ເກີດເຫດການ ຜູ້ລອບລັກລອບຄ້າຢາເສບຕິດ ຍິງຕໍ່ສູ້ກັບຕໍາຫຼວດແຂວງບໍ່ແກ້ວ
2024.06.26

ວັນທີ 21 ເດືອນມິຖຸນາ ປີ 2024 ເວລາປະມານ 8-9 ໂມງກາງຄືນ ຢູ່ເສັ້ນທາງເມືອງເມິງ ຫາເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ຕໍາຫຼວດແຂວງບໍ່ແກ້ວ ໄດ້ພົບເຫັນລົດເປົ້າໝາຍ 2 ຄັນ ບໍ່ຕິດປ້າຍທະບຽນ ແລະເຈົ້າໜ້າທີ່ ສະແດງໂຕໃຫ້ສັນຍານຢຸດລົດ ເພື່ອກວດຄົ້ນລົດດັ່ງກ່າວ ແຕ່ທາງຜູ້ຂັບລົດ ໃຊ້ປືນຍິງຕໍ່ສູ້ເພື່ອເປີດທາງ ເອົາໂຕຫຼົບໜີເຂົ້າປ່າ ຈາກນັ້ນ ຕໍາຫຼວດ ໄດ້ກວດຄົ້ນລົດ ພົບຢາບ້າ 5,800,000 ເມັດ ແລະ ເຮໂຣອິນ 225 ກິໂລກະລ້າມ, ອີງຕາມການລາຍງານ ຂອງເຟສບຸກ ເພຈ ຂ່າວ ກປສ ແຂວງບໍ່ແກ້ວ.
ກ່ຽວກັບເລື່ອງນີ້ ເຈົ້າໜ້າທີ່ ແຂວງບໍ່ແກ້ວ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 26 ມິຖຸນາ ນີ້ວ່າ ຢາເສບຕິດຈໍານວນດັ່ງກ່າວ ຄາດວ່າ ຜູ້ກ່ຽວລໍາລຽງມາຈາກ ປະເທດມຽນມາ ຫຼື ຈີນ ຍ້ອນຜູ້ກ່ຽວ ໃຊ້ເສັ້ນທາງເມືອງເມິງ ຫາ ເມືອງຫ້ວຍຊາຍ ລໍາລຽງຢາເສບຕິດ ຈໍານວນທັງໝົດນັ້ນ ເຊິ່ງເມືອງເມິງ ເປັນເມືອງທີ່ມີຊາຍແດນ ຕິດຈອດກັບປະເທດມຽນມາ ແລະເໜືອເມືອງເມິງໄປ ກໍ່ເປັນເມືອງລອງ ແຂວງຫຼວງນ້ໍາທາ ທີ່ມີຊາຍແດນ ຕິດຈອດກັບປະເທດຈີນ ສ່ວນຢາເສບຕິດທັງໝົດ ຍັງຢູ່ໃນການເບິ່ງແຍງ ຂອງກອງບັນຊາການ ປກສ ແຂວງ ແລະຈະສົ່ງໂຕຢ່າງ ໄປວິໄຈ ວ່າ ເປັນຢາບ້າ ແລະເຮໂຣອິນແທ້ ຈາກນັ້ນ ກໍ່ລໍຖ້າຄໍາຕັດສິນຂອງສານ ແລ້ວຈຶ່ງເຂົ້າສູ່ຂັ້ນຕອນ ການທໍາລາຍ, ດັ່ງທ່ານກ່າວວ່າ:
