ມີການກວດພົບ ໄຂ້ຫວັດສັດປີກ (H5N1) ໃນນະຄອນຫຼວງວຽງຈັນ

ສຸພັດຕາ
2024.02.05
ມີການກວດພົບ ໄຂ້ຫວັດສັດປີກ (H5N1) ໃນນະຄອນຫຼວງວຽງຈັນ ນີ້ເປັນພຽງຮູບປະກອບ: ການຄ້າຂາຍສັດປີກ ທີ່ຕລາດແຫ່ງນຶ່ງ ໃນ ສປປ ລາວ. ເດືອນກໍຣະກະດາ ປີ 2023.
RFA

ໃນວັນທີ 2 ກຸມພາ 2024 ທີ່ຜ່ານມາ, ກົມລ້ຽງສັດ ແລະການປະມົງ ກະຊວງກະສິກັມ ແລະປ່າໄມ້ ໄດ້ມີໜັງສື ແຈ້ງໄປຍັງຜແນກກະສິກັມ ແລະປ່າໄມ້ ນະຄອນຫຼວງວຽງຈັນ ເຣື່ອງການກວດພົບເຊື້ອພະຍາດ ໄຂ້ຫວັດສັດປີກ ສາຍພັນ H5N1 ຢູ່ຕລາດ ດ່ານຊ້າງ (ດົງໝາກຄາຍ) ບ້ານດ່ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ. ໂດຍມີເນື້ອໃນ ວ່າ ໃນວັນທີ 23 ມົກກະຣາ 2024, ສູນວິໄຈພະຍາດສັດ ໄດ້ຮັບໂຕຢ່າງ ສະວັບ (Swap) ຜົ້ງປາກໄກ່ ແລະເປັດ ຈຳນວນ 65 ໂຕຢ່າງ. ຫຼັງຈາກ ຜ່ານການວິໄຈດ້ວຍເຕັກນິກ Real Time PCR ປະກົດວ່າ ພົບເຊື້ອພະຍາດໄຂ້ຫວັດສັດປີກ ສາຍພັນ H5N1 ຈຳນວນ 30 ໂຕຢ່າງ. ຈຶ່ງໄດ້ລົງເກັບໂຕຢ່າງ ເພື່ອກວດຢັ້ງຢືນຕື່ມ ອີກຈຳນວນ 11 ໂຕຢ່າງ ພົບເຊື້ອພະຍາດໄຂ້ຫວັດສັດປີກ ສາຍພັນ H5N1 ຈຳນວນ 5 ໂຕຢ່າງ ແລະ H9N2 ຈຳນວນ 5 ໂຕຢ່າງ. ທັງນີ້, ຍັງບໍ່ທັນມີຣາຍງານຕື່ມວ່າ ມີຊາວບ້ານ ຕິດເຊື້ອພະຍາດໄຂ້ຫວັດສັດປີກ ຈາກໄກ່ ແລະເປັດເຫຼົ່ານີ້ແລ້ວ ຫຼືບໍ່.

ກ່ຽວກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ໄດ້ສອບຖາມໄປຍັງ ຊາວບ້ານຜູ້ລ້ຽງສັດປີກ ນາງນຶ່ງ ຢູ່ນະຄອນຫຼວງວຽງຈັນ. ນາງກ່າວວ່າ ໂຕໄກ່ ແລະເປັດ ທີ່ນາງລ້ຽງໄວ້ ແມ່ນສັດປີກ ທີ່ນຳເຂົ້າມາຈາກປະເທດໄທຍທັງໝົດ ຊຶ່ງສັດປີກເຫຼົ່ານີ້ ຈະຖືກສັກວັກຊີນກັນພະຍາດ ເຮັດໃຫ້ ມີຄວາມແຂງແຮງ ທົນທານຕໍ່ພະຍາດຕ່າງໆໄດ້ ຈຶ່ງໝັ້ນໃຈວ່າ ສັດປີກທີ່ນາງລ້ຽງ ໜ້າຈະສາມາດຢູ່ລອດ ໃນໄລຍະການແຜ່ຣະບາດ ຂອງພະຍາດໄຂ້ຫວັດສັດປີກໄດ້.

