ປະຊາຊົນເດືອດຮ້ອນ ນຳກິ່ນເໝັນຂີ້ເຫຍື້ອ ຈາກຕລາດລາວ 450 ປີ

ສຸພັດຕາ
2024.02.08
ປະຊາຊົນເດືອດຮ້ອນ ນຳກິ່ນເໝັນຂີ້ເຫຍື້ອ ຈາກຕລາດລາວ 450 ປີ ກອງຂີ້ເຫຍື້ອຂນາດໃຫຍ່ ຈາກຕລາດລາວ 450 ປີ ສົ່ງກິນເໝັນລົບກວນຊາວບ້ານທີ່ຢູ່ໃກ້ຄຽງ, ນະຄອນຫຼວງວຽງຈັນ ວັນທີ 7 ກຸມພາ 2024.
ຂໍຂອບໃຈຮູບພາບຈາກວິດີໂອ ເຟສບຸກຄ໌ເພຈ Hedkanbarnmeung.

ວັນທີ 7 ກຸມພາ 2024 ປະຊາຊົນ ສ່ອງແສງໄປຫາ ສື່ມວນຊົນລາວ ໂດຍເຟສບຸກຄ໌ເພຈ ເຫດການບ້ານເມືອງ “Hedkanbarnmeuangວ່າ ປະຊາຊົນເຂດໃກ້ຄຽງ ໄດ້ຮັບຜົລກະທົບ ຈາກກິ່ນເໝັນ ຂອງກອງຂີ້ເຫຍື້ອ ຢູ່ທາງຫຼັງຕລາດລາວ 450 ປີ ບ້ານສະພັງເມິກ, ເມືອງໄຊທານີ ນະຄອນຫຼວງວຽງຈັນ, ຕາມຄວາມເວົ້າ ຂອງປະຊາຊົນ ໂດຍກ່າວຜ່ານຄລິບວິດີໂອ ທີ່ບັນທຶກພາບກອງຂີ້ເຫຍື້ອ ສົ່ງກິ່ນເໝັນ ຢູ່ທາງຫຼັງຕລາດລາວ 450 ປີ ໃນວັນທີ 7 ກຸມພາ ທີ່ຜ່ານມາ ນີ້ວ່າ:

ຂີ້ເຫຍື້ອຕລາດລາວ. ເຄີຍເຮັດເອກະສານຮອດ ຍທຂ ນະຄອນຫຼວງ ແຕ່ວ່າ ບໍ່ເຄີຍໄດ້ມາແກ້ໄຂ. ເດືອດຮ້ອນ ຜູ້ທີ່ຢູ່ທາງຫຼັງຕລາດ. ສົ່ງກິນເໝັນ.”

ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາປະຊາຊົນ ທີ່ໄປຊື້ເຄື່ອງ ຢູ່ຕລາດລາວ 450 ປີ ກ່າວວ່າ ຂີ້ເຫຍື້ອຢູ່ຫຼັງຕລາດ ລາວ 450 ປີ ມີກິ່ນເໝັນແທ້ ໂດຍສະເພາະ ໄລຍະ 5-10 ແມັດ ແລະສ່ວນໃຫຍ່ ເປັນຂີ້ເຫຍື້ອ ຈາກຕລາດລາວ 450 ປີ ຈຶ່ງຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ແກ້ໄຂບັນຫານີ້.

ດັ່ງທ່ານ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 8 ກຸມພາ ນີ້ວ່າ:

ບໍຣິເວນທີ່ວ່າ ໄລຍະ 5 ແມັດ ມັນອາຈຊິມີກິ່ນ ແຕ່ວ່າ ບ່ອນກອງຂີ້ເຫຍືອຫັ້ນ ຕອນນີ້ ມັນເປັນທົ່ງນາ ແລ້ວເຂົາຖົມດິນເນາະ. ຖົມດິນ ແລ້ວມັນເປັນດິນເປົ່າວ່າງ. ທາງຕລາດເຂົາກໍເລີຍ ເອົາຂີ້ເຫຍື້ອໄປຖິ້ມ. ໄປຕາກ ໄປຫຍັງຫັ້ນແຫຼະ. ກໍຊິມີຄົນເກັບມ້ຽນແນ່ ທາງຕລາດເຂົາຊິຈັດສັນແບບ ມ້ຽນຂີ້ເຫຍື້ອເອງເລີຍ ຈະບໍ່ໄດ້ໃຫ້ເອົາຣົຖ. ຣົຖມາເອົາຫັ້ນນ່າ ເພາະວ່າເຂົາຊິເກັບອອກຈາກຕລາດ. ແລ້ວກໍໄປຖິ້ມ ຢູ່ຂ້າງບ່ອນທີ່ວ່າ ເຂົາເຈົ້າຖົມດິນ ເປັນທົ່ງນາເນາະ. ຢູ່ແຖວນັ້ນ ມັນຈະບໍ່ຄ່ອຍມີເຮືອນປະຊາຊົນດອກ ມັນມີແຕ່ເປັນທົ່ງນາ. ຍາວໄປເລີຍນ່າ ກໍໃຫ້ທາງນະຄອນຫຼວງຫັ້ນ ລົງມາເບິ່ງໂຕຈິງເລີຍກໍໄດ້ ວ່າຂີ້ເຫຍື້ອເຂົາຖິ້ມແນວໃດ ເຂົາບໍຣິຫານຖືກບໍ່ ຫັ້ນແຫຼະ.”

ຜູ້ທີ່ຮູ້ ກ່ຽວກັບເຣື່ອງນີ້ ກ່າວຄືກັນວ່າ ຂີ້ເຫຍື້ອຢູ່ທາງຫຼັງຕລາດລາວ 450 ປີ ຫຼາຍແທ້ ແຕ່ຖ້າໃຫ້ເວົ້າວ່າ ສົ່ງກິ່ນຮ້າຍແຮງບໍໍ ກໍບໍ່ປານນັ້ນ ແຕ່ວ່າ ກໍຄວນແກ້ໄຂ ເຖິງແມ່ນວ່າ ກອງຂີ້ເຫຍື້ອດັ່ງກ່າວ ຈະບໍ່ໄດ້ຢູ່ໃກ້ເຮືອນ ຂອງປະຊາຊົນ ຈໍານວນຫຼາຍກໍຕາມ ທັງນີ້ ກໍເພື່ອປົກປັກຮັກສາສິ່ງແວດລ້ອມ.

ດັ່ງທ່ານກ່າວ ໃນມື້ດຽວກັນນີ້ວ່າ:

“ໂອ້ຫຼາຍ ຫຼາຍແທ້ຫຼາຍວ່າ ໄດ້ສເນີເຂົາວ່າ ເຮັດຈັ່ງໃດ໋ ຕ້ອງໄດ້ຖິ້ມທຸກມື້ ທຸກມື້ບາດນີ້ ເຂົາເອົາໄປທາງຫຼັງ ຂີ້ເຫຍື້ອຕລາດບໍ່ມາແຕ່ໃສດອກ. ເປັນຂີ້ປາ, ເປັນເຄື່ອງເສດຫັ້ນແຫຼະໄປ໋. ຜັກຫຍ້າ ມັນຂາຍບໍ່ໝົດ ບໍ່ຫຍັງ. ເຂົາກໍຖິ້ມຫັ້ນແຫຼະ ມັນກໍຫໄກຢູ່ ແຕ່ກໍຮ້າຍແຮງແທ້. ກໍບໍ່ຮ້າຍແຮງ ແຕ່ວ່າຜ່ານໄປ ກະຮູ້ສຶກແຫຼະ ວ່າຊິໄປຢູ່ໃໝ່. ເຂົາກະສເນີໃຫ້ແກ້ໄຂ ໃຫ້ພວກເຂົາປຸກເຮືອນ ປຸກຊານໃໝ່ ຢູ່ໃກ້ຄຽງ ແຕ່ວ່າມັນຕ້ອງໄດ້ແກ້ ເຖິງວ່າໄກກະດາຍ.”

