ແພດ-ໝໍ ອາສາສະໝັກ ຈໍານວນຫຼາຍ ທະຍອຍລາອອກ
2024.06.10

ໃນຮອບ 4-5 ປີ ມານີ້ ທາງການລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ແບ່ງໂກຕ້າຊັບຊ້ອນແພດ ແລະໝໍ ອາສາສະໝັກ ເປັນພະນັກງານ-ລັດຖະກອນແພດແລະໝໍ ຫຼຸດລົງເລື້ອຍໆ ເຮັດໃຫ້ ແພດອາສາສະໝັກ ໃນຫຼາຍເມືອງ ແລະຫຼາຍແຂວງ ຢູ່ປະເທດລາວ ທະຍອຍລາອອກ ຈາກການຊ່ອຍວຽກ ຍ້ອນບໍ່ໄດ້ຮັບເງິນເດືອນ ທ່າມກາງສະພາບເງິນເຟີ້ ທີ່ຮຸນແຮງຂຶ້ນ.
ດັ່ງອະດີດແພດແລະໝໍ ອາສາສະໝັກ ທີ່ເຄີຍເຮັດວຽກດັ່ງກ່າວ ໄດ້ 9 ປີ ຢູ່ແຂວງອຸດົມໄຊ ນາງໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 10 ມິຖຸນາ 2024 ນີ້ວ່າ:
“ອໍ! ສະເພາະບາງຄົນນີ້ນ່າ ຢູ່ໂຮງໝໍເຈົ້າ ວຽກບ່ອນເຮັດໄປ ກະເລີຍອອກ ແພດນີ້ແຫຼະ ໄປແພດບ່ອນໃໝ່ ໄປເຮັດບ່ອນໃໝ່ ໂດຍໆໄປຊ່ອຍຄລີນິກນີ້ແຫຼະ (ລາຍໄດ້ຈາກການເຮັດວຽກນໍາລັດ) ບໍ່ໄດ້ປານໃດ ໂຕນີ້ນ່າ.”
ນາງກ່າວຕື່ມວ່າ ເຖິງແມ່ນວ່າ ໃນແຕ່ລະປີ ແພດແລະໝໍ ອາສາສະໝັກ ຈະທະຍອຍລາອອກ ແຕ່ໂຮງໝໍແຂວງ ພັດຍັງບໍ່ທັນ ປະສົບບັນຫາຂາດແຄນ ແພດແລະໝໍ ຍ້ອນມີນັກສຶກສາແພດ ແລະໝໍ ທີ່ຫາກໍ່ຈົບການສຶກສາໃໝ່ ແມ່ນເລືອກມາຊ່ອຍວຽກ ຢູ່ໃນເຂດໂຕເມືອງ ເປັນຈໍານວນຫຼາຍ ຂະນະທີ່ ພື້ນທີ່ເຂດນອກ ເປັນຕົ້ນ ສຸກສາລາ ແລະໂຮງໝໍຊຸມຊົນ ຫຼາຍແຫ່ງ ພັດບໍ່ທັນມີບຸກຄະລາກອນ ທາງການແພດ ທີ່ພຽງພໍ.
ເນື່ອງຈາກ ການເຮັດວຽກນໍາໜ່ວຍງານລັດ ດັ່ງກ່າວນີ້ ແພດແລະໝໍ ອາສາສະໝັກແຕ່ລະຄົນ ແມ່ນມີຄ່າໃຊ້ຈ່າຍໃນແຕ່ລະມື້ ເປັນຕົ້ນ ຄ່າກິນຢູ່ ແລະຄ່າເດີນທາງ ແຕ່ພວກຂະເຈົ້າ ພັດບໍ່ໄດ້ເງິນເດືອນ ແລະເງິນອຸດໜູນ ຈາກທາງການເທື່ອ ຈຶ່ງເຮັດໃຫ້ ຕັດສິນໃຈລາອອກ ເພື່ອໄປເຮັດວຽກຢູ່ໂຮງໝໍ ຫຼື ຄລີນິກເອກກະຊົນ ຍ້ອນໄດ້ຮັບເງິນເດືອນ.
