ປະຊາຊົນແຂວງອັດຕະປື ຫຼາຍພັນຄອບຄົວ ຍັງປະເຊີນກັບຄວາມທຸກຍາກ
2024.01.26

ປີ 2023 ແຂວງອັດຕະປື ມີຄອບຄົວທຸກຍາກ 11,745 ຄອບຄົວ ກວມເອົາ 38% ຂອງຄອບຄົວທັງໝົດ ແລະໃນປີ 2024 ນີ້ ແຂວງອັດຕະປື ຈະສູ້ຊົນເຮັດໃຫ້ຄອບຄົວທຸກຍາກ ຫລຸດລົງ 2,823 ຄອບຄົວ. ໃນນັ້ນ ເມືອງໄຊເສດຖາ 634 ຄອບຄົວ, ເມືອງສາມັກຄີໄຊ 403 ຄອບຄົວ, ເມືອງສະໜາມໄຊ 756 ຄອບຄົວ, ເມືອງຊານໄຊ 800 ຄອບຄົວ ແລະເມືອງພູວົງ 230 ຄອບ ຄົວ, ອີງຕາມຄໍາຖແລງຂອງທ່ານ ສູນລະຄອນ ແກ້ວວຽງຄໍາ ຫົວໜ້າຜແນກແຜນການ ແລະການລົງທຶນ ແຂວງອັດຕະປື ຕໍ່ສື່ມວນຊົນລາວ ເມື່ອບໍ່ດົນມານີ້.
ການທີ່ແຂວງອັດຕະປື ມີຄອບຄົວທຸກຍາກຫລວງຫລາຍ ຄືແນວນັ້ນ ກໍຍ້ອນວ່າ ເງິນກີບເຟີ້, ເງິນກີບອ່ອນຄ່າ. ເມື່ອ 2-3 ປີກ່ອນ ກ່ອນຈະພົ້ນທຸກໄດ້ ຄົນຜູ້ນຶ່ງຕ້ອງມີລາຍໄດ້ປີນຶ່ງ 5 ລ້ານ 6 ແສນກີບ, ແຕ່ປັດຈຸບັນ ຕ້ອງມີລາຍໄດ້ເຖິງ 14 ລ້ານ 5 ແສນກີບ ຈຶ່ງຈະພົ້ນທຸກໄດ້. ໝາຍຄວາມວ່າ ຕ້ອງມີລາຍໄດ້ເພີ່ມຂຶ້ນເກືອບເຖິງ 3 ເທົ່າ.
ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງອັດຕະປື ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 26 ມົກກະຣານີ້ວ່າ ສະພາບໂຕຈິງ ຢູ່ແຂວງນີ້ ມີບັນຫາດ້ານເສຖກິຈ ອັນເປັນປັດໄຈສໍາຄັນ ທີ່ຈະເຮັດໃຫ້ປະຊາຊົນ ພົ້ນທຸກ ຫລືບໍ່ພົ້ນທຸກໄດ້, ເປັນຕົ້ນເຣື່ອງອັດຕຣາແລກປ່ຽນເງິນຕຣາ, ການນໍາສິນຄ້າ ທີ່ຜລິດບໍ່ໄດ້ຢູ່ແຂວງເຂົ້າມາ ກໍເປັນບັນຫາທ້າທາຍບໍ່ໜ້ອຍ.
“ຄືການປະເມີນເຮົານີ້ ເປັນຕົ້ນວ່າ ອັດຕຣາແລກປ່ຽນນີ້ ເປັນສິ່ງທ້າທາຍນຶ່ງ ທີ່ເຮັດໃຫ້ປະຊາຊົນເຮົາ ບໍ່ພົ້ນຈາກຄວາມທຸກຍາກ ເຂົາກໍານົດໃນ (ຕາມດໍາຣັຖ 348/ລບ) ແມ່ນ 5 ລ້ານ 6 ແສນ(ກີບ) ແມ່ນພົ້ນທຸກນໍ, ແຕ່ວ່າໃນປັດຈຸບັນນີ້ 5 ລ້ານ 6 ແສນ (ກີບ). ເມື່ອກີ້ຫັ້ນ ເປັນເງິນໂດລາ ແມ່ນ 700 (ໂດລາ) ມັນຖືກເທົ່າໃດ (14 ລ້ານ 5 ແສນກີບ) ແລະເຣື່ອງການສົມມຸດວ່າ ຄືຄອບຄົວຜ່ານມາ ເປັນຄອບຄົວໂຕແບບແລ້ວ ໃນການປູກ, ການລ້ຽງ. ບາດມາຮອດປັດຈຸບັນນີ້ນໍ ດ້ານເສຖກິຈມັນອັນນັ້ນ ແລ້ວເຣື່ອງລະບົບການຊື້ ການນໍາເຂົ້າເຄື່ອງ ເປັນຕົ້ນວ່າ ບາງຢ່າງເຮົາຜລິດເອງບໍ່ໄດ້ນໍ໋ ມາໃຊ້ ກະທົບໃສ່ການປູກການລ້ຽງນີ້ ມັນກໍເປັນອັນນຶ່ງວ່າຊັ້ນສາ.”
