ຣັຖບານລາວ ກະຕຸ້ນໃຫ້ ປະຊາຊົນເລັ່ງ ສັກວັກຊິນ ເຂັມທີ 3
2022.05.06

ຕັ້ງແຕ່ເດືອນມີນາ 2022 ທີ່ຜ່ານມາ ທາງກະຊວງສາທາຣະນະສຸຂ ລາວກໍໄດ້ແຈ້ງການໃຫ້ປະຊາຊົນລາວທີ່ໄດ້ຮັບການສັກວັກຊິນປ້ອງກັນໂຄວິດ-19 ເຂັມທີ 2 ໃຫ້ໄປສັກເພີ່ມເຂັມທີ 3 ໄດ້ຕາມຈຸດບໍຣິການ ຕ່າງໆ ທີ່ທາງກະຊວງສາທາຣະນະສຸຂ ໄດ້ກຳນົດໄວ້.
ຕໍ່ການສັກວັກຊິນເຂັມທີ 3 ມາຮອດປັດຈຸບັນເຫັນວ່າຄົນລາວ ຈຳນວນຫຼາຍກໍເຣີ່ມເຂົ້າໄປສັກວັກຊິນ ປ້ອງກັນໂຄວິດ-19 ຫຼາຍຂຶ້ນ ໃນຂະນະທີ່ບາງຄົນກໍໄດ້ສັກເຂັມທີ 4 ໄປແລ້ວສ່ວນຫຼາຍຈະເປັນເຈົ້າໜ້າທີ່ ເຮັດວຽກດ່ານໜ້າ ທີ່ມີຄວາສ່ຽງສູງເພື່ອສ້າງພູມຄຸ້ມກັນ ໃນການປ້ອງກັນເຊື້ອໂຄວິດ-19 ໃຫ້ມີປະສິດທິພາບສູງຂຶ້ນ ເຖິງແມ່ນວ່າຈະຍັງບໍ່ສາມາດປ້ອງກັນ ໄດ້ 100% ກໍຕາມ ເນື່ອງຈາກຣັຖບານລາວກຳລັງພິຈາຣະນາ ຈະເປີດປະເທດເຕັມຮູບແບບ.
ດັ່ງຊາວລາວ ໃນນະຄອນຫຼວງວຽງຈັນ ທ່ານນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 6 ພຶສພານີ້ວ່າ:
“ສັກປະມານເດືອນແລ້ວເບາະ ກາບໍ່ຫຍັງເດ້ກາປົກກະຕິເດ້ຂຶ້ນກັບບາງຄົນຫັ້ນແຫຼະ ເພາະວ່າເຮົາໄດ້ອອກເດີນທາງຕລອດຢູ່ແລ້ວເນາະ ຄັນເຮົາໄປສັກມັນກາງ່າຍນໍາເວລາເຮົາເດີນທາງຫັ້ນແຫຼະ.”
ຂະນະທີ່ຊາວລາວໃນແຂວງວຽງຈັນ ອີກທ່ານນຶ່ງກໍກ່າວວ່າຕົນເອງ ແລະຄອບຄົວກໍໄດ້ຮັບການສັກວັກຊິນ ປ້ອງກັນເຊື້ອໂຄວິດ-19 ກັນແລ້ວສ່ວນອາການກໍປົກກະຕິດີ ເມື່ອຍຕົນໂຕມີໄຂ້ເຫຼັກໜ້ອຍ.
“ສັກເຂັມທີ 3 ແລ້ວເດ້ກາປົກກະຕິ ບໍ່ຄ່ອຍເປັນຫຍັງຂຶ້ນກັບສຸຂພາບ ຂອງບົກຄົນໂຕນີ້ເນາະຫຼາຍຄົນກາສັກແລ້ວເດ.”
