ຄົນລາວ 6 ຄົນ ລັກລອບຂົນຢາເສບຕິດ ຖືກຈັບຢູ່ຫວຽດນາມ

ສຸພັດຕາ
2024.05.10
ຄົນລາວ 6 ຄົນ ລັກລອບຂົນຢາເສບຕິດ ຖືກຈັບຢູ່ຫວຽດນາມ ນີ້ເປັນພຽງຮູບປະກອບ: ຢາບ້າທີ່ຖືກສົ່ງຂາຍທັງໃນປະເທດ ແລະບາງກໍຣະນີ ຖືກສົ່ງໄປຂາຍໃນປະເທດເພື່ອນບ້ານ. ເຈົ້ານ້າທີ່ຂອງປະເທດເພື່ອນບ້ານ ຍຶດໄດ້ ຈຳນວນ 1,640,000 ເມັດ ມູນຄ່າ ເກືອບ 60 ລ້ານບາດ ທີ່ຄາດວ່າ ຖືກນຳໄປຈາກ ແຂວງຄຳມ່ວນ. ເດືອນກຸມພາ 2022.
RFA

ເຈົ້າໜ້າທີ່ຕໍາຫຼວດຊາຍແດນ ແຂວງຮາຕິ໋ນ (Ha Tinh) ປະເທດຫວຽດນາມ ຈັບກຸ່ມຄົນລາວ ຈໍານວນ 6 ຄົນ ຂໍ້ຫາ ລັກລອບຂົນຍ້າຍຢາເສບຕິດ ເຂົ້າເມືອງຜິດກົດໝາຍ ປະເພດຢາບ້າ ນໍ້າໜັກ 120 ກິໂລກລາມ ມູນຄ່າ ຫຼາຍໝື່ນລ້ານດົ້ງ ໃນມື້ວັນທີ 6 ເດືອນພຶດສະພາ 2024 ທີ່ຜ່ານມານີ້ ໂດຍຢາບ້າຈໍານວນດັ່ງກ່າວນີ້ ຖືກຂົນຍ້າຍໄປຈາກປະເທດລາວ ຜ່ານເສັ້ນທາງດ່ານສາກົນນໍ້າພາວ ແຂວງບໍລິຄໍາໄຊ.

ດັ່ງເຈົ້າໜ້າທີ່ກວດກາ ແລະປາບປາມຢາເສບຕິດ ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ທ່ານໜຶ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 10 ພຶດສະພາ ນີ້ວ່າ:

“ໄປທາງບໍລິຄໍາໄຊ ດ່ານນໍ້າພາວ ກໍລະນີນີ້ມັນ ມັນຂຶ້ນຢູ່ກັບເຮົາກວດຄົ້ນ ຍ້ອນວ່າລົດຄັນດັ່ງກ່າວ ມັນບໍ່ແມ່ນລົດເປົ້າໝາຍ ຄັນລົດເປົ້າໝາຍ ໄທເຮົາຈະເອົາເຂົ້າຕູ້ສະແກນ ບາດນີ້ລົດ ເປັນລົດນັກທ່ອງທ່ຽວ ໄປໃນນາມທ່ອງທ່ຽວນີ້ ແບບທໍາມະດານີ້ ເຮົາກະບໍ່ໄດ້ສະແກນເນາະ ບໍ່ມີເປົ້າໝາຍຫັ້ນນ່າ ມັນກະຜ່ານໄດ້ໃດ໋.”

ທ່ານກ່າວຕື່ມອີກວ່າ ການລັກລອບຂົນຍ້າຍຢາເສບຕິດ ໃນເທື່ອນີ້ ອາດເກີດຈາກຄວາມຜິດພາດ ຂອງເຈົ້າໜ້າທີ່ປະຈໍາດ່ານສາກົນ ທີ່ບໍ່ໄດ້ມີການກວດສອບລົດຢ່າງລະອຽດ ໂດຍສະເພາະ ພາຍໃນ ຂອງລົດຄັນດັ່ງກ່າວ ເນື່ອງຈາກກຸ່ມຄົນລາວ ໃນຈໍານວນດັ່ງກ່າວ ແລະລົດທີ່ໃຊ້ໃນການເດີນທາງ ບໍ່ໄດ້ມີຄວາມໜ້າສົງໃສ ແລະບໍ່ໄດ້ເປັນລົດ ທີ່ຖືກຂຶ້ນທະບຽນໃນການຕິດຕາມ ຂອງເຈົ້າໜ້າທີ່ ປກສ ແຕ່ຢ່າງໃດ.

