ຈໍານວນຜູ້ເປັນໄຂ້ຍຸງລາຍ ເພີ່ມຂຶ້ນເປັນ 3,800 ຄົນແລ້ວ

ຈຳປາທອງ
2024.06.11
ຈໍານວນຜູ້ເປັນໄຂ້ຍຸງລາຍ ເພີ່ມຂຶ້ນເປັນ 3,800 ຄົນແລ້ວ ຮູບປະກອບ ເຊິ່ງຄົນເປັນໄຂ້ຍຸງລາຍ ນອນໂຮງໝໍມະໂຫສົດ. ເດືອນກໍລະກົດ 2019.
ນັກຂ່າວພົນລະເມືອງ

ປັດຈຸບັນ ພະຍາດໄຂ້ຍຸງລາຍຢູ່ລາວ ລະບາດຫລາຍ ແລະເພີ່ມຂຶ້ນນໍາເລື້ອຍໆ ຍ້ອນເປັນໄລຍະເຂົ້າສູ່ລະດູຝົນ. ສູນຂ່າວສານການແພດ ສຸກຂະສຶກສາ ເວົ້າວ່າ ມາຮອດວັນທີ 9 ມິຖຸນານີ້ ທົ່ວປະເທດ ມີຜູ້ຕິດເຊື້ອໄຂ້ຍຸງລາຍ ຫລືໄຂ້ເລືອດ ອອກ ສະສົມແລ້ວ 3,803 ຄົນ, ມີຜູ້ເສຍຊີວິດ 3 ຄົນ; ແຂວງທີ່ມີການລະ ບາດຫລາຍ ແມ່ນແຂວງເຊກອງ ມີຜູ້ຕິດເຊື້ອ 1,216 ຄົນ, ເສຍຊີວິດ 1 ຄົນ, ຮອງລົງມາກໍແມ່ນນະຄອນຫລວງວຽງຈັນ ທີ່ມີຜູ້ຕິດເຊື້ອ 741 ຄົນ, ເສຍຊີວິດ 2 ຄົນ ແລະແຂວງຫລວງນໍ້າທາ ທີ່ມີຜູ້ຕິດເຊື້ອ 334 ຄົນ.

ຢູ່ແຂວງເຊກອງ ເມືອງທີ່ມີຄົນຕິດເຊື້ອພະຍາດນີ້ ຫລາຍກວ່າເມືອງອື່ນໆ ແມ່ນເມືອງລະມາມ ຍ້ອນມີຄົນຢູ່ຫລາຍ. ຢູ່ແຂວງນີ້ ເຖິງມີຄົນຕິດເຊື້ອຫລາຍ ທັງເດັກນ້ອຍ, ຄົນໜຸ່ມ ແລະຜູ້ເຖົ້າ ແຕ່ກໍຍັງຢູ່ໃນລະດັບທີ່ຄວບຄຸມໄດ້.

ພະຍາດໄຂ້ຍຸງລາຍ ບໍ່ມີວັກຊິນປ້ອງກັນ ແຕ່ສາມາດປ້ອງກັນໄດ້ ດ້ວຍການທໍາລາຍແຫລ່ງເພາະພັນຍຸງລາຍ ຢູ່ຕາມປ່າ, ບ່ອນມີນໍ້າຂັງ ດັ່ງເຈົ້າໜ້າທີ່ ພະແນກສາທາລະນະສຸກ ແຂວງເຊກອງ ນາງນຶ່ງເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 11 ມິຖຸນານີ້ວ່າ:

ກໍລະບາດຕາມລະດູນີ້ແຫລະ ເຮົາກໍຍັງພໍມີຢູ່ ແຕ່ກໍບໍ່ເຖິງກັບຂັ້ນຮ້າຍແຮງ ກໍຢູ່ໃນລະດັບທີ່ວ່າຄວບຄຸມໄດ້ຫັ້ນນ່າ ແຕ່ວ່າກໍມີເລື້ອຍໆ ບໍ່ໆ ຍຸງລາຍບໍ່ມີວັກຊິນປ້ອງກັນເນາະ ມີແຕ່ວິທີປ້ອງກັນກໍຄືທໍາລາຍແຫລ່ງເພາະພັນ ແລ້ວກໍການຮັກສາສຸກຂະພາບໃນຊຸມຊົນ ເປັນຫລັກຫັ້ນແຫລະ.

