380 ຄອບຄົວ ທີ່ຖືກໂຄງການ ເຂດເສດຖະກິດພິເສດບໍ່ເຕນ ປະສົບບັນຫາລະບົບນ້ຳ
2024.06.18
ຊາວບ້ານບໍ່ເຕັນ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາຈໍານວນ 380 ຄອບຄົວທີ່ເຄີຍຖືກຍົກຍ້າຍ ອອກຈາກການກໍ່ສ້າງ ໂຄງການເຂດເສດຖະກິດ ພິເສດບໍ່ເຕນແດນງາມ ຍັງຕ້ອງການຄວາມຊ່ວຍເຫຼືອ ທາງດ້ານລະບົບນໍ້າປະປາ ແລະ ອື່ນໆ. ເນື່ອງຈາກບ່ອນທີ່ຖືກຈັດສັນ ໃຫ້ອາໄສຢູ່ຍັງບໍ່ມີລະບົບນໍ້າ ປະປາເຂົ້າເຖິງຍັງຕ້ອງໃຊ້ນໍ້າລີນ ແລະ ນໍ້າສ້າງ ເຊິ່ງພົບບັນຫາຍາມແລ້ງນໍ້າໃຊ້ພຽງພໍແຕ່ບໍ່ໄດ້ຮັບການຊ່ວຍເຫຼືອຈາກເຂດດັ່ງກ່າວ.
ດັ່ງຊາວບ້ານບໍ່ເຕນ ທີ່ເຄີຍຖືກຍົກຍ້າຍຈາກໂຄງການ ເຂດເສດຖະກິດ ພິເສດ ບໍ່ເຕັນແດນງາມກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 18 ມິຖຸນາ ວ່າ:
“ຍາມຝົນນີ້ກໍ່ໃຊ້ປົກກະຕິເຂົ້າເດືອນ 4, ເດືອນ 5 ມານີ້ຢາກຂາດໂອ້ຖືກຍ້າຍ ຈາກໂຄງການຂັ້ນເທີງ ເອົາລົງມາຢູ່ລຸ່ມເລື່ອງໄຮ່ເລື່ອງນານີ້ ບໍ່ມີແລ້ວມີແຕ່ຄ້າຂາຍນໍາຈີນ ການເປັນຢູ່ກະທຳມະດາເນາະ. ຈີນມາເຂົາຊິມາຊ່ວຍເຂົາຊິເອົາເຂົ້າຈັກເຂົ້າບໍ່ເຂົ້າຂ້ອຍກາບໍ່ຮູ້ກັນ.”
ຊາວບ້ານບໍ່ເຕນອີກທ່ານໜຶ່ງ ທີ່ເຄີຍຖືກຍົກຍ້າຍບ່ອນຢູ່ ຈາກໂຄງການດັ່ງກ່າວກ່າວ ຄືກັນວ່າ ພາຍຫຼັງຖືກຍົກຍ້າຍ ມາຢູ່ບ່ອນໃໝ່ ຕັ້ງແຕ່ປີ 2003 ເປັນຕົ້ນມາ ກໍ່ຍັງບໍ່ທັນໄດ້ນໍາໃຊ້ ລະບົບນໍ້າປະປາ ຈັກເທື່ອຍັງອາໄສພຽງແຕ່ລະບົບນໍ້າລິນ ແລະ ນໍ້າສ້າງ ເຊິ່ງມັກປະສົບບັນຫານໍ້າບໍ່ພຽງພໍ ໃນລະດູແລ້ງ ແລະບໍ່ທັນມີໂຄງການນໍ້າປະປາເຂົ້າເຖິງ.
“ກາຖືວ່າສົມຄວນ ຢູ່ນໍ້າບໍ່ຄ່ອຍພໍໃຊ້ຍາມແລ້ງ ທາງບ້ານນີ້ເດືອນ 4-5. ນໍ້າບໍ່ຄ່ອຍພໍໃຊ້ປານໃດ ກາດີແທ້ກາບໍ່ດີຖືວ່າຂີ້ຮ້າຍແທ້ ກາບໍ່ຂີ້ຮ້າຍ.”