“ສ່ວນຫຼາຍກໍ ມັນກໍ່ບໍ່ແມ່ນຢູ່ພາຍໃນເຮົາດອກ ຢູ່ພາຍໃນເຮົາ ມັນຜະລິດບໍ່ໄດ້ ມັນກໍ່ເອົາໄປແຕ່ອັນນັ້ນແຫຼະ ເພາະວ່າ ເຂດເຮົາ ມັນເປັນເຂດທີ່ວ່າ ມັນຫຼໍ້ແຫຼມ ຕິດກັບເຂດທີ່ວ່າມັນມີການນໍາເຂົ້າ ຫຼືວ່າຜະລິດຢາໂຕນີ້ຫັ້ນນ່າ ທາງເມືອງເມິງ ເສັ້ນທາງມັນກໍ່ຕິດກັບ ນໍ້າຂອງຕອນເໜືອພຸ້ນເນາະ ເຂດມຽນມາພຸ້ນ ຈົນມາຮອດພຸ້ນແຫຼະ ສົບໂລຍ ສົບເອີ່ຍ ກາຍຂຶ້ນເໜືອ ເໜືອໄປໄກໆພຸ້ນ ກໍ່ຊິແມ່ນຈີນຫັ້ນແຫຼະ ຕາມກົດໝາຍນີ້ ການດໍາເນີນ ພວກເຮົາຕ້ອງໄດ້ເອົາໄປເຂົ້າຫ້ອງແລບ ສົ່ງໂຕຢ່າງໄປພິສູດ, ວິໄຈ ຢັັ້ງຢືນວ່າ ແມ່ນຢາບ້ານແທ້ບໍ່ ຫຼືວ່າ ເປັນຢາອັນໃດ ຫຼື ເປັນເຮໂຣອິນແທ້ບໍ່ ພາຍຫຼັງທີ່ວ່າ ມີຄໍາຕັດສິນຂອງສານ ໃຊ້ໄດ້ຢ່າງເດັດຂາດແລ້ວຫັ້ນນ່າ ທາງເຈົ້າໜ້າທີ່ພວກເຮົາ ຊິເອົາຢາຈໍານວນດັ່ງກ່າວນີ້ ມາທໍາລາຍຖິ້ມ ທໍາລາຍແຕ່ລະປີ ແຕ່ລະປີ ກໍ່ຊ່ວງເດືອນ 10 ນີ້ເນາະ.”
ເຈົ້າໜ້າທີ່ ແຂວງບໍ່ແກ້ວ ຜູ້ດຽວກັນນີ້ ຢັ້ງຢືນວ່າ ທີມຕໍາຫຼວດ ທີ່ຍິງຕໍ່ສູ້ກັບຜູ້ຂົນສົ່ງຢາເສບຕິດນັ້ນ ບໍ່ມີຜູ້ໃດໄດ້ຮັບບາດເຈັບ ຫຼືເສຍຊີວິດ ຈາການປະທະກັນ ແຕ່ຢ່າງໃດ ແລະປັດຈຸບັນ ຍັງບໍ່ສາມາດຈັບໂຕ ຜູ້ຂົນສົ່ງຢາເສບຕິດເທື່ອນີ້ ມາດໍາເນີນຄະດີໄດ້ ຍ້ອນເວລາເກີດເຫດ ເປັນເວລາກາງຄືນ ແລະມັນຢູ່ໃນປ່າ ຈຶ່ງບໍ່ຢາກສ່ຽງໃຫ້ທີມຕໍາຫຼວດ ເປັນອັນຕະລາຍ ຈາກລູກປືນ, ດັ່ງທ່ານກ່າວວ່າ:
“ເພາະວ່າ ມັນເປັນປ່າ ເປັນອັນນັ້ນເນາະ ເປັນເວລາຕອນຄໍ່າແດ່ຫັ້ນນ່າ ມືດແດ່ເນາະ ຫົວຄໍ່າຫັ້ນນ່າ ຄືວ່າຫັ້ນແຫຼະ ຄືວ່າຜູ້ທີ່ເປັນເປົ້າໝາຍ ເຂົາເຈົ້າກໍ່ມີອາວຸດ ທາງເຈົ້າໜ້າທີ່ພວກເຮົາ ກະບໍ່ສາມາດໃຊ້ຄວາມສ່ຽໜງ ໄປນໍາເອົາຫັ້ນນ່າ ຄັນເຂົ້າໄປ ເຂົາເຈົ້າມີອາວຸດ ສົມມຸດວ່າ ຫາກເຂົາເຈົ້າຍິງເຮົາຫັ້ນນ່າເນາະ ມັນຊິເສຍຄົນເຮົາຫັ້ນນ່າເນາະ ຄັນບໍ່ຈໍາເປັນ ພວກເຮົາກໍ່ບໍ່ສ່ຽງ.”