ດ້ານແມ່ຄ້າ ໃນຕລາດລາວ 450 ປີ ຈໍານວນ 3 ຄົນ ກ່າວວ່າ ຂີ້ເຫຍື້ອຈາກຮ້ານຂາຍເຄື່ອງ ຂອງແຕ່ລະຄົນ ຈະເອົາໄປຖິ້ມ ຕາມຈຸດທີ່ຕລາດກໍານົດ ແລ້ວທາງຕລາດ ຈະເປັນຜູ້ມາເກັບຂີ້ເຫຍື້ອເຫຼົ່ານັ້ນ ໄປທໍາລາຍເອງ ພ້ອມແນະນໍາ ໃຫ້ວິທຍຸເອເຊັຽເສຣີ ໄປຕິດຕໍ່ຫາເຈົ້າຂອງຕລາດໂດຍຕຣົງ.

ດັ່ງແມ່ຄ້າ ໃນຕລາດລາວ 450 ປີ ກ່າວໃນມື້ດຽວກັນນີ້ວ່າ:

ເພາະວ່າ ເຮົາຈະຖິ້ມເປັນຈຸດ ເປັນຈຸດໆ ເຂົາເຈົ້າມາເກັບເອງ. ເຮົາກໍບໍ່ຮູ້ນ່າເອື້ອຍ ແຕ່ວ່າ ເຮົາເປັນແມ່ຄ້າຂາຍເຄື່ອງ ຢູ່ຕລາດລາວຊື່ໆນ່າ. ເຈົ້າ! ລົມເຈົ້າຂອງຕລາດເລີຍແມ້ະ.”

ດ້ານເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຈາກຕລາດລາວ 450 ປີ ໄດ້ຮັບຮູ້ເຣື່ອງດັ່ງກ່າວ ພາຍຫຼັງ ວິທຍຸເອເຊັຽເສຣີ ໄດ້ແຈ້ງບັນຫາດັ່ງກ່າວໄປ ພ້ອມຊີ້ແຈງວ່າ ຂີ້ເຫຍື້ອຫຼາຍຕາມທີ່ເຫັນນັ້ນ ຍ້ອນຣົຖເກັບກູ້ຂີ້ເຫຍື້ອ ບໍ່ມາເກັບຂີ້ເຫຍື້ອ ຂະນະທີ່ ຫຼ້າສຸດເຈົ້າໜ້າທີ່ ກໍາລັງເລັ່ງປະສານເອົາຣົຖມາເກັບກູ້ຂີ້ເຫຍື້ອ.

ດັ່ງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຈາກຕລາດລາວ 450 ປີ ກ່າວໃນມື້ດຽວກັນນີ້ວ່າ:

ໂຕນີ້ ເຮົາລົມກັບທີມງານຂອງເຮົາແລ້ວເດີ້. ສາເຫດທີ່ຂີ້ເຫຍຶື້ອ ເຕັມຢູ່ຫັ້ນເນາະ ເພາະວ່າ ຣົຖຂີ້ເຫຍື້ອເພິ່ນບໍ່ມາເອົານ່າ. ເຮົາໂທເລ່ັງເພິ່ນຫຼາຍເທື່ອແລ້ວ ແລ້ວຕອນນີ້ເຮົາກໍາລັງ ລົມກັບເພິ່ນອີກເທື່ອນຶ່ງ ກັບພວກທີ່ມາເອົາຂີ້ເຫຍື້ອນ່າ.”

ນອກຈາກນີ້ ເຈົ້າໜ້າທີ່ທີ່ກ່ຽວຂ້ອງຂັ້ນທ້ອງຖິ່ນ ກ່າວວ່າ ຫາກປະຊາຊົນທ່ານໃດ ພົບບັນຫາ ຂີ້ເຫຍື້ອຢູ່ຫຼັງຕລາດລາວ 450 ປີ ສົ່ງກິ່ນເໝັນ ສາມາດນໍາຣາຍລະອຽດ ສົ່ງໄປຍັງອໍານາດການປົກຄອງບ້ານໄດ້ ເພື່ອຈະໄດ້ດໍາເນີນການແກ້ໄຂຕໍ່ໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.