ສານແຂວງອຸດົມໄຊ ຕັດສິນປະຫານຊີວິດ ຜູ້ຄ້າຢາເສບຕິດ 2 ຄົນ
2024.07.08

ສານປະຊາຊົນແຂວງອຸດົມໄຊ ໄດ້ຕັດສິນປະຫານຊີວິດ ທ້າວ ຮາວັນແທັງ ອາຍຸ 52 ປີ ຄົນສັນຊາດວຽດນາມ ແລະທ້າວ ສູລິຍົງ ຫຼື ບຸນຍົງ ອາຍຸ 52 ປີ ຄົນສັນຊາດລາວ ໃນມື້ວັນທີ 28 ມິຖຸນາທີ່ຜ່ານມາ ໃນຄວາມຜິດຖານຄ້າຂາຍຢາເສບຕິດ ປະເພດຢາບ້າ 93 ມັດ, 186,000 ເມັດ, ນໍ້າໜັກ 22 ກິໂລ.
ແຕ່ທັງ 2 ຄົນ ທີ່ຖືກສານຕັດສິນປະຫານຊີວິດນີ້ ມີສິດຍື່ນອຸທອນໄດ້ພາຍໃນ 20 ວັນ ຫຼັງຈາກສານແຂວງຕັດສິນຄະດີແລ້ວ ດັ່ງເຈົ້າໜ້າທີ່ແຂວງອຸດົມໄຊ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 8 ກໍລະກົດນີ້ວ່າ:
“ກົດໝາຍຂອງເຮົາ ມັນກໍ ຄັນວ່າ ນໍ້າໜັກຢາເສບຕິດປະເພດຢາບ້າ ນີ້ຄັນວ່າເກີນ 3 ກິໂລກະຣາມຂຶ້ນໄປ ຈະແມ່ນລົງໂທດ ປະຫານຊີວິດ ຖ້າວ່າພາບໃນ 20 ວັນນີ້ ຖ້າວ່າລາວບໍ່ພໍໃຈ ລາວບໍ່ຜິດລາວສາມາດຂໍອຸທອນໄດ້ ແຕ່ວ່າຖ້າສານເພິ່ນ ພິພາກສາວ່າ. ໂອ້ ລາວບໍ່ມີຄວາມຜິດແທ້ ໂທດລາວຈະເບົາລົງ ຫລື ປ່ຽນແປງເນາະ ແຕ່ວ່າຖ້າສານຫາກຍັງຢັ້ງຢືນວ່າ ໂອ້ ຜູ້ກ່ຽວມືຄວາມຜິດ ຕາມເອກກະສານ ຕາມຂໍ້ມູນຫລັກຖານຫັ້ນແທ້ ຜູ້ກ່ຽວກະໄດ້ປະຕິບັດໂທດຫັ້ນແຫລະ.”
ທ່ານເວົ້າວ່າ ທ້າວ ສຸລິຍົງ ຮັບສາລະພາບວ່າ ຕົນໄດ້ຂາຍຢາບ້າໃຫ້ທ້າວ ຮາວັນແທັງ ຈໍານວນ 9 ມັດເທົ່ານັ້ນ, ສ່ວນທີ່ເຫຼືອ ບໍ່ຮູ້ວ່າ ເຂົາເອົາມາແຕ່ໃສ, ແຕ່ທ້າວ ຮາວັນແທັງ ເວົ້າວ່າ ຢາບ້າທັງໝົດ 93 ມັດນັ້ນ ໄດ້ຮັບມາຈາກທ້າວ ສຸລິຍົງ ແລະຈະເອົາໄປຊອກຂາຍ ຢູ່ສວນກາເຟ ເມືອງປາກຊ່ອງ ແຂວງຈໍາປາສັກ.
ທ່ານເວົ້າຕື່ມອີກວ່າ ຫຼັງຈາກສານ ໄດ້ຕັດສິນປະຫານຊີວິດ ນັກໂທດຢາເສບຕິດນັ້ນແລ້ວ ທີ່ຜ່ານມາ ໃນພາກປະຕິບັດ ແມ່ນບໍ່ໄດ້ມີການປະຫານຊີວິດ, ຖ້ານັກໂທດ ປະຕິບັດຕົນດີຢູ່ໃນຄຸກ ກໍຈະໄດ້ຫຼຸດໂທດລົງມາ ເປັນໂທດຈໍາຄຸກຕະຫຼອດຊີວິດ ຫຼືຈໍາຄຸກ 20 ປີ ຊຶ່ງແຕ່ລະປີ ຈະໄດ້ອະໄພຍະໂທດເທື່ອໜຶ່ງ.