ດ້ານຊາວບ້ານ ເມືອງເມິງ ກ່າວວ່າ ມື້ເກີດເຫດ ເປັນເວລາກາງຄືນ ຍັງບໍ່ມີໃຜນອນ ກໍ່ພາກັນອັດປະຕູ ແລະອັດປ່ອງຢ້ຽມແລ້ວ ຍ້ອນໄດ້ຍິນສຽງປືນ ແລະມາຮູ້ມື້ຖັດໄປ ວ່າ ເປັນການຕໍ່ສູ້ກັນ ລະຫວ່າງ ເຈົ້າໜ້າທີ່ຕໍາຫຼວດ ແລະຜູ້ຂົນສົ່ງຢາເສບຕິດ ແຕ່ຕໍາຫຼວດ ຈັບໂຕ ຜູ້ຂົນສົ່ງຢາເສບຕິດບໍ່ໄດ້. ຂະນະທີ່ ຕົນເອງ ຢາກໃຫ້ຕໍາຫຼວດ ຈັບໂຕຜູ້ຂົນສົ່ງຢາເສບຕິດ ມາດໍາເນີນຄະດີຢ່າງເດັດຂາດ, ດັ່ງທ່ານກ່າວວ່າ:
“ອັນນ່າ ໄດ້ຍິນແຕ່ສຽງປືນ ເຂົາຍິງກັນຢູ່ເຮືອນ ຢູ່ບ້ານຫັ້ນ ກໍ່ໄດ້ຍິນສຽງປືນຫັ້ນ ຕອນປະມານ 8 ໂມງເຄິ່ງ ຫຼືວ່າ 9 ໂມງ ສໍ່ານັ້ນແຫຼະ ບາງຄອບຄົວ ກໍ່ບໍ່ມີໃຜຫຼັບເທື່ອນ່າ ປະສານງານເຂົາ ເຂົາລະວ່າຄືຊິແມ່ນ ຈຸໜ່ວຍປາບປາມຢາເສບຕິດຫັ້ນແຫຼະ ວ່າແນວນັ້ນເດ້ ບາງຄົນ ກໍ່ຢາກສົນໃຈວ່າ ເຂົາຈັບຢູ່ໃສ ຄືວ່າມັນບໍ່ໄດ້ກັບ ຜູ້ຄອບຄອງຫັ້ນເນາະ ຈັບເທື່ອໃດ ກໍ່ໄດ້ແດ່ຢາ ຈັບເທື່ອໃດກໍ່ໄດ້ແຕ່ຢາຫັ້ນນ່າ ຄືວ່າ ໃຊ້ອາວຸດນໍາກັນ ເປັນຫຍັງບໍ່ໄດ້ ອັນນ່າ ຄົນຫັ້ນ ຕໍ່ໜ້າຄັນວ່າ ເຈົ້າໜ້າທີ່ຈັບໄດ້ ຢູ່ຈຸດໃດ້ ໃຫ້ມັນໄດ້ຢູ່ກັບຄົນຫັ້ນເລີຍ ຍັງພໍວ່າ.”
ຂະນະທີ່ ຊາວບ້ານ ເມືອງຫ້ວຍຊາຍ ກ່າວວ່າ ຕອນທີ່ມີການຍິງກັນນັ້ນ ຕົນເອງ ຢູ່ໄກຈາກຈຸດເກີດເຫດ ແລະກ່ອນເວລາເກີດເຫດ ກໍ່ສັງເກດເຫັນວ່າ ມີລົດ ຂີ່ໄປ-ມາ ຈໍານວນຫຼາຍ ທັງລົດບຸກຄົນ, ລົດລັດຖະກອນ ແລະລົດເອກກະຊົນ ທັງນີ້ ຕົນເອງກໍ່ຢາກໃຫ້ຕໍາຫຼວດ ຈັບຜູ້ຜະລິດ ແລະຜູ້ຂາຍຢາເສບຕິດ ມາດໍາເນີນຄະດີເລີຍ ຍ້ອນເປັນຕົ້ນເຫດ ເຮັດໃຫ້ມີຢາບ້າ, ດັ່ງນາງກ່າວວ່າ:
“ກະຢາກໃຫ້ຈັບໃຫ້ມັນໄດ້ຫັ້ນແຫຼະ ເປັນໄປໄດ້ ກໍ່ຢາກໃຫ້ຈັບ ຜູ້ຂາຍຫັ້ນແຫຼະ ເອົາມາຈາກບ່ອນອື່ນ ປະເທດອື່ນ ແຂວງອື່ນ ເຮົາກໍ່ບໍ່ຮູ້ ແຕ່ວ່າເວລາທີ່ເຂົາຍິງກັນ ເຮືອນເອື້ອຍຢູ່ໄກພີ້ ເຂົາເຈົ້າມີງານ ເປີດເທກ ເປີດຫຍັງ ບໍ່ໄດ້ຍິນສໍ່າ ລົດອັນ ຈັກບໍ່ຈັກລົດ ເຂົາເຈົ້າທຽວໄປ ທຽວມາຫຼາຍຄັນຢູ່ ແຕ່ວ່າ ເຂົາເກີດເລື້ອງ ເກີດເຫດຈະນີ້ ກໍ່ເອື້ອຍກໍ່ບໍ່ໄດ້ຍິນ ແຕ່ວ່າຕື່ນເຊົ້າມາລະເຫັນ ພວກເຂົາຢູ່ມໍ່ ຢູ່ອັນນັ້ນເຂົາລົມໃຫ້ຟັງ ແລ້ວກໍ່ເຫັນຢູ່ທາງໂທລະສັບ ເຂົາລົງເຟສ.”