ດ້ານພະນັກງານໂຮງແຮມທ່ານນຶ່ງ ໃນເມືອງວັງວຽງແຂວງວຽງຈັນກໍກ່າວວ່າ ແຕ່ລະໂຮງແຮມກໍໃຫ້ພະນັກງານສັກວັກຊິນ ປ້ອງກັນເຊື້ອໂຄວິດ-19 ກັນໝົດແລ້ວ ສ່ວນຫຼາຍກໍໄດ້ສັກເຂັມທີ 3 ກັນແລ້ວເພື່ອຕຣຽມຄວາມພ້ອມ ໃນການເປີດປະເທດຕ້ອນຮັບນັກທ່ອງທ່ຽວ.
“ໂຮງແຮມໂຕເຮົາຢູ່ນີ້ກາສັກໝົດແລ້ວ ສະເພາະເຮົາທຳອິດກໍສັກຊິໂນຟາມ 2 ເຂັມກາບໍ່ມີອາການຫຍັງໄປບູສເຂັມ 3 ເປັນແອສຕຣາເຊນີກ້າ ຫຼັງຈາກສັກຕອນສວຍແລ້ວມາກາເປັນໄຂ້ເລີຍ ເຈັບຫົວວີນຫົວເຈັບໂຕໝົດເລີຍນີ້ຕື່ນເຊົ້າມາ ອາການກໍຈຶ່ງເຊົາໄຂ້ລົງ.”
ສຳລັບການສັກວັກຊິນປ້ອງກັນ ເຊື້ອໂຄວິດ-19 ເຂັມທີ 3 ແລະ ເຂັມທີ 4 ນີ້ທາງການກໍເລັ່ງໃຫ້ປະຊາຊົນໄປຮັບການສັກ ຕັ້ງແຕ່ເດືອນມີນາທີ່ຜ່ານມາແລ້ວ.ໂດຍເຂັມທີ 3-4 ນີ້ຈະໄດ້ຮັບເປັນວັກຊິນ ແອສຕຣາເຊນີກ້າ ແລະ ໄຟເຊີ້ີ້ຣ໌ ຊຶ່ງກໍມີພຽງພໍ ແລະສ່ວນນຶ່ງກໍເປັນການຕຣຽມຄວາມພ້ອມ ໃນການເປີດປະເທດ ແບບເຕັມຮູບແບບນໍາດ້ວຍ.
ດັ່ງເຈົ້າໜ້າທີ່ ສາທາຣະນະສຸຂໃນນະຄອນຫຼວງວຽງຈັນ ທ່ານນຶ່ງທີ່ຂໍສງວນຊື່ ແລະຕຳແໜ່ງກ່າວວ່າ:
“ກາເປີດບູສເຂັມ 4 ມາແລ້ວກາຍແລ້ວດຽວນີ້ເຂັມ 3 ແຕ່ພຸ້ນແລ້ວແຕ່ເດືອນ 3 ພຸ້ນລະດຽວນີ້ສ່ວນຫຼາຍແມ່ນ ແອສຕຣາກັບໄຟເຊີ້ຣ໌ ພຽງພໍຢູ່ມີສ່ວນແລ້ວຮັບຮອງເປີດປະເທດ ຫຼືວ່າສ່ວນນຶ່ງກາຢ້ານພະຍາດມັນເພີ່ມຂຶ້ນ ກັນໄວ້ບໍ່ໃຫ້ພະຍາດຣະບາດຂຶ້ນຕື່ມອີກ.”
ພ້ອມດຽວກັນນີ້ເຈົ້າໜ້າທີ່ສາທາຣະນະສຸຂ ໃນນະຄອນຫຼວງວຽງຈັນ ອີກທ່ານນຶ່ງກໍກ່າວວ່າ ສ່ວນຜູ້ທີ່ຈະເດີນທາງໄປຕ່າງປະເທດ ຕາມນະໂຍບາຍຣັຖບານ ກໍຕ້ອງໄປໄດ້ຖ້າສັກເຂັມທີ 3 ຂຶ້ນໄປ ໂດຍໄປຮັບການສັກໄດ້ຕາມຈຸດບໍຣິການທົ່ວໄປ ເຊັ່ນຕາມໂຮງໝໍນ້ອຍ, ໂຮງມໍແຂວງ, ໂຮງໝໍສູນກາງ, ສຸຂສາລາ ທາງການກໍຈະອອກໃບຢັ້ງຢືນ ເປັນພາສາອັງກິດໃຫ້ ແລະເອກະສານຢາອື່ນໆ ທີກ່ຽວຂ້ອງ.