“ແຕ່ວ່າໂທດປະຫານຊີວິດນີ້ ຜ່ານມາຢູ່ລາວເຮົາເນາະ ກໍບໍ່ທັນມີຜູ້ໃດ ສິຖືກປະຫ່ນຊີວິດເທື່ອ ມີແຕ່ວ່າເຮົາຢູ່ໄປ 5 ປີເຮົາຈະໄດ້ຮັບເຮົາຈະໄດ້ຮັບອິໄພຍະໂທດ ຈາກປະທານປະເທດ ຈະຫລຸດລົງມາເປັນຕະຫລອດຊີວິດ ແລະຂໍອະໄພຍະໂທດ ຈະຫລຸດລົງມາ 20 ປີບໍ່ ສ່ວນຫລາຍເປັນແບບນັ້ນ ຈຶ່ງໄດ້ອອກ 1 ປີ ຈະໄດ້ອະໄພຍະໂທດເທື່ອໜຶ່ງ ທຸກໆວັນຊາດຕັ້ງແຕ່ມີກົດໝາຍ ຖືວ່າກໍານົດປະຫານຊີວິດນີ້ ມີການລົງໂທດຫັ້ນນ່າ ແຕ່ວ່າບໍ່ໄດ້ຈັດຕັ້ງປະຕິບັດຈັກກໍລະນີ້ເທື່ອ ໃນທົ່ວປະເທດເລີຍຖືວ່າ ຍັງບໍ່ມີໃຜເສັຍຊີວີດຍ້ອນຕໍາຕັດສິນທີ່ວ່າ ປະຫານຊີວິດຈັກຄົນ ເພິ່ນກໍວ່າຄຸກຫັ້ນ ມັນກໍແມ່ນສໍ່າກັບໂຮງໝໍໄປປິ່ນປົວ ຜູ້ກ່ຽວສາມາດກັບຈິດກັບໃຈແລ້ວ ຜູ້ກ່ຽວປະຕິບັດລະບຽບ ໄດ້ດີອີ່ຫຍັງຕ່າງໆ ທາງເຮົາກໍມີອະໄພຍະໂທດ ຫລຸດລົງມາໆ ແບບນັ້ນຫັ້ນແຫລະ.”
ອີງຕາມຂໍ້ມູນ ຈາກສານແຂວງອຸດົມໄຊ, ຄະດີຄ້າຢາເສບຕິດ ຂອງທ້າວ ຮາວັນແທັງ ແລະທ້າວ ສຸລິຍົງ ມີມາແຕ່ວັນທີ 7 ມີນາ 2022, ເຈົ້າໜ້າທີ່ຕໍາຫຼວດແຂວງ ທີ່ປະຈໍາຢູ່ຈຸດກວດກາ ທາງຈາກແຂວງອຸດົມໄຊ ໄປຫາແຂວງຫຼວງພະບາງ ຫຼັກ 44 ໄດ້ກວດກາເອກະສານລົດກະບະ ແລະໄດ້ເຫັນຊາຍ 2 ຄົນມີພິລຸດ ມີທ່າທາງໜ້າສົງໄສ ຈຶ່ງໄດ້ຂໍກວດຄົ້ນລົດຄັນດັ່ງກ່າວ ແລ້ວກໍພົບຢາ ບ້າຈໍານວນທີ່ວ່ານັ້ນ.