ດ້ານເຈົ້າໜ້າທີ່ ສູນບໍາບັດຢາເສບຕິດ ບ້ານນໍ້າຈ້ວມ ເມືອງຫ້ວຍຊາຍ ກ່າວວ່າ ແຕ່ລະປີ ມີປະຊາຊົນລາວ ເຂົ້າມາບໍາບັດ ແລະປິ່ນປົວຢາເສບຕິດ ຢູ່ພາຍໃນສູນບໍ່ຂາດສາຍ ບາງເທື່ອ ມີເຖິງ 20-30 ຄົນ. ຂະນະທີ່ ແຕ່ກ່ອນ ມີບໍ່ຫຼຸດ 10 ຄົນ ຈຶ່ງຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ປາບປາມຢາເສບຕິດຄັກແນ່, ດັ່ງທ່ານກ່າວວ່າ:
“ມີ ສ່ວນຫຼາຍ ກໍ່ຄົນທ້ອງຖິ່ນຫັ້ນແຫຼະ ແຕ່ມັນຫາກຈະມີຫຼາຍເມືອງ ມັນຫາກບໍ່ຂາດແຫຼະ ທົ່ວແຂວງນີ້ ເຂົ້າມາໝົດ ບາງເທື່ອ ຮອດ 20 ປາຍ ບາງເທື່ອ ຮອດ 30 ສ່ວນຫຼາຍ ມັນກໍ່ຊິແມ່ນ ຄົນກະເທີນ ຄົນພໍ່ເຮືອນ ຄົນມີລູກ ມີເມຍຫັ້ນແຫຼະ ໄວລຸ້ນກໍ່ມີ ຫາກມີໜ້ອຍ ໄວລຸ້ນນ່າ ເດັກນ້ອຍກໍ່ມີ ອາຍຸ 15 ປີ 16 ປີ ນີ້ກໍ່ມີ ເຂົາກໍ່ຊື້ຢູ່ໃນບ້ານ ຢູ່ໃນຂອບເຂດເຂົາຢູ່ຫັ້ນ ມັນຫາກມີຄົນຂາຍ ຄົນອັນນັ້ນນ່າ ມີສາຂາຂອງເຂົາຂາຍຍ່ອຍຫັ້ນ ໂຫ້ ທໍາລາຍສຸດໆແຫຼະ ຄັນຂັ້ນເທິງເຮັດບໍ່ລອດ ຕໍາຫຼວດເຮັດບໍ່ລອດ ຢູ່ແຂວງເຮົາ ຄົນຊິເສຍກັບຢາເສບຕິດນີ້ ໂຫ ຫຼາຍ.”
ນອກນັ້ນ 5 ເດືອນຕົ້ນປີ 2024 ຜ່ານມາ ລັດຖະບານລາວ ໄດ້ສືບຕໍ່ ປະຕິບັດ 6 ວຽກຈຸດສຸມ ວາລະແຫ່ງຊາດ ວ່າດ້ວຍການ ແກ້ໄຂບັນຫາຢາເສບຕິດ ສາມາດມ້າງຄະດີ ຢາເສບຕິດໄດ້ທັງໝົດ 1,680 ເລື່ອງ, ຈັບຜູ້ຖືກກ່າວຫາ ໄດ້ 2,616 ຄົນ ໃນນັ້ນ ເປັນຄົນຕ່າງປະເທດ 96 ຄົນ, ຕາມຄວາມເວົ້າ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ກ່າວໃນກອງປະຊຸມ ສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ 9 ໃນວັນທີ 10 ມິຖຸນາ 2024.