ນະຄອນຫຼວງວຽງຈັນ, ເຊກອງ ມີຜູ້ຕິດເຊື້ອໄຂ້ຍຸງລາຍ ເພີ່ມສູງຂຶ້ນ

ສຸພັດຕາ
2024.07.31
ນະຄອນຫຼວງວຽງຈັນ, ເຊກອງ ມີຜູ້ຕິດເຊື້ອໄຂ້ຍຸງລາຍ ເພີ່ມສູງຂຶ້ນ ຄົນເປັນໄຂ້ຍຸງລາຍເຂົ້າໂຮງໝໍ ໃນປີທີ່ຜ່ານມາ.
ຮູບພາບຈາກພົນລະເມືອງ

ມາຮອດວັນທີ 29 ເດືອນກໍລະກົດ ປີ 2024 ທົ່ວນະຄອນຫຼວງວຽງຈັນ ມີຜູ້ຕິດເຊື້ອໄຂ້ຍຸງລາຍສະສົມເຖິງ 2,138 ຄົນ ແລະມີຜູ້ເສຍຊີວິດສະສົມ 3 ຄົນ ເຊິ່ງເປັນລໍາດັບທີ 1 ຂອງປະເທດລາວ ຂະນະດຽວກັນ ແຂວງເຊກອງ ເປັນແຂວງ ທີ່ມີຜູ້ຕິດເຊື້ອໄຂ້ຍຸງລາຍ ສະສົມເຖິງ 2,045 ຄົນ ແລະມີຜູ້ເສຍຊີວິດສະສົມ 2 ຄົນ ເປັນລໍາດັບທີ 2 ຂອງປະເທດລາວ.

ສະເພາະ ຢູ່ນະຄອນຫຼວງວຽງຈັນ ທີ່ຍັງມີການລະບາດ ຂອງໄຂ້ຍຸງລາຍຫຼາຍກວ່າໝູ່ ກໍ່ຍ້ອນວ່າ ຄວາມໜາແໜ້ນຂອງປະຊາກອນ ພາຍໃນ ນະຄອນຫຼວງວຽງຈັນຫຼາຍ ໂດຍສະເພາະ ຈາກການເຄຶື່ອນຍ້າຍປະຊາກອນ ຈາກຕ່າງບ້ານ ຕ່າງເມືອງ ແລະຕ່າງແຂວງ ເຂົ້າມາເຮັດວຽກຢູ່ພາຍໃນ ນະຄອນຫຼວງວຽງຈັນ ໂດຍສະເພາະວຽກງານກໍ່ສ້າງ, ຕາມຄວາມເວົ້າ ຂອງເຈົ້າໜ້າທີ່ ກະຊວງສາທານະສຸກ ນາງໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 31 ກໍລະກົດ 2024 ນີ້ວ່າ:

“ຈະມີການເຄື່ອນຍ້າຍ ຂອງປະຊາກອນການກໍ່ສ້າງ ສົມມຸດວ່ວາ ເອື້ອຍຢູ່ນະຄອນຫຼວງ ເອື້ອຍໄປຢູ່ຊຽງຂວາງ ພັດເອື້ອຍຖືເຊື້ອຍຸງ ພັດຍຸງໂຕດຽວກັນກັດ ກໍ່ສາມາດຕິດເຊື້ອໄດ້ ຄັນນ້ອງໄດ້ເຮັດການສຶກສາ ເຮັດໂຕຫຍັງຊ່ວງອັນໂຄວິດ-19 ແໝ້ ນ້ອງສົມທຽບ ຕອນບໍ່ໄດ້ມີການອອກບ້ານ ໂຕເລກໄຂ້ຍຸງມີໜ້ອຍດຽວໃດ໋ ຫຼັງຈາກປ່ອຍແລ້ວ ພັດວ່າ ປະຕິໂຖ້ ປະຊາກອນບັກຫຼາຍໆຫັ້ນນ່າ.”

ຂະນະດຽວກັນ ຢູ່ນະຄອນຫຼວງວຽງຈັນ ໂຄງການປ່ອຍເຊື້ອໄຂ້ຍຸງລາຍ ທີ່ມີເຊື້ອຈຸລິນຊີ ໂວບັກເຄຍ ໄປປະສົມພັນ ກັບຍຸງລາຍບ້ານ ເພື່ອຄວບຄຸມການສົ່ງເຊື້ອໄວລັສ Dengue ທີ່ເຮັດໃຫ້ເກີດ ພະຍາດໄຂ້ຍຸງລາຍນັ້ນ ມີພຽງແຕ່ 2 ເມືອງ ຄື: ເມືອງຈັນທະບູລີ ແລະເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຈຶ່ງຍັງບໍ່ຄອບຄຸມທຸກເມືອງ ຂອງນະຄອນຫຼວງວຽງຈັນ ຈຶ່ງເຮັດໃຫ້ ທົ່ວນະຄອນຫຼວງວຽງຈັນ ມີຜູ້ຕິດເຊື້ອໄຂ້ຍຸງລາຍ ຫຼາຍກວ່າໝູ່, ດັ່ງແພດຂັ້ນບ້ານ ກ່າວວ່າ:

“ໂຄງການເຮັດຜ່ານມານີ່  (ປ່ອຍຍຸງລາຍ ທີ່ມີເຊື້ອຈຸລິນຊີ ໂວບັກເຄຍ) ມີແຕ່ເອົາຕັ້ງແຕ່ ຈັນທະບູລີ ກັບໄຊເສດຖາ ຄິດວ່າ ເມືອງ 2 ເມືອງນີ້ ເປັນໃຈກາງ ເມື່ອເວລາເຮົາແຜ່ຢູ່ນີ້ ແລ້ວເຮົາຄິດວ່າ ມັນສິອອກໄປນອກຫັ້ນນ່າ ຄັນຊິເວົ້າມັນກະໄດ້ຜົນຢູ່ ແຕ່ວ່າ ສະເພາະ ແຕ່ເມືອງທີ່ປ່ອຍເນາະ ເມືອງທີ່ບໍ່ໄດ້ປ່ອຍ ສິໂຄດນີ້ ໝາຍຄວາມວ່າ ເຂົາເຈົ້າບໍ່ທັນໄດ້ເຮັດ ມັນກໍ່ເພີ່ມຂຶ້ນແນວນັ້ນແຫຼະ.”

ທ່ານກ່າວວ່າ ບ້ານສີບຸນເຮືອງ ເມືອງຈັນທະບູລີ ເປັນ 1 ໃນ 32 ບ້ານ ທີ່ມີໂຄງການປ່ອຍເຊື້ອຍຸງລາຍ ທີ່ມີເຊື້ອຈຸລິນຊີ ໂວບັກເຄຍ ໄປປະສົມພັນ ກັບຍຸງລາຍບ້ານ ເພື່ອຄວບຄຸມ ການສົ່ງເຊື້ອໄວລັສ Dengue ທີ່ເຮັດໃຫ້ເກີດພະຍາດໄຂ້ຍຸງລາຍຫຼາຍນັ້ນ ແລ້ວມາເບິ່ງຜົນຕາມມາທີ່ໄດ້ຮັບ ທີ່ເກີດຈາກການປ່ອຍຍຸງໂວບັກເຄຍນັ້ນ ພົບວ່າ ນັບຕັ້ງແຕ່ວັນທີ 1 ເດືອນມັງກອນ ປີ 2024 ເຖິງວັນທີ 31 ກໍລະກົດ ປີ 2024 ຈໍານວນຜູ້ຕິດເຊື້ອໄຂ້ຍຸງລາຍ ພາຍໃນບ້ານສີບຸນເຮືອງ ຫຼຸດລົງຈາກແຕ່ກ່ອນ ທີ່ບໍ່ມີການປ່ອຍຍຸງ ທີ່ມີເຊື້ອໂວບັກເຄຍ ມີຄົນຕິດເຊື້ອໄຂ້ຍຸງລາຍ 20 ແຕ່ມາວັນທີ 31 ກໍລະກົດ 2024 ຫຼັງຈາກ ປ່ອຍຍຸງ ທີ່ມີເຊື້ອໂວບັກເຄຍ ມີຄົນຕິດເຊື້ອໄຂ້ຍຸງລາຍ ພຽງແຕ່ 3 ຄົນ.

ສ່ວນສາເຫດ ທີ່ເຮັດໃຫ້ບາງບ້ານ ທີ່ມີໂຄງການ ການປ່ອຍຍຸງລາຍ ທີ່ມີເຊື້ອຈຸລິນຊີ ໂວບັກເຄຍ ແລ້ວຍັງມີຜູ້ຕິດເຊື້ອໄຂ້ຍຸງລາຍນັ້ນ ກໍ່ຍ້ອນວ່າ ການຮ່ວມມື ຂອງຊາວບ້ານ ບໍ່ເຂັ້ມແຂງ ເປັນຕົ້ນ ເຂດທີ່ມີການຕິດເຊື້ອໄຂ້ຍຸງລາຍ ແມ່ນວັດ ຄັນແມ່ນວັດ ເພິ່ນບູຊານໍາທາດ ແລ້ວຖິ້ມກະໂປະກະປ໋ອງຊະຊາຍ ຈຶ່ງເຮັດໃຫ້ມີນໍ້າຂັງ ແລ້ວເປັນແຫຼ່ງເພາະພັນຍຸງລາຍ.

ສ່ວນນັກວິຊາການ ດ້ານໄຂ້ຍຸງ ຈາກແຂວງພາກໃຕ້ ກ່າວວ່າ ໄລຍະນີ້ ເປັນລະດູຝົນ ປະຊາຊົນ ຈະພາກັນໄປທໍາການຜະລິດ ຢູ່ສວນຢູ່ໄຮ່ ຈຶ່ງບໍ່ໄດ້ເຂົ້າຮັບຟັງການໂຄສະນາ ສຸຂະສຶກສາ ຂອງທາງການ ກ່ຽວກັບການປ້ອງກັນໂຕເອງ ຈາກຍຸງລາຍກັດ ຈຶ່ງເຮັດໃຫ້ບາງຄອບຄົວ ໄປນອນເຝົ້າໄຮ່ ເຝົ້າສວນ ແບບບໍ່ກາງມຸ້ງ ແລ້ວກໍ່ຕິດເຊື້ອໄຂ້ຍຸງລາຍ, ດັ່ງນາງກ່າວວ່າ:

“ລະດູຝົນເນາະ ຄົນໄປທໍາການຜະລິດຢູ່ໄຮ່ຢູ່ສວນ ນອນໄຮ່ນອນສວນ ບາງເທື່ອກໍ່ໄດ້ນອນກາງມຸ້ງ ບາງເທື່ອກໍ່ບໍ່ໄດ້ກາງນີ້ແຫຼະ ແລ້ວເຮັດໃຫ້ຕິດເຊື້ອ, ການໂຄສະນາ ພວກເຮົາມັນກໍ່ບໍ່ທົ່ວບໍ່ເຖິງເນາະ ພວກເຮົາບໍ່ໄດ້ໄປທຸກຂອບແຄແຈຮົ້ວເດ້ ເຂົາຢູ່ໄຮ່ຢູ່ສວນ ບາງຄອບຄົວກະສິບໍ່ໄດ້ເຖິງຂໍ້ມູນຂ່າວສານ ບາງຄອບຄົວກໍ່ສິເຖິງ.”

ຊາວບ້ານ ຜູ້ທີ່ມີປະສົບການ ເຄີຍເປັນໄຂ້ຍຸງລາຍ ຈາກແຂວງອັດຕະປື ກ່າວວ່າ ຕົນເອງເປັນໄຂ້ຍຸງລາຍ ຍ້ອນຂາດຄວາມຮູ້ ໃນການໃນການປ້ອງກັນ ຂະນະທີ່ ໄລຍະນີ້ ກໍ່ເຫັນມີເຈົ້າໜ້າທີ່ ລົງມາໂຄສະນາ “ບໍ່ມີໜອນນໍ້າ ບໍ່ມີຍຸງລາຍ ເທົ່າກັບ ບໍ່ມີໄຂ້ຍຸງລາຍ” ຕາມບ້ານ ແລະ ໄດ້ແຈກຢາຍມຸ້ງຍ້ອມຢາ ໃຫ້ຜູ້ທີ່ເຂົ້າຟັງການໂຄສະນານໍາດ້ວຍ, ດັ່ງທ່ານກ່າວວ່າ:

“ສະພາບການຂອງຂ້າພະເຈົ້າຫັ້ນ ບໍ່ໄດ້ໄປໃສນ່າ ຢູ່ແຕ່ຫ້ອງ ແຕ່ວ່າກາງມຸ້ງຫັ້ນ ຍຸງເຂົ້າມຸ້ງນໍາຫັ້ນນ່າ ຕອນເດິກລຸກໄປ ໄປເບົາ ມັນຄືສິເຂົ້າຊ່ວງເວລານັ້ນຫັ້ນແຫຼະ ຢູ່ຫໍພັກຫັ້ນນ່າ ອັນບໍ່ແມ່ນເຮືອນໂຕເອງ ແລະມັນເປັນໄຂ້ໂລດ (ເຮົາຈະໄປເກັບ ກະໂປະກະປ໋ອງ) ອ້ອມຂ້າງຢູ່ຫ້ອງຜູ້ອື່ນ ກໍ່ບໍ່ໄດ້ແມ່ນຜູ້ອື່ນ ມັນກໍ່ມີນໍ້າຂອກນໍ້າຂັງ ແລ້ວຕອນເຂົຮາມາເຜີຍແຜ່ ວິທີການປ້ອງກັນໄຂ້ຍຸງ ແລ້ວເຂົາແຈກມຸ້ງນ່າ.”

ແພດຂັ້ນບ້ານ ຜູ້ດຽວກັບຂ້າງເທິງນີ້ ຍັງກ່າວອີກວ່າ ຫ້ອງການສາທາລະນະສຸກເມືອງ ສົ່ງແຈ້ງການ ມາຍັງຂັ້ນບ້ານ ເພື່ອໃຫ້ອາສາສະໝັກ ປະກາດອອກໂທລະໂຄ່ງ ທຸກວັນເສົາ ຕອນ 6 ໂມງເຊົ້າ ເລື່ອງໄຂ້ຍຸງລາຍ ບວກກັບ ໃຫ້ອາສາສະໝັກບ້ານ ລົງຕິດຕາມ ການປະຕິບັດ 5 ປໍ ຂອງຊາວບ້ານ ຫາກພົບວ່າ ບ່ອນໃດ ພົບຄົນເຈັບ ເປັນໄຂ້ຍຸງລາຍ ຫຼື ມີຜູ້ເສຍຊີວິດຍ້ອນໄຂ້ຍຸງລາຍ ຈະລົງມາພົ່ນຢາຂ້າຍຸງໃນບ່ອນນັ້ນທັນທີ, ດັ່ງທ່ານກ່າວວ່າ:

“ທຸກວັນເສົາ ຕອນ 6 ໂມງເຊົ້າ ແມ່ນພວກເຮົາແຈ້ງການ ເລື່ອງຍຸງລາຍເລີຍ ແລ້ວໄປນໍາພາໄປເບິ່ງນໍາເຂົາເຈົ້າ ບໍ່ໃຫ້ມີນໍ້າຂັງ ບ່ອນໃດທີ່ວ່າເກີດຫຼາຍຫັ້ນນ່າ ແລ້ວເພິ່ນສິລົງພົ່ນຢາຂ້າຍຸງ ເພິ່ນກໍ່ບໍ່ຢາກສິດດອກ ເພິ່ນວ່າ ສີດຢາ ມັນບໍ່ໄດ້ມີຜົນດີ ເຮັດອາທິດລະເທື່ອ ເວັ້ນແຕ່ ພວກເຮົາມີວຽກຫຼາຍ ແຕ່ບໍ່ໃຫ້ເກີນ 2 ອາທິດ ແລ້ວເຮົາມີແຕ່ວ່າ ເພິ່ນມີ່ແຈ້ງການມາໃຫ້ ກໍ່ຕ້ອງໄດ້ລົງ ບໍ່ແມ່ນວ່າ ສິມີເງິນມາຊຸກຍູ້ອີ່ຫຍັງ ບໍ່ມີ.”

ເຖິງຢ່າງໃດກໍ່ຕາມ ອີງຕາມຂໍ້ມູນ ຈາກກະຊວງສາທາລະນະສຸກ ເວົ້າສະເພາະ ນະຄອນຫຼວງວຽງຈັນ ແລະແຂວງເຊກອງ ເຖິງຈໍານວນຜູ້ຕິດເຊື້ອໄຂ້ຍຸງລາຍ ແລະຜູ້ເສຍຊີວິດ ພົບວ່າ ທັງໝົດ ມີຈໍານວນຜູ້ຕິດເຊື້ອໄຂ້ຍຸງລາຍເພີ່ມຂຶ້ນ ແລະເສຍຊີວິດເພີ່ມຂຶ້ນຢ່າງຫຼວງຫຼາຍ ເມື່ອທຽບໃສ່ ໄລຍະດຽວກັນໃນປີຜ່ານມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.