ມີຜູ້ເປັນໄຂ້ຍຸງລາຍ ປະມານ 8,000 ປາຍຄົນ
2024.07.26
ມີຜູ້ຕິດໄຂ້ຍຸງລາຍຢູ່ປະເທດລາວສະສົມ ຈໍານວນ 8,000 ປາຍຄົນ ໃນນັ້ນຢູ່ນະຄອນຫລວງວຽງຈັນ ມີຜູ້ຕິດເຊື້ອເກືອບ 2,000 ຄົນ ແລະ ແຂວງເຊກອງກໍມີຜູ້ຕິດເຊື້ອ ເກືອບ 2,000 ຄົນ ຍັງບໍ່ມີທ່າວ່າ ຈໍານວນຜູ້ຕິດເຊື້ອຈະຫຼຸດລົງ. ນີ້ແມ່ນຈໍານວນຜູ້ຕິດເຊື້ອ ນັບແຕ່ຕົ້ນປີ 2024 ຈົນມາເຖິງປັດຈຸບັນ ໂດຍສະເພາະ ເຂດມີຄວາມຄວາມສ່ຽງ ໃນໂຕເມືອງ ແລະ ຊຸມຊົນແອອັດ ທີ່ມີບັນຫານໍ້າຖ້ວມຂັງ ໃນຍາມຝົນ.
ເຈົ້າໜ້າທີ່ ຜູ້ທີ່ເຮັດວຽກຄວບຄຸມພະຍາດຕິດຕໍ່ ຢູ່ແຂວງທາງພາກໃຕ້ທ່ານໜຶ່ງ ໄດ້ກ່າວວ່າ:
“ອໍ ມັນກໍຢູ່ແຖວເມືອງນີ້ແຫຼະເຈົ້າ ແມ່ນໆ ແຖວໃນເມືອງນີ້ 400 [ເສັ້ນທາງ 450 ປີ] ກໍມີເຈົ້າ ແຖວໃນເມືອງ ແຫຼ່ງນໍ້າເນາະ ເພາະວ່າ ຢູ່ນະຄອນຫລວງວຽງຈັນ ມັນມີແຫຼ່ງນໍ້າຝົນນີ້ແຫຼະ ມັນມີນໍ້າຂັງນໍ້າຫຍັງ ແລ້ວກໍຍຸງລາຍໄຂ່ໃສ່ ແລ້ວມັນດູດຄົນນີ້ ແລ້ວມັນໄປດູດອີກຄົນໜຶ່ງຫັ້ນນ່າ ມັນຈະເປັນຕິດຕໍ່ກັນໂດຍ ນໍ້າຂັງແດ່ ແລ້ວກໍນໍ້າປ່າ ນໍ້າຫຍັງທົ່ວໄປນີ້ແຫຼະເຈົ້າ ແມ່ນໆ ນໍ້ານິ້ງມັນບໍ່ໄຫຼຫັ້ນນ່າ.”
ໃນຂະນະດຽວກັນ ແຂວງເຊກອງ ກໍເປັນແຂວງໜຶ່ງ ທີ່ໄຂ້ຍຸງລະບາດ ແລະ ມີຜູ້ຕິດເຊື້ອສະສົມເກືອບ 2,000 ຄົນ ຍ້ອນວ່າ ຫຼາຍເຂດຢູ່ພາຍໃນແຂວງ ເລີ່ມມີຈໍານວນປະຊາກອນຫຼາຍ, ໂຄງການກໍ່ສ້າງ ແລະ ກິດຈະກໍາ ທາງເສດຖະກິດເພີ່ມຂຶ້ນຫຼາຍ.
ເຈົ້າໜ້າທີ່ພະແນກ ສາທາລະນະສຸກແຂວງເຊກອງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນມື້ດຽວກັນວ່າ:
“ການສ້າງເຮືອນຂອງຂະເຈົ້າ ເຮືອນຂອງຂະເຈົ້າຫັ້ນນ່າ ຂະເຈົ້າມີກະໂປະ ກະປ໋ອງ ຂະເຈົ້າມີຖັງນໍ້າຢູ່ໃນເຮືອນ ຢູ່ໃນຫ້ອງນໍ້າເຂົາຫັ້ນນ່າ ກໍບໍ່ໄດ້ມີຝາປິດຫຍັງຫຼາຍບອ່ນ ຍຸງເພາະພັນຫັ້ນ. ເອີ ປັດໄຈທາງດ້ານປະຊາກອນຫັ້ນ ຖືວ່າ ປະຊາກອນຫັ້ນມີການເພີ່ມຂຶ້ນ ມີການເຂົ້າອອກຫຼາຍ ການໄປມາຫຼາຍ.”