ດັ່ງແພດ ແລະໝໍ ອາສາສະໝັກ ຢູ່ແຂວງຄໍາມ່ວນ ນາງໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນ ນີ້ວ່າ:
“ຖ້າວ່າ ຂະເຈົ້າ ບໍ່ມີວຽກ ຄັນວ່າ ເຂົາມີເງື່ອນໄຂ ໄປຢູ່ຄລີນິກແມ່ນຫຍັງ ຂະເຈົ້າກໍ່ອອກໄປເນາະ ຄັນບໍ່ມີເງື່ອນໄຂ ຂະເຈົ້າກໍ່ບໍ່ອອກ ໂດຍແມ່ນ ຄັນວ່າ ມີເອກກະຊົນ ແລ້ວຂະເຈົ້າອອກໄປເຮັດ ມັນອີງຕາມຫັ້ນນ່າ ແບບເຮັດວຽກຫຼາຍໄດ້ຫຼາຍ ເຮັດວຽກໜ້ອຍໄດ້ໜ້ອຍ ແມ່ນແຫຼະ ເງິນຍາມຫັ້ນແຫຼະ ຄັນຍາມກະໄດ້ຫຼາຍ ຍາມນ້ອຍກໍ່ໄດ້ໜ້ອຍ ສໍາລັບຢູ່ໂຮງໝໍເມືອງວາ ປີລະ 2 ໂຕເລກເນາະ ຂະເຈົ້າຮັບສໍ່ານັ້ນ.”
ທີ່ຜ່ານມາ ແພດ ແລະໝໍ ອາສາສະໝັກ ຈະໄດ້ຮັບແຕ່ພຽງ ເງິນຍາມເທົ່ານັ້ນ ເຊິ່ງແຕ່ລະເມືອງ ແລະ ແຕ່ລະແຂວງ ພັດມີການກໍານົດຈໍານວນເງິນ ແລະໄລຍະເວລາ ໃນການຈ່າຍເງິນບໍ່ຄືກັນ ອີກທັງ ບາງເມືອງ ພັດບໍ່ມີເງິນຍາມ ຈ່າຍໃຫ້ພວກຂະເຈົ້າ.
ດັ່ງແພດແລະໝໍ ອາສາສະໝັກ ທີ່ເຮັດວຽກໄດ້ 5 ປີ ນາງໜຶ່ງ ກ່າວວ່າ:
“ຫຼາຍຄົນ ອອກດຽວນີ້ ເຮັດໄຮ່ ເຮັດສວນຈັ່ງຊັ່ນແລ້ວ ບໍ່ມີຄ່າຈ້າງເດ້ ແມ່ນ ຍັງເຮັດຢູ່ ຂາຍເຄື່ອງ ໃຫ້ເປັນເງິນຍາມ 3 ເດືອນ ຕໍ່ 3 ແສນ ໂອ້ ຢາກໃຫ້ເພິ່ນໃຫ້ເງິນ ອູດໜູນຫັ້ນແຫຼະ ເດືອນໜຶ່ງ 2-3 ລ້ານ ກະຍັງດີ.”
ນາງກ່າວຕື່ມວ່າ ປັດຈຸບັນ ມີແພດແລະໝໍ ອາສາສະໝັກ ທະຍອຍລາອອກ ຈາກການຊ່ອຍວຽກເປັນຈໍານວນຫຼາຍ ສ່ວນຜູ້ຍັງເຫຼືອຢູ່ຊ່ອຍວຽກ ກໍ່ແມ່ນຈໍາເປັນຕ້ອງໄດ້ເຮັດວຽກເສີມ ເປັນຕົ້ນ ເຮັດກະສິກໍາ ປູກຝັງ-ລ້ຽງສັດ ຫຼື ຂາຍເຄື່ອງອອນລາຍ ຍ້ອນ ຖ້າບໍ່ເຮັດແນວນີ້ ກໍ່ຈະບໍ່ສາມາດ ເດີນທາງໄປຊ່ອຍເຫຼືອລັດໄດ້.