ແນວໃດກໍ່ຕາມ ເມື່ອຄົນລາວ ຖືກຈັບໃນຂໍ້ຫາ ຂົນຍ້າຍຢາເສບຕິດ ເຂົ້າເມືອງແບບຜິດກົດໝາຍ ຂອງປະເທດຫວຽດນາມ ນັບແຕ່ການ ສືບສວນ-ສອບສວນ, ການດໍາເນີນຄະດີ ແລະການຕັດສິນຄະດີ ກໍ່ຂຶ້ນຢູ່ກັບລະບຽບກົດໝາຍ ຂອງປະເທດຫວຽດນາມທັງໝົດ ເຊິ່ງໄລຍະທີ່ຜ່ານມາ ກໍ່ມັກຈະເປັນແນວນັ້ນ.

ຍົກເວັ້ນວ່າ ທາງການລາວ ຈະເຮັດໜັງສືສົ່ງໂຕຜູ້ຮ້າຍຂ້າມແດນ ໄປເຖິງທາງການຫວຽດນາມ ເພື່ອຂໍໂຕຄົນລາວເຫຼົ່ານັ້ນ ເອົາໂຕກັບມາດໍາເນີນຄະດີ ຢູ່ປະເທດລາວ ແຕ່ສ່ວນຫຼາຍຈະເປັນຄະດີໃຫຍ່ ທີ່ທາງການລາວ ຕ້ອງການໂຕຄົນເຫຼົ່ານັ້ນ ມາສືບສວນ-ສອບສວນດ້ວຍໂຕເອງ.

ດັ່ງເຈົ້າໜ້າທີ່ທ່ານດຽວກັນນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ສ່ວນຫຼາຍ ຄັນຢາເສບຕິດນີ້ ເຂົາຈະດໍາເນີນຢູ່ພຸ້ນເລີຍໃດ໋ ຕາມລະບຽບກົດໝາຍ ຂອງປະເທດນັ້ນ ກໍລະນີ ຂໍຜູ້ຮ້າຍຂ້າມແດນ ໃນຄະດີຢາເສບຕິິດ ເປັນໝາຍຂອງເຮົາເບາະ ກະເວົ້າກັນ.”

ອີງຕາມລາຍງານ ຂອງສື່ທ້ອງຖິ່ນ ປະເທດຫວຽດນາມ ລະບຸວ່າ ເຈົ້າໜ້າທີ່ຕໍາຫຼວດຊາຍແດນຂອງຫວຽດນາມ ໄດ້ເຂົ້າໄປສະກັດກັ້ນ ລົດ ຈໍານວນ 16 ບ່ອນນັ່ງ ຕິດປ້າຍທະບຽນລາວ ເພາະສົງໃສວ່າ ມີການລັກລອບຂົນສົ່ງສິນຄ້າຕ້ອງຫ້າມ.

ເມື່ອຖືກສັ່ງໃຫ້ຈອດລົດແລ້ວ ກຸ່ມຄົນລາວ ຈໍານວນ 6 ຄົນ ທີ່ນັ່ງຢູ່ໃນລົດນັ້ນ ກໍ່ພະຍາຍາມ ທີ່ຈະເອົາໂຕຫຼົບໜີ ແຕ່ເຈົ້າໜ້າທີ່ຂອງຫວຽດນາມ ສາມາດເຂົ້າໄປຈັບໂຕໄດ້ທັນທີ ແລະໄດ້ກວດຄົ້ນ ລົດຄັນດັ່ງກ່າວ ຈົນໄປພົບກັບຢາບ້າ ນໍ້າໜັກລວມ 120 ກິໂລກລາມ ຜົນການສືບສວນ-ສອບສວນເບື້ອງຕົ້ນ ພົບວ່າ ຢາເສບຕິດ ຜິດກົດໝາຍ ມີຕົ້ນທາງ ມາຈາກປະເທດລາວ.