“ແມ່ນຕ້ອງໄດ້ສັກແຫຼະ ຕ້ອງມາສັກເຂັມທີ 3 ນຳເພິ່ນຄ່ອຍໄປ ຢູ່ໂຮງໝໍເມືອງ ຢູ່ສຸຂສາລາ ໂຮງໝໍນ້ອຍ ໂຮງໝໍສູນກາງກາໄດ້.”
ສ່ວນຣັຖບານລາວຈະເປີດປະເທດ ແບບເຕັມຮູບແບບໃນໄລະຍເດືອນໃດນັ້ນ ກຳລັງພິຈາຣະນາກັນຢູ່ໃນລະຫວ່າງນີ້ ທາງການກໍຢາກໃຫ້ປະຊາຊົນທຸກຄົນ ໄປຮັບການສັກເຂັມທີ 3 ເຂັມທີ 4 ເພີ່ມຂຶ້ນນຳດ້ວຍ ເພື່ອສ້າງພູມຄຸ້ມກັນໃຫ້ມີປະສິດທິພາບ ເພີ່ມຂຶ້ນເພື່ອຮອງຮັບໃນການເປີດປະເທດ ແບບເຕັມຮູບແບບ.
ດັ່ງເຈົ້າໜ້າທີ່ທ່ອງທ່ຽວ ທ່ານນຶ່ງທີ່ຂໍສງວນຊື່ ແລະຕຳແໜ່ງກ່າວວ່າ:
“ຣັຖບານເພິ່ນຍັງຄົ້ນຄວ້າຢູ່ ຕາມແຜນຫັ້ນນ່າບໍ່ທັນໄດ້ແຈ້ງ ວ່າສິໃຫ້ເປີດຕາມການສເນີ ຫຼືບໍ່ປັດຈຸບັນນີ້ເພິ່ນກໍເລັ່ງໃສ່ ສັກຕາມກຸ່ມເປົ້າໝາຽຫັ້ນລະ ໄປຮອດເຂັມທີ 3 ເຂັມ 4 ລະ ໂຕອາຍຸ 6-11 ປີກາໄດ້ຫຼາຍແລ້ວ.”
ອີງຕາມການຣາຍງານຂອງ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມ ພະຍາດຕິດຕໍ່ໄດ້ຣາຍງານວ່າສຳລັບບຸກຄົນ ທີ່ຈະເດີນທາງໄປຕ່າງປະເທດ ຈະຕ້ອງໄດ້ສັກວັກຊິນປ້ອງກັນເຊື້ອ ໂຄວິດ-19 ເຂັມທີ 3 ຫຼືເຂັມທີ 4 ແລະ ທາງເຈົ້າໜ້າທີ່ ທີ່ຈະອອກໃບຢັ້ງຢືນເປັນາພາສາອັງກິດໃຫ້ ຮວມກັບເອກສານອື່ນໆ .
ຊຶ່ງການສັກວັກຊິນປ້ອງກັນໂຄວິດ-19 ເຂັມທີ 3, ເຂັມທີ 4 ແມ່ນວ່າປະຊາຊົນຈະໃຫ້ຄວາມຮ່ວມມື ໄປຮັບການສັກ ແຕ່ກໍຍັງຄົງຕໍ່າຢູ່. ສ່ວນການສັກວັກຊິນເຂັມທີ 1 ໃນເຂດພື້ນທີ່ສີຂຽວ ທີ່ມີການເປີດການທ່ອງທ່ຽວ ເຊັ່ນນະຄອນຫຼວງວຽງຈັນ, ເມືອງວັງວຽງ ແຂວງວຽງຈັນ ແລະ ແຂວງຫຼວງພຣະບາງ ສູງເຖິງ 80-90% ແຕ່ຖ້າຮວມກັນທົ່ວປະເທດ ມາຮອດປັດຈຸບັນນີ້ການສັກວັກຊິນ ຢູ່ທີ່ປະມານ 70% ຂອງປະຊາກອນທັງໝົດ ໃນປະເທດລາວ.