ນາງກ່າວອີກວ່າ ຖ້າຫາກເປັນໄປໄດ້ ກໍ່ຢາກໃຫ້ທາງການລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ດໍາເນີນການ ມອບເງິນອຸດໜູນ (ບໍ່ແມ່ນເງິນເດືອນ) ເພື່ອຊ່ອຍຫຼຸດຜ່ອນບັນຫາ ຄ່າຄອງຊີບ ໃຫ້ແກ່ ແພດແລະໝໍ ອາສາສະໝັກ ເຊັ່ນດຽວກັບ ການມອບເງິນອຸດໜູນ ໃຫ້ແກ່ຄູອາສາສະໝັກ ທີ່ທະຍອຍລາອອກ ໄປເຮັດວຽກແນວອື່ນຢ່າງຕໍ່ເນື່ອງ ຍ້ອນບໍ່ໄດ້ຮັບຄ່າຕອບແທນທີ່ເໝາະສົມ.
ໃນໄລຍະກ່ອນໜ້ານີ້ ເຖິງແມ່ນວ່າ ແພດ ແລະໝໍ ອາສາສະໝັກ ຈະບໍ່ໄດ້ຮັບເງິນເດືອນ ແຕ່ກໍ່ຍັງສາມາດ ເຮັດວຽກຊ່ອຍເຫຼືອລັດ ໄດ້ບາງສ່ວນ ແຕ່ເມື່ອປະເທດລາວ ປະສົບບັນຫາເງິນເຟີ້ ຕິດຕໍ່ກັນເປັນເວລາຫຼາຍປີ ເຮັດໃຫ້ການຊ່ອຍເຫຼືອວຽກລ້າໆ ໂດຍບໍ່ມີເງິນເດືອນ ພັດເປັນໄປໄດ້ຍາກ.
ດັ່ງຮອງຜູ້ອໍານວຍການ ໂຮງໝໍເມືອງ ຢູ່ແຂວງທາງພາກໃຕ້ ທ່ານໜຶ່ງ ກ່າວວ່າ:
“ກະທະຍອຍຢູ່ ມີຜູ້ຢູ່ຜູ້ອອກ ປັດຈຸບັນນີ້ຍັງ ແຕ່ວ່າເພິ່ນວ່າ ແຜນເພິ່ນຫັ້ນນ່າ ວ່າຊິໃຫ້ອາສາ ໄດ້ເງິນອຸດໜູນ ແຕ່ວ່າຕອນນີ້ ຍັງບໍ່ທັນໄດ້ຫັ້ນນ່່າ ເອີ່ ຄັນວ່າຢູ່ໆນີ້ກະ ເພິ່ນກໍ່ອອກຢູ່ ອອກໄປກໍ່ ສ່ວນຫຼາຍກໍ່ໄປຄ້າຂາຍ ບາງເທື່ອກະໄປເຮັດວຽກ ຢູ່ທາງນັ້ນ (ປະເທດໄທ) ມັນເງິນບໍ່ພຽງພໍແລ້ວເດ້ ຄ່າໃຊ້ຈ່າຍ ແຕ່ລະມື້ ເສດຖະກິດມັນເຟີ້ ຢູ່ເມືອງນີ້ກະມີໃດ໋ ຢູ່ເມືອງນີ້ ກໍ່ອອກ ຢູ່ຊົນນະບົດນີ້ກະອອກ.”
ເນື່ອງຈາກ ບັນຫາເສດຖະກິດ-ການເງິນພາຍໃນປະເທດ ທີ່ຍັງບໍ່ສາມາດແກ້ໄຂໄດ້ ຈຶ່ງເຮັດໃຫ້ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ຫຼຸດຈໍານວນ ໂກຕ້າລັດຖະກອນ ໃນແຕ່ລະປີລົງ ເຮັດໃຫ້ບາງເມືອງ ໄດ້ໂກຕ້າແຕ່ພຽງ 2 ຄົນ ຂະນະທີ່ ບາງເມືອງ ບໍ່ໄດ້ໂກຕ້າຈັກໂຕເລກເທື່ອ.
