ການປາບປາມ ຢາເສບຕິດ ຕາມວາລະແຫ່ງຊາດ ຍັງບໍ່ສາມາດແກ້ໄຂ ໃຫ້ເບົາບາງລົງໄດ້
2024.06.17
ຜ່ານການປະຕິບັດ 6 ວຽກຈຸດສຸມ ໃນການແກ້ໄຂບັນຫາ ຢາເສບຕິດ ໃນໄລຍະ 5 ເດືອນຕົ້ນປີ 2024 ນີ້, ທາງການລາວ ຈັບຜູ້ຕ້ອງຫາໄດ້ 2,616 ຄົນ, ໃນ ຈໍານວນນັ້ນ ເປັນຄົນຕ່າງປະເທດ 96 ຄົນ ແລະ ຄະດີຢາເສບຕິດໄດ້ 1,680 ກໍລະນີ, ອີງຕາມຄໍາເວົ້າຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະ ມົນຕີ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ 9 ໃນມື້ວັນທີ 10 ມິຖຸນານີ້.
“ໄດ້ສືບຕໍ່ປະຕິບັດ 6 ວຽກຈຸດສຸມ ທີ່ໄດ້ກໍານົດໄວ້ໃນວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໄລຍະ 5 ເດືອນຕົ້ນປີ 2024 ສາມາດແກ້ໄຂ ມ້າງຫລາຍຄະດີຢາເສບຕິດໄດ້ທັງໝົດ 1,680 ເລື້ອງ, ໄດ້ຈັບຜູ້ຕ້ອງຫາໄດ້ທັງໝົດ 2,616 ຄົນ, ຍິງ 558 ຄົນ ເປັນຄົນຕ່າງປະເທດ 96 ຄົນ, ຍິງ (ຕ່າງປະເທດ) 8 ຄົນ, ແລ້ວກໍຍຶດຂອງກາງ ຢາເສບຕິດ ປະເພດຢາບ້າ, ຢາໄອສ໌, ເຮໂຣອິນ, ກັນຊາ, ຢາຝິ່ນ, ເຄຕາມີນ, ໂຄເຄນ, ກາເຟອິນ ຈໍານວນຫລາຍພໍສົມຄວນ. ນອກນັ້ນ ຍັງສາມາດຍຶດລົດໃຫຍ່, ລົດຈັກ, ອາວຸດ, ກະສຸນ, ລະເບີດທາດແຕກ ເປັນຈໍານວນຫລາຍເຊັ່ນກັນ.”
ໃນຈໍານວນ 1,680 ຄະດີນັ້ນ ເປັນຄະດີຄ້າຂາຍ ແລະຂົນສົ່ງຢາເສບຕິດ ທີ່ມີທັງຄົນລາວ ແລະຊາວຕ່າງປະເທດ ຮວມທັງຈີນ, ໄທ ແລະມຽນມາ.
ດັ່ງເຈົ້າໜ້າທີ່ ກະຊວງປ້ອງກັນຄວາມສະຫງົບ ນາງນຶ່ງເວົ້າໃນມື້ດຽວກັນນັ້ນວ່າ:
“ໂຕນີ້ລະມັນ ມັນເປັນເຄືອຂ່າຍທີ່ວ່າ ເອີ້ນວ່າ ນ້ອງຖາມວ່າ ຄ້າຂາຍ ຂົນສົ່ງ ໂຕນີ້ແມ່ນ ຈະບໍ່ມີເສບເດີ ມີແຕ່ຄ້າຂາຍ ຂົນສົ່ງມັນຈະມີກັບຄົນຕ່າງປະເທດ ຈະມີທັງພາຍໃນ ຈະມີຫລາຍປະເທດ ອາດຈະມີມຽນມາແດ່ ອາດຈະມີຈີນ ອາດຈະມີໄທແດ່ ແຕ່ສໍາລັບເສບຫັ້ນ ມັນຈະມີໂຕເລກອີກຕ່າງຫາກ.”
ເວົ້າເຖິງການບໍາບັດ ສຳລັບຜູ້ຕິດຢາເສບຕິດ, ທ່ານ ພົນເອກ ວິໄລ ຫລ້າຄໍາຟອງ, ຮອງນາ ຍົກລັດຖະມົນຕີ ແລະ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ໄດ້ກ່າວຕໍ່ກອງປະຊຸມ ສະໄໝສາມັນຂອງສະພາແຫ່ງຊາດ ເທື່ອທີ 6 ທີ່ຜ່ານມາວ່າ ແຕ່ປີ 2021-2023 ມີຜູ້ຕິດຢາເສບຕິດ ເຂົ້າມາບໍາບັດທັງໝົດ 10,900 ຄົນ, ໃນຈໍານວນນັ້ນ ໄດ້ຮັບການປິ່ນປົວ ກັບຄືນບ້ານແລ້ວ 5,734 ຄົນ ແລະຍັງມີພວກ
ຕິດຢາເສບຕິດອີກຫລາຍ ທີ່ຍັງບໍ່ໄດ້ເຂົ້າມາບໍາບັດ.