ຊາວບ້ານ ບໍ່ເຕນ ອີກນາງໜຶ່ງກ່າວວ່າ ຊາວບ້ານບໍ່ເຕນອີກຫຼາຍຄອບຄົວ ທີ່ຢູ່ນອກໂຄງການເຂດເສດຖະກິດ ພິເສດ ບໍ່ເຕນແດນງາມ ກໍ່ຍັງບໍ່ໄດ້ໃຊ້ລະບົບນໍ້າປະປາເທື່ອ ແລະ ພວກເຂົາເຈົ້າ ກໍ່ພະຍາຍາມຮ້ອງຂໍ ໂຄງການຕິດຕັ້ງລະບົບນໍ້າປະປາ ໂດຍຕະຫຼອດ ແຕ່ຍັງບໍ່ທັນໄດ້ຮັບການຊ່ວຍເຫຼືອ.
“ແຕ່ວ່າໄທບ້ານນີ້ ກາຢາກໄດ້ຢູ່ເລື່ອງວ່າ ຢາກໄດ້ນໍ້າປະປາ ໃຊ້ທາງບ້ານມີຄວາມສົນໃຈ ຢູ່ດຽວນີ້ ປະຈຸບັນນີ້ ກໍ່ຍັງໃຊ້ນໍ້າລິນຢູ່. ຍາມນີ້ມີຢູ່ ເພາະວ່າ ຊ່ວງນີ້ຊ່ວງຍາມຝົນ ມີບາງຄັ້ງກໍ່ອາດຂາດ.”
ຊາວບ້ານທີ່ຢູ່ໃກ້ຄຽງ ອີກທ່ານໜຶ່ງ ກ່າວວ່າ ທ່ານກໍ່ຮູ້ສຶກເຫັນໃຈ ຊາວບ້ານບໍ່ເຕນ ທີ່ຫຼາຍຄອບຄົວ ຍັງບໍ່ມີນໍ້າປະປາໃຊ້ ແລະ ບໍ່ເຄີຍໄດ້ຮັບການຊ່ວຍເຫຼືອ ຈາກໂຄງການໃດໆ ເມື່ອເວົ້າເຖິງເລື່ອງລະບົບນໍ້າປະປາແລ້ວ ກໍ່ເປັນສິ່ງສຳຄັນຢ່າງໜຶ່ງ ໃນຊີວິດປະຈຳວັນ ທີ່ຊາວບ້ານຄວນໄດ້ຮັບການເຂົ້າເຖິງ ແລະ ໃຊ້ນໍ້າປະປາໄດ້ ຈຶ່ງຢາກໃຫ້ພາກສ່ວນທີກ່່ຽວຂ້ອງ ເລັ່ງໃຫ້ການຊ່ວຍເຫຼືອ.
“ບໍ່ມີໂຄງການອິສັງຊ່ວຍເຫຼືອລ້າ ມີແຕ່ຍ້າຍຊາວບ້ານອອກຫັ້ນແຫຼະ ນໍ້າກາຍັງຄືເກົ່າຫັ້ນແຫຼະ ຍັງບໍ່ທັນຂະຫຍາຍ. ກໍ່ຫາກຸ້ມໂຕເອງຫັ້ນແຫຼະ ນໍ້າອິສັງ ກໍ່ໄລຍະໃດ ມີກໍ່ມີຊ່ວງໃດ ບໍ່ມີກໍ່ບໍ່ມີຫັ້ນແຫຼະ. ທຸກຄົວເຮືອນເດ້ ບໍ່ມີນໍ້າກໍເຮັດສັງບໍ່ໄດ້ນ່າ ສຳຄັນໂອບໍ່ມີນໍ້າ ກໍ່ອັນຕະລາຍ.”