ດັ່ງເຈົ້າໜ້າທີ່ ກະຊວງສຶກສາທິການ ແລະກິລາ ທ່ານໜຶ່ງ ກ່າວວ່າ:
“2 ຄົນນີ້ ຈະເປັນປົກກະຕິ ມາແລ້ວປະມານ 4-5 ປີມານີ້ ຖືວ່າ ບາງເມືອງ ອາດຈະບໍ່ມີເລີຍ ບໍ່ເຄີຍພໍໃຈ ມັນກໍ່ມີຫັ້ນແຫຼະ ຄົນທີ່ບໍ່ດ້ຮັບຜົນປະໂຫຍດແມ່ນຫຍັງ ອີງໃສ່ສະຖານທີ່ບໍລິການຫັ້ນວ່າ ມັນຂາດບຸກຄະລາກອນ ທາງດ້ານໃດ ວິຊາສະເພາະໃດເນາະ ສອງມາ ກະບຸກຄົນທີ່ຈະໄປສອບຜ່ານ ຂະເຈົ້າຕ້ອງໄປສອບ ຜ່ານການເກັບກໍາ ການປະຕິບັດໜ້າວຽກຫັ້ນແລະ ເກັບກໍາຜົນງານຜ່ານມາຫັ້ນນ່າ ວ່າ ເອີ່ ຂະເຈົ້າເຮັດວຽກໄດ້ດີບໍ່ ສອງມາ ກໍ່ຕ້ອງແມ່ນ ຂະເຈົ້າຈົບມາ ໃນສາຂາວິຊານັ້ນ ແລ້ວກໍ່ອາຍຸການເນາະ ໝາຍເຖິງ ໄລຍະເວລາ ການມາເຮັດວຽກ ເປັນອາສາສະໝັກຫັ້ນ ດົນປານໃດຫັ້ນນ່າ.”
ໃນຮອບ 5 ປີ ທີ່ຜ່ານມາ ຄື (ລະຫວ່າງ ປີ 2019-2023) ສໍານັກງານນາຍົກ ລັດຖະມົນຕີ ໄດ້ແບ່ງໂຕເລກລັດຖະກອນ ໃຫ້ແກ່ ກະຊວງສາທາລະນະສຸກ ໃນປີ 2019 ຈໍານວນ 220 ຄົນ, ປີ 2020 ຈໍານວນ 300 ຄົນ, ປີ 2021 ຈໍານວນ 321 ຄົນ, ປີ 2022 ຈໍານວນ 335 ຄົນ ສ່ວນປີ 2023 ແມ່ນມີຈໍານວນຫຼຸດລົງ ເຫຼືອ 230 ຄົນ ໃນນີ້ ເປັນໂຕເລກ ລັດຖະກອນ ແພດ ແລະໝໍ 225 ຄົນ ແລະ ເປັນລັດຖະກອນບໍລິຫານ 5 ຄົນ.
ສໍາລັບໂຕເລກລັດຖະກອນ ແພດແລະໝໍ ປະຈໍາປີ 2024 ນີ້ ຍັງບໍ່ທັນມີການເຜີຍແຜ່ ຢ່າງເປັນທາງການເທື່ອ ແຕ່ເບື້ອງຕົ້ນ ແມ່ນຮັບຮູ້ແຕ່ພຽງວ່າ ເປີດຮັບແຕ່ ເມືອງລະ 2 ໂຕເລກເທົ່ານັ້ນ ອີກທັງ ບາງເມືອງ ພັດບໍ່ມີການເປີດຮັບຈັກໂຕເລກ.
ອີງຕາມການລາຍງານ ຂອງທ່ານ ດຣ. ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະກິລາວ ກ່າວວ່າ ໃນປີ 2022 ມີພະນັກງານ ເຮັດວຽກຕາມສັນຍາ 6,572 ຄົນ ແລະພະນັກງານ ອາສາສະໝັກ 14,463 ຄົນ ໃນນີ້ ເປັນຄູອາສາສະໝັກ 7,913 ຄົນ ແລະແພດ ແລະໝໍ ອາສາສະໝັກ 3,062 ຄົນ ສ່ວນປີ 2024 ນີ້ ຍັງບໍ່ທັນມີໂຕເລກ ທີ່ອັບເດດ ຢ່າງເປັນທາງການເທື່ອ.