ເຈົ້າໜ້າທີ່ ແລະປະຊາຊົນຢູ່ແຂວງນີ້ເວົ້າວ່າ ການທີ່ແຂວງອັດຕະປື ຍັງມີຄົນທຸກຍາກຫລາຍ ກໍເປັນຍ້ອນມີສິ່ງທ້າທາຍ ທາງດ້ານເສຖກິຈຫລາຍຢ່າງ ຮວມທັງການປ່ຽນແປງຂອງສະພາບດິນຟ້າອາກາດ, ປະຊາຊົນບໍ່ມີທີ່ດິນທໍາກິນ ຊຶ່ງເປັນປັດ ໃຈສໍາຄັນ ທີ່ເຮັດໃຫ້ປະຊາຊົນ ຈະພົ້ນທຸກ ຫລືບໍ່ພົ້ນທຸກໄດ້.
ເຈົ້າໜ້າທີ່ທີ່ກ່ຽວ ຢູ່ເມືອງສະຫນາມໄຊ ກໍເວົ້າໃນທໍານອງດຽວກັນວ່າ ບັນ ຫາເສຖກິຈ, ເງິນກີບອ່ອນຄ່າ, ຄ່າຄອງຊີພແພງ ເຮັດໃຫ້ເມືອງນີ້ ຍັງບໍ່ຖືກປະກາດເປັນເມືອງພົ້ນທຸກເທື່ອ ແລະວ່າ ທີ່ດິນທໍາການຜລິດຂອງປະຊາຊົນ ມີຈໍາກັດ ເຮັດໃຫ້ບໍ່ພົ້ນທຸກໄດ້, ທີ່ດິນສງວນ ບໍ່ໃຫ້ປະຊາຊົນທໍາການຜລິດ ແຕ່ເມື່ອພວກບໍຣິສັດມາເຮັດ ພັດບໍ່ຫວງ ບໍ່ຫ້າມ.
“ກໍຍ້ອນເສຖກິຈຫັ້ນແຫລະ ບໍ່ພົ້ນທຸກ ຍ້ອນເສຖກິຈມັນແພງຂຶ້ນ. ເຄື່ອງຕລາດນ່າແຕ່ກ່ອນ ຣົຖໄຖນາ ເປັນຄວາຍໂຕນຶ່ງ. ເຮົາຂາຍມັນກໍພໍ ອັນນີ້ມັນພໍແລ້ວ ຣົຖໄຖນີ້ 4-5 ໂຕໂຕຄວາຍພຸ້ນ ຈັ່ງສິຊື້ຣົຖໄຖຄັນນຶ່ງຫັ້ນນ່າ 2-3 ປີ ພໍ່ກໍເລີຍຢາກ ນໍາໃຊ້ຫັ້ນແຫລະ ຄັນສິເວົ້າ ພາກຣັຖ ຂັ້ນເທິງ ເກືອດຫ້າມວ່າຄິນຕອນນີ້ ເປັນດິນສງວນອີກ. ບາດພວກບໍຣິສັດມາ ເພິ່ນກໍບໍ່ຫວງບໍ່ຫ້າມ.”
ນອກຈາກບັນຫາທີ່ວ່ານັ້ນແລ້ວ ປະຊາຊົນຢູ່ເມືອງສະຫນາມໄຊ ນາງນຶ່ງກໍເວົ້າໃນມື້ວັນທີ 26 ມົກກະຣານີ້ວ່າ ປະຊາຊົນໃນເມືອງນີ້ ຍັງປະເຊີນກັບບັນຫາ ໄພແຫ້ງແລ້ງ, ນໍ້າບໍ່ພຽງພໍສໍາລັບການຜລິດ ເຮັດໃຫ້ການຜລິດບໍ່ໄດ້ຕາມເປົ້າ ໝາຍ ປະຊາຊົນມີລາຍໄດ້ໜ້ອຍ.
“ມີຢູ່ຣາຍນຮັບແຕ່ວ່າ ໜ້ອຍ ມີບໍ່ຫລາຍ ສ່ວນຫລາຍ ນໍ້າຫັ້ນມັນບໍ່ພຽງພໍ ມັນແຫ້ງແລ້ງ ເມື່ອບໍ່ຮອດນໍ້າຫັ້ນ ມັນກໍບໍ່ໄດ້ຕາມ ເປົ້າໝາຍ.”
