ເຊກອງ ຈັບຄະດີຢາເສບຕິດໄດ້ 31 ກໍລະນີ

ໄຊຍາ
2024.05.21
ເຊກອງ ຈັບຄະດີຢາເສບຕິດໄດ້ 31 ກໍລະນີ ນີ້ເປັນພຽງຮູບປະກອບ ທີ່ຜູ້ຕ້ອງສົງໄສ ຂົນຢາເສບຕິດລະຫວ່າງປະເທດເພື່ອນບ້ານ ແລະຖືກຈັບ, ພຶດສະພາ 2022.
RFA

ກອງບັນຊາການ ປ້ອງກັນຄວາມສະຫງົບ ແຂວງເຊກອງ ໄດ້ເປີດເຜີຍວ່າ ໃນໄລຍະເດືອນມັງກອນ ຫາ ເດືອນເມສາ ປີ 2024 ນີ້, ທາງພະແນກຕຳຫຼວດສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ຂອງແຂວງ ສາມາດມ້າງຄະດີຢາເສບຕິດໄດ້ 31 ຄະດີ. ຊຶ່ງຜູ້ຖືກຫາຄະດີຢາເສບຕິດດັ່ງກ່າວ ສ່ວນຫຼາຍແມ່ນຜູ້ເສບ ຫຼື ຜູ້ຄ້າລາຍຫຍ່ອຍ ບໍ່ແມ່ນຜູ້ຄ້າລາຍໃຫຍ່.

ດັ່ງທີ່ ເຈົ້າໜ້າທີ່ກ່ຽວຂ້ອງ ຢູ່ແຂວງເຊກອງ ຊຶ່ງບໍ່ປະສົງອອກຊື່ ແລະ ຕຳແໜ່ງ ທ່ານ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 21 ພຶດສະພານີ້ວ່າ:

“ສ່ວນຫຼາຍມັນກະ ມີແຕ່ຢູ່ ພວກເສບແນ່, ພວກອັ່ນ ມົ້ວສຸມແນ່ຫັ້ນແຫຼະ. ກະກໍາລັງ ກໍາ ລັງອັ່ນນ່າ ເອິ້ນພວກຄຶກຄະນອງ ພວກອັ່ນນີ້ນີ່ນ່າ ກະບໍ່ເປັນລາຍໃຫຍ່ ຄືຕ່າງແຂວງເພິ່ນ. ແມ່ນ ແຕ່ວ່າເອົາມາ ກະເອົາມາຈຳນວນນ້ອຍ ລັກສະນະແບບ 10 ເມັດ, 20 ເມັດ ລັກສະນະຈັ່ງຊັ້ນນ່າ. ກະມີຢູ່ຈຳນວນນຶ່ງ ພາກສ່ວນເອົາມານັ້ນນ່າ ແຕ່ວ່າມັນກະພໍໄດ້ແກ້ໄຂເຂົາເຈົ້າຫັ້ນລ່ະ.”

ທ່ານກ່າວຕຶ່ມວ່າ ສຳລັບຢາເສບຕິດ ທີ່ມີການກວດຍຶດ ຈາກຜູ້ກະທຳຜິດ ມີທັງຢາບ້າ, ຢາໄອສ໌, ເຮໂຣອິນ, ກັນຊາ ແລະ ໃບກະທ້ອມ ຈຳນວນນຶ່ງ ແຕ່ກໍບໍ່ທັນມີຈຳນວນຫຼາຍປານໃດ.

ກ່ຽວກັບເລື່ອງທີ່ວ່ານີ້, ເຈົ້າໜ້າທີ່ກ່ຽວຂ້ອງ ອີກທ່ານນຶ່ງ ກ່າວວ່າ ທາງພາກສ່ວນກ່ຽວຂ້ອງ ໄດ້ມີການຕັ້ງດ່ານກວດກາສະກັດຈັບ ລົດລາພາຫະນະ ຕາມເສັ້ນທາງຕ່າງໆ ທີ່ອາດຈະບໍ່ປະຕິບັດຕາມກົດໝາຍຈະລາຈອນ ລວມທັງ ການຊຸກເຊື່ອງຢາເສບຕິດໄວ້ໃນລົດລາພາຫະນະ. ໂດຍໄດ້ມີການຕັ້ງດ່ານເປັນປະຈຳທຸກອາທິດ ຕາມແຜນການທີ່ໄດ້ວາງໄວ້.

“ຢາເສບຕິດ ກະສ່ວນຫຼາຍກະ ບໍ່ມີແຫຼະ. ໂຕນີ້ຢູ່ພະແນກຈະລາຈອນ. (ການຕັ້ງດ່ານກວດກາ) ມີໆ, ຕັ້ງດ່ານຢູ່ທຸກອາທິດ.”

