ປີກາຍນີ້ ລະດົມໃຫ້ຄົນລາວ ບໍລິຈາກເລືອດ ບໍ່ໄດ້ຕາມເປົ້າ
2024.07.02
ອົງການກາແດງ ແຫ່ງຊາດລາວ ໄດ້ຕັ້ງເປົ້າໝາຍ ປຸກລະດົມຊາວລາວບັນດາເຜົ່າ ບໍລິຈາກເລືອດ ໃຫ້ໄດ້ 73,000 ຖົງ ໃນປີ 2024, ເຊິ່ງຕະຫຼອດປີ 2023 ທີ່ຜ່ານມາ ພັດປະຕິບັດບໍ່ໄດ້ ຕາມຄາດໝາຍ ທີ່ໄດ້ວາງໄວ້, ອີງຕາມຂໍ້ມູນ ຈາກກອງປະຊຸມ ສະຫຼຸບວຽກງານກາແດງ ປະຈຳປີ 2023 ແລະ ວາງທິດທາງແຜນການ ປີ 2024.
ກ່ຽວກັບເລື້ອງນີ້, ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ອົງການກາແດງ ແຫ່ງຊາດລາວ ກ່າວວ່າ ຜູ້ບໍລິຈາກເລືອດ ສ່ວນຫຼາຍ ເປັນກຸ່ມຍາດພີ່ນ້ອງ ຂອງຄົນເຈັບ ມາບໍລິຈາກ ເພື່ອຊ່ອຍຄົນເຈັບເອງ. ສ່ວນຜູ້ທີ່ສະໝັກໃຈ ບໍລິຈາກເລືອດ ເພື່ອໃຫ້ມີເລືອດສຳຮອງ ຢູ່ໃນສູນນັ້ນ ຍັງມີໜ້ອຍ ແລະ ທາງລັດຖະບານ ຈະປຸກລະດົມ ຮັບບໍລິຈາກເລືອດ ໃນທົ່ວປະເທດ ໃຫ້ໄດ້ 73,000 ຖົງ ໃນປີ 2024 ເຖິງແມ່ນວ່າ ສະພາບໂຕຈິງ ຈະປະເຊີນ ກັບສິ່ງທ້າທາຍຫຼາຍດ້ານກໍຕາມ. ດັ່ງທ່ານກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 27 ມິຖຸນາ ທີ່ຜ່ານມານີ້ວ່າ:
“ມັນກໍຊິມີບັນຫາ ກໍຄື ເຮົາບໍ່ມີເລືອດ ແກ້ໄຂ ແລ້ວພີ່ນ້ອງເພິ່ນ. ເພິ່ນກໍຊອກເອົາພີ່ນ້ອງເຂົາເຈົ້າ ເລືອດເອົາອອກໃຫ້, ຫັ້ນນ່າ. ບາງຄົນແມ່ນ ຂໍມາ 2 ຖົງ ພີ່ນ້ອງເພິ່ນ ກໍເອົາມາ 3-4 ຄົນ ຫຍັງຫັ້ນນ່າ. ໂຕເລຂຫຼັກໆ ສ່ວນຫຼາຍ ຢູ່ໃນສະຖາບັນເລືອດເຮົາ ແມ່ນສ່ວນຫຼາຍ ຈະແມ່ນໂຕເລຂ ມາເອົາອອກໃຫ້ພີ່ນ້ອງ ຈະຫຼາຍກວ່າ ແບບສະໝັກໃຈ. ແຕ່ລະປີ, ເຮົາຈະເຮັດໂຕເລຂ ເພີ່ມຂຶ້ນເລື້ອຍໆນ່າ ໃຫ້ມັນບັນລຸເລື້ອຍໆ. ຢູ່ລາວເຮົາ ໂລກໂຊຊ້ຽວ ການໂຄສະນາ ແບບທາງໂລກອອນລາຍນ໌ ຍັງບໍ່ຫຼາຍກວ່າ ມັນກໍເວົ້າເລື້ອງເຮັດວຽກປະຈຳວັນຢູ່ແລ້ວ ທາງແພດເຮົາ ຍັງຈະເອົາເວລາ ເຮັດສື່ໂຄສະນາອີ່ຫຍັງ ມັນກໍຊິບໍ່ມີເວລາເລີຍ, ຫັ້ນນ່າ.”