ກ່ຽວກັບເລື່ອງນີ້ ເຈົ້າໜ້າທີ່ລັດວິສາຫະກິດ ນໍ້າປະປາ ແຂວງຫຼວງນໍ້າທາ ໄດ້ຊີ້ແຈງວ່າ ສຳລັບເຂດບ້ານບໍ່ເຕນ ແລະເຂດບ້ານໃກ້ຄຽງ ກໍ່ມີລະບົບນໍ້າປະປາ ເຂົ້າໄປຫາຊາວບ້ານ ຈຳນວນຫຼາຍຄົວເຮືອນແລ້ວ ແລະ ປີນີ້ ກໍ່ມີໂຄງການຂະຫຍາຍ ລະບົບນໍ້າປະປາເພີ່ມຕື່ມອີກ ເພື່ອຂະຫຍາຍໄປຫາຄົວເຮືອນ ທີ່ຍັງບໍ່ມີນໍ້າປະປາໃຊ້.
“ມີແລ້ວ ເຈົ້າມີແຜນຂະຫຍາຍ ໄປໝົດແລ້ວ ເຈົ້າຂອງບໍລິສັດ ເດນໂກ້ ຂອງໄທ ເຮົານີ້ແຫຼະ ເພາະວ່າເຮົາມີໂຄງການຊ່ວຍເຫຼືອ ແລ້ວກາທີ່ບໍ່ມີເຮົາກາເລີ່ມຂະຫຍາຍ ໄປໝົດແລ້ວ. ເຮົາໄດ້ໂຄງການຊ່ວຍເຫຼືອເຈົ້າ.”
ອີງຕາມການລາຍງານ ຂອງວິທຍຸກະຈາຍສຽງແຫ່ງຊາດລາວ ເມື່ອວັນທີ 16 ມິຖຸນາ 2024 ວ່າ ເຖິງແມ່ນຊາວບ້ານ ທີ່ເຄີຍຍ້າຍອອກຈາກເຂດເສດຖະກິດ ພິເສດ ບໍ່ເຕນແດນງາມ ຫຼາຍຄອບຄົວ ຈະຍັງມີຄວາມເປັນຢູ່ທຸກຍາກ ກໍ່ຕາມ ແຕ່ສໍາລັບເຂດດັ່ງກ່າວແລ້ວ ກາມີການພັດທະນາຂຶ້ນ. ຫຼ້າສຸດນີ້ລາຍງານວ່າ ການລົງທຶນ ຢູ່ເຂດພັດທະນາດ່ານສາກົນ ບໍ່ເຕນ-ບໍ່ຫານ ມີເພີ່ມຂຶ້ນ ຢ່າງຕໍ່ເນື່ອງ.
ເປັນຕົ້ນເມື່ອວັນທີ 27 ພຶດສະພາ ຜ່ານມາ ຄະນກໍາມະການຄຸ້ມຄອງ ເຂດຮ່ວມມືເສດຖະກິດ ລາວ-ຈີນ ບໍ່ເຕນ-ບໍ່ຫານ ແລະ ຄະນະກຳມະການຄຸ້ມຄອງ ເຂດເສດຖະກິດພິເສດ ແຂວງຫຼວງນໍ້າທາ ໄດ້ເປີດພິທີການກໍ່ສ້າງ ໂຄງການປັບປຸງ ແລະ ສ້ອມແປງທ່າບົກ ທາງຫຼວງ ບໍ່ເຕນ-ບໍ່ຫານ ໄລຍະທີ 1 ຢູ່ເມືອງບໍ່ຫານຂອງຈີນ, ອີກທັງໂຄງການລົດໄຟ ລາວ-ຈີນ ກໍ່ໄດ້ນໍາພາໃຫ້ເກີດ ໂຄງການພັດທະນາ ແລະ ລົງທຶນ ຂອງນັກລົງທຶນຈີນ ອີກຫຼາຍໂຄງການ ພາຍໃນເຂດດັ່ງກ່າວ.