ຕໍາຫຼວດຫວຽດນາມ ຈັບຄົນລາວ 5 ຄົນ ທີ່ລັກລອບຂົນ ເຮໂຣອິນ

ອຸ່ນແກ້ວ
2024.05.30
ຕໍາຫຼວດຫວຽດນາມ ຈັບຄົນລາວ 5 ຄົນ ທີ່ລັກລອບຂົນ ເຮໂຣອິນ ນີ້ເປັນພຽງຮູບປະກອບ: ຢາເສບຕິດທີ່ລັກລອບນຳເຂົ້າຈາກລາວ ແລະ ເຈົ້າໜ້າທີ່ ຂອງປະເທດເພື່ອນບ້ານ ຍຶດໄດ້. ເດືອນກັນຍາ 2022.
RFA

ເຈົ້າໜ້າທີ່ແຂວງ ກວາງຈີ ຂອງຫວຽດນາມ ໄດ້ຈັບໂຕຄົນລາວ 5 ລວມມີ ນັກສຶກສາ 2 ຄົນ ທີ່ລັກລອບຂົນຢາເສບຕິດປະເພດເຮໂຣອິນ ທີ່ຊຸກເຊື່ອງໄວ້ໃນລົດ ໝາຍເລກທະບຽນລາວ 4735 ທີ່ເດີນທາງຈາກລາວ ໄປ ຫວຽດນາມ.

ເຈົ້າໜ້າທີ່ຫວຽດນາມ ໄດ້ຢຸດລົດ ແລະ ກວດພົບ ຢາເສບຕິດປະເພດເຮໂຣອິນ ຢູ່ໃນຂະໜົມເຄັກ ແລະ ຊຸກເຊື່ອງຢູ່ໃນລົດຄັນດັ່ງກ່າວ ຢູ່ ທາງຫລວງໝາຍເລກ 15 ບ້ານ La Lay ເມືອງ Dakrong ແຂວງ ກວາງຈີ ໃນວັນທີ 23 ພຶດສະພາ ອີງຕາມເວບໄຊຂ່າວຂອງຫວຽດນາມ.

ເຈົ້າໜ້າທີ່ຝ່າຍລາວ ກໍຮັບຮູ້ເລື່ອງດັ່ງກ່າວ ຢູ່ໃນເວບໄຊຂ່າວ ຂອງຫວຽດນາມ. ເຈົ້າໜ້າທີ່ດ່ານສາກົນລະໄລ ທີ່ຕິດກັນ ລະຫວ່າງ ແຂວງສາລະວັນຂອງ ລາວ  ແລະ ແຂວງກວາງຈີ ຂອງວຽດນາມ ໄດ້ກ່າວວ່າ:

ຢູ່ລະໄລ ຢູ່ລະໄລ ຢູ່ລະໄລ, ຂ່າວ ເຫັນແຕ່ຂ່າວເບື້ອງຫວຽດນາມ ບໍ່ຮູ້ຄືກັນເດີ້ ບໍ່ຮູ້ ເປັນຫວຽດ ເບື້ອງຫວຽດເຂົາ ບໍ່ຮູ້ນໍາເຂົາ ເທົ່ານັ້ນເດີ ບໍ່ຮູ້ນໍາເຂົາ.

ເຈົ້າໜ້າທີ່ຫວຽດນາມ ເປັນຜູ້ດໍາເນີນການຈັບກຸມໃນຄັ້ງນີ້ ເພາະວ່າ ຜູ້ລັກລອບຂົນຢາເສບຕິດ ຢູ່ ຫວຽດນາມ. ເຈົ້າໜ້າທີ່ຜູ້ທີ່ເຮັດວຽກສະກັດກັ້ນ ແລະ ຕ້ານຢາເສບຕິດ ທ່ານໜຶ່ງ ໄດ້ກ່າວວ່າ:

ເພາະວ່າ ດຽວນີ້ ເຫັນຢູ່ ລົງເຟສ ໃນບປັດຈຸບັນນີ້ 5 ຄົນ ຖືກເຈົ້າໜ້າທີ່ຫວຽດນາມຈັບ ຈັບໄດ້ ຈໍານວນ 5 ຄົນ ຂອງກາງຫັ້ນ ຈັບໄດ້ ເຂົາເຈົ້າ ຈັບຢູ່ປະເທດຫວຽດນາມ ຈັບຢູ່ຫວຽດນາມ ຫວຽດນາມກໍຕ້ອງທໍາການດໍາເນີນ.

ສໍາລັບຢູ່ປະເທດຫວຽດນາມ ຜູ້ທີ່ຄ້າຂາຍຢາເສບຕິດ ທີ່ຖືກຈັບໄດ້ ຈະໂທດຮ້າຍແຮງເຖິງຂັ້ນປະຫານຊີວິດ. ເຈົ້າໜ້າທີ່ຜູ້ທີ່ເວັດວຽກສະກັດກັ້ນ ແລະ ຕ້ານຢາເສບຕິດ ທ່ານ ໄດ້ກ່າວວ່າ:

ຄັນມາເບິ່ງຫັ້ນນ່າ ເຄື່ອງທີ່ເຂົາໄດ້ ໂອ້ ກໍຫຼາຍພໍສົມຄວນ ແລ້ວ ກໍຢາກບໍ່ຢາກ ກໍປະຫານຊີວິດແຫຼະ ເວົ້າບໍ່ໝົດຫັ້ນນ່າ ຄືວ່າ ເວົ້າຫັ້ນແຫຼະຂອງເຂົາລະບຽບກົດໝາຍ ມັນກໍລະບຽບກົດໝາຍແທ້ ເຄັ່ງແທ້ ມັນກໍປະຕິບັດເທົ່ານັ້ນແຫຼະ.