ກ່ຽວກັບພວກຄ້າ ແລະເສບຢາເສບຕິດ ເຈົ້າໜ້າທີ່ ກະຊວງປ້ອງກັນຄວາມສະຫງົບ ອີກທ່ານນຶ່ງ ໄດ້ເວົ້າໃນມື້ດຽວກັນນັ້ນວ່າ ໄດ້ນໍາພວກເຂົາມາດໍາເນີນດໍາເນີນຄະດີ ຕາມກົດໝາຍ, ຄະດີຈະໜັກ ຫລືເບົາ ຂຶ້ນຢູ່ກັບແຕ່ລະກໍລະນີ.
“ເພາະວ່າໂຕເລກນີ້ ມັນເອົາມາດໍາເນີນຄະດີໝົດແລ້ວ ໂຕນີ້ນ່າ ມັນກໍອີງຕາມເນາະ ຍົກໂຕຢ່າງ ມັນກໍມີທັງຜູ້ເສບນີ້ ມັນຈໍານວນຫລາຍມັນກໍ ເຮົາກໍໄດ້ດໍາເນີນເດ້ເນາະ ມັນຈະມີ ໄດ້ກໍານົດໃນກົດໝາຍຫັ້ນແຫລະເນາະ ຄັນຜູ້ເສບສໍ່າໃດສໍ່ານຶ່ງ ມັນກໍເປັນຜູ້ຖືກເຄາະຮ້າຍເນາະ. ຜູ້ຖືກເຄາະຮ້າຍ ເຮົາຈະເອົາໄປບໍາບັດເນາະ ຈະບໍ່ໄດ້ດໍາເນີນຄະດີ ຫັ້ນນ່າ. ເສບ, ເສບຈໍານວນໜ້ອຍເນາະ ແຕ່ວ່າເສບຢູ່ ບາດເປັນເຄືອຂ່າຍ. ເອົາໄປຂາຍພ້ອມນີ້ນ່າ ມັນຮັບວ່າເສບ ຮັບວ່າມີຂາຍມີຫຍັງ ພົວພັນຫລາຍກຸ່ມແກ້ງ ເຮົາກໍໄດ້ດໍາເນີນ ມັນຈະມີເຄືອຂ່າຍເຂົາເດ້.”
ຄະດີຢາເສບຕິດ ທີ່ວ່ານັ້ນ ກວມເອົາທັງຄະດີ ທີ່ເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ໄດ້ຈັບຄົນຈີນ ຄືທ້າວ ຈ້າວຢຸ່ນຊ່ານ ອາຍຸ 36 ປີ ຄົນບ້ານ ຫ່າງປ້າງ, ເມືອງມົງໂປຊຽນ, ແຂວງ ເມິງໂປ ປະເທດມຽນມາ ຍ້ອນຜູ້ກ່ຽວມີຢາເສບຕິດ ຫລາຍປະເພດໄວ້ໃນຄອບຄອງ ຮວມທັງຢາບ້າ, ຢາອີ ຊຶ່ງຜູ້ກ່ຽວສາລະພາບວ່າ ໄດ້ລັກລອບຂົນມາຈາກ ປະເທດມຽນມາ, ແລະຈະຂົນຕໍ່ໄປປະເທດກໍາປູເຈຍ ໂດຍຜ່ານລາວ.
ດັ່ງເຈົ້າໜ້າທີ່ ກອງບັນຊາການ ປກສ ແຂວງບໍ່ແກ້ວ ກ່າວວ່າ:
“ເປັນຄົນຢູ່ທາງຝັ່ງພະມ້າ ພຸ້ນເນາະ ລັກລອບຂ້າມມາແຫລະ. ຈຸດປະສົງເພິ່ນວ່າເພິ່ນຊິໄປກໍາປູເຈຍ ພໍດີມາ ມັນກໍມີກະເປົ໋າເດ້ ຈຸດກວດການໍ້າເກິ່ງ ເຂົາເຈົ້າພົບເຫັນຫັ້ນນ່າ ຊິວ່າລາຍໃຫຍ່ມັນກໍບໍ່ແມ່ນແຫລະ ຢາເສບຕິດປະເພດຢາບ້າ ມັນມີແຕ່ 103 ເມັດຊື່ໆ ມັນຈະມີຢາອີສີມ້ວງ, ສີຟ້າ. ມັນກໍບໍ່ຫບາຍເນາະ ນອກຈາກນັ້ນ ໂຕທີ່ມັນຫລາຍໆ ມັນຈະມີຂາຄູ່ ຂາຄູ່ນີ້ ມັນສິມີສ່ວນປະສົມຂອງຝິ່ນເນາະ ແຕ່ເຮົາກໍບໍ່ສາມາດຊິຮູ້ໄດ້ວ່າ ນອກຈາກສ່ວນປະສົມຂອງຝິ່ນ ມັນຊິມີສານເສບຕິດ ຊະນິດໃດຕື່ມ. ມັນຢູ່ໃນຫັ້ນຫັ້ນນ່າ.”