ຄົນທີ່ຖືກຈັບນັ້ນ ເປັນຄົນລາວ ເພດຊາຍ 3 ຄົນ ແລະເພດຍິງ 3 ຄົນ ຍັງບໍ່ໄດ້ມີການເປີດເຜີຍໂຕຕົນ ວ່າຄົນລາວເຫຼົ່ານັ້ນ ຢູ່ບ້ານໃດ, ເມືອງໃດ, ແຂວງໃດ ປັດຈຸບັນ ຢູ່ລະຫວ່າງ ການສືບສວນ-ສອບສວນ ຂອງທາງການຫວຽດນາມ ເພື່ອຂະຫຍາຍຜົນຕໍ່ໄປ.

ເມື່ອປີ 2020 ທີ່ຜ່ານມາ ສໍານັກງານ ວ່າດ້ວຍຢາເສບຕິດ ແລະອາດສະຍາກໍາແຫ່ງສະຫະປະຊາຊາດ ຫຼື UNODC ໄດ້ລາຍງານວ່າ ການຜະລິດຢາບ້າ ແລະການລັກລອບຂົນຍ້າຍຢາເສບຕິດ ປະເພດ Methamphetamine ເພີ່ມຂຶ້ນຫຼາຍໃນພາກພື້ນ ນັບແຕ່ເກີດການລະບາດ ຂອງໂຄວິດ-19 ເປັນຕົ້ນມາ ໂດຍໃຊ້ປະເທດລາວເປັນທາງຜ່ານ ໃນການຂົນຍ້າຍ.

ປັດຈຸບັນ ບັນຫາຢາເສບຕິດ ກໍ່ຖືເປັນວາລະແຫ່ງຊາດ ຂອງລັດຖະບານລາວ ທີ່ຈະຕ້ອງປາບປາມ ແລະສະກັດກັ້ນຢ່າງເຂັ້ມງວດ ໂດຍສ່ວນຫຼາຍແລ້ວ ຢາເສບຕິດເກືອບທັງໝົດ ກວດຍຶດໄດ້ກໍ່ມາຈາກພື້ນທີ່ ສາມຫຼ່ຽມຄໍາ ປະເທດມຽນມາ ກ່ອນຈະລັກລອບຂົນຍ້າຍ ຂ້າມມາປະເທດລາວ ຜ່ານເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ແລ້ວຈຶ່ງກະຈາຍໄປສູ່ແຂວງອື່ນໆໃນລາວ ກ່ອນຈະສົ່ງຕໍ່ໄປ ປະເທດທີ່ສາມ.

ສ່ວນວຽກງານ ການປາບປາມ ແລະສະກັດກັ້ນຢາເສບຕິດໃນລາວ ໂດຍລວມແລ້ວ ກະຍັງຖືວ່າ ມີການລະບາດຫຼາຍສົມຄວນ ໂດຍສະເພາະ ໃນກຸ່ມຊາວໜຸ່ມລາວ ທີ່ມີການຊື້-ຂາຍ ກັນ ໃນລາຄາປະມານ 5,000 ກີບຕໍ່ເມັດ.

ດັ່ງເຈົ້າໜ້າທີ່ ກະຊວງປ້ອງກັນຄວາມສະຫງົບ ຂອງລາວທ່ານໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ສ່ວນຫຼາຍ ກະເອົາມາຈາກທາງນັ້ນແຫຼະ (ເຂດສາມຫຼ່ຽມຄໍາ ແຂວງບໍ່ແກ້ວ) ຂະເຈົ້າກະໄດ້ເຮັດ (ກວດກາ) ເຕັມທີ່ຫັ້ນແຫຼະ ວ່າຊັ້ນເທາະໄປ ກະຍັງໜັກຫັ້ນແຫຼະເນາະ ມັນມາໜັກ ທາງຢາບ້ານີ້ ຢູ່ພີ້ (ລາວ) ແຮງຖືກ 5 ພັນກີບຕໍ່ເມັດ.”