ເວບໄຊ ຂ່າວຫວຽດນາມທີ່ຊື່ວ່າ tuoitrenews ລະບຸວ່າ ຊາວລາວທັງ 5 ຄົນ ຍອມຮັບວ່າ ພວກເຂົາຂົນສົ່ງຂະໜົມເຄັກ ທີ່ມີເຮໂຣອິນ ຊຸກເຊື່ອງຢູ່ໃນ ຈາກນະຄອນຫລວງວຽງຈັນ ປະເທດລາວ ເພື່ອໄປເມືອງ Dong Ha ປະເທດຫວຽດນາມ ແຕ່ ກໍຖືກຈັບຢູ່ເມືອງ Dakrong ກ່ອນ ແລະ ເຂົາເຈົ້າ ໄດ້ຮັບເງິນຄ່າຈ້າງໃນການຂົນຢາເສບຕິດຄັ້ງນີ້ ເປັນເງິນ 3,000 ໂດລ້າຣ໌.

ຄົນລາວ ລັກລອບຂົນສົ່ງຢາເສບຕິດໄປປະເທດຫວຽດນາມ ດ້ວຍຫຼາຍຮູບການ ແລະ ບາງຄັ້ງ ກໍສາມາດຫຼົບຫຼີກການກວດການຂອງເຈົ້າໜ້າທີ່ຝ່າຍລາວ.

ເຈົ້າໜ້າທີ່ຜູ້ທີ່ເຮັດວຽກສະກັດກັ້ນ ແລະ ຕ້ານຢາເສບຕິດ ອີກທ່ານໜຶ່ງ ໄດ້ກ່າວວ່າ:  

ມັນເວົ້າເລື່ອງການລັກລອບເດ້ ມັນບໍ່ໄດ້ວ່າ ເປັນທາງການ ເຂົາລັກລອບ ມັນດ້ວຍຮູບແບບຫຼາຍວິທີການ ສ່ວນຫຼາຍ ຄົນລາວ ເຂົາຈັບຢູ່ຫວຽດ ກໍດໍາເນີນ ຢູ່ ຫວຽດໝົດ ນອກຈາກວ່າ ພວກເຮົາມີເຊັນສັນຍາກັນ ສົ່ງຜູ້ຮ້າຍຂ້າມແດນ ຂ້າມແດນ ມັນເວົ້າຢາເສບຕິດມັນບໍ່ມີ.

ອີງຕາມຂໍ້ມູນຈາກເວບໄຊ tuoitrenew, ຜູ້ທີ່ຖືກຈັບ ລວມມີ ທ້າວ ພິດສະໄໝ ໂກລາສັກ Phitsamay Kolasak  ອາຍຸ 24 ປີ ແລະ ທ້າວ ທິບລັດດາ ບຸນສະລາດ Thiplatda Bounsalat ອາຍຸ 23 ປີ ທັງສອງຄົນເປັນນັກສຶກສາ, ທ້າວ ນຸດຖາ ມີໄຊ Noutta Mixay ອາຍຸ 31 ປີ, ທ້າວ ບຸນສູນ ແລວວັນ Boun Xoun Leovanh ອາຍຸ 47 ປີ, ແລະ ທ້າວ ເຄນ ແລວວັນ Khene Leovanh  ອາຍຸ 30 ປີ. 

ໃນກໍລະນີ ນັກສືກສາທີ່ຖືກຈັບ ທີ່ໄປພົວພັນເລື່ອງອາສະຍາກໍາ ຫຼື ຢາເສບຕິດ ກໍຕ້ອງສິ້ນສຸດຄວາມເປັນນັກສຶກສາ. ອາຈານ ຈາກມະຫະາວິທະຍາໄລແຫ່ງຊາດລາວ ໄດ້ກ່າວວ່າ:

ຖ້າວ່າ ຖືກຈັບປຸບ ຕັດອິດສະຫຼະພາບ ກໍຕ້ອງໄດ້ອອກຈາກນັກສຶກສາກ່ອນ ເພາະວ່າ ມັນມີລະບຽບຢູ່ເດ້ ລະບຽບຂອງນັກສຶກສາ ເທົ່າທີ່ເຂົ້າໃຈ ຖ້າວ່າ ຖືກຕັດອິດສະຫຼະພາບປຸບ ໝາຍຄວາມຈະຕ້ອງສິ້ນສຸດ ຖ້າວ່າ ທາງນັ້ນແຈ້ງມາຫັ້ນນ່າ.

ທີ່ຜ່ານມາ, ແຂວງ Nghệ An ປະເທດຫວຽດນາມ ໄດ້ ສິນປະຫານຊີວິດ 9 ຄົນ ແລະ ຈໍາຄຸກຕະຫລອດຊີວິດ 2 ຄົນ ໃນຂໍ້ຫາຄ້າຢາເສບຕິດ ຈາກປະເທດລາວ ໄປ ປະເທດຫວຽດນາມ ໂດຍ ມີຂອງກາງເປັນຢາບ້າປະມານ 90 ກິໂລກຼາມ ແລະ ເຮໂຣອິນປະມານ 8 ກິໂລກຼາມ ແລະ ຢາເສບຕິດສັງເຄາະເກືອບ 4 ກິໂລກຼາມ ຊຶ່ງພວກກ່ຽວຖືກຈັບໃນປີ 2021 ແລະ 2022.​

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.