ດັ່ງທີ່ທ່ານ ກ່າວໃນມື້ວັນທີ 5 ກຸມພາ 2024 ນີ້ວ່າ:

ໂຕໄກ່ທີ່ເຮົານຳເຂົ້າມາ ບໍ່ຄ່ອຍມີບັນຫາຫຍັງ ເພາະວ່າມັນຮັບວັກຊີນ ຄົບຕາມໂປຣແກຣມ ແລ້ວເຈົ້າ. ແມ່ນ, ຕັ້ງແຕ່ມໍ່ມາລ້ຽງ ຢູ່ຟາມແລ້ວເຈົ້າ. ໂຕເປັດກະຄືກັນ, ໂຕເປັດກະ ຄືເປັດໄລ່ທົ່ງທີ່ເຮົານຳເຂົ້າມາ ກະຮັບວັກຊີນມາຄົບແລ້ວ ກະບໍ່ຄ່ອຍມີບັນຫາຫຍັງເຈົ້າ. ຟາມທີ່ຊື້ໄປ ສ່ວນຫຼາຍເຂົາກໍເຮັດຟາມເປີດ ບໍ່ມີຟາມປິດດອກຢູ່ບ້ານເຮົານ່າ, ມີ ກະມີໜ້ອຍ.”

ທາງດ້ານ ຊາວບ້ານຜູ້ລ້ຽງສັດປີກ ອີກຜູ້ນຶ່ງ ຢູ່ນະຄອນຫຼວງວຽງຈັນ ກ່າວວ່າ ລາວກໍຕ້ອງໄດ້ໃສ່ວັກຊີນກັນພະຍາດ ມາແຕ່ໂຕສັດຍັງນ້ອຍ ເພື່ອໃຫ້ສັດປີກຂອງລາວ ມີຄວາມແຂງແຮງຕໍ່ພະຍາດ ຕ່າງໆເຊັ່ນດຽວກັນ. ຢ່າງໃດກໍຕາມ, ເຂົາເຈົ້າກໍຕ້ອງໄດ້ນຳເຂົ້າສັດປີກ ປະເພດໄກ່ ແລະເປັດ ມາຈາກປະເທດວຽດນາມ ຍ້ອນຈຳນວນໄກ່ ແລະເປັດ ທີ່ຢູ່ພາຍໃນປະເທດ ບໍ່ພຽງພໍຕໍ່ຄວາມຕ້ອງການ ຂອງຕລາດຜູ້ລ້ຽງສັດປີກລາວ.

ດັ່ງທີ່ລາວ ກ່າວວ່າ:

ໂອ້ແມ່ນໄດ້ໃສ່ ມັນຕ້ອງໃສ່ຕັ້ງແຕ່ອະນຸບານ. ແລ້ວກະໃສ່ອັ່ນຢາ ຢອດແຕ່ໄລຍະໆ ນີ້ນ່າ ມັນກະມີຢາຂອງມັນ. ຊ່ວງນີ້ມັນກະຍາກໜ້ອຍນຶ່ງ ເພາະວ່າ ສ່ວນຫຼາຍມັນຈະເປັນໄກ່ນຳເຂົ້າເໝິດ. ມັນບໍ່ໄດ້ເຮັດຟັກເອງນ່າ ມັນມີກະບໍ່ທັນຂາຍ ຕ້ອງໄດ້ນຳເຂົ້າ. ເພາະເຮົາຂາຍທຸກມື້ ຂາຍຈຳນວນຫຼາຍນ່າ.”

ຂະນະທີ່ ຜູ້ປະກອບການຂາຍຢາປິ່ນປົວສັດລ້ຽງ ຜູ້ນຶ່ງ ຢູ່ນະຄອນຫຼວງວຽງຈັນ ກ່າວວ່າ ລາວໄດ້ຮູ້ ກ່ຽວກັບເຣື່ອງນີ້ແລ້ວ ແຕ່ກໍຍັງບໍ່ທັນເຫັນ ການຣະບາດຂອງພະຍາດໄຂ້ຫວັດສັດປີກ ໃນຂົງເຂດບ້ານຂອງລາວ. ແຕ່ກໍມີການແຜ່ຣະບາດ ຂອງພະຍາດຕາມຣະດູການ ເປັນຕົ້ນ ພະຍາດອະຫິວາສັດປີກ ຊຶ່ງສາມາດໃຊ້ຢາປິ່ນປົວໄດ້ ແລະຕ້ອງໄດ້ແຍກສັດ ທີ່ເຈັບເປັນອອກກັນ ເພື່ອປ້ອງກັນພະຍາດ ບໍ່ໃຫ້ລຸກລາມພາຍໃນຄອກ.