ວິທີປ້ອງກັນພະຍາດໄຂ້ຍຸງລາຍ ຢູ່ລາວ ທີ່ທາງກະຊວງສາທາລະນະສຸກ ວາງອອກ ແມ່ນໃຫ້ປະຕິບັດ 5 ປ ຄື:

  • ປ ທີ 1: ປິດ ຝາພາຂະນະ ທີ່ເກັບນໍ້າໃນເຮືອນ ແລະນອກເຮືອນ ເພື່ອບໍ່ໃຫ້ຍຸງມາໄຂ່ໃສ່
  • ປ ທີ 2: ປ່ຽນນໍ້າ ແລະພາຊະນະ ເຊັ່ນ ເຕົ້າດອກໄມ້, ນໍ້າຮອງຕີນຕູ້, ຖານຮອງຈອກນໍ້າ,
  • ປ ທີ 3: ປ່ອຍປາຫາງນົກຍູງ ເພື່ອໃຫ້ມັນກິນໜອນນໍ້າ,
  • ປ ທີ 4: ປັບປຸງ ສະພາບແວດລ້ອມ ບໍ່ໃຫ້ມີນໍ້າຄ້າງ ນໍ້າຂັງ ແລະ
  • ປ ທີ 5: ປະຕິບັດເປັນປະຈໍາທຸກອາທິດ ແລະຖ້າເປັນໄຂ້ ໃຫ້ໄປປິ່ນປົວຢູ່ໂຮງໝໍ ຫລືໂຮງໝໍນ້ອຍໃກ້ບ້ານ.

ຢູ່ແຂວງຫລວງນໍ້າທາ ບ່ອນທີ່ມີຄົນຕິດເຊື້ອພະຍາດນີ້ຫລາຍ ແມ່ນຢູ່ໃນເຂດເທດສະບານແຂວງ ຍ້ອນມີຄົນຢູ່ຫລາຍ ຊຶ່ງທີ່ຜ່ານມາ ພາກສ່ວນທີ່ກ່ຽວຂ້ອງ ກໍໄດ້ໂຄສະນາ ທາງໂທລະໂຂ່ງ, ໂທລະພາບ ແລະທາງອອນລາຍ ໃຫ້ປະຊາຊົນຮູ້ຂັ້ນຕອນ ການປ້ອງກັນພະຍາດນີ້ ໂດຍເນັ້ນໃສ່ບ້ານ ທີ່ມີການລະບາດຫລາຍ ດັ່ງເຈົ້າໜ້າທີ່ ພະແນກສາທາລະນະສຸກ ແຂວງຫລວງນໍ້າທາ ນາງນຶ່ງ ກ່າວໃນມື້ດຽວກັນນີ້ວ່າ:

ທີມງານເຮົາລົງໄປສໍາຫລວດໜອງນໍ້າ ຄົວເຮືອນບ້ານທີ່ມີການຕິດເຊື້ອຫລາຍເນາະ ແລ້ວກໍມີການໂຄສະນາທາງວິທະຍຸ ໂທລະໂຄ່ງໂທລະພາບ ແລ້ວກໍທາງເຟສບຸກປ້ອງກັນໄຂ້ຫຍຸງລາຍ ເຮົາຈະເນັ້ນໂທລະໂຄ່ງເນາະ ໂທລະໂຄ່ງຂັ້ນບເານຫັ້ນນ່າ ຂັ້ນຊຸມຊົນແລ້ວກໍຂັ້ນແຂວງ ສ່ວນຫລາຍເຮົາຈະເນັ້ນຂັ້ງບ້ານເນາະ ບ້ານທີ່ມີຜູ້ຕິດເຊື້ອຫັ້ນນະ.

ກ່ຽວກັບເລື່ອງນີ້ ປະຊາຊົນ ຢູ່ເມືອງຫລວງນໍ້າທາ ແຂວງຫລວງນໍ້າທາ ນາງນຶ່ງເວົ້າວ່າ ຕອນນີ້ ເລີ່ມເຫັນຄົນຕິດເຊື້ອພະຍາດໄຂ້ຍຸງລາຍ ຢູ່ໂຮງໝໍແລ້ວ ແຕ່ກໍຍັງບໍ່ລະບາດຫລາຍ, ແຕ່ພາກສ່ວນທີ່ກ່ຽວຂ້ອງ ກໍໄດ້ລົງມາໂຄສະນາ ໃຫ້ຄວາມຮູ້ປະຊາຊົນ ກ່ຽວກັບເລື່ອງນີ້ຢູ່.

ປົກກະຕິໄດ໋ ບາງຄົນກໍມີ ກໍມີຢູ່ໄດ໋ ຢູ່ໂຮງໝໍ ມັນກໍຂຶ້ນກັບຂອບເຂດ ມັນບໍ່ໄດ້ທົ່ວບ່ອນຫັ້ນນ່າ ສາທາລະນະສຸກເຂົາເຈົ້າກໍມາ ແພດໝໍສຸກສາລາ ເຂົາເຈົ້າກໍມາ ລົງເຂດຊຸທຊົນ ເຂດຊຸມຊົນເຂດນ້ອຍຫັ້ນນ່າ. ຂະເຈົ້າກໍໃຊ້ໂທລະໂຄ່ງ.