ແລະຢູ່ແຂວງອຸດົມໄຊ ກໍມີຄະດີຢາເສບຕິດ ຮວມທັງຄະດີ ທີ່ສານປະຊາຊົນຊັ້ນຕົ້ນ ແຂວງອຸດົມໄຊ ໄດ້ຕັດສິນຈໍາຄຸກ ຄົນລາວ ທີ່ເປັນຊາຍທັງ 4 ຄົນ ທີ່ຄ້າ-ຂາຍ ແລະມີຢາບ້າໄວ້ໃນຄອບຄອງ ຊຶ່ງມີໂທດຈໍາຄຸກ ແຕ່ 5 ປີເຖິງ 11 ປີ ແລະປັບໃໝອີກ ແຕ່ 10 ລ້ານກີບ ເຖິງ 110 ລ້ານກີບ ຕາມແຕ່ລະກໍລະນີຄວາມຜິດ.
ທ່ານກ່າວຕື່ມວ່າ ຜູ້ຕ້ອງຫາຄ້າຢາເສບຕິດ ຢູ່ແຂວງອຸດົມໄຊ ທີ່ຖືກນໍາມາດໍາເນີນຄະດີ ສ່ວນຫລາຍ ເປັນຄົນາລວ ແລະຄ້າຂາຍລາຍຫຍ່ອຍ. ສ່ວນຜູ້ຄ້າລາຍໃຫຍ່ ບາງຄົນກໍຖືກຕັດສິນປະຫານຊີວິດ ຫລືຈໍາຄຸກຕະຫລອດຊີວິດ ກໍມີ.
“ພາກສ່ວນທີ່ເຮົາຈັບໄດ້ ຈະເປັນລາຍນ້ອຍ ລາຍໃຫຍ່ກໍຫລາຍລາຍຢູ່ ເນາະ ຄົນຕ່າງປະເທດກໍສ່ວນໜ້ອຍ ສ່ວນຫລາຍຈະແມ່ນຄົນລາວເຮົານີ້ແຫລະ ລາຍໃຫຍ່ນີ້ກໍຖືວ່າ ຜູ້ທີ່ມັນຄ້າຂາຍ ເຖິງຄະດີຂັ້ນລະດັບປະຫານຊີວິດ ຕະຫ/ອດຊີວິດພຸ້ນແຫລະ ຄະດີລາຍໃຫຍ່ຫັ້ນນ່າ ເປັນຄະດີຢາເສບຕິດທີ່ມີຈໍານວນຫລາຍ ເພາະວ່າຕາມກົດໝາຍ ກໍແມ່ນລະດັບ 500 ກະລາມຂຶ້ນເມືອ ກໍແມ່ລະດັບຕະຫລອດຊີວິດ ປະຫານຊີວິດ ໂຕນີ້ເນາະ.”
ທ່ານ ພົນເອກ ວິໄລ ຫລ້າຄໍາຟອງ ກ່າວຕໍ່ກອງປະຊຸມໃຫຍ່ສະພາແຫ່ງຊາດ ຄືທີ່ວ່ານັ້ນ ໃນມື້ວັນທີ 3 ພະຈິກ 2023 ວ່າ ໄລຍະ 3 ປີຜ່ານມາ ຄືແຕ່ປີ 2021 ຫາປີ 2023 ກະຊວງປ້ອງກັນຄວາມສະຫງົບ ສາມາດແກ້ໄຂ ຄະດີໄດ້ທັງໝົດ 10,843 ຄະດີ, ຈັບຜູ້ຕ້ອງຫາໄດ້ 15,966 ຄົນ. ໃນຈໍານວນນັ້ນ ເປັນຄົນຕ່າງປະເທດ 324 ຄົນ, ຍຶດຍາບ້າຊະໜິດເມັດ ແລະເປັນຝຸ່ນໄດ້ 32 ປາຍໂຕນ ແລະຍຶດສານເຄມີຕົ້ນ ປະເພດຕ່າງໆໄດ້ 260 ປາຍໂຕນ.