ດັ່ງທີ່ລາວ ກ່າວວ່າ:

ມັນເປັນເບິດຝູງນີ້ ມັນຕ້ອງໃຊ້ຢາ ສະເປລາ. ແຍກ (ສັດລ້ຽງ) ອອກໆ. (ລາຄາ) 50,000 ກີບ ປະສົມຂື້ນກັບວ່າຂອງເຮົາເນາະ ຫຼາຍປານໃດ ສັດລ້ຽງເຮົາ. ບ່ວງນຶ່ງຕໍ່ (ນ້ຳ) 3 ລິດ.”

ຕໍ່ກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ພະຍາຍາມຕິດຕໍ່ໄປຫາ ສູນວິໄຈພະຍາດສັດ ກົມລ້ຽງສັດແລະການປະມົງ ກະຊວງກະສິກັມ ແລະປ່າໄມ້ ແຕ່ບໍ່ມີຜູ້ໃດຮັບສາຍ. ຢ່າງໃດກໍຕາມ, ນັກຊ່ຽວຊານດ້ານການລ້ຽງສັດປີກ ທ່ານນຶ່ງ ຊຶ່ງບໍ່ປະສົງອອກຊື່ ແລະຕຳແໜ່ງ ກ່າວວ່າ ລັກສະນະອາການ ຂອງພະຍາດໄຂ້ຫວັດສັດປີກ ແມ່ນມີຄວາມຄ້າຍຄື ກັບພະຍາດໄຂ້ຫວັດໜ້າບວມ ແລະພະຍາດອະຫິວາສັດປີກ ເຮັດໃຫ້ໄຈ້ແຍກໄດ້ຍາກ, ແຕ່ພະຍາດໄຂ້ຫວັດສັດປີກ ຈະມີຄວາມຮຸນແຮງຫຼາຍ ເຮັດໃຫ້ສັດລ້ຽງ ລົ້ມຕາຍຫຼາຍຢ່າງໄວວາ.

ດັ່ງທີ່ທ່ານ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

ໄຂ້ຫວັດສັດປີກ ນີ້ມັນຄ້າຍໆ ກັບພວກຫວັດ ໜ້າບວມນ່າ ຄ້າຍໆພວກອະຫິວາເນາະ. ແຕ່ວ່າອາການມັນເປັນ, ມັນຈະຕາຍ ຈະຕາຍຫຼາຍບາດດຽວຫັ້ນນ່າ. ແຕ່ວ່າ ຄັນເປັນອະຫິວາ ທັມມະດານີ້ຫັ້ນຈະສັງເກດງ່າຍ ຄືຈະມີຂີ້ຂາວບົນຂ້ຽວຫັ້ນເນາະ ບາງໂຕຫັ້ນນ່າ.”

ທ່ານກ່າວອີກວ່າ ທີ່ຜ່ານມາ, ປະເທດລາວ ເຄີຍປະສົບກັບ ການແຜ່ຣະບາດ ຂອງພະຍາດໄຂ້ຫວັດສັດປີກ ມາໃນປີ 2004 ແຕ່ໃນໄລຍະປັດຈຸບັນ ຈະມີການແຜ່ຣະບາດ ຂອງພະຍາດອະຫິວາສັດປີກ ເປັນສ່ວນຫຼາຍ ຊຶ່ງເປັນພະຍາດຕາມຣະດູການ ຍ້ອນສະພາບ ອາກາດໜາວເຢັນ ເຮັດໃຫ້ສັດປີກທີ່ລ້ຽງ ອາຈມີອາການປ່ວຍຕາຍໄດ້ ຊຶ່ງຜູ້ລ້ຽງ ຈະຕ້ອງໄດ້ແຍກສັດລ້ຽງ ທີ່ເຈັບເປັນອອກຈາກກັນ ເພື່ອສັງເກດອາການ ແລະໄຈ້ແຍກໃນເບື້ອງຕົ້ນ ວ່າ ເປັນອາການ ຂອງພະຍາດອະຫິວາສັດປີກ ຫຼືພະຍາດໄຂ້ຫວັດສັດປີກ ໂດຍຈະຕ້ອງປຶກສານຳສັດຕະວະແພດ ຢ່າງໃກ້ຊິດ. ໂດຍການບົ່ງພະຍາດ ໄຂ້ຫວັດສັດປີກ ຕ້ອງໃຊ້ວິທີກວດເຊື້ອ ໃນສູນວິໄຈ ຫຼື ຫ້ອງກວດເຊື້ອພະຍາດ ໂດຍສະເພາະເທົ່ານັ້ນ.