ຢູ່ນະຄອນຫລວງວຽງຈັນ ປະຊາຊົນບ້ານຈະເລີນໄຊ ເມືອງໄຊທານີ ນາງນຶ່ງເວົ້າວ່າ ເມື່ອຮອດລະດູຝົນທຸກປີ ກະຊວງສາທາລະນະສຸກ ກໍໄດ້ໂຄສະນາ ທາງໂທລະພາບ ແລະຫ້ອງການ ສາທາລະນະສຸກ ເມືອງ ກໍໄດ້ໂຄສະນາຕາມບ້ານ ເຖິງການປ້ອງກັນພະຍາດໄຂ້ຍຸງລາຍ ແຕ່ປີນີ້ຍັງບໍ່ເຫັນ.

ແຕ່ລະປີມັນຈະມີໜ່ວຍງານລົງມາເນາະ ແຕ່ປີນີ້ຫັ້ນຄືວ່າຍັງບໍ່ທັນເຫັນກໍ໋ ແຕ່ວ່າມັນກໍບໍ່ທົ່ວບໍ່ເຖິງ ລົງມາກໍເນາະກໍລົງມາໂຄສະນາວ່າ ບໍ່ໃຫ້ມີນໍ້າຂັງນໍ້າຫຍັງຫັ້ນແຫລະ ວ່າໃຫ້ອະນາມອກອະນາໄມຫັ້ນແຫລະ ແຕ່ວ່າຄັນຜູ້ໃດເບິ່ງໂທລະພາບຂອງລາວເຮົາ ກໍຈະເຫັນມີເນາະ ເພິ່ນກໍຈະໂຄສະນາທຸກປີຢູ່ແລ້ວເນາະອັນນີ້ເນາະ ຍາມລະບາດຫັ້ນນ່າ ແຕ່ວ່າປະຊາຊົນສ່ວນຫລາຍກໍບໍ່ເຂົ້າເຖິງດອກ ແລ້ວຜູ້ເຖົ້າຜູ້ຫຍັງບໍ່ ເຂົາກໍບໍ່ຄ່ອຍຫລີ້ນໂຊຊຽວອີ່ຫຍັງດອກ.

ກ່ຽວກັບວຽກງານ ການປ້ອງກັນພະຍາດໄຂ້ຍຸງລາຍຢູ່ ສປປ ລາວ ຕ່າງປະເທດກໍໃຫ້ການຊ່ວຍເຫລືອ ເຊັ່ນໂຄງການຊ່ວຍເຫລືອ ຂອງລັດຖະບານອອສເຕຣເລັຍ ຮ່ວມກັບມູນນິທິ ກິລເລສປີ (Gillespie), ອົງການຊ່ວຍເຫລືອ ເດັກສາກົນ ປະຈໍາລາວ ແລະໂຄງການຄວບຄຸມ ຍຸງລາຍໂລກ (WMP) ທີ່ມີໂຄງການຄວບຄຸມ ການສົ່ງເຊື້ອພະຍາດໄຂ້ຍຸງລາຍ ບໍ່ໃຫ້ແພ່ລະບາດ ຢູ່ນະຄອນຫລວງວຽງຈັນ ຊຶ່ງໄດ້ປະຕິບັດມາໄດ້ 1 ປີແລ້ວ ເຮັດໃຫ້ຈໍານວນຜູ້ຕິດເຊື້ອພະຍາດນີ້ຫລຸດລົງ. ໂຄງການນີ້ ໄດ້ທົດລອງປ່ອຍຍຸງລາຍບ້ານ ທີ່ມີຈຸລິນຊີ ໂວລບັກເຄັຍ (Wolbachia) ໄລຍະທໍາອິດ ມາແຕ່ທ້າຍເດືອນເມສາ ຫາທ້າຍເດືອນສິງຫາ 2023 ຢູ່ 32 ບ້ານ ຂອງ 2 ເມືອງ ຄືເມືອງຈັນທະບູຣີ ແລະເມືອງໄຊເສດຖາ ໃນເນື້ອທີ່ປະມານ 9.4 ຕາລາງກິໂລແມັດ ຊຶ່ງຕາມແຜນແມ່ນ 12 ຕາລາງກິໂລ ແມັດ ແລະສາມາດຊ່ອຍປ້ອງກັນ ການຕິດເຊື້ອ ໄຂ້ຍຸງລາຍ ຢູ່ສອງເມືອງນີ້ໄດ້ 86,000 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.