ປະຊາຊົນຢູ່ແຂວງອັດຕະປື ອີກຜູ້ນຶ່ງ ກໍເວົ້າວ່າ ຢູ່ໃນແຂວງນີ້ ແມ່ນເມືອງຊານໄຊ ທຸກຍາກກວ່າໝູ່ ແລະມີຄວາມຕ້ອງການທຶນຮອນ ກໍ່ສ້າງ ແລະປັບປຸງໂຄງຮ່າງພື້ນຖານ ການຜລິດ ທີ່ຈໍາເປັນ. ທຶນຮອນທີ່ວ່ານັ້ນ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ແຂວງອັດຕະປື ທ່ານດຽວກັນນັ້ນ ເວົ້າວ່າ ຈະຖືກນໍາໃຊ້ສຸມໃສ່ ວຽກງານກະສິກັມຫລາຍກວ່າໝູ່ ໂດຍສະເພາະ ການປູກຝັງ ແລະລ້ຽງສັດ.
“ໂຕເລັ່ງໃສ່ນີ້ແມ່ນ ສ່ວນຫລາຍຈະແມ່ນເວົ້າເຣື່ອງ ວຽກການປູກການລ້ຽງການອິສັງຫັ້ນແຫລະ. ຄອບຄົວລະກໍດ້ານພື້ນຖານ ໂຄງການມີອີ່ສັງ ໂຕນີ້ພວກເຮົາຈະໄດ້ເອກພາບກັບເມືອງວ່າ ດ້ານໃດ ມັນເໝາະສົມເຮັດອິສັງ ວ່າຊັ້ນສາ. ດຽວນີ້ ຫົວໜ້າໄດ້ລົງໄປຂຽນແຜນ ພັທນາວ່າຊັ້ນສາ.”
ກ່ຽວກັບທຶນພັທນາຢູ່ແຂວງອັດຕະປື ທ່ານ ສູນລະຄອນ ແກ້ວວຽງຄໍາ ກ່າວ ຢູ່ໃນກອງປະຊຸມສໄມສາມັນເທື່ອທີ 6 ຂອງສະພາປະຊາຊົນແຂວງ ຊຸດທີ II ເມື່ອບໍ່ດົນມານີ້ວ່າ ປີ 2024 ແຂວງອັດຕະປື ໄດ້ຮັບແຈ້ງງົບປະມານ ແຜນການລົງທຶນຂອງຣັຖເບື້ອງຕົ້ນ ສະເພາະທຶນປົກກະຕິ ມີຈໍານວນ 13.5 ຕື້ກີບ. ໃນນີ້, ບ້ວງທຶນພັດທະນາຊົນນະບົດ-ລຶບລ້າງ ຄວາມທຸກຍາກມີ 2.35 ຕື້ກີບ ແລະທຶນຈັດສັນພູລໍາເນົາ ບ່ອນທໍາມາຫາກິນ ມີ 673 ລ້ານກີບ ແລະວ່າ ວຽກຈຸດສຸມ ຂອງການພັດທະນາຊົນນະບົດ-ລຶບລ້າງຄວາມທຸກຍາກ ໃນປີນີ້ ແມ່ນສຸມໃສ່ກໍ່ສ້າງ ແລະປັບປຸງໂຄງຮ່າງພື້ນຖານ ການຜລິດ ແລະການບໍລິ ການ ທີ່ຈຳເປັນ, ສົ່ງເສີມການເຂົ້າເຖິງການບໍຣິການ, ຕະຫລາດ ແລະແຫລ່ງທຶນ, ຊຸກຍູ້-ສົ່ງເສີມ ການຜລິດຕາມທ່າແຮງຂອງແຕ່ລະເມືອງ ຢູ່ເຂດຈຸດສຸມຕ່າງໆ, ຊຸກຍູ້-ສົ່ງເສີມ ທຸກພາກສ່ວນໃນສັງຄົມ ປະກອບສ່ວນເຂົ້າໃນການພັທນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ ໂດຍການດຶງດູດການລົງທຶນຈາກເອກະຊົນ ເພື່ອສ້າງວຽກເຮັດງານທໍາ ແລະລາຍໄດ້ໃຫ້ປະຊາຊົນກັບທີ່.
ສໍາລັບປີ 2023 ຫົວໜ້າຜແນກແຜນການ ແລະການລົງທຶນ ແຂວງອັດຕະປື ໄດ້ກ່າວຕໍ່ສື່ມວນຊົນ ເມື່ອບໍ່ດົນມານີ້ວ່າ ແຂວງອັດຕະປື ມີຄອບຄົວພົ້ນທຸກແລ້ວ 18,962 ຄອບຄົວ ກວມເອົາ 62% ຂອງຄອບຄົວທັງໝົ.