ຄະດີທີ່ວ່ານີ້ ໄດ້ແກ່ຍາວມາ ຈົນເຖິງວັນທີ 28 ມິຖຸນາ ທີ່ຜ່ານມາ ສານຈຶ່ງໄດ້ຕັດສິນ ພາຍຫຼັງທີ່ບໍ່ສາມາດ ຊອກຫາຈັບທ້າວ ແທງລໍວັນ ຄົນສັນຊາດລາວ ທີ່ໂຕນໜີອອກ ຈາກສະຖານທີ່ຄຸມຂັງ ຕັ້ງແຕ່ປີ 2022 ຊຶ່ງປັດຈຸບັນ ເຈົ້າໜ້າທີ່ຕໍາຫຼວດ ຍັງຕິດຕາມຊອກຫາຈັບໂຕຢູ່ ດັ່ງເຈົ້າໜ້າທີ່ແຂວງອຸດົມໄຊ ນາງໜຶ່ງ ເວົ້າວ່າ:
“ຫາກໍ່ຕັດສິນ ອັນຊື່ທ້າວ ຮາວັນແທ້ງ ແມ່ນເນາະ. ທ້າວ ຮາວັນແທັງ ແມ່ນເນາະ ກັບ ສຸລິຍົງ ໃນເອກກະສານນີ້ແມ່ນເນາະ ຫາກໍ່ຕັດສິນເດືອນ 6 ນີ້ເນາະ 28 ເນາະ.”
ກ່ຽວກັບຄໍາໃຫ້ການ ຂອງທ້າວ ສຸລິຍົງ ທີ່ວ່າມີແຕ່ພົວພັນກັບຢາບ້າ 9 ມັດຄືທີ່ວ່ານັ້ນ ທະນາຍຄວາມແຂວງອຸດົມໄຊ ເວົ້າວ່າ ນັ້ນກໍຖືເປັນຢາເສບຕິດຈໍານວນຫຼາຍ ທີ່ສານສາມາດ ຕັດສິນລົງໂທດປະຫານຊີວິດໄດ້, ແຕ່ຜູ້ກ່ຽວກໍມີສິດຂໍອຸທອນໄດ້ ພາຍໃນກໍານົດ 20 ວັນ ຫຼືມີສິດຂໍຮື້ຟື້ນຄະດີ ພາຍໃນກໍານົດ 1 ປີ ຫຼືຂໍອະໄພຍະໂທດ ຫຼັງຈາກສານຕິດສິນຄະດີແລ້ວ ດັ່ງທີ່ທ່ານກ່າວວ່າ:
“ໂອ້ 9 ມັດກໍຫລາຍເຕີບໄດ໋ ຊັ່ງດ້ວຍນໍ້າໜັກ ມັນເກີນແລ້ວບໍ່ ຄັນມັນຮອດກໍານົດເຂົາເຈົ້າ ກໍຊິໂທດປະຫານຫັ້ນແຫລະ ຖ້າວ່າ 20 ວັນບໍ່ຂໍອຸທອນຫັ້ນ. ເຮົາມີສິດຂໍຮື້ຟື້ນພາຍໃນ 1 ປີ ຖ້າມີຂໍ້ມູນຫລັກຖານໃໝ່ ແຕ່ວ່າຖ້າເຮົາບໍ່ຂໍອຸທອນໍ ກາຍ 20 ວັນ ກໍຖືວ່າ ຄໍາຕັດສິນສາມາດໃຊ້ໄດ້ຢ່າງເດັດຂາດ. ເຂົາເຈົ້າປະຕິບັດຕາມຂັ້ນຕອນຂອງກົດໝາຍ ກໍຄືຈະສົ່ງສໍານວນຄະດີ ໄປໃຫ້ໜ່ວຍງານຈັດຕັ້ງປະຕິບັດ ຄໍາຕັດສິນ ເປັນຜູ້ຮັບໜ້າທີ່ຕໍ່ ຄໍາຕັດສິນກໍວ່າ ຈັ່ງຊັ້ນ ແຕ່ວ່າຜ່ານມາບໍ່ເຫັນ ປະຫານຊີວິດເທື່ອ ມີວິທີ ຊໍຫລຸດຂໍຢ່ອນ ຄັນວ່າເຫັນບໍ່ໄດ້ຮັບຄວາມເປັນທໍາ ຫັ້ນນ່າ. ເງື່ອນໄຂຫັ້ນນ່າ ຫລັງຈາກທີ່ວ່າຄໍາຕັດສິນ ໃຊ້ໄດ້ຢ່າງເດັດຂາດ ເນາະ ການຂໍອະໄພຍະໂທດມັນກໍມີຫລາຍເງື່ອນໄຂ. ເວົ້າເລື້ອງການໃຊ້ແທນຄ່າເສັຍຫາຍ ການປະຕິບັດໂທດດີ, ແລ້ວກໍເຮົາກໍປະຕິບັດໂທດ ໄປສ່ວນຫລາຍແລ້ວຫັ້ນນ່າ ແລ້ວເຮົາກໍສາມາດຂໍອະໄພຍະໂທດເນາະ.”