ຢູ່ແຂວງຫົວພັນ ໃນປີ 2023, ມີຜູ້ບໍລິຈາກເລືອດ ບໍ່ບັນລຸຄາດໝາຍ 1,000 ຖົງ ແລະ ໄດ້ມີພຽງແຕ່ 800 ປາຍຖົງ ເທົ່ານັ້ນ. ດັ່ງນັ້ນ, ໃນປີ 2024 ນີ້ ແຂວງຫົວພັນ ຈະຕ້ອງໄດ້ປຸກລະດົມ ໃຫ້ມີຜູ້ບໍລິຈາກເລືອດ ໄດ້ຕາມຄາດໝາຍ, ເຊິ່ງຖືເປັນສິ່ງທ້າທາຍ ຂອງແຂວງ ຍ້ອນງົບປະມານ ເພື່ອປຸກລະດົມ ສ້າງຄວາມເຂົ້າໃຈ ແລະ ເຊີນຊວນປະຊາຊົນ ໃຫ້ມາບໍລິຈາກເລືອດ ເພື່ອຊ່ອຍຊີວິດມະນຸດ ມີຈຳກັດ. ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງຫົວພັນ ກ່າວກ່ຽວກັບເລື້ອງນີ້ ໃນມື້ດຽວກັນນັ້ນວ່າ:
“ປະຊາຊົນ ລະແມ່ນສ່ວນຫຼາຍ ເຂົາເຈົ້າຈະບໍລິຈາກ ແຕ່ເວລາທີ່ຈຳເປັນເນາະ ທາງສູນເຮົາ ບໍ່ມີເລືອດໃຫ້, ຫັ້ນນ່າ ແລ້ວເຂົາເຈົ້າ ຈຶ່ງບໍ່ຈຳເປັນ ຕ້ອງໄດ້ບໍລິຈາກ, ປະຊາຊົນເນາະ. ສຳລັບເຮົາ ເວົ້າເລື້ອງການເຂົ້າວຽກງານ ໂຄສະນາປຸກລະດົມ ແມ່ນເຮົາຍັງບໍ່ທັນໄດ້ ເຂົ້າຮອດປະຊາຊົນ ຮອດບ້ານ, ຫັ້ນນ່າ. ເຮົາບໍ່ເຂົ້າເຖິງ, ແລ້ວເຂົາເຈົ້າບໍ່ເຂົ້າໃຈເນາະ. ບາດນີ້ ລູກເຂົາເຈົ້າໄປເຂົ້າໂຮງຮຽນ, ຫັ້ນນ່າເນາະ ກໍຫຼາຍຄົນ ພໍ່ແມ່ເຂົາເຈົ້າ ບໍ່ໃຫ້ເອົາອອກ ວ່າຊັ້ນສາ. ການເຄື່ອນໄຫວຊີວິດໂຕຈິງ ເຂົາເຈົ້າເຮັດໄຮ່ ເຮັດນາເນາະ ຄິດວ່າ ເອົາເລືອດອອກ, ຫັ້ນນ່າ ຈະເຮັດໃຫ້ສຸຂະພາບ ອ່ອນເພຍເປ້ຍຫຼ່ອຍ ຫຼືວ່າເລືອດໜ້ອຍ, ຫັ້ນນ່າ. ເຮົາກໍໂຄສະນາໄປ ຕາມຫຼັກວິທະຍາສາດຫັ້ນແຫຼະ. ເລືອດ ມັນກໍມີການຜລິດ, ການເກີດ, ການຕາຍ ທຸກໆວິນາທີ, ຫັ້ນນ່າເນາະ. ເຮົາບໍລິຈາກ ທຸກຢົດ-ທຸກຢາດ ມັນຈະຜລິດຂຶ້ນມາ ທົດແທນຄືເກົ່າເນາະ ໃນເວລາບໍ່ພໍເທົ່າໃດ.”