ທາງດ້ານ ເຈົ້າໜ້າທີ່ ສູນບຳບັດຢາເສບຕິດ ຢູ່ແຂວງເຊກອງ ທ່ານກ່າວວ່າ ທາງສູນກໍໄດ້ມີການຮັບເອົາໂຕຜູ້ເສບຢາເສບຕິດ ພາຍໃນແຂວງ ເຂົ້າມາບຳບັດປິ່ນປົວ ຢູ່ສູນບຳບັດ ແລະ ຟື້ນຟູສຸຂະພາບ ຜູ້ຕິດຢາເສບຕິດ ຊຶ່ງຕັ້ງຢູ່ບ້ານທົ່ງຫວາຍ ເມືອງທ່າແຕງ ແຂວງເຊກອງ ເປັນຈຳນວນຫຼາຍກວ່າ 30 ຫາ 40 ຄົນ. ໂດຍສູນດັ່ງກ່າວ ຫາກໍໄດ້ເປີດນຳໃຊ້ ໃນເດືອນພະຈິກ ປີ 2023 ທີ່ຜ່ານມາ.

“ສໍາລັບທີ່ວ່າພາກສ່ວນເສບ ພາກສ່ວນມົ້ວສຸມ ແຕ່ວ່າໄທເຮົາກະມີສູນບໍາບັດແຫຼະ ກໍາລັງພັດຕັ້ງສູນບຳບັດ ສະເພາະພວກທີ່ຕິດມົ້ວສຸມນັ້ນນ່າ ຈະມີສູນບຳບັດຂອງກຳລັງໄທເຮົາຢູ່ທາງທົ່ງຫວາຍ. ເພິ່ນກະຮັບເຂົ້າຢູ່ໃນ 30 ປາຍ 40 ປາຍທີ່ເວົ້າຮຽນ ຢູ່ພາຍໃນແຂວງຂອງໄທເຮົາ.”

ສຳລັບສູນບຳບັດ ແລະ ຟື້ນຟູສຸຂະພາບ ຜູ້ຕິດຢາເສບຕິດ ຢູ່ແຂວງເຊກອງນີ້ ຕັ້ງຢູ່ໃນເຂດທີ່ເດີມເປັນຂອງໂຄງການເຂື່ອນໄຟຟ້າຫ້ວຍລຳພັນ. ຊຶ່ງທາງໂຄງການໄດ້ມອບເນື້ອທີ່ດິນ ຈຳນວນ 21,363 ຕາແມັດ ພ້ອມທັງ ອາຄານເກົ່າ 3 ຫຼັງ ໃຫ້ແກ່ກອງບັນຊາການ ປ້ອງກັນຄວາມສະຫງົບ ແຂວງເຊກອງ ເພື່ອປັບປຸງ ແລະ ນຳໃຊ້ເປັນສູນບຳບັດ ຜູ້ຕິດຢາເສບຕິດ. ໂດຍສູນບຳບັດແຫ່ງນີ້ ສາມາດຮອງຮັບ ການປິ່ນປົວ ຜູ້ເສບຢາເສບຕິດ ຈຳນວນຫຼາຍກວ່າ 500 ຄົນ ຈາກບັນດາ 4 ແຂວງພາກໃຕ້ຂອງລາວ ປະກອບມີ ແຂວງເຊກອງ, ແຂວງອັດຕະປື, ແຂວງສາລະວັນ ແລະ ແຂວງຈຳປາສັກ.

ຂະນະທີ່ ຊາວບ້ານ  ຢູ່ແຂວງເຊກອງທ່ານ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ຢາເສບຕິດ ຍັງສືບຕໍ່ແຜ່ຫຼາຍ ໃນໝູ່ນັກຮຽນ-ນັກສຶກສາ ຊັ້ນມັດທະຍົມ ທີ່ກຳລັງຢູ່ໃນໄວລຸ້ນ ຢາກຮູ້ຢາກເຫັນ. ດັ່ງນັ້ນ, ຈຶ່ງຢາກໃຫ້ໄວລຸ້ນ ທີ່ກຳລັງຕິດຢາເສບຕິດ ເຂົ້າໄປບຳບັດປິ່ນປົວ ຢູ່ທີ່ສູນບຳບັດ ຂອງທາງການແຂວງດັ່ງກ່າວ.

“ຄືເຮົາເຫັນສ່ວນຫຼາຍນີ້ ເປັນແບບໄວລຸ້ນເນາະ ນັກສຶກສາ ກະນັກຮຽນ ມໍຕົ້ນເນາະ. ມໍ 4, ມໍ 5 ລ່ະຕິດແລ້ວ ລ່ະໃຫ້ເຂົາໄປໄດ້ບຳບັດ ວິທີການຕິດຢາ ເປັນແນວນີ້ໆ ເນາະ.”

ສຳລັບບັນຫາຢາເສບຕິດ ໃນໝູ່ໄວລຸ້ນນັກຮຽນນັ້ນ, ທາງພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະ ບັນດາໂຮງຮຽນຕ່າງໆ ກໍໄດ້ມີຄວາມພະຍາຍາມ ໃນການປ້ອງກັນບັນຫາຢາເສບຕິດ. ເປັນຕົ້ນ ໂຮງຮຽນມັດທະຍົມສົມບູນຊົນເຜົ່າ ເມືອງລະມາມ ແຂວງເຊກອງ ໄດ້ມີການສ້າງແນວທາງປະຕິບັດ ໃນການປ້ອງກັນຢາເສບຕິດ ພາຍໃນໂຮງຮຽນ ເປັນຕົ້ນ ການສ້າງຕັ້ງໜ່ວຍງານອາສາສະໝັກເພື່ອນຊ່ວຍເພື່ອນຢູ່ໃນໂຮງຮຽນ, ການເກັບກຳຂໍ້ມູນຜູ້ທີ່ພົວພັນກັບຢາເສບຕິດ ແລະ ການປະສານສົມທົບກັບເຈົ້າໜ້າທີ່ ປກສ ແຂວງ ໃນການໂຄສະນາເຜີຍແຜ່ກົດໝາຍວ່າດ້ວຍຢາເສບຕິດ ແລະ ຜົນຮ້າຍຂອງຢາເສບຕິດ. ຈົນໄດ້ຖືກຮັບຮອງເປັນໂຮງຮຽນຕົວແບບປອດຢາເສບຕິດ ຂອງແຂວງເຊກອງ.

ທັງນີ້, ແຂວງເຊກອງ ຖືເປັນແຂວງນຶ່ງທີ່ທຸກຍາກທີ່ສຸດຂອງ ສປປ ລາວ. ເຖິງແມ່ນວ່າ ທາງການລາວ ແລະ ອົງການຈັດຕັ້ງສາກົນ ຈະໄດ້ເຂົ້າມາຊ່ວຍເຫຼືອພັດທະນາ ແຂວງດັ່ງກ່າວ ໃນໄລຍະຫຼາຍປີຜ່ານມາແລ້ວກໍຕາມ. ຊຶ່ງບັນຫາຄວາມທຸກຍາກ ຖືເປັນບັນຫາຕົ້ນຕໍທີ່ນຳມາສູ່ບັນຫາສັງຄົມ ກໍຄືບັນຫາການຄ້າຂາຍ ແລະ ການເສບຢາເສບຕິດ ໃນໝູ່ໄວລຸ້ນ ແລະ ໄວແຮງງານ. ຊຶ່ງຈະສົ່ງຜົນກະທົບເປັນຕ່ອງໂສ້ ຕໍ່ກັບສຸຂະພາບ ຂອງຜູ້ເສບຢາເສບຕິດ ຢ່າງຫຼວງຫຼາຍ.

 ໃນປີ 2022 ທີ່ຜ່ານມາ ກອງບັນຊາການ ປ້ອງກັນຄວາມສະຫງົບ ແຂວງເຊກອງ ກໍໄດ້ມີການປະຕິບັດວິໄນ ນາຍ ແລະ ພົນຕຳຫຼວດ ຈຳນວນ 5 ນາຍ ໃຫ້ອອກຈາກກຳລັງປ້ອງກັນຄວາມສະຫງົບ ໂດຍບໍ່ໄດ້ຮັບການອຸດໜຸນນະໂຍບາຍໃດໆ ຍ້ອນພວກກ່ຽວ ໄດ້ເຂົ້າໄປກ່ຽວພັນກັບການເສບຢາເສບຕິດ ຊຶ່ງເປັນການຜິດຕໍ່ກົດໝາຍ ຂອງກຳລັງປ້ອງກັນຄວາມສະຫງົບ ແລະ ປະມວນກົດໝາຍອາຍາ ມາດຕາ 320 ກ່ຽວກັບເລື່ອງຢາເສບຕິດ. ຊຶ່ງສະແດງໃຫ້ເຫັນວ່າ ເຈົ້າໜ້າທີ່ຈຳນວນນຶ່ງ ກໍເຂົ້າໄປມີສ່ວນພົວພັນ ກັບບັນຫາຢາເສບຕິດເອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.