ແລະປະຊາຊົນຜູ້ໜຶ່ງ ຢູ່ເມືອງໃໝ່ ແຂວງຜົ້ງສາລີ ກໍເວົ້າກ່ຽວກັບເລື່ອງນີ້ວ່າ ຖ້ານັບຢາບ້ານັ້ນ ກໍຫຼາຍຢູ່ ຍ້ອນ 1 ມັດມີເຖິງ 2,000 ເມັດ ແລະວ່າ ຕົນບໍ່ຢາກໃຫ້ມີການຂາຍຢາບ້າ ໃຫ້ເດັກນ້ອຍຢູ່ຕາມບ້ານ ຕາມເຮືອນ, ບໍ່ຢາກໃຫ້ມີການມົ້ວສຸມກັບຢາເສບຕິດນັ້ນ.
“ຄັນຄິດໄລ່ເປັນເມັດນີ້ ກໍຖືວ່າຫລາຍຢູ່ 1 ມັດມັນກໍມີຮອດ ພັນເມັດເນາະ, ພັນເມັດ, 2 ພັນເມັດ. ເລື້ອງນີ້ກໍບໍ່ເຂົ້າໃຈນ່າ. ເລື້ອງປະທານນີ້ ຄັນວ່າ ທໍາມະດາ ເຂົາເຈົ້າຂາຍອອກຕ່າງປະເທດບໍ່ ຫລືເຂົາເຈົ້າຂາຍຊຸມແຊວ ຢູ່ບ້ານບໍ່ ອັນນີ້ກໍບໍ່ຮູ້ເດ້ເນາະ. ພາຍໃນເມືອງບໍ່ ອັນນີ້ຫັ້ນນ່າເນາະ. ຂາຍໃຫ້ເດັກນ້ອຍຕາມບ້ານ ຕາມເຮືອນບໍ່. ອັນນີ້ ກໍບໍ່ຮູ້ແຫລະເນາະ. ຢູ່ພາຍໃນເມືອງນີ້ແຕ່ລະບ້ານ ແຕ່ລະເມືອງ ກໍບໍ່ຢາກໃຫ້ມີຫັ້ນແຫະເນາະ. ບໍ່ຢາກໃຫ້ມີຜູ້ມົ້ວສຸມຢາເສບຕິດ ແລ້ວກໍບໍ່ຮູ້ກ່ຽວກັບລະບຽບ ຂອງພັຂອງລັດ. ເຂົາເຮັດລະບຽບກົດໝາຍເດ້ ສານເຂົາຕັດສິນໃຈຢ່າງໃດ ກໍບໍ່ຮູ້ລະບຽບກົດໝາຍ.”
ກ່ຽວກັບການຕັດສິນລົງໂທດ ປະຫານຊີວິດ ເມື່ອກ່ອນໜ້ານີ້ ຄືໃນປີ 2021 ສານອາຍາຊັ້ນຕົ້ນ ແຂວງອຸດົມໄຊ ກໍໄດ້ຕັດສິນທ້າວ ເກົ້າຊັ່ງ ຄົນສັນຊາດລາວ ອາຍຸ 33 ປີ ຢູ່ບ້ານໂພນງາມໃຕ້ ເມືອງແປກ ແຂວງຊຽງຂວາງ ໃນຄະດີຄ້າຢາເສບຕິດ ແລະມີຢາເສບຕິດໄວ້ໃນຄອບຄອງ ຈໍານວນ 210,000 ເມັດ, ນໍ້າໜັກ 20 ກິໂລ ພາຍຫຼັງເຈົ້າໜ້າທີ່ຕໍາຫຼວດ ເມືອງຫຼາ ແຂວງອຸດົມໄຊ ໄດ້ສົ່ງໂຕຜູ້ກ່ຽວ ແລະຂອງກາງໄປໃຫ້.