ຢ່າງໃດກໍຕາມ ເຈົ້າໜ້າທີ່ກໍຢາກໃຫ້ທຸກຄົນ ໄດ້ຮັບການສັກວັກຊິນປ້ອງກັນ ເຊື້ອໂຄວິດ-19 ເຂັມທີ 3 ແລະ ເຂັມທີ 4 ເພີ່ມຂຶ້ນ ເພື່ອເປັນການສ້າງພູມຄຸ້ມກັນ ໃຫ້ມີປະສິດທິພາບ ແລະສາມາດດຳເນີນກິຈກັມອື່ນໆ ໄດ້ສະດວກ.
ປັດຈຸບັນການຕິດເຊື້ອໂຄວິດ-19 ໃນປະເທດລາວກໍຫຼຸດລົງຫຼາຍແລ້ວ ຊຶ່ງໃນວັນທີ 6 ພຶສພານີ້ປະເທດລາວພົບການຕິດເຊື້ອໂຄວິດ-19 ພຽງ 180 ຄົນ ແລະ ຕິດເຊື້ອສະສົມທັງໝົດ 208,368 ຄົນ ເສັຽຊີວິດສະສົມ 748 ຄົນ.
ສ່ວນຣັຖບານລາວ ຈະເປີດປະເທດແບບເຕັມຮູບແບບ ໃນໄລຍະເດືອນໃດນັ້ນ ກຳລັງພິຈາຣະນາກັນຢູ່ ໃນລະຫວ່າງນີ້ທາງການ ກໍຢາກໃຫ້ປະຊາຊົນທຸກຄົນ ໄປຮັບການສັກເຂັມທີ 3 ເຂັມທີ 4 ເພີ່ມຂຶ້ນນຳດ້ວຍເພື່ອສ້າງພູມຄຸ້ມກັນ ໃຫ້ມີປະສິດທິພາບເພີ່ມຂຶ້ນ ເພື່ອຮອງຮັບໃນການເປີດປະເທດ ແບບເຕັມຮູບແບບ.
ດັ່ງເຈົ້າໜ້າທີ່ທ່ອງທ່ຽວ ທ່ານນຶ່ງທີ່ຂໍສງວນຊື່ ແລະຕຳແໜ່ງກ່າວວ່າ:
“ຣັຖບານເພິ່ນຍັງຄົ້ນຄ້ວາຢູ່ຕາມແຜນຫັ້ນນ່າ ບໍ່ທັນໄດ້ແຈ້ງວ່າສິໃຫ້ເປີດຕາມການສເນີ ຫຼືບໍ່ປັດຈຸບັນນີ້ເພິ່ນກໍເລັ່ງໃສ່ສັກຕາມກຸ່ມເປົ້າໝາຍຫັ້ນແຫຼະ ໄປຮອດເຂັມທີ 3 ເຂັມທີ 4 ລະໂຕອາຍຸ 6-11 ປີກາໄດ້ຫຼາຍແລ້ວ.”
ອີງຕາມການຣາຍງານຂອງ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາຣະນະສຸຂ ໄດ້ຣາຍງານວ່າສຳລັບບຸກຄົນທີ່ຈະເດີນທາງ ໄປຕ່າງປະເທດຈະຕ້ອງໄດ້ສັກວັກຊິນ ປ້ອງກັນເຊື້ອໂຄວິດ-19 ເຂັມທີ 3 ຫຼື ເຂັມທີ 4 ແລະ ທາງເຈົ້າໜ້າທີ່ຈະອອກໃບຢັ້ງຢືນ ເປັນພາສາອັງກິດໃຫ້ ພ້ອມກັບເອກະສານອື່ນໆ.