ເຖິງວ່າ ຈະມີການລະບາດຂອງໄຂ້ຍຸງລາຍ ຕໍ່ເນື່ອງເປັນປະຈໍາທຸກປີ ໃນຍາມຝົນ ແຕ່ທາງການລາວ ແລະ ພາກສ່ວນກ່ຽວຂ້ອງ ຍັງບໍ່ທັນເອົາໃຈໃສ່ ກ່ຽວກັບການພົ່ນຢາ ປ້ອງກັນຍຸງລາຍ ໃຫ້ແກ່ປະຊາຊົນ ທີ່ອາໃສຢູ່ໃນເຂດຊຸມຊົນ.
ຊາວຄ້າຂາຍ ຢູ່ນະຄອນຫລວງວຽງຈັນ ໄດ້ກ່າວວ່າ:
“ຍາມຝົນມັນກໍມີຫັ້ນແຫຼະ ກໍຫຼາຍຫັ້ນແຫຼະ ເລື່ອງມີມັນກໍມີ ມັນກໍຫຼາຍວ່າ ທຸກລະດູ ແຖວບ່ອນໃນຄອງນໍ້າ ຄອງຫຍັງຫັ້ນແຫຼະ ບ່ອນໃດມີນໍ້າ ມີຫຼາຍຢູ່ແຫຼະ ເປັນແຫຼ່ງນໍ້າຂັງ ແມ່ນຫຍັງນີ້ແຫຼະ ຖ້າເປັນລະດູນີ້ ກໍເປັນຊ້ວງລະດູຝົນ ຄັນພົ່ນຢານີ້ ກໍ ມັນບໍ່ຄ່ອຍເຫັນດອກ ສ່ວນຫຼາຍພົ່ນຢາ ພົ່ນຄວັນຫັ້ນ ມັນຈະເປັນຢູ່ແຖວສໍານັກງານ, ອົງກອນ, ອົງການ, ໂຮງໝໍ, ໂຮງແຮມ ທີ່ຂະເຈົ້າຈ້າງມາພົ່ນສະເພາະຫັ້ນນ່າ.”
ໃນຂະນະດຽວກັນ ພໍ່ແມ່ປະຊາຊົນ ທີ່ອາໃສຢູ່ໃນເຂດເມືອງ ແລະ ຊຸມຊົນແອອັດ ພັດຍັງບໍ່ທັນເອົາໃຈໃສ່ ແລະ ຮ່ວມມືກັນ ຢ່າງຈິງຈັງ ໃນການກໍາຈັດໜອນນໍ້າຍຸງລາຍ ໃນເຂດສາທາລະນະ.
ຊາວຄ້າຂາຍທ່ານນີ້ ກ່າວຕື່ມອີກວ່າ:
“ເພິ່ນເຫັນ ເພິ່ນກໍໃໝ. ປັບໃໝ ເຈົ້າບໍ່ຮັກສາ ອັນນັ້ນ ມັນມີໜອນນໍ້າ ມັນມີຍຸງລາຍ ຄັ້ງລະ 50,000 ກີບ. ຂະເຈົ້າກໍບອກຢູ່ ແຕ່ກໍເຮັດໄດ້ສ່ວນໜຶ່ງຊື່ໆ ຍຸງກໍຍັງຫຼາຍຄື ເກົ່າ ຂະໜາດຂ້ອຍຢູ່ໃນເມືອງນີ້ ກໍຍັງຍຸງຫຼາຍ ເພາະວ່າ ມັນທັງໆ ທີ່ບໍ່ມີແຫຼ່ງນໍ້າ ອີ່ຫຍັງຫັ້ນນ່າ ຢູ່ນໍ້າຫ້ອງນໍ້າແມ່ນຫຍັງ ມັນກໍໄປໄຂ່ໃນສະລໍາ ຄົນນີ້ ບາງປີນີ້ ຈົນບໍ່ມີບ່ອນນອນມຸ້ງເດ້. ບໍ່ມີບ່ອນຊິນອນ ເພາະວ່າ ໂຮງໝໍມັນຮັບຍຸງລາຍ ພະຍາດນີ້ ຈະເປັນຫຼາຍກ່ອນໝູ່ ໄຂ້ຍຸງລາຍ.”