ທັງນີ້, ໃນໜັງສືຂອງກົມລ້ຽງສັດ ແລະການປະມົງ ກະຊວງກະສິກັມ ແລະປ່າໄມ້ ດັ່ງກ່າວ ລະບຸໃຫ້ພາກສ່ວນກ່ຽວຂ້ອງ ຈັດຕັ້ງປະຕິບັດມາຕການສະກັດກັ້ນ ແລະຄວບຄຸມການຣະບາດ ຂອງພະຍາດໄຂ້ຫວັດສັດປີກດັ່ງກ່າວ ເປັນຕົ້ນ ຫ້າມເຄື່ອນຍ້າຍສັດປີກ, ຫ້າມບໍຣິໂພກສັດປີກ ທີ່ເຈັບເປັນ ຫຼືຕາຍຍ້ອນພະຍາດດັ່ງກ່າວ, ໃຫ້ກຳຈັດສັດປີກທີ່ຕາຍ ດ້ວຍການເຜົາ ຫຼື ຝັງ, ໃຫ້ຂ້າທຳລາຍ ສັດປີກທີ່ຕິດເຊື້ອ, ຈຳກັດຂອບເຂດຣັດສະໝີ ເພື່ອຕັດວົງຈອນການແຜ່ເຊື້ອພະຍາດ ແລະ ເຮັດອະນາໄມ ສີດພົ່ນຢາຂ້າເຊື້ອ ຫຼື ໂຮຍປູນຂາວ ໃສ່ຄອກສັດ ໃຫ້ທົ່ວເຖິງ.

ນອກຈາກນີ້, ໃຫ້ຜແນກກະສີກັມ ແລະປ່າໄມ້ ນະຄອນຫຼວງວຽງຈັນ ປະສານສົມທົບກັບ ຫ້ອງການກະສິກັມແລະປ່າໄມ້ເມືອງ, ອຳນາດການປົກຄອງບ້ານ ແລະສັດຕະວະແພດບ້ານ ສອບສວນຫາສາເຫດການຣະບາດ ແລະປະສານກັບ ຂແນງການສາທາຣະນະສຸຂ ນະຄອນຫຼວງວຽງຈັນ ແລະເມືອງ ລົງໂຄສະນາ ເຜີຍແຜ່ກ່ຽວກັບຄວາມອັນຕະຣາຍ ຂອງພະຍາດໄຂ້ຫວັດສັດປີກ ສາຍພັນ H5N1 ນຳດ້ວຍ.

ໄລຍະຜ່ານມາ, ຊາວບ້ານຜູ້ລ້ຽງໄກ່ ກໍປະສົບບັນຫາ ພະຍາດອະຫິວາສັດປີກ ຫຼືພະຍາດຕາຍຫ່າ ແຜ່ຣະບາດໃນຊ່ວງຣະດູແລ້ງ ໃນໄລຍະກາງເດືອນ ຫາທ້າຍເດືອນກຸມພາ 2023 ຍ້ອນສະພາບອາກາດໜາວເຢັນ. ໂດຍໄກ່ທີ່ຕິດເຊື້ອດັ່ງກ່າວ ຈະມີອາການຂີ້ມູກໄຫຼ ເປັນໄຂ້, ໜາວສັ່ນ ແລະງ່ວມເຫງົາ ບໍ່ຢາກກິນອາຫານ. ຊຶ່ງເຊື້ອພະຍາດ ສາມາດແຜ່ກະຈາຍພາຍໃນຄອກສັດ ໄດ້ຢ່າງໄວວາ. ເຮັດໃຫ້ໄກ່ທະຍອຍຕາຍ ເປັນຈຳນວນຫຼາຍ ແລະອາຈຕິດແປດໄປຍັງຄອກສັດ ທີ່ຢູ່ໃກ້ຄຽງໄດ້.

ແລະໃນວັນທີ 25 ມົກກະຣາ 2024 ທີ່ຜ່ານມາ, ກົມລ້ຽງສັດ ແລະການປະມົງ ກະຊວງກະສິກັມ ແລະປ່າໄມ້ ໄດ້ອອກແຈ້ງການ ປັບຂຶ້ນລາຄາ ຢາປ້ອງກັນພະຍາດສັດ ໃນທົ່ວປະເທດ ໂດຍມີຜົລຕັ້ງແຕ່ວັນທີ 1 ກຸມພາ 2024 ເປັນຕົ້ນໄປ ຍ້ອນການເໜັງຕີງ ຂອງອັດຕຣາແລກປ່ຽນ ຊຶ່ງຈະເປັນການເພີ່ມຕົ້ນທຶນ ການລ້ຽງສັດປີກ ຂອງຊາວບ້ານ ໃຫ້ສູງຂຶ້ນຕື່ມອີກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.