ສ່ວນຢູ່ແຂວງວຽງຈັນ ຜູ້ບໍລິຈາກເລືອດ ໃນປີ 2023 ທີ່ຜ່ານມາ, ກໍຫຼຸດຄາດໝາຍ ຄືກັນ ແລະ ໃນປີ 2024 ນີ້ ແຂວງວຽງຈັນ ມີແຜນຄາດໝາຍສູ້ຊົນ ໃຫ້ມີຜູ້ບໍລິຈາກເລືອດ ທັງໝົດ 3,800 ຖົງ, ເຊິ່ງເປັນສິ່ງທ້າທາຍ ຂອງແຂວງ ຍ້ອນເຫດຜົນດຽວ ກັບແຂວງຫົວພັນ. ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງວຽງຈັນ ຂະຫຍາຍຄວາມ ຕໍ່ເລື້ອງນີ້ ໃນມື້ດຽວກັນນັ້ນວ່າ:
“ເຮົາສາມາດເຈາະ ເກັບເລືອດນອກສູນໄດ້ ປະມານ 1,900 ຖົງ. ແລ້ວໃນສູນ ໄດ້ປະມານ 1,000 ປາຍອ່ອນໆ ນີ້ແຫຼະ. ຫຼຸດຄາດໝາຍ ທີ່ວ່າທາງສະຖາບັນເລືອດ ວາງໄວ້. ແຕ່ວ່າ ສ່ວນຫຼາຍ ອັນມາບໍລິຈາກໃຫ້ສູນນີ້ ກະເປັນບໍລິຈາກ ແບບພີ່ນ້ອງ. ສຳລັບແຜນ ຂອງແຂວງວຽງຈັນ ລະແມ່ນ 3,800 ຖົງ. ສ່ວນຫຼາຍລະແມ່ນ ພວກເຮົາຮັບ ລະແມ່ນຕາມໂຮງຮຽນເນາະ. ແລ້ວຕົກມາປີນີ້ ລະແມ່ນເກນອາຍຸ 17 ປີ ລະແມ່ນມີໜ້ອຍ ນັກຮຽນ, ຫັ້ນນ່າ. ແລ້ວແມ່ນຈຳນວນຜູ້ບໍລິຈາກ ແມ່ນຫຼຸດລົງ. ເກນອາຍຸບໍລິຈາກເລືອດ ລະແມ່ນອາຍຸ 17 ປີຂຶ້ນໄປ ນ້ຳໜັກນີ້ແມ່ນ 45 ກິໂລ.”
ຊາວລາວທ່ານໜຶ່ງ ຈາກແຂວງສະຫວັນນະເຂດ ກ່າວວ່າ ໂຕທ່ານເອງ ໄປບໍລິຈາກເລືອດ ເມື່ອປີກາຍ, ແຕ່ສ່ວນຫຼາຍ ພາຍໃນບ້ານ ຂອງທ່ານເອງ ບໍ່ນິຍົມ ໄປບໍລິຈາກເລືອດຍ້ອນວ່າ ພາກສ່ວນທີ່ກ່ຽວຂ້ອງ ບໍ່ລົງມາໂຄສະນາ ໃຫ້ປະຊາຊົນ ໄປບໍລິຈາກເລືອດ ຈຶ່ງເຮັດໃຫ້ປະຊາຊົນ ພາຍໃນບ້ານ ບໍ່ໄປບໍລິຈາກເລືອດ ຍ້ອນເສຍເວລາເດີນທາງ, ເສຍເວລາເຮັດວຽກ ແລະ ບໍ່ມີເງິນ ໃສ່ນ້ຳມັນພາຫະນະ ເພື່ອໄປບໍລິຈາກເລືອດ. ດັ່ງທ່ານກ່າວ ໃນມື້ດຽວກັນນັ້ນວ່າ:
“ແນວນີ້ ເພາະວ່າ ຫຼາຍປີເນາະ ເພິ່ນຈັ່ງມາເທື່ອໜຶ່ງ ລະກະຄັນບໍ່ມີມາ ເຂົາກໍບໍ່ເອົາອອກເນາະ ທັງບໍ່ມີງົບປະມານ. ການບໍລິຈາກເລືອດ, ຫັ້ນນ່າ ມັນກະເສຍເວລາຫັ້ນແຫຼະ ຄັນວ່າເຮົາໄປໂຕເມືອງ, ຫັ້ນນ່າ ເພາະວ່າ ມັນກໍຫ່າງໄກ ຈາກໂຕເມືອງແດ່ເນາະ. ເພິ່ນກໍບໍ່ຄ່ອຍປະກາດວ່າ ເອີ່, ບໍລິຈາກເລືອດ ອີ່ຫຍັງ, ຫັ້ນນ່າ ເພາະວ່າ ເພິ່ນລົງມາປະຈຳ ເພິ່ນກໍບໍ່ໄດ້ວ່າແນວໃດໄດ໋ ກ່ຽວກັບເລືອດນີ້ນ່າ.”
ສຳລັບປີ 2024 ແຜນການຄາດໝາຍສູ້ຊົນ ໃນການປຸກລະດົມ ການບໍລິຈາກເລືອດ ທົ່ວປະເທດລາວ ຕາມທີ່ສະພາແຫ່ງຊາດ ຮັບຮອງໄວ້ ຕ້ອງໃຫ້ບັນລຸ 73,000 ຖົງນັ້ນ, ແມ່ນໄດ້ແບ່ງໂຄຕ້າ ໃຫ້ແຕ່ລະແຂວງປະຕິບັດ ເພື່ອໃຫ້ໄດ້ຕາມເປົ້າໝາຍ ຂອງອົງການອະນາໄມໂລກ ທີ່ກຳນົດໄວ້ 1% ຂອງຈຳນວນປະຊາກອນ ຂອງປະເທດ.