ທາງດ້ານເຈົ້າໜ້າທີ່ ອົງການໄອຍາການ ປະຊາຊົນສູງສຸດ ທ່ານໜຶ່ງກ່າວວ່າ ຫາກຄົນລາວຖືກຈັບໃນຂໍ້ຫາ ຄະດີຢາເສບຕິດຢູ່ຕ່າງປະເທດ ການສືບສວນ-ສອບສວນ ແລະການດໍາເນີນຄະດີຕ່າງໆ ຈະຂຶ້ນກັບລະບຽບກົດໝາຍ ຂອງປະເທດເຫຼົ່ານັ້ນທັງໝົດ ຫາກຕັດສິນອອກມາແລ້ວ ວ່າ ຈະປະຫານຊີວິດ, ຈໍາຄຸກຕະຫຼອດຊີວິດ ຫຼືອື່ນໆ ກະຕ້ອງອີງຕາມກົດໝາຍຂອງປະເທດເຫຼົ່ານັ້ນ ບໍ່ສາມາດແຊກແຊງໄດ້.

ດັ່ງເຈົ້າໜ້າທີ່ທ່ານນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ເລື່ອງອັນນີ້ ປະຕິກິລິຍາເຮົາ ກະບໍ່ໄດ້້ອັນຕິດຕາມສັງເກດເບິ່ງ ບ້ານເຮົາມັນກະ ໄປຕາມບົດລາຍງານເພິ່ນຫັ້ນແຫຼະ ຕັດສິນ ປະຫານຊີວິດນີ້ ກົດໝາຍເພິ່ນອອກແນວໃດ ມັນກະໄປແນວນັ້ນ.”

ກ່ອນໜ້ານີ້ ໃນມື້ວັນທີ 22 ເດືອນເມສາ 2024 ທີ່ຜ່ານມາ ເຈົ້າໜ້າທີ່ຕໍາຫຼວດ ແຂວງ ກວາງຈິ (Quang Tri) ປະເທດຫວຽດນາມ ກໍ່ໄດ້ຈັບໂຕຜູ້ຕ້ອງສົງໃສຄົນລາວ ຈໍານວນ 5 ຄົນ ໃນນັ້ນ ເປັນເພດຊາຍ 1 ຄົນ ແລະເພດຍິງ 4 ຄົນ ມາຈາກແຂວງບໍລິຄໍາໄຊ ເພື່ອສືບສວນ-ສອບສວນ ໃນຂໍ້ກ່າວຫາຂົນຍ້າຍຢາເສບຕິດ ນໍ້າໜັກ 100 ກິໂລກລາມ ຈາກປະເທດລາວ ຂ້າມໄປປະເທດຫວຽດນາມ.

ກະຊວງປ້ອງກັນຄວາມສະຫງົບ ຫຼື ປກສ ໄດ້ເປີດເຜີຍໃຫ້ຮູ້ວ່າ ໄລຍະປີ 2022-2023 ຜ່ານມານີ້ ມີຊາວໜຸ່ມໃນລາວ ພາກັນຕິດສິ່ງເສບຕິດ ເປັນຈໍານວນຫຼາຍ ເຊັ່ນ ປະເພດຢາບ້າ, ນໍ້າກະທ້ອມ, ຢາສູບໄຟຟ້າ, ກາເຟ ປະສົມສານເສບຕິດ ແລະໝາກປູບເປົ້າ ເຊິ່ງສິ່ງເສບຕິດປະເພດຕ່າງໆ ຖືວ່າ ຍັງເປັນສິ່ງທີ່ຜິດກົດໝາຍ ໃນປະເທດລາວ.

ນອກຈາກນີ້ ກະຊວງປ້ອງກັນຄວາມສະຫງົບ ກໍ່ໄດ້ຂຶ້ນບັນຊີລາຍຊື່ ນັກຄ້າຢາເສບຕິດ (ສະເພາະສູນກາງ) ຈໍານວນ 2,272 ຄົນ ທີ່ຈະຕ້ອງເຝົ້າລະວັງ ແລະຕິດຕາມໂຕ ມາດໍາເນີນຄະດີ ເຊິ່ງສ່ວນຫຼາຍແລ້ວ ຈະເປັນເຄືອຂ່າຍ ຂອງຂະບວນການ ຄ້າຢາເສບຕິດຂ້າມຊາດ, ຜູ້ຕ້ອງຫາ ຄະດີຢາເສບຕິດ ທີ່ເຄີຍຕິດຄຸກມາກ່ອນໜ້ານີ້ ແລະກຸ່ມຄົນ ທີ່ມີໝາຍຈັບແລ້ວ ແຕ່ຍັງຊອກຫາໂຕບໍ່ພົບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.