ອີງຕາມຂໍ້ມູນຈາກຫຼາຍແຂວງ, ປັດຈຸບັນ ໜ່ວຍງານທີ່ເຮັດວຽກດ້ານສາທາລະນະສຸກຢູ່ເມືອງ ແລະ ແຂວງຕ່າງໆ ທົ່ວປະເທດ ໄດ້ມີມາດຕະການປ້ອງກັນ ແລະ ຄວບຄຸມພະຍາດໄຂ້ຍຸງລາຍ ໃນແຕ່ລະບ້ານແລ້ວ.
ນອກຈາກນີ້, ຍັງສົ່ງທີມນັກວິຊາການ ລົງໄປໂຄສະນາ ເຜີຍແຜ່ຂໍ້ມູນ ໃຫ້ອໍານາດການປ້ອງຄອງ ແລະ ພໍ່ແມ່ນປະຊາຊົນ ຢູ່ໃນບ້ານຕ່າງໆ ໃຫ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບຜົນຮ້າຍຂອງໄຂ້ຍຸງລາຍ ແລະ ວິທີປ້ອງກັນ ແຕ່ການແຜ່ລະບາດ ຂອງໄຂ້ຍູງລາຍ ກໍຍັງບໍ່ມີທ່າທີວ່າຈະຫຼຸດລົງ.
ສໍາລັບການແຜ່ລະບາດ ຂອງພະຍາດໄຂ້ຍຸງລາຍ ໃນແຕ່ລະເຂດ ຂອງປະເທດລາວ ຈະມີເງື່ອນໄຂຕ່າງກັນ ເປັນຕົ້ນ ໃນເຂດໂຕເມືອງ ທີ່ມີຄວາມແອອັດ ຈະມີອັດຕາການແຜ່ລະບາດ ຫຼາຍກວ່າເຂດນອກ ແລະ ແຂວງທາງພາກໃຕ້ ຈະມີອັດຕາການແຜ່ລະບາດ ຫຼາຍກວ່າທາງພາກເໜືອ ຍ້ອນສະພາບອາກາດ ທີ່ຮ້ອນຊຸ່ມກວ່າ.
ເຈົ້າໜ້າທີ່ເຮັດວຽກຄວບຸມການແຜ່ລະບາດຂອງໄຂ້ຍຸງລາຍ ຢູ່ແຂວງພາກເໜືອ ໄດ້ກ່າວວ່າ:
“ສ່ວນຫຼາຍໄຂ້ຍຸງລາຍ ຈະມີຢູ່ເຂດຮ້ອນເນາະ ມັນຊິມີຢູ່ນະຄອນຫລວງ ແລ້ວກໍພາກໃຕ້ຂອງລາວຫັ້ນນ່າ ບໍ່ວ່າຈະເປັນຈໍາປາສັກ ພວກເອື້ອຍລະແມ່ນຢູ່ຫົວພັນ ຊຽງຂວາງ ບໍ່ສູ້ມີໄຂ້ລະບາດຍຸງລາຍ ນອກຈາກທີ່ວ່າ ມີນໍ້າເຂົາເຈົ້າ ຈາກແຂວງອື່ນ ມາຈາກຄົນ ກໍສ່ວນຫຼາຍກໍຊິແມ່ນມາຈາກແຫຼ່ງນໍ້າເນາະ ມັນເກີດຈາກແຫຼ່ງນໍ້າຫັ້ນນ່າ ແລ້ວກໍເອີ ຍຸງກັດຜູ້ນັ້ນ ແລ້ວກໍຕິດ ແລ້ວກໍກັດຜູ້ອື່ນຫັ້ນນ່າເນາະ ມັນກໍແບບນັ້ນຫັ້ນແຫຼະ.”
ມີຜູ້ຕິດເຊື້ອໄຂ້ຍຸງລາຍສະສົມ ປະມານ 8,000 ຄົນ ໃນນັ້ນມີຜູ້ເສັຽຊີວິດ 3 ຄົນ ຢູ່ນະຄອນຫລວງວຽງຈັນ, ເສັຍຊີວິດ 2 ຄົນ ຢູ່ແຂວງເຊກອງ, 2 ຄົນ ຢູ່ຫລວງພະບາງ, ແລະ 2 ຄົນ ຢູ່ແຂວງຫລວງນໍ້າທາ ອີງຕາມການລາຍງານ ຂອງສູນຂ່າວສານການແພດ ສຸກຂະສຶກສາ ຂອງກະຊວງສາທາລະນະສຸກ.