໄປໂຄສະນາ ອະທິບາຍ ໃຫ້ປະຊາຊົນ ຮູ້ກ່ຽວກັບເຣື່ອງດັ່ງກ່າວ ຢ່າງຕໍ່ເນື່ອງ. ປັດຈຸບັນ ປະຊາຊົນແຂວງຜົ້ງສາລີ ໄດ້ສັກວັກຊິນ ເຂັມທີ 1 ແລະເຂັມທີ 2 ກວມອັດຕຣາສ່ວນ ປະມານ 90% ຂອງຈໍານວນພົລເມືອງ ແລະສັກເຂັມກະຕຸ້ນ ປະມານ 30% ຂອງເປົ້າໝາຍ ທັງໝົດ 40%.
ອີງຕາມຂໍ້ມູນ ຂອງກະຊວງ ສາທາຣະນະສຸຂ ກ່ຽວກັບການສັກ ວັກຊິນປ້ອງກັນ ໂຄວິດ-19 ໃນທົ່ວປະເທດ ວັນທີ 10 ຕຸລານີ້, ປະຊາຊົນໄດ້ສັກເຂັມທີ 1 ແລ້ວ 5,939,725 ຄົນ ແລະໄດ້ສັກເຂັມທີ 2 ແລ້ວ 5,